ຜົນວິໄຈຊີ້ ແມ່ຍິງມັກຜູ້ຊາຍຂຶມ ຜູ້ຊາຍມັກແມ່ຍິງຍິ້ມເກ່ງ

ເມື່ອວັນທີ24 ພຶດສະພາຜ່ານມາເວັບໄຊເດລິເມວຂອງອັງກິດເປີດເຜີຍຜົນລາຍງານສຳຫລວດພົບວ່າ: ແມ່ຍິງສ່ວນຫລາຍມັກຜູ້ຊາຍທີ່ມີບຸກຄະລິກກະພາບທີ່ເຄັ່ງຂຶມ, ຫລາຍກວ່າຜູ້ຊາຍທີ່ມີອາລົມດີຍິ້ມແຍ້ມແຈ່ມໃສແຕ່ໃນທາງກົງກັນຂ້າມຜູ້ຊາຍຜັດມັກແມ່ຍິງທີ່ອາລົມດີຍິ້ມເກ່ງຫລາຍກວ່າແມ່-ຍິງທີ່ມີຄວາມຫມັ້ນໃຈໃນຕົວເອງສູງ, ແມ່ຍິງທີ່ເຄັ່ງຂຶມແລະແມ່ຍິງທີ່ຂີ້ຄຸຍ.
ຈາກການສຶກສາຂອງມະຫາວິທະຍາໄລບຣິຕິຊໂຄລຳເບຍນຳທີມໂດຍສາດສະດາຈານເຈສຊີກ້າເທຊີລະບຸວ່າ: ເປັນສິ່ງຮູ້-ຈັກກັນດີວ່າການມີໃບຫນ້າທີ່ຍິ້ມແຍ້ມແຈ່ມໃສເປັນສິ່ງຊ່ວຍໃຫ້ຄົນເຮົາເຂົ້າສັງຄົມໄດ້ງ່າຍຂຶ້ນລວມເຖິງຍັງດຶງດູດເພດກົງກັນຂ້າມນຳແຕ່ຜົນສຳຫລວດຜັດພົບວ່າຜູ້ຊາຍແລະແມ່ຍິງມີການໂຕ້ຕອບຕໍ່ການສະແດງອາລົມຂອງເພດກົງກັນຂ້າມທີ່ແຕກຕ່າງກັນໄປໂດຍແມ່ຍິງສ່ວນຫລາຍມັກຜູ້ຊາຍທີ່ງຽບຂຶມ, ແຕ່ຜູ້ຊາຍມັກແມ່ຍິງອາລົມດີ.
ການວິໄຈເທື່ອນີ້ທີມວິໄຈໄດ້ໃຊ້ອາສາສະຫມັກຈຳ-ນວນ1.000 ກວ່າຄົນໃຫ້ພວກເຂົາເບິ່ງຮູບພາບຂອງເພດກົງກັນຂ້າມເຊິ່ງຮູບດັ່ງກ່າວຈະມີທັງຮູບຄົນທີ່ຍິ້ມປາກກວ້າງ, ຮູບຄົນທີ່ກຳລັງຍືດເອິກດ້ວຍຄວາມພາກພູມໃຈແລະຮູບຄົນທີ່ມີທ່າທີເຄັ່ງຂຶມ, ຜົນປາກົດວ່າ: ອາສາສະຫມັກເພດຍິງຈະເລືອກຮູບຜູ້ຊາຍທີ່ມີທ່າທີເຄັ່ງຂຶມແລະມີຈຳນວນຫນ້ອຍຄົນທີ່ເລືອກຮູບຜູ້ຊາຍທີ່ຍິ້ມແຍ້ມແຕ່ສຳລັບຜູ້ຊາຍຜັດເລືອກຮູບຂອງແມ່ຍິງທີ່ອາລົມດີຍິ້ມເກ່ງແລະບໍ່ມີຜູ້ຊາຍຄົນໃດທີ່ເລືອກຮູບແມ່ຍິງທີ່ຂີ້ຄຸຍແລະເຄ່ັງຂຶມເລີຍ.
ທີມວິໄຈໄດ້ກ່າວວ່າ: ການວິໄຈເທື່ອນີ້ໄດ້ສຶກສາເລື່ອງປະຕິກິລິຍາແລະຄວາມປະທັບໃຈຕອນທຳອິດທີ່ພົບເຫັນຕໍ່ຮູບລັກຂອງເພດກົງກັນຂ້າມເທົ່ານັ້ນບໍ່ໄດ້ໃຫ້ອາສາສະຫມັກຊອກຫາກຸ່ມເປົ້າຫມາຍທີ່ຈະມາເປັນຄົນຮັກຫລືສາມີພັນລະຍາໃນອະນາຄົດ.
ນັກວິໄຈກ່າວຕື່ມອີກວ່າ: ງານວິໄຈນີ້ ໄດ້ສຶກສາເພື່ອໃຫ້ເຂົ້າໃຈລົດນິຍົມທາງເພດຂອງຜູ້ຊາຍແລະແມ່ຍິງໃນປະຈຸບັນນີ້ເຊິ່ງອາດມີຄວາມແຕກຕ່າງກັນໄປໃນແຕ່ລະສັງຄົມໂດຍສິ່ງທີ່ເກີດຂຶ້ນອາດອະທິບາຍໄດ້ວ່າ: ເປັນຫລັກການຂອງການປ່ຽນແປງທາງຈິດຕະວິທະຍາ, ບັນທັດຖານເລື່ອງເພດແລະສະພາບທາງສັງ-ຄົມແລະວັດທະນະທຳທີ່ປ່ຽນໄປ.
ທີ່ສຳຄັນຍັງສະແດງໃຫ້ເຫັນວ່າ: ລົດນິຍົມທາງເພດຂອງຜູ້ຊາຍແມ່ຍິງບໍ່ແມ່ນສິ່ງທີ່ຕາຍຕົວຈະມີການປ່ຽນແປງຢູ່ເລື້ອຍໆ.
Source: Ecom