|

ເດີນເຕະບານ ກາຍເປັນສະໜາມຕີມວຍ !








ງານ​ມະຫາ​ກໍາກິລາ​ແຫ່ງຊາດ ຄັ້ງທີ IX ​ເປີດ​ສາກ​ຢ່າງ​ເປັນ​ທາງ​ການ ມາ​ແຕ່​ວັນ​ທີ 13 ທັນວາ ກໍາລັງ​ຈະ​ອັດ​ລົງ​ໃນ​ວັນ​ທີ 21 ທັນວາ, ​ໂດຍລວມ ​ເຈົ້າພາບ​ຈັດ​ໄດ້​ຢ່າງ​ລົງ​ໂຕ ​ແລະ ສ້າງ​ຄວາມປະ​ທັບ​ໃຈ​ໃຫ້​ກັບທຸກໆ​ຝ່າຍ​ທີ່​ມາ​ຮ່ວມ​ໃນ​ຄັ້ງນີ້ ບໍ່​ວ່າ​ຈະ​ເປັນ​ຄະນະ​ນັກ​ກິລາ​ເອງ, ຄະນະ​ຜູ້​ແທນ, ຜູ້​ຊົມ, ນັກ​ທ່ອງ​ທ່ຽວ ​ແລະ ກອງ​ເຊຍ ຂອງ​ແຕ່ລະ​ເຂດ​ແຂວງ ​ແລະ ບັນດາ​ກະຊວງ​ທີ່​ເຂົ້າ​ຮ່ວມ ​ເພາະ​ສັງ​ເກດ​​ເຫັນ​ວ່າ ການ​​ແຂ່ງຂັນ​ຄັ້ງນີ້ ຈະ​ມີ​ບັນຫາ​ຫນ້ອຍ​ທີ່​ສຸດ ຖ້າ​ປຽບ​ທຽບ​ກັບ​ຄັ້ງກ່ອນໆ ທີ່​ຜ່ານ​ມາ ​ໂດຍ​ສະ​ເພາະ ບັນ ຫາ ​ທີ່​ກ່ຽວຂ້ອງ​ກັບ​ການ​ຈັດການ​ແຂ່ງຂັນ ​ເຊັ່ນ: ການ​ນໍາ​ເຂົ້າ​ນັກ​ກິລາ​ຕ່າງປະ​ເທດ ກໍຖື​ວ່າ​ປອດ​ໃສ​ຮ້ອຍ​ເປີ​ເຊັນ, ບັນຫາ​ດ້ານສະໜາມ, ດ້ານ​ກົດ​ລະບຽບ​ກະຕິ​ກາ ກໍ​ຖື​ວ່າ​ຢູ່​ໃນ​ຂັ້ນດີ​ສົມຄວນ ນອກ​ນັ້ນດ້ານ​ພິທີ ການ, ດ້ານ​ການ​ຮັກສາ​ຄວາມ​ສະຫງົບ​ຮຽບຮ້ອຍ ​ແລະ​ອື່ນໆ ກໍ​ຕ້ອງ​ບອກ​ວ່າ ປະສົບ​ຜົນສໍາເລັດ​ ​ເປັນ ຢ່າງດີ.

​ແຕ່?​ມື້ສຸດ​ທ້າຍ​ຂອງ​​​ເຫດການ​ທີ່​ບໍ່​ເພິ່ງປາດຖະໜາກໍ​ເກີດ​ຂຶ້ນ ​ໃນ​ເກ​ມການ​ແຂ່ງຂັນ​ບານ​ເຕະ​ນັດຊີງ​ຊະນະ​​ເລີດ ລະຫວ່າງ​ທີ​ມ​ເຈົ້າພາບ (ຫລວງ​ພະ​ບາງ) ​ແລະ ທີ​ມນະຄອນຫລວງ ​ເຊິ່ງ​ເຊື່ອ​ວ່າຫລາຍ​ທ່ານ​ທີ່​ໄດ້ຊົມ​ການຖ່າຍ​ທອດ​ສົດ ທາງ​ໂທລະພາບ​ແຫ່ງ​ຊາດລາວ ກໍ​ຄົງ​ຈະ​ຕະລຶງ​ ​ແລະ ສະ​ເງີ້ກັບ​ເຫດ​ການ ທີ່ນັກ​ກິລາ “ກາຍ​ເປັນ​ນັກ​ມວຍ” ຂອງ​ທີ​ມ​ແຂວງຫລວງ​ພະ​ບາງ ​ໄລ່​ຕີ​ກໍາມະການ​ກາງ​ສະໜາມ ຈົນ​ກາຍເປັນ​ເຫດ​ຈາລະ​ຈົນຍ່ອຍໆ​ເຖິງ​ປານ​ກາງ ຈົນ​ເຮັດ​ໃຫ້ການ​ແຂ່ງຂັນ​ຕ້ອງ​ຢຸດ​ສະ​ງັກ​ ໄປ​ເກືອບ​ເຄິ່ງຊົ່ວ​ໂມງ.

ຈາກ​ເຫດການ​ຄັ້ງນີ້ ​ເຖິງ​ວ່າ​ທັງ​ສອງ​ທີ​ມຈະກັບຄືນ​ມາລົງສະຫນາມແຂ່ງຂັນກັນ​ຕໍ່ ​ຈົນ​ຈົບ​ລົງ​ດ້ວຍ​ການດວນ​ລູກ​ໂທດ ຫລັງ​ຈາກ​ສະ​ເໝີ​ໃນ​ເວລາ 120 ນາທີ 0-0 ​​ໂດຍນະຄອນຫລວງ ​ເປັນ​ຝ່າຍ​ເກັບ​ໄຊ​ໄປ​ໄດ້ 4 ປະຕູ​ຕໍ່ 3 ກໍ​ຕາມ. ​ແຕ່ມັນ​ໄດ້ທຳລາຍ​ພາບ​ພົດ ​ອັນ​ຈົບງາມຂອງງານ​ມະຫາ​ກໍາກິລາ​ແຫ່ງຊາດ ຄັ້ງທີ IX ທີ່ລາບລື່ນມາ​ໂດຍຕະຫລອດ ລົງ​ຢ່າງໜ້າ​ຜິດ​ຫວັງ! ​​ເຮັດ​ໃຫ້​​ເກີດ​ກະ​ແສ ວິພາກ​ວິຈານ​ຢ່າງ​ກວ້າງຂວາງ​ໄປ​ທົ່ວເຖິງ​ລະບົບ​ຈັດການ​ແຂ່ງຂັນ ​ແລະ ກຳມະການ​ຕັດສິນ ​ລວມ​ເຖິງ​ລະບົບ​ການຮັກສາ​ຄວາມປອດ​ໄພ​ໃນ​ສະໜາມ!

​ເຊົ້າ​ວານ​ນີ້ “ຄົນ​ຂ້າງ​ສະໜາມ” ​ໄດ້​ຮັບ​ໂທລະສັບ​ຫລາຍ​ສາຍ​ຈາກ​ແຟນບານ ຈາກ​ທົ່ວ​ປະ​ເທດ ​ໂດຍ​ຫລາຍໆ​ທ່ານ ​ໄດ້​ຝາກ​ຄໍາຖາມ ​ແລະ ຄຳ​ຄິດ​ຄໍາ​ເຫັນ ກ່ຽວ​ກັບ​ກໍລະນີນີ້ ​ເຊິ່ງຂ້າພະ​ເຈົ້າ​ໄດ້ຂໍ​ລວບ​ລວມ ຄໍາຄິດ​ເຫັນ​ເຫລົ່ານັ້ນ ​ໄວ້ດັ່ງນີ້:

ກໍາມະການຕັດສິນຍັງບໍ່ທັນເກມ! ເພາະເບິ່ງຈາກພາບຊ້າແລ້ວ ຈັງຫວະນັ້ນເປັນການສະກັດ ຜູ້ຫລິ້ນຫລວງພະບາງ ຢ່າງຈະແຈ້ງ ແຕ່ກໍາມະການເປົາເປັນລູກແຈທັນທີ ຄ້າຍໆກັບວ່າ ຕົນເອງໝັ້ນໃຈ 100% ວ່າເຫັນ! ດີແທ້ຄວນປຶກສາຫາລືກັບກໍາມະການເສັ້ນ ຫລື ກໍາມະ ການໂຕະກອ່ນ ຈະດີທີ່ສຸດ! ເພາະຕ້ອງເຂົ້າໃຈວ່າ ເກມນີ້ເປັນການຊີງດຳກັນ ແລະ ນາທີນັ້ນ ກໍເປັນນາທີແຫ່ງການຕັດ ສິນຊີ້ຊາຕາ ຂອງທັງສອງທີມ ເຊິ່ງແນ່ນອນວ່າມັນຕ້ອງມີຜົນກັບ ຈິດ ໃຈ ແລະ ຄວາມຮູ້ສຶກ ຢ່າງຫລີກລ່ຽງບໍ່ໄດ້ ແລະ ຍັງມີອີກຫລາຍຈັງຫວະທີ່ກໍາມະການ ຕັດ ສິນບໍ່ຄ່ອຍຊັດເຈນ ບາງເທື່ອຜູ້ຫລິ້ນຝ່າຍໜຶ່ງ ສະກັດ ຜິດຈະແຈ້ງ ແຕ່ຊໍ້າພັດເປົາໃຫ້ອີກ ຝ່າຍໜຶ່ງໄດ້ລູກໂທດ ແລະ ອື່ນໆ.

ນັກກິລາຂອງທັງສອງທີມສ່ວນຫລາຍ ແມ່ນນັກກິລາທີມຊາດ ບໍ່ວ່າຈະລຸ້ນ 16 ປີ, 19 ປີ, ຊີເກມ ຫລື ທີມຊາດຊຸດໃຫຍ່ ທັງນັ້ນ. ດັ່ງນັ້ນ ກໍບໍ່ຄວນຈະສະແດງກິລິຍາອາການ ທີ່ບໍ່ມີສະ ປີຣິດແບບນັ້ນ. ດັ່ງນັ້ນ, ພາກສ່ວນທີ່ກ່ຽວຂ້ອງ ຄວນມີບົດລົງໂທດ ເພື່ອບໍ່ໃຫ້ເປັນແບບຢ່າງ ທີ່ບໍ່ດີຕໍ່ເຍົາວະຊົນ ແລະ ນັກກິລາ ລຸ້ນສືບທອດ ແລະ ໂດຍສະເພາະລາຍ ນັກກິລາເຈົ້າພາບ ກໍຍິ່ງ ຄວນມີສາມັນສໍານຶກ ແລະ ຄວາມ ຮັບຜິດຊອບສູງ ໃຫ້ສົມກັບຄຳຂວັນທີ່ວ່າ “ການເປັນ ເຈົ້າພາບທີ່ດີ”.
ການຈັດລະບົບເຈົ້າໜ້າທີ່ຮັກສາຄວາມປອດໄພໃນສະໜາມ ໃນນັດຊີງຊະນະເລີດແບບນີ້ ຄວນຈະເພີ່ມ ເຈົ້າໜ້າທີ່ໃຫ້ຫລາຍກວ່າເກົ່າ ແລະ ຄວນມີການ ຕິດຕາມກັບທຸກໆເຫດການ ທີ່ເກີດຂຶ້ນ ໃນສະໜາມ ຢ່າງໃກ້ຊິດກວ່ານີ້.

ກໍາມະການຕັດສິນ ຄວນນໍາໃຊ້ກໍາມະການທີ່ມີປະສົບການສູງ (ເທົ່າທີ່ຮູ້ມາວ່າ ເປັນກຳມະ ການໃໝ່ ຈາກຕ່າງແຂວງ) ເຊິ່ງບໍ່ເຄີຍມີປະສົບການ ກັບເກມລະດັບໃຫຍ່ໆເຊັ່ນນີ້ມາກອ່ນ. ບໍ່ຢາກໃຫ້ຄິດວ່າ ເວທີນີ້ເປັນເວທີທົດລອງ.

ໃນຄັ້ງຕໍ່ໄປ ຖ້າດີແທ້ ຂໍໃຫ້ຕັດນັກກິລາອາຊີບ ເຊັ່ນ ສາຍກໍ ຫລື ທີມຊາດອອກຈະເປັນການ ດີທີ່ສຸດ ເພາະມັນຈະເປັນການວັດແທກລະດັບ ແລະ ເປັນການພັດທະນານັກກິລາ ຂອງບັນ ດາແຂວງ ຂອງໃຜລາວ ຢ່າງມີປະສິດທິພາບ ແລະ ຍັງເປັນຄວາມພູມໃຈຂອງແຂວງໃຜລາວ ນໍາອີດ ແທນທີ່ ຈະນໍາເຂົ້າຈາກບ່ອນອື່ນ.

ທັງໝົດທັງປວງທີ່ຍົກມາ ລ້ວນແຕ່ເປັນຄວາມຄິດເຫັນ ແລະ ທັດສະນະຂອງແຟນບານ ທີ່ບອກ ວ່າ ມີຄວາມເປັນຫ່ວງເປັນໃຍຕໍ່ວົງການກິລາບານເຕະຂອງລາວ ແລະ ມີຄວາມລະອາຍໃຈແທນ ນັກກິ ລາລາວ ຕໍ່ຊາວຕ່າງປະເທດ ທີ່ໄດ້ເຫັນເຫດການດັ່ງກ່າວ ພ້ອມທັງຢາກຝາກໄວ້ເປັນອຸທາຫອນ ແລະ ເຊື່ອວ່າ ເຫດການຄັ້ງນີ້ ຈະກາຍເປັນບົດຮຽນ ລາຄາແສນແພງຂອງທຸກພາກສ່ວນທີ່ກ່ຽວຂ້ອງ ກັບເຫດ ການ ທີ່ບໍ່ເພິ່ງປາດຖະໜາ ແບບນີ້ອີກໃນອະນາຄົດ ເພາະບໍ່ຢາກໃຫ້ມັນເຂົ້າທໍານອງທີ່ວ່າ “ເຮືອຫລົ້ມ ບາດຈອດ..!” ນັ້ນເອງ.



ໂດຍ: ຄົນ​ຂ້າງ​ສະໜາມ

Posted by samakomlao on 9:07 PM. Filed under , . You can follow any responses to this entry through the RSS 2.0. Feel free to leave a response

19 comments for "ເດີນເຕະບານ ກາຍເປັນສະໜາມຕີມວຍ !"

  1. Anonymous

    ລົງໂທດບໍໄຫ້ເເຕະບານຕະຫຼອດຊີວິດ ກືກັບປະເທດອຶ່ນ

  2. Anonymous

    ກຳມະການເຮ່ຍ...ມືງໄປຫລວງພະບາງບໍ່ໄດ້ແລ້ວ ມືງໄປແມ່ນຕາຍເລີຍ ອ້າຍສັດ

  3. Anonymous

    ເອົາມັນໄປເຕະຢູ່ໄທຍ ໄປມວຍໂລກເລີຍ ເຫ້ຍ

  4. Anonymous

    Yes i agree that should be fare in the Match

  5. Anonymous

    This is a development in Lao Federal Football referee.

  6. Anonymous

    NoNo the player cannot do like dog bite the people in the stadium what the hell if you're sport manager and some player like dog run and bite how do you feel?
    Believe or not this is the decision of the manager so what you have to ask back that is right or not,
    Luangprabang is the world heritate so why the football player do like dog bite bite.......

  7. Anonymous

    It is so obvious the blunder from the referee. You don't feel the pressure as players to see such kind of unfair decision made by the referee. Referee for final match was selected with the best performance in Laos and he made big error and caused much embarrassment to Lao Football. If you want to blame the player, blame the decision maker (referee) to incite anger of the players. You gotta know this is a reality how Lao referee makes decision. It is sport illness in Laos. It is not the first time and I guess it is not the last time if no intervention from relevant parties...It is all about integrity of the referee.

  8. Anonymous

    ເອົາມັນໄປເຕະຢູ່ໄທຍ ໄປມວຍໂລກເລີຍ ເຫ້ຍ
    สมมันแน ว่าให้แต่ไท
    ว่าไทยมีกระหรี่ ลาวบ่มีดอก ที่เห็นๆเต็มไทยก็มีแต่กระหรี่ลาว
    ว่าบานไทยตีกัน บานลาวมันมีตีกันดอก
    อย่าคิดเจ้าของดีเลิศหลาย

  9. Anonymous

    ອີງຕາມກະຕິກາຂອງສາກົນແລ້ວຜູ້ຫລີ້ນຮຸນແຮງແບບນີ້ຈະໄດ້ບັດແດງແລ້ວເຊີນອອກຈາກສະຫນາມທັນທີ!
    ສ່ວນການປັບໃຫມຫນັກເບົາຂະຫນາດໃດນັ້ນຈະແມ່ນສານເປັນຜູ້ຕັດສິນ.
    1.ຫ້າມເຕະບານຮ່ວມທິມອື່ນໆຕະຫລອດຊີວິດ.
    2.ປັບໃຫມເງິນ.

  10. Anonymous

    @Anonymous
    Yes lao soccers players just like anybody, But to compare to Thais, Lao still ways behind thai atletes. Ways out of control, even manager carried the Gun on the field, How could that happen ? But only in Thailand...

  11. Anonymous

    Only the players on the field need to be in control their sportmanship, anyone can make mistake we all know that, it doesn't matter where the game plays, not just in Laos....anyway those players were chased the referee should be suspended for their action...that's the FIFA rule...

  12. Anonymous

    Yes, i very agree with you guy say we must respect the referee and the Rule of FIFA nomatter what happen in field the player cannot act anything like that just be patient becasue the referee is not only person and you will see who was sitting and see your match all is the people and the minister of Laos how the player from World Heritage act like...what? I know fair or not fair it's doesnt matter just make sese that this is a game...understand.

  13. Anonymous

    ຫຼວງພະບາງ ຄວນໄດ້ເຕະລູກໂທດ ບໍ່ເຂົ້າໃຈວ່າເປັນຫຍັງກຳມະການຈຶ່ງຕັດສິນໃຫ້ເຕະແຈແບບບໍ່ມີລັງເລເລີຍ ຖ້າບໍ່ແນ່ໃຈສາມາດປຶກສາຜູ້ຊວ່ຍໄດ ເພາະເປັນການຕັດສິນທີ່ມີຜົນຕໍ່ການແຂ່ງຂັນ
    ້ແຕ່ເພື່ອຄວາມເປັນທຳກຳມະການບໍ່ມີການເບິ່ງ replay
    ່ນັກກິລາທີ່ໄລ່ຫຸ້ມໃສ່ກຳມະການ ກໍເຮັດເກີນເຫດ ຕອ້ງຖືກລົງໂທດ
    ລະບົບຄວາມປອດພັຍບໍ່ຮັດກຸມ ຕອ້ງເຂົ້າມາປົກປອ້ງກຳມະການໃນທັນທີ ທີ່ເຫດການເລີ້ມ

  14. Anonymous

    ໂອ້ ນິ້ຫວາ ເມືອງແຫ່ງສາດສະໝາພຸດ

  15. Anonymous

    I hope Lao Football Federation takes it serious with those players for their action, if we wants to be world class of football and class act of sportmanship..... This is not just for now or next time...for years and years to come..... ofcourse everyone wants to win....but winning is not everything...is how we treat the games and others with respect, and is how and what you will become.....doesn't matter players, referees or people who are watching it.....be and act more professional and more enjoyable for people to watch....believe me...I played this game and I know what is like ....Hope we all learn from it......and last wish you all Merry Christmas and Happy New Year... derr....

  16. Anonymous

    The link to vdo pls

  17. This comment has been removed by the author.

  18. Anonymous

    Players made mistake get penalty (yellow or red card). So, what do referees get when they made mistake? I think we need to find balance and be fair so that players, referees, and spectators are happy. Win-win-win situation.

  19. Anonymous

    Good stuffs,.... when the referees made mistakes..I am sure they will take a look at those games and re-certified them so they can be the referee for the next game, to me I am just wonder if those referees got feedback from each game that they were in.....not such a bad idea to me,...anyway but the players shouldn't be acting like that if and only they want to continue to play the game again,..respect the rules and others...that's a beautiful thing....if I am a coach or manager...I don't how good those players are...if they don't have the right attitude for the team or the game..then they will be on sideline or be spectators instead ...understandable that we are learning from mistake but before those players were on the field they should be trainning the right way already........hope these stuffs help to all players, referees and coaches....

    PS...I care

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added