ມາເບິ່ງ ຜັງເທດສະບານໃຫມ່ ແຂວງວຽງຈັນ
ເພື່ອໃຫ້ພື້ນທີ່ການຈັດວາງແຕ່ລະສຳນັກງານໃນແຜນຜັງເທດສະບານໃຫມ່ຂອງ ແຂວງວຽງຈັນ ພຽງພໍກັບຕົວຈິງບໍລິສັດຜູ້ອອກແບບໄດ້ຂໍເພີ່ມຂຶ້ນອີກເກືອບ 50 ເຮັກຕາ ຈາກ 720 ເຮັກຕາ ໃນແຜນເບື້ອງຕົ້ນ ຂະນະທີ່ເຈົ້າແຂວງເນັ້ນຕ້ອງກົມກືນກັບພູມສັນຖານ.
ທ່ານ ຄຳເມິງ ພົງທະດີ ເຈົ້າ ແຂວງໆວຽງຈັນ ກ່າວໃນກອງ ປະຊຸມສຳມະນາກ່ຽວກັບການ ຈັດວາງແຜນຜັງເມືອງເອກ ແຂວງວຽງຈັນ ເຊິ່ງຈັດຂຶ້ນທ້າຍອາທິດຜ່ານມາ ໂດຍເນັ້ນບໍລິສັດວ່າ: ການຈັດວາງແຜນຜັງເມືອງເອກຂອງແຂວງວຽງຈັນ ເຊິ່ງມີທີ່ຕັ້ງຢູ່ເມືອງວຽງຄຳໃນເນື້ອທີ່ 720 ເຮັກຕາ, ຕ້ອງຮັກສາໄດ້ສະພາບແວດລ້ອມຄວາມກົມກືນທາງດ້ານພູມສັນຖານເດີມ, ບໍ່ທຳລາຍທຳມະຊາດ, ຮັກສາພື້ນທີ່ສີຂຽວ ແລະ ສ້າງໃຫ້ເປັນຕົວເມືອງທີ່ມີຊີວິດຊີວາ.
ດ້ານທ່ານ ນາຕາກາ ວິຊາການຂອງບໍລິສັດນິກເກັງເຊັກເກ ເຊິ່ງເປັນບໍລິສັດທີ່ແຂວງວຽງຈັນ: ໄດ້ວ່າຈ້າງໃຫ້ເປັນຜູ້ຈັດສັນແຜນຜັງເມືອງເອກຂອງຕົນໄດ້ລາຍງານຕໍ່ກອງປະຊຸມດັ່ງກ່າວວ່າ: ຫລັງບໍລິສັດໄດ້ມີການລົງນາມໃນສັນຍາກ່ຽວກັບການຈັດສັນວາງແຜນຜັງເມືອງເອກຂອງ ແຂວງວຽງຈັນ ແລະ ໄດ້ລົງມືແຕ່ທ້າຍປີ 2011 ເປັນຕົ້ນມາຮອດກາງເດືອນມິຖຸນານີ້ ຖືໄດ້ວ່າວຽກດັ່ງກ່າວ ມີຄວາມຊັດເຈນ ແລະ ລະອຽດສົມຄວນແລ້ວເຫລືອພຽງແຕ່ປັບປຸງເລັກນ້ອຍ ແລະ ຄາດວ່າ ອີກປະມານເດືອນກວ່າຈະສາ ມາດຮອງຮັບເອົາແຜນຜັງດັ່ງກ່າວເພື່ອໃຫ້ແຂວງວຽງຈັນ ສາມາດນຳໄປໃຊ້ໄດ້.
ຢ່າງໃດກໍ່ຕາມ ຜ່ານການຈັດວາງຕົວຈິງເຫັນວ່າຕ້ອງໄດ້ເພີ່ມພື້ນທີ່ຈາກ 720 ເຮັກຕາມາເປັນ 760 ເຮັກຕາ ຈິ່ງພໍດີກັບຄວາມຕ້ອງການ ໂດຍການຈັດວາງໄດ້ກຳນົດໃຫ້ມີເຮືອນຕ່ຳ, ຫ້ອງແຖວ, ເຮືອນຮ້ານ, ເຂດການຄ້າ, ສວນສາທາລະນະ, ໂຮງແຮມ, ຫ້ອງການສຳນັກງານ, ເຂດກະສິກຳທັນສະໄຫມ, ເຂດອຸດສາຫະກຳ, ໂຮງຫມໍ, ໂຮງຮຽນອະນຸບານ, ໂຮງຮຽນປະຖົມ, ໂຮງຮຽນມັດທະຍົມ, ວັດ, ສວນສີຂຽວ, ສວນກີລາ, ຫນອງນ້ຳ, ແມ່ນ້ຳ, ທາງ, ເຂດຊຸມຊົນເກົ່າ, ເຂດພື້ນທີ່ສີຂຽວເກົ່າ, ພື້ນທີ່ກະສິກຳເກົ່າ ແລະ ເຂດຂະຫຍາຍໃຫມ່ໃນອະນາຄົດ.
ສຳລັບເສັ້ນທາງກຳນົດໃຫ້ມີຄວາມກວ້າງສຸດ 37 ແມັດ ມີ 4 ຊ່ອງຈະລາຈອນ ແລະ ແຄບສຸດ 12 ແມັດມີ 2 ຊ່ອງຈະລາຈອນ, ພິເສດ 1 ເສັ້ນທາງມີຄວາມ 42 ແມັດ ມີສອງຊ່ອງຈະລາຈອນ, ທາຂອກສ່ວນກາງເຄິ່ງແມ່ນປະໄວ້ເພື່ອເຮັດກິດຈະກຳຕ່າງໆ ເຊັ່ນ: ຕະຫລາດກາງຄືນ, ສວນສະຫນາມ ໂດຍທາງເສັ້ນນີ້ມີຄວາມຍາວ 500 ກວ່າແມັດ ສ້າງແຕ່ສະຫນາມກີລາຫາຫ້ອງວ່າການປົກຄອງແຂວງ.
ທ່ານ ວິຊາການຂອງບໍລິສັດນິກເກັງເຊັກເກເນັ້ນຕື່ມວ່າ: ການອອກແບບ ແລະ ຈັດວາງແຜນຜັງເທດສະບານໃຫມ່ຂອງແຂວງວຽງຍຈັນ ເທື່ອນີ້ຮັບປະກັນໃຫ້ມີອາຍຸນຳໃຊ້ໄດ້ຢ່າງຕ່ຳ 25 ປີ ໂດຍເນັ້ນໃຫ້ເປັນເມືອງທີ່ມີຊີວິດຊີວາ ໂດຍບໍ່ແຍກລະຫວ່າງສຳນັກງານກັບຮ້ານຄ້າ ແລະ ທີ່ຢູ່ອາໄສຂອງປະຊາຊົນອອກຈາກກັນ ພ້ອມເປັນມິດກັບສິ່ງແວດລ້ອມສ້າງໃຫ້ມີພື້ນທີ່ສີ ຂຽວ, ຮັກສາພູມສັນຖານເດີມທີ່ມີຄວາມຫລຸບໂນນຕ່າງກັນ, ກ່ຽວກັບອາຄານຕ່າງໆທີ່ຢູ່ແຄມທາງບໍ່ໃຫ້ສ້າງຕຶກສູງ ເພື່ອໃຫ້ອາຄານດ້ານຫລັງສາມາດຊົມຄວາມງາມຂອງຕົວເມືອງໄດ້.
ເທດສະບານ ຫລື ເມືອງເອກຂອງແຂວງວຽງຈັນ ມີເນື້ອທີ່ທັງຫມົດປະມານ 8.000 ເຮັກຕາ ກວມເອົາສອງຝັ່ງຂອງແມ່ນ້ຳງື່ມແຕ່ການຈັດວາງຄັ້ງນີ້ ສ່ວນຫລາຍແມ່ນຢູ່ເບື້ອງຕາເວັນຕົກຂອງນ້ຳງື່ມ ໂດຍພັກລັດໄດ້ມີເປົ້າຫມາຍເພື່ອພັດທະນາເຂດດັ່ງກ່າວໃຫ້ກາຍເປັນສູນ ກາງດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳສັງຄົມຄືກັບແຂວງອື່ນໆພ້ອມຖືກຍົກຂຶ້ນເປັນໂຄງການບຸລິມະສິດລະດັບຊາດໃນແຜນພັດທະນາເສດ ຖະກິດສັງຄົມຄັ້ງທີ VII ຂອງລັດຖະບານ ເຊິ່ງມີທັງຫມົດ 14 ໂຄງການຍ່ອຍມູນຄ່າປະມານ 827 ຕື້ກວ່າກີບ.
ແຕ່ຍ້ອນງົບປະມານການລົງ ທຶນຈຳກັດ ໃນສົກປີ 2010 2011 ແລະ ສົກປີ 2011 2012 ແຂວງວຽງຈັນ ໄດ້ຮັບ ທຶນບ້ວງການລົງທຶນຂອງລັດ ເພື່ອກໍ່ສ້າງພື້ນຖານໂຄງລ່າງ ມູນຄ່າ 21 ຕື້ກວ່າກີບ ໃນນີ້ ແຂວງໄດ້ນຳໃຊ້ທຶນເຂົ້າໃນກໍ່ ສ້າງບັນດາເສັ້ນທາງສາຍຫລັກ 6ເສັ້ນພ້ອມເວນຄືນສິ່ງກີດຂວາງຕ່າງໆທີ່ເຫັນວ່າມີຄວາມຈຳເປັນພາຍໃນໃຈກາງເທດສະບານຂອງແຂວງຈຳນວນຫນຶ່ງ (ຂໍ້ມູນດັ່ງກ່າວແມ່ນໄດ້ຈາກການເປີດເຜີຍຂອງການນຳ ແຂວງກ່ອນຫນ້ານັ້ນ).
Ecom

Khit wa khon thi arn khao, ja son jai wa borlisat ork baeb nan pen khong pathet yang.(serng khoam jing man ka pen khor moon thi sam khan).
Tae tha hai dau tarm sue ka phor hu yu wa pen borlisat khong Japan.
Neo dai kor tarm, suea wa karn khien nuea nai khao phasa Lao si dee khuen pai lueoi lueoi.
ບໍ່ເປັນຕາເບີ່ງ ສູ້ຫນອງຄາຍບໍ່ໄດ້.
We can't read, have a lot box
report from US public Library
what havepen with Lao font