|

ນັກສຶກສາເສດຖະສາດ ແລະ ບໍລິຫານທຸລະກິດ ລົ້ມເມືອງລາວ !



ສປປ ລາວ ຍັງ​ແກ້​ບັນ­ຫາ​ບໍ່​ຕົກ​ເລື່ອງ​ການວ່າງ​ງານ​ຂອງ​ນັກ​ສຶກ​ສາ​ທີ່​ຈົບ​ຈາກ​ສະ​ຖາ​ບັນແຫ່ງ​ສຳ­ຄັນ​ຕ່າງໆ​ໃນ​ແຕ່​ລະ​ປີ​ທີ່​ມີ​ລັກ­ສະ­ນະ​ເພີ່ມຂຶ້ນ ຈົນ​ບໍ່​ມີ​ບ່ອນ​ບັນ­ຈຸ​ໃຫ້​ເຮັດ​ວຽກ ຂະ­ນະ​ທີ່​ຂະແຫນງ​ກະ­ເສດ ແລະ ການ​ກໍ່­ສ້າງ​ຍັງ​ບໍ່​ເປັນ​ທີ່​ສົນໃຈ​ແກ່​ເຫລົ່າ​ນັກ​ສຶກ​ສາ.

ນັກ​ສຶກ​ສາ​ລາວ​ທົ່ວ​ປະ­ເທດ​ໃນ​ຫລາຍ​ປີ­ຜ່ານ­ມາ ຍັງ​ໃຫ້ຄວາມ​ສົນ­ໃຈ​ແກ່​ການ​ສືກ​ສາແບບ​ໄປ​ໃນ​ທິດ ທາງ​ດຽວ​ກັນ​ຈົນ​ເຮັດ​ໃຫ້​ບາງ​ຂະ­ແຫນງ​ຕ້ອງ​ເປີດໃຫ້​ມີ​ລະ­ບົບ​ພິ­ເສດ​ໄລ­ຍະ​ຜ່ານ​ມາ​ເຊັ່ນ: ຂະ­ແຫນງເສດ­ຖະ­ສາດ ແລະ ບໍ­ລິ­ຫານ​ທຸລະ​ກິດ. ຂະ­ນະ​ທີ່ ຂະ­ແຫນງ­ການກະ­ເສດ (ປູກ­ຝັງ ແລະ ລ້ຽງ­ສັດ) ບັນ­ດາ​ນັກ­ຮຽນ​ທີ່​ຈົບ​ຈາກ​ມັດທະ​ຍົມ​ປາຍ​ຍັງ​ໃຫ້​ຄວາມ​ສົນ­ໃຈເຂົ້າ​ໄປ​ສຶກ​ສາ​ຫນ້ອຍ​ເຊັ່ນ​ດຽວກັບ​ຂະ­ແຫນງ­ການ​ກໍ່­ສ້າງ​ທີ່​ມີຄວາມ​ຕ້ອງ­ການ​ແຮງ​ງານ​ສູງໃນ​ຕະ­ຫລາດ​ແຮງ​ງານ​ບ້ານເຮົາ.

ທ່ານ ດຣ. ພັນ​ຄຳ ວິ­ພາ​ວັນ ກຳ­ມະ­ການ​ກົມ​ການ­ເມືອງສູນກາງ​ພັກ, ລັດ­ຖະ­ມົນ­ຕີ​ວ່າ­ການກະ­ຊວງ​ສຶກ​ສາ​ທິ​ການ ແລະກີລາ​ກ່າວ​ທີ່​ປະ­ຊຸມ​ສະ­ພາ​ສາ­ມັນເທື່ອ​ທີ 2 ມື້­ວານ​ນີ້​ວ່າ: ສາ­ເຫດ ທີ່​ນັກ​ສຶກ​ສາ​ທີ່​ຈົບ​ອອກ​ໄປ​ບໍ່​ມີ ວຽກ​ເຮັດ​ງານ​ທຳ​ທີ່​ມີ​ລັກ­ສະ­ນະເພີ່ມ​ຂຶ້ນ​ແຕ່​ລະ​ປີ​ສ່ວນ​ຫລາຍ​ຍັງ ແມ່ນ​ຜູ້​ທີ່​ຈົບອອກ​ຈາກ​ຄະ­ນະ​ເສດ­ຖະ­ສາດ ແລະ ບໍ­ລິ­ຫານ​ທຸ­ລະ​ກິດ ເພາະ­ວ່າ ຂະ­ແຫນງ​ນີ້​ເກືອບວ່າ​ທຸກ​ຍຸກ​ທຸກສະ­ໄຫມ​ຄົນ​ຕ່າງ​ກໍ່​ໃຫ້​ຄວາມ​ສົນໃຈ​ເປັນ​ພິ­ເສດ​ທັງ​ຜູ້​ປົກ­ຄອງ ແລະ ນັກ​ສຶກ​ສາ​ເອງ. ດັ່ງ­ນັ້ນ ນັກສຶກ​ສາ​ທີ່​ຜະ­ລິດ​ອອກ​ມາ​ໃນ​ແຕ່ລະ​ປີ​ຈາກ​ໂຮງ­ຮຽນ​ລັດ ແລະ ເອ­ກະ​ຊົນ​ທີ່​ມີ​ລັກ­ສະ­ນະ​ຍື່ງ​ຂຶ້ນ ກົງ­ກັນ­ຂ້າມ​ກັບ​ສະ­ຖານ­ທີ່​ປະກອບ​ອາ­ຊີບ​ຂະ­ແຫນງ​ນີ້​ທີ່​ມີ​ຢ່າງຈຳ­ກັດ ຈິ່ງ​ເຮັດ​ໃຫ້​ພວກ​ເຂົາ​ຕ້ອງກາຍ­ເປັນ​ຄົນ​ຫວ່າງ​ງານ.

ຖ້າ​ເບິ່ງ​ອີກ​ມູມ​ຫນຶ່ງ​ນັກ​ສຶກສາ​ທີ່​ຈົບ​ອອກ​ນັ້ນ​ຍັງ​ບໍ່​ມີ​ຄຸນ​ນະ​ພາບ​ພໍ​ເທົ່າ​ກັບ​ຄວາມ​ຕ້ອງ­ການ​ຂອງ​ສຳ­ນັກ­ງານ, ອົງ­ການ ແລະ ບໍ­ລິ­ສັດ​ທີ່​ມີ​ຄວາມ​ຕ້ອງ­ການ.

ທັງ​ນີ້​ ຂະ­ແຫນງ​ທີ່​ມີ​ຄວາມຕ້ອງ­ການ​ແຮງ​ງານ​ສູງ​ໃນ​ບ້ານເຮົາ​ຍັງ​ແມ່ນ​ພາກ​ການ​ກະ­ເສດ, ປູກ­ຝັງ, ລ້ຽງ­ສັດ. ນອກ­ຈາກ​ນີ້ ກໍ່​ຍັງ​ມີ​ຂະ­ແຫນງ​ກໍ່­ສ້າງ​ເຊັ່ນ: ຊ່າງ​ໄມ້, ຊ່າງ​ປູນ ແລະ ຊ່າງ ເຫລັກ​ທີ່​ປະ­ເທດ​ກຳ­ລັງ​ພັດ​ທະນາ​ມີ​ຄວາມ​ຕ້ອງ­ການ​ຫລາຍກວ່າ.

ທ່ານ​ລັດ­ຖະ­ມົນ­ຕີ​ວ່າ­ການ ກ່າວ​ອີ​ກວ່າ: ເພື່ອ​ປັບ­ປຸງ​ຄຸນ​ນະພາບ​ຂອງ​ການ​ສຶກ​ສາ​ກໍ່​ຄື​ຊັບພະ­ຍາ­ກອນ​ມະ­ນຸດ​ໃຫ້​ມີ​ຄຸນ​ນະພາບ​ສູງ​ຂຶ້ນ​ເທື່ອ​ລະ​ກ້າວ​ສາມາດ​ຕອບ​ສະ­ຫນອງ​ຄວາມ​ຮຽກຮ້ອງ​ຕ້ອງ­ການ​ຂອງ​ການ​ພັດທະ​ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງປະ­ເທດ​ຈິ່ງ​ປະ­ຕິ​ຮູບ​ລະ­ບົບ​ການສຶກ​ສາ​ແຫ່ງ​ຊາດ​ເປັນ 2 ໄລ­ຍະນັບ​ແຕ່​ປີ 2006-2015 ຈາກ ລະ­ບົບ 11 ປີ (5+3+3) ເປັນ 12 ປີ (5+4+3). ສ່ວນ​ມັດ­ທະ­ຍົມຕອນ​ປາຍ​ກໍ່​ໃຫ້​ມີ ມ.7 ເພື່ອ​ກຽມເຂົ້າ​ສຶກ​ສາ​ມະ­ຫາ­ວິ­ທະ­ຍາ­ໄລແຫ່ງ​ຊາດ ຫລື ເຂົ້າ​ຮຽນ​ວິ­ຊາ​ຊີບປັບ­ປຸງ​ພື້ນ­ຖານ​ໂຄງ​ຮ່າງ​ການສຶກ​ສາ​ໃຫ້​ເຂົ້າ​ກັບ​ລະ­ບົບ​ສາ­ກົນ ເພື່ອ​ສ້າງ​ນັກ​ສຶກ​ສາ​ເຫລົ່າ​ນີ້​ໃຫ້ກາຍ­ເປັນ​ນັກ­ວິ­ຊາ­ການ, ມີ­ແຮງງານ​ທີ່​ມີ​ສີ­ມື​ໃນ​ຂະ­ແຫນງ​ວິ­ຊາຊີບ​ຕ່າງໆ​ໃນ​ລະ­ດັບ​ທີ່​ແນ່­ນອນ.

Posted by samakomlao on 11:29 PM. Filed under , . You can follow any responses to this entry through the RSS 2.0. Feel free to leave a response

8 comments for "ນັກສຶກສາເສດຖະສາດ ແລະ ບໍລິຫານທຸລະກິດ ລົ້ມເມືອງລາວ !"

  1. Anonymous

    ຢູ່ສາກົນເຂົາບໍ່ມີມໍ 7 ເດີ ຄືສິແມ່ນຊາດລາວເປັນຊາດທຳອິດທີ່ກໍ່ຕັ້ງເນາະ

  2. sao noi, when were you born ?
    at my old days, the elementary school is por 1-6 = 6 yrs.
    middle school mor 1-4 = 4yrs
    (lycee) + prep.1 yr
    high school oudom 1-3 = 3 yrs
    with another word, middle and high schools = secondary school. here it comes mor 1-7 = 7 yrs program.
    i used to spend time on all of these program myself.
    that was in 1962-1978 as i know. can't say for earlier nor later.
    my2cent

  3. Anonymous

    ແລະຜູ້ຂຽນເຮັດວຽກຫຍັງ ພະນັກນັກງານ ກຳມະກອນ ຫລື ການກະເສດ ຄັນຜູ້ຂຽນເຮັດວຽກການ
    ກະເສດ ກະສິກຳ ຂ້ອຍກໍ່ຍ້ອງວ່າດີ

  4. Anonymous

    ເຮົາມາຫາທາງແກ້ໃຂບັນຫາ ບ້ານນອກບໍ່ໄດ້ຮຽນຕໍ່ບໍ່ດີບໍ ແບບວ່າເຮົາກໍ່ເປັນຄົນບ້ານນອອກນະ
    ໄດ້ຮຽນຕໍ່ໄດ້ຈົບຊັ້ນສູງກໍ່ດີແລ້ວ ແຕ່ຜູ້ບາງຄົນຮຽນເກັ່ງພັດມີບັນຫາທາງດ້ານຄອບຄົວ ມັນເລີຍບໍ່ໄດ້
    ຮຽນຕໍ່ ອັນນີ້ບັນຫາຫລັກໆຂອງປະເທດລາວກໍ່ວ່າແມ່ນ

  5. 55 that is different song ha.
    as you and me know on our left or right hand, we have 5 fingers
    at each and all are at different size. so the same as people
    in one country will never be equal rich nor poor.
    it will be always poor, middle class, rich and super rich.
    it's a human nature. all of us know the xin 5 & 7, but less
    people will share the wealth(except poor would share the last meal with you). me, i m one of the poor and completely understand what you said. hell i love and want to see what
    you just said.
    my2cent

  6. Anonymous

    ຂ້ອຍຮັບຈ້າງ...ອູ້ມຊ້າງນ້ອຍໄປອາບນ້ຳ

  7. @Anonymousຂໍຝາກ ເວັບ ຂອງຄົນຮັກກະເສດ http://hukased.blogspot.com/ ເຊິ່ງລວມເລື່ອງກະສິກຳຂອງລາວ ວິທີການປູກ ຂະຫຍາຍພັນ ປະສົມພັນ ແລະ ອື່ນ ທີ່ມີຢ່າງຫລວງຫລາຍ ເຫມາະແກ່ນັກທຸລະກິດທີ່ຈະລົງທຶນໃນຂະແຫນງການນີ້ ສາມາດປຶກສາໄດ້ ແລະ ເປັນຄວາມຮູພື້ນຖານໃຫ້ນັກຮຽນນັກສຶກສາທີ່ກຳລັງສຶກສາ ແລະ ຕ້ອງການສຶກສາຫາຂໍ້ມູນ ເພື່ອນຳໄປຂຽນບົດ ຫລື ນຳໄປນຳໃຊກໍ່ດີ ເຊີນທ່ານເຂົ້າໄປຢ້ຽມຢາມໄດ້ ຫວັງວ່າທ່ານຄົງບໍ່ຜິດຫວັງ http://hukased.blogspot.com/

  8. ຂໍຝາກ ເວັບ ຂອງຄົນຮັກກະເສດ http://hukased.blogspot.com/ ເຊິ່ງລວມເລື່ອງກະສິກຳຂອງລາວ ວິທີການປູກ ຂະຫຍາຍພັນ ປະສົມພັນ ແລະ ອື່ນ ທີ່ມີຢ່າງຫລວງຫລາຍ ເຫມາະແກ່ນັກທຸລະກິດທີ່ຈະລົງທຶນໃນຂະແຫນງການນີ້ ສາມາດປຶກສາໄດ້ ແລະ ເປັນຄວາມຮູພື້ນຖານໃຫ້ນັກຮຽນນັກສຶກສາທີ່ກຳລັງສຶກສາ ແລະ ຕ້ອງການສຶກສາຫາຂໍ້ມູນ ເພື່ອນຳໄປຂຽນບົດ ຫລື ນຳໄປນຳໃຊກໍ່ດີ ເຊີນທ່ານເຂົ້າໄປຢ້ຽມຢາມໄດ້ ຫວັງວ່າທ່ານຄົງບໍ່ຜິດຫວັງ http://hukased.blogspot.com/

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added