|

ປ່ຽນໂສມໜ້າໃໜ່ ບໍລິເວນນໍ້າພຸລາວ ໃຫ້ທັນສະໄໜຫຍິ່ງຂຶ້ນ



ເພື່ອ​ເປັນ​ການ​ຕ້ອນ­ຮັບ​ກອງ​ປະ­ຊຸມ​ອາ​ເຊມ 2012 ທີ່ ສປປ ລາວ ໄດ້​ຮັບ​ກຽດ​ເປັນ​ເຈົ້າ­ພາບ ທັງ​ຕ້ອນ­ຮັບ​ປີ​ການ­ທ່ອງ­ທ່ຽວ​ລາວ 2012 ແລະ ເພື່ອ​ສ້າງ​ສີ­ສັນ​ໃໝ່​ໃນ​ເຂດ​ຕົວ​ເມືອງ​ໃຫ້​ມີ​ຄວາມ​ສະ­ອາດ​ງາມ​ຕາ ເປັນ​ລະ­ບຽບ​ຮຽບ​ຮ້ອຍ ສອດ­ຄ່ອງ​ກັບ​ນະ­ໂຍ­ບາຍ 6 ສ ທີ່​ນະ­ຄອນ­ຫຼວງ ວາງ​ອອກ ແລະ ເພື່ອ​ຫຼີກ​ລ່ຽງ​ປະ­ກົດ​ການ​ຫຍໍ້­ທໍ້​ທີ່​ມັກ​ເກີດ​ຂຶ້ນ​ໃນ​ບໍ­ລິ­ເວນ​ດັ່ງ­ກ່າວ ສະ­ນັ້ນ ອຳ­ນາດ​ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ຈຶ່ງ​ໄດ້​ມອບ​ໃຫ້​ບໍ­ລິ­ສັດ​ເອ​ເຊຍ ລົງ­ທຶນ ແລະ ບໍ­ລິ­ການ ຈຳ­ກັດ ເປັນ​ຜູ້​ບູ­ລະ­ນະ ແລະ ສ້າງ​ກິດ­ຈະ­ກຳ ໂດຍ​ການ​ລົງ­ທຶນ​ຂອງ​ບໍ​ລິດ​ສັດ 100% ໃນ​ມູນ​ຄ່າ​ເບື້ອງ​ຕົ້ນ 10 ຕື້​ກີບ ເຊິ່ງ​ປັດ­ຈຸ­ບັນ ກຳ­ລັງ​ເລີ່ມ​ຂຸ້ນ­ຂ້ຽວ​ໃນ​ການ​ກໍ່­ສ້າງ ແລະ ຄາດ​ວ່າ​ຈະ​ສຳ­ເລັດ​ກ່ອນ​ເດືອນ​ເມ­ສາ 2012 ໃຫ້​ທັນ​ກັບ​ການ​ສະ­ຫຼອງ​ບຸນ­ປີ­ໃໝ່​ລາວ 2555.

ໂຄງ­ການ​ດັ່ງ­ກ່າວ ທາງ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ສົມ­ທົບ​ກັບ​ບໍ­ລິ­ສັດ​ເອ​ເຊຍ ລົງ­ທຶນ ແລະ ບໍ­ລິ­ການ ຈຳ­ກັດ ແລະ ສະ­ມາ­ຄົມ​ສະ­ຖາ­ປະ­ນິກ ເພື່ອ​ຕົກ­ລົງ​ເປັນ​ເອ­ກະ​ພາບ​ດ້ານ​ໂຄງ­ການ​ອອກ​ແບບ ໃຫ້​ສອດ­ຄ່ອງ​ເໝາະ​ສົມ​ກັບ​ສະ­ພາບ​ແວດ​ລ້ອມ​ອ້ອມ​ຂ້າງ​ໃຫ້​ຍືນ​ຍົງ.



ທ່ານ ພຶດ­ສະ­ພາ ພູມ​ມະ​ສັກ ຮອງ​ອຳ­ນວຍ​ການ​ບໍ­ລິ­ສັດ​ເອ​ເຊຍ ລົງ­ທຶນ ແລະ ບໍ­ລິ­ການ​ຈຳ­ກັດ ເປີດ­ເຜີຍ​ວ່າ: ໂຄງ­ການ​ບູ­ລະ­ນະ​ສວນ​ນ້ຳ­ພຸ​ຊຽງ​ຍືນ ມີ​ເນື້ອ­ທີ່ 3.000 ກ່ວ​າ​ຕາ​ແມັດ ໃນ​ນັ້ນ ຈະ​ມີ​ການ​ປັບ­ປຸງ​ລະ­ບົບ​ນ້ຳ­ພຸ​ໃຫ້​ມີ​ລະ­ບົບ​ແສງ​ສີ​ສຽງ​ທີ່​ທັນ​ສະ­ໄໝ ເປັນ​ລະ­ບົບ​ລະ­ບຳ​ນ້ຳ (ເປັນ​ນ້ຳ­ພຸ ປະ­ສານ​ສຽງ​ດົນ­ຕີ) ປັບ­ປຸງ​ພື້ນ​ທີ່​ທາງ​ຍ່າງ​ໃຫ້​ສະ­ອາດ​ຈົບ­ງາມ ປັບ­ປຸງ​ສວນ​ດອກ ໄມ້​ໃຫ້​ມີ​ສີ­ຂຽວ ແລະ ມີ​ລັກ­ສະ­ນະ​ຊາດ​ຫຼາຍ​ຂຶ້ນ ພ້ອມ​ທັງ​ສ້າງ​ສະ­ຖານ­ທີ່­ພັກ­ຜ່ອນ​ເປັນ​ຄຼີ​ອອສ ເປັນ​ອາ­ຄານ​ປອດ­ໂປ່ງ ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ ຫຼື ມວນ​ຊົນ​ທົ່ວ​ໄປ​ໄດ້ ມີ​ບ່ອນ​ພັກ­ຜ່ອນ​ຢ່ອນ​ອາ­ລົມ ນອກ​ນັ້ນ ຍັງ​ຈະ​ມີ​ການ​ປັບ­ປຸງ​ລະ­ບົບ​ແສງ​ສະ­ຫວ່າງ ໃຫ້​ເຂົ້າ​ກັບ​ສະ­ພາບ​ແວດ​ລ້ອມ ແລະ ທັດ­ສະ­ນີ​ຍະ​ພາບ​ໃນ​ຕົວ​ເມືອງ​ໃຫ້​ງົດ​ງາມ​ທັນ​ສະ­ໄໝ​ຂຶ້ນ​ຕື່ມ.

ທ່ານ ພຶດ­ສະ­ພາ ພູມ​ມະ​ສັກ ກ່າວ​ຕື່ມ​ວ່າ: ເມື່ອ​ໂຄງ­ການ​ນີ້​ສ້າງ​ສຳ­ເລັດ​ແລ້ວ ຈະ​ສ້າງ​ໃຫ້​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ໃບ​ໜ້າ​ໃໝ່ ເປັນ​ບ່ອນ​ພັກ­ຜ່ອນ​ທ່ອງ​ທ່ຽວ​ອີກ​ແຫ່ງ​ໜຶ່ງ​ທີ່​ສວຍ​ງາມ ຈະ​ເປີດ​ນ້ຳ­ພຸ​ທຸກໆ​ວັນ ແຕ່​ຕອນ​ທ່ຽງ​ຮອດ​ຕອນ​ແລງ ພ້ອມ​ທັງ​ເປັນ​ບ່ອນ​ເຜີຍ­ແຜ່​ຂໍ້​ມູນ​ຂ່າວ­ສານ​ດ້ານ​ວັດ­ທະ­ນະ­ທຳ ການ­ທ່ອງ­ທ່ຽວ​ລາວ ແລະ ສະ­ຖານ­ທີ່​ແຫ່ງ​ນີ້​ຍັງ​ສາ­ມາດ​ຈັດ​ກິດ­ຈະ­ກຳ​ໄດ້​ຫຼາຍ​ຕື່ມ​ອີກ.

Posted by samakomlao on 9:47 PM. Filed under , , . You can follow any responses to this entry through the RSS 2.0. Feel free to leave a response

9 comments for "ປ່ຽນໂສມໜ້າໃໜ່ ບໍລິເວນນໍ້າພຸລາວ ໃຫ້ທັນສະໄໜຫຍິ່ງຂຶ້ນ"

  1. Anonymous

    ຖ້າເພິ່ນບອກວ່າ ສີ່ເດືອນ ແມ່ນຕ້ອງແລ້ວ ພາຍໃນ ໜຶ່ງປີ
    ຖ້າບໍ່ແມ່ນອ້າຍນ້ອງຫວຽດນາມກໍ່ສ້າງ ຂ້ອຍວ່າ ຊົງຊິແລ້ວຍາກ
    ເພາະກໍາມະກອນລາວ ແມ່ນເຮັດວຽກຊ້າຫຼາຍ
    ເບິ່ງເສັ້ນທາງດ້ານຫຼັງທາດຫຼວງເປັນຕົວຢ່າງ
    ເສັ້ນທາງສັ້ນໆ ໃຊ້ເວລາສອງປີ ຍັງບໍ່ແລ້ວ

  2. Anonymous

    This looks really nice! I'm so glad Laos is moving in the right direction as far as city planning.

  3. Anonymous

    ຂ້ອຍສິຖ້າເບີ່ງ

  4. Anonymous

    ເປັນຕາອີ່ຕົນ ບັນດາຮ້ານຢູ່ບໍລິເວນນັ້ນ
    ກໍາລັງຈະໄດ້ລູກຄ້າ ຊ່ວງປີໃໝ່
    ຕ້ອງມາກິດຈະການຫຼົ້ມຈົມ ຍ້ອນການກໍ່ສ້າງນີ້

  5. Anonymous

    ໃນພາດຫົວຂ່າວສະກົດກະບໍ່ຖືກ ທັນສະໄໝ ຄຳວ່າໄໝບໍ່ແມ່ນສະກົດໄໜ ອີກຄຳຍິ່ງຂຶ້ນ ບໍ່ແມ່ນສະກົດ ຫຍິ່ງຂຶ້ນ

  6. Anonymous

    Stop corruption, move forward, plan will finish on time. Lao yuu, Lao sunk, Lao samakee, use khon lao labors!!!

  7. ແບບມີຕັ້ງ 2 ຮູບ, ຈັກຊິເຮັດແບບໃດແທ້ກໍ່ບໍ່ລະບຸໄວ້ວ່າແມ່ນໂຕໃດ. ນັກຂ່າວຂຽນຂ່າວບໍ່ມີຄວາມຮັບຜິດຊອບຕໍ່ເນື້ອໃນຂອງຂ່າວຈັກໜ້ອຍ.ຂ່າວໃດບໍ່ມີຄ່າຕອບແທນກໍ່ບໍ່ສົນໃຈຈັກໜ້ອຍເລີຍວ່າຂໍ້ມູນມັນຈະຄົບຖ້ວນສົມບູນຫຼືບໍ່? ແລ້ວນ້ຳພຸໂຕເກົ່າເພິ່ນຈະທັບຖິ້ມ ຫຼື ອະນຸລັກເອົາໄວ້ກໍ່ບໍ່ຮູ້ລາຍລະອຽດຫຍັງເລີຍ.

  8. Anonymous

    ເຮັດແບບລາວໆ

    ບຸນບ້ານເຮົາ
    ຄ່ອຍຍ້ຳຄ່ອຍກືນ

    ດີບໍ່ດີ...ຂໍເບີກເງີນລ່ວງໜ້າ

  9. Anonymous

    ຮອດເດືອນຫົກແລ້ວຍັງສ້ອມແປງບໍ່ແລ້ວປານນີ້

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added