|

ລັດອະນຸມັດດິນ 1.000 ເຮັກຕາ ໃຫ້ນັກລົງທຶນຈີນປູກຢາງພາລາ




ລັດຖະບານເປີດໄຟຂຽວໃຫ້ນັກລົງທຶນຈີນເຂົ້າສຳປະທານເນື້ອທີ່ດິນ1 ພັນເຮັກຕາທີ່ເມືອງເຊໂປນແຂວງສະຫວັນນະເຂດເພື່ອປູກຢາພາລາ ໂດຍຄາດການໃນເບື້ອງ ຕົ້ນຈະໃຊ້ທຶນປະມານ8 ລ້ານໂດລາສະຫະລັດປູກໃຫ້ສຳເລັດໃນທ້າຍເດືອນປີ 2012 ປະທານບໍລິສັດກ່າວມີຄວາມຕ້ອງການແຮງງານມື້ຫນຶ່ງບໍ່ຫລຸດ 300 ຄົນ.

ພິທີເຊັນສັນຍາໄດ້ມີຂຶ້ນໃນມື້ວານນີ້ທີ່ໂຮງແຮມລ້ານຊ້າງນະຄອນຫລວງວຽງຈັນ, ຕາງຫນ້າໃຫ້ລັດຖະບານລາວລົງນາມໂດຍທ່ານດຣ. ອາຄົມຕຸນາລົມລັດຖະມົນຕີຊ່ວຍວ່າການ ກະຊວງຊັບພະ ຍາກອນທຳມະຊາດແລະສິ່ງແວດລ້ອມກັບທ່ານຈົ່ງເຫວີນໂຈະຜູ້ອຳນວຍການບໍລິສັດກວາງດາ-ລາວຈຳກັດ, ເຂົ້າຮ່ວມເປັນສັກຂີພິຍານມີບັນດາທ່ານຮອງຫົວຫນ້າ ກົມສົ່ງເສີມການລົງທຶນກະຊວງແຜນການແລະກາລົງທຶນ, ຮອງຫົວຫນ້າຫ້ອງການກະຊວງກະສິກຳແລະປ່າໄມ້, ພ້ອມດ້ວຍພາກ​ສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານຈົ່ງເຫວີນໂຈະຜູ້ອຳນວຍການບໍລິສັດກວາງດາ-ລາວຈຳກັດ, ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ບໍລິສັດໄດ້ຮັບອະນຸຍາດຈາກລັດຖະບານແຫ່ງ ສປປລາວ ເຂົ້າມາລົງທຶນສຳປະ ທານເນື້ອທີ່ດິນ1 ພັນເຮັກຕາຢູ່ເມືອງເຊໂປນແຂວງສະຫວັນນະເຂດເຊິ່ງເປັນເມືອງຫນຶ່ງທີ່ມີຊາຍແດນຕິດກັບທ່າເຮືອຂອງຫວຽດນາມພື້ນ​ທີ່ດັ່ງກ່າວ​ຈະມີ​ຄວາມສະດວກດ້ານການ ສົ່ງອອກມີຄວາມສະດວກສະ ບາຍແລະສະພາບຂອງດິນເຂດນີ້ເຫມາະສົມໃນການປູກຝັງ.

ທ່ານຜູ້ອຳນວຍການໃຫ້ຮູ້ຕື່ມວ່າ: ນັບແຕ່ຕົ້ນປີຫນ້າຈະໄດ້ເລີ່ມລົງມືບຸກເບີກແລະປູກຕົ້ນຢາງພາລາ, ໂດຍມີຄວາມຕ້ອງການແຮງງານຄົນລາວບໍ່ຫລຸດ 300 ຄົນຕໍ່ວັນຄາດທ້າຍ ປີ 2012 ຈະປູກໃຫ້ສຳເລັດ, ຕາມຄາດການເບື້ອງຕົ້ນຈະຕ້ອງການປະລິມານລົງທຶນ 8 ລ້ານໂດລາສະຫະລັດ.

Posted by samakomlao on 1:42 PM. Filed under , . You can follow any responses to this entry through the RSS 2.0. Feel free to leave a response

3 comments for "ລັດອະນຸມັດດິນ 1.000 ເຮັກຕາ ໃຫ້ນັກລົງທຶນຈີນປູກຢາງພາລາ"

  1. Anonymous

    ສໍາປະທານດິນໃຫ້ຕ່າງຊາດຄວນຄໍານຶງເຖິງຜົນກະທົບຕໍ່ປະຊາຊົນໃນທ້ອງຖິ່ນ ປະຈຸບັນປັນຫາທີ່ດິນເປັນປັນຫາທີ່ລັດບໍ່ເຄີຍຄິດແກ້ໄຂເລີຍ ເຊັ່ນເລື່ອງກວມເອົາເນື້ອທີ່ການຜະລິດຂອງຊາວບ້ານ ລັດມັກຈະເວົ້າວ່າດິນເປັນຂອງລັດ ລັດຢາກເຮັດຫຍັງກໍ່ໄດ້ ມັນຖືກຕ້ອງແລ້ວບໍ? ການສໍາປະທານດິນສ່ວນໃຫຍ່ເປັນພຽງສາກບັງໜ້າຂອງການຕັດໄມ້ຂາຍ ສຸດທ້າຍບໍ່ເຮັດຫຍັງ ບາງເທືອກໍ່ຂາຍທອດຕະຫຼາດໃຫ້ຜູ້ອື່ນມາຊື້ຕໍ່ ຢ່າເອົາຊາດບ້ານເມືອງເປັນເງື່ອນໄຂຂອງການສໍ້ໂກງເດີທ່ານ ພິຈາລະນາໃຫ້ທີ່ຖ້ວນຈະບໍ່ເປັນພາລະໃຫ້ຄົນ ລຸ້ນຫຼັງ ດ້ວຍຄວາມຫວັງດີ

  2. Anonymous

    ສໍາປະທານດິນໃຫ້ຕ່າງຊາດຄວນຄໍານຶງເຖິງຜົນກະທົບຕໍ່ປະຊາຊົນໃນທ້ອງຖິ່ນ ປະຈຸບັນປັນຫາທີ່ດິນເປັນປັນຫາທີ່ລັດບໍ່ເຄີຍຄິດແກ້ໄຂເລີຍ ເຊັ່ນເລື່ອງກວມເອົາເນື້ອທີ່ການຜະລິດຂອງຊາວບ້ານ ລັດມັກຈະເວົ້າວ່າດິນເປັນຂອງລັດ ລັດຢາກເຮັດຫຍັງກໍ່ໄດ້ ມັນຖືກຕ້ອງແລ້ວບໍ? ການສໍາປະທານດິນສ່ວນໃຫຍ່ເປັນພຽງສາກບັງໜ້າຂອງການຕັດໄມ້ຂາຍ ສຸດທ້າຍບໍ່ເຮັດຫຍັງ ບາງເທືອກໍ່ຂາຍທອດຕະຫຼາດໃຫ້ຜູ້ອື່ນມາຊື້ຕໍ່ ຢ່າເອົາຊາດບ້ານເມືອງເປັນເງື່ອນໄຂຂອງການສໍ້ໂກງເດີທ່ານ ພິຈາລະນາໃຫ້ທີ່ຖ້ວນຈະບໍ່ເປັນພາລະໃຫ້ຄົນ ລຸ້ນຫຼັງ ດ້ວຍຄວາມຫວັງດີ
    ຊົມເຊີຍ ຂ້າພະ​ເຈົ້າ​ຂໍ​ຊົມ​ເຊີຍ​ທ່ານ ສຸດ​ອົກ​ສຸດ​ໃຈ ຖ້າ​ທ່ານ​ໄກສອນ ຍັງ​ມີ​ຊີວິດ ​ແນ່​ນອນ​ທ່ານ​ກໍ່​ຄົງ​ຈະ​ເວົ້າ​ເໝືອນ​ທ່ານ​​. ​ແຕ່​ລະວັງ​ເດີ​ທ່ານ​ເວົ້າ​ຄື​ແນວ​ນີ້ ຜູ້​ທີ່​ຂັດ​ຜົນ​ປະ​ໂຫຍ​ດສ່ວນຕົວ​ເຂົາ​ຈະ​ຫາ​ເລື​ອ່ງ​ໃສ່​ທ່ານ​ວ່າ ​ເປັນ​ຄົນ​ຍໍ່​ດີ,​​ເປັນ​ຄົນ​ປັ່ນ​ປ່ວນ​ໃນ​ສັງຄົມ​, ​ເປັນ​ຜູ້​ສ້າງ​ແຕກ​ແຍກ​ໃນ​ບ້ານ​ເມືອງ, ບໍ່​ເໝືອນ​ພວກ​ເພິ່ນ​ທີ່​ເປັນ​ຄົນ​ຮັກ​ຊາດ​ຮັກ​ປະຊາຊົນ ​ແລະ ​ປະຊາຊົນ​ກໍ່​ສຸດ​ທີ່​ຈະ​ເທິ​ດທູນ​ບູຊາ ​ໄປ​ທາງ​ໃດ​ກໍ່​ມີ​ແຕ່​ຄົນ​ນັບ​ໜ້າ​ຖື​ຕາ, ມີ​ຜູ້​ຜູກ​ຂໍ່ຕໍ່​ແຂນ ຂີາຍົນ​ໄປ​ອີກ​.

  3. Anonymous

    ຖ້າຈະເຮັດຫຍັງກ່ຽວກັບຊັບພະຍາກອນຂອງປະເທດ ກໍຄວນຄຶດໃຫ້ໜັກເດີທ່ານ "ຜູ້ນໍາເອີຍ ເພາະບັນພະຊົນແລະວິລະຊົນ ໄດ້ເສຍເລືອດເນື້ອເພື່ອຮັກສາໄວ້ໃຫ້ລູກຫຼານ ເພື່ອໃຫ້ລູກລາວຫຼານລາວມີສັກສີ ມີຊາດເປັນຂອງຕົນເອງ ແຕ່ຖ້າທ່ານຄິດພຽງຜົນປະໂຫຍດຂອງຕົນເອງ ແລະການເຕີບໂຕທາງເສດຖະກິດແບບຫຼັບຫູຫຼັບຕາກໍ່ຄວນຕັ້ງສະຕິໃໝ່ ເພາະ GDP ມັນບໍ່ໄດ້ໄປຮອດຜູ້ທຸກຍາກແທ້ດອກ ແຕ່ສ່ວນຫຼາຍແລ້ວມັນສ້າງຄວາມແຕກໂຕນທາງສັງຄົມຫຼາຍກວ່າ ສຸດທ້າຍແລ້ວຜູ້ທຸກກໍ່ຈະຍິງທຸກຕື່ມອີກ ການສໍາປະທານທີ່ດິນຖ້າເຮັດຢ່າງຖືກຕ້ອງແລະຮັດກຸມກໍສິເປັນປະໂຫຍດ ແຕ່ຖ້າໂກງກິນກໍ່ຈະເສຍອໍານາດໃນການຄຸມຄອງເພື່ອໃຫ້ເກີດຄວາມຖືກຕ້ອງ ການໂກງຫຼືກິນເງິນສິນບົນ ມັນຈະເຮັດໃຫ້ເສຍອໍານາດໄປໂດຍປະລິຍາຍ ຈະມີແຕ່ຜູ້ນໍາທີ່ໜັກແໜ້ນເທົ່ານັ້ນທີ່ຈະສາມາດລຸດຜົ້ນອອກຈາກວົງຈອນອຸບາດນີ້ໄດ້ ແຕ່ທ່ານຜູ້ນໍາຜູ້ນັ້ນກໍ່ຕ້ອງບັງຄັບໃຊ້ກົດໝາຍໃຫ້ສັກສິດ ເພື່ອບໍ່ໃຫ້ລູກນ້ອງຂອງທ່ານໂກງກິນຍ້ອນຄວາມອ່ອນແອຂອງທ່ານ ມັນຄືສິບໍ່ມີປະໂຫຍດຫຍັງຖ້າພຽງແຕ່ທ່ານບໍລິສຸດ ແຕ່ຜູ້ໄຕ້ບັງຄັບບັນຊາຂອງທ່ານຊໍາພັດໂກງກິນແລ້ວທ່ານ ກໍນິ້ງດູດາຍດ້ວຍເງື່ອນໄຂບາງຢ່າງ (ດ້ວຍຄວາມເປັນຫ່ວງແທ້ໆ ຈາກຄົນລຸ້ນໃໝ່)

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added