ມາອີກແລ້ວ! ຂີ້ເຫຍື້ອແຄມທາງ 450 ປີ
9:51 PM | Posted in development, Education, Laos | Read More »
ນັກສຶກສາເສດຖະສາດ ແລະ ບໍລິຫານທຸລະກິດ ລົ້ມເມືອງລາວ !
ສປປ ລາວ ຍັງແກ້ບັນຫາບໍ່ຕົກເລື່ອງການວ່າງງານຂອງນັກສຶກສາທີ່ຈົບຈາກສະຖາບັນແຫ່ງສຳຄັນຕ່າງໆໃນແຕ່ລະປີທີ່ມີລັກສະນະເພີ່ມຂຶ້ນ ຈົນບໍ່ມີບ່ອນບັນຈຸໃຫ້ເຮັດວຽກ ຂະນະທີ່ຂະແຫນງກະເສດ ແລະ ການກໍ່ສ້າງຍັງບໍ່ເປັນທີ່ສົນໃຈແກ່ເຫລົ່ານັກສຶກສາ.
ນັກສຶກສາລາວທົ່ວປະເທດໃນຫລາຍປີຜ່ານມາ ຍັງໃຫ້ຄວາມສົນໃຈແກ່ການສືກສາແບບໄປໃນທິດ ທາງດຽວກັນຈົນເຮັດໃຫ້ບາງຂະແຫນງຕ້ອງເປີດໃຫ້ມີລະບົບພິເສດໄລຍະຜ່ານມາເຊັ່ນ: ຂະແຫນງເສດຖະສາດ ແລະ ບໍລິຫານທຸລະກິດ. ຂະນະທີ່ ຂະແຫນງການກະເສດ (ປູກຝັງ ແລະ ລ້ຽງສັດ) ບັນດານັກຮຽນທີ່ຈົບຈາກມັດທະຍົມປາຍຍັງໃຫ້ຄວາມສົນໃຈເຂົ້າໄປສຶກສາຫນ້ອຍເຊັ່ນດຽວກັບຂະແຫນງການກໍ່ສ້າງທີ່ມີຄວາມຕ້ອງການແຮງງານສູງໃນຕະຫລາດແຮງງານບ້ານເຮົາ.
ທ່ານ ດຣ. ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະກີລາກ່າວທີ່ປະຊຸມສະພາສາມັນເທື່ອທີ 2 ມື້ວານນີ້ວ່າ: ສາເຫດ ທີ່ນັກສຶກສາທີ່ຈົບອອກໄປບໍ່ມີ ວຽກເຮັດງານທຳທີ່ມີລັກສະນະເພີ່ມຂຶ້ນແຕ່ລະປີສ່ວນຫລາຍຍັງ ແມ່ນຜູ້ທີ່ຈົບອອກຈາກຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ເພາະວ່າ ຂະແຫນງນີ້ເກືອບວ່າທຸກຍຸກທຸກສະໄຫມຄົນຕ່າງກໍ່ໃຫ້ຄວາມສົນໃຈເປັນພິເສດທັງຜູ້ປົກຄອງ ແລະ ນັກສຶກສາເອງ. ດັ່ງນັ້ນ ນັກສຶກສາທີ່ຜະລິດອອກມາໃນແຕ່ລະປີຈາກໂຮງຮຽນລັດ ແລະ ເອກະຊົນທີ່ມີລັກສະນະຍື່ງຂຶ້ນ ກົງກັນຂ້າມກັບສະຖານທີ່ປະກອບອາຊີບຂະແຫນງນີ້ທີ່ມີຢ່າງຈຳກັດ ຈິ່ງເຮັດໃຫ້ພວກເຂົາຕ້ອງກາຍເປັນຄົນຫວ່າງງານ.
ຖ້າເບິ່ງອີກມູມຫນຶ່ງນັກສຶກສາທີ່ຈົບອອກນັ້ນຍັງບໍ່ມີຄຸນນະພາບພໍເທົ່າກັບຄວາມຕ້ອງການຂອງສຳນັກງານ, ອົງການ ແລະ ບໍລິສັດທີ່ມີຄວາມຕ້ອງການ.
ທັງນີ້ ຂະແຫນງທີ່ມີຄວາມຕ້ອງການແຮງງານສູງໃນບ້ານເຮົາຍັງແມ່ນພາກການກະເສດ, ປູກຝັງ, ລ້ຽງສັດ. ນອກຈາກນີ້ ກໍ່ຍັງມີຂະແຫນງກໍ່ສ້າງເຊັ່ນ: ຊ່າງໄມ້, ຊ່າງປູນ ແລະ ຊ່າງ ເຫລັກທີ່ປະເທດກຳລັງພັດທະນາມີຄວາມຕ້ອງການຫລາຍກວ່າ.
ທ່ານລັດຖະມົນຕີວ່າການ ກ່າວອີກວ່າ: ເພື່ອປັບປຸງຄຸນນະພາບຂອງການສຶກສາກໍ່ຄືຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງຂຶ້ນເທື່ອລະກ້າວສາມາດຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດຈິ່ງປະຕິຮູບລະບົບການສຶກສາແຫ່ງຊາດເປັນ 2 ໄລຍະນັບແຕ່ປີ 2006-2015 ຈາກ ລະບົບ 11 ປີ (5+3+3) ເປັນ 12 ປີ (5+4+3). ສ່ວນມັດທະຍົມຕອນປາຍກໍ່ໃຫ້ມີ ມ.7 ເພື່ອກຽມເຂົ້າສຶກສາມະຫາວິທະຍາໄລແຫ່ງຊາດ ຫລື ເຂົ້າຮຽນວິຊາຊີບປັບປຸງພື້ນຖານໂຄງຮ່າງການສຶກສາໃຫ້ເຂົ້າກັບລະບົບສາກົນ ເພື່ອສ້າງນັກສຶກສາເຫລົ່ານີ້ໃຫ້ກາຍເປັນນັກວິຊາການ, ມີແຮງງານທີ່ມີສີມືໃນຂະແຫນງວິຊາຊີບຕ່າງໆໃນລະດັບທີ່ແນ່ນອນ.
11:29 PM | Posted in Education, Laos | Read More »
ລະວັງ ! ຈະເປັນທາດຂອງການໂຄສະນາຊວນເຊື່ອ

ໃນຊຸມປີຜ່ານມາຈົນຮອດປັດຈຸບັນ ປະກົດວ່າໄດ້ພົບເຫັນການພິມເຜີຍແຜ່ເອກະສານ ກ່ຽວກັບເລື່ອງພຣະແກ້ວມໍລະກົດ ໂດຍມີຫົວຂໍ້ວ່າ ດ້ວຍເຫດໃດ ພຣະແກ້ວມໍລະກົດຈິ່ງໄປຢູ່ໄທ ເນື້ອໃນຂຽນເຖິງສາເຫດ ກ່ອນທີ່ໄທຈະນຳເອົາໄປໄດ້ ທຳອິດບອກວ່າຍົກແນວໃດກໍບໍ່ຂຶ້ນ ພວກເຂົາເຈົ້າຈຶ່ງໄດ້ນຳເອົາໝໍໂຫນ 5 ຄົນ ມາເປັນພະຍານໃນການສາບານວ່າ ຕອນນັ້ນ ປະເທດລາວຍັງບໍ່ທັນສະຫງົບ ຈະເອົາໄປໄວ້ໄທກ່ອນ ຖ້າວ່າເມື່ອໃດປະເທດລາວມີຄວາມສະຫງົບໝັ້ນຄົງດີແລ້ວ ຈິ່ງຈະເອົາມາສົ່ງ ຖ້າບໍ່ເອົາມາສົ່ງຕາມສາບານເອົາໄວ້ ຂໍໃຫ້ບ້ານເມືອງໄທເກີດໄພພິບັດ 5 ປະການ ແຕ່ຈະບໍ່ນຳເອົາມາກ່າວໃນທີ່ນີ້.
ຖ້າເຮົາລອງມາພິຈາລະນາຕາມຄວາມເປັນຈິງແລ້ວ ພຣະແກ້ວມໍລະກົດ ທີ່ຈິງແລ້ວ ຖ້າຈະເວົ້າໃຫ້ເປັນກາງ ແມ່ນເປັນສົມບັດຂອງໂລກທາງພຣະພຸດທະສາດສະໜາ ເພາະວ່າເຄີຍໄດ້ຖືກປະດິດສະຖານໄວ້ຢູ່ຫຼາຍປະເທດ ເຊັ່ນ: ຂະເໝນ ໄທ ສີລັງກາ ມາກ່ອນ ກ່ອນຈະມາຢູ່ປະເທດລາວ ແລະ ຫຼ້າສຸດ ຢູ່ປະເທດໄທ.
ນອກຈາກນີ້ ຍັງມີຂ່າວລືທີ່ຄ້າຍໆຄືກັນອີກ ທີ່ເວົ້າເຖິງໄພອັນຕະລາຍທີ່ຈະເກີດຂຶ້ນແກ່ມວນມະນຸດ ແລະ ໄດ້ແນະນຳໃຫ້ມະນຸດ ຕັ້ງຢູ່ໃນສິນຫ້າ ເພື່ອວ່າຈະປອດໄພຈາກໄພພິບັດນັ້ນ ອັນນີ້ ແມ່ນເປັນເລື່ອງດີ ເຮັດໃຫ້ຄົນຕັ້ງໝັ້ນຢູ່ໃນການສ້າງຄວາມດີ ແຕ່ໃນນີ້ ກໍຍັງມີເລື່ອງທີ່ບໍ່ສົມເຫດສົມຜົນຢູ່ນຳ ນັ້ນກໍຄື ການໂຄສະນາຊວນເຊື່ອທີ່ບອກວ່າ ຖ້າຜູ້ໃດພິມແຈກຕໍ່ໆກັນໄປ ໃນຈຳນວນທໍ່ນັ້ນທໍ່ນີ້ ຈະໂຊກດີ ຮັ່ງມີ ຖືກເລກ ໃນເວລາຊົ່ວຂ້າມຄືນ ອັນນີ້ ກໍບໍ່ສົມເຫດສົມຜົນ ເພາະວ່າເປັນສິ່ງທີ່ບໍ່ຖືກຕ້ອງ ຕາມຫຼັກທາງພຸດທະສາດສະໜາ ຍ້ອນວ່າ ຕາມຫຼັກການແທ້ຈິງນັ້ນ ຄົນເຮົາຈະຮັ່ງມີ ຢູ່ດີມີສຸກໄດ້ນັ້ນ ບໍ່ແມ່ນໄດ້ມາຈາກໂຊກຊະຕາ ຫຼື ການລໍຄອຍຈາກວາດສະໜາບັນດານ ແຕ່ຍ້ອນເກີດຈາກຄວາມດຸໝັ່ນຂະຫຍັນຫາຮັກສາສິ່ງທີ່ໄດ້ມາແລ້ວໃຫ້ດີ ແລະ ຄົບຫາເພື່ອນມິດທີ່ດີ ຈິ່ງຈະມີຄວາມຈະເລີນກ້າວໜ້າ ຖ້າຈະໂຊກດີ ຮັ່ງມີຍ້ອນແຈກໃບປີວແບບນີ້ ສົມມຸດວ່າ ທຸກຄົນພາກັນເຮັດແນວນີ້ໝົດ ຄົນທີ່ຈະມີເງິນຫຼາຍຂຶ້ນ ເຫັນຈະໄດ້ແກ່ຮ້ານສຳເນົາເອກະສານຫຼາຍກ່ວາ.
ນອກຈາກນີ້ ຍັງມີການໂຄສະນາໃຫ້ພິມແຈກປຶ້ມສູດມົນໄຫວ້ພຣະ ເຊັ່ນ: ການໂຄສະນາຄວາມສັກສິດຂອງພຣະຄາຖາຊິນນະບັນຊອນ ແລະ ພຣະຄາຖາຍອດພຣະກັນໄຕປິດົກ ເບິ່ງແລ້ວ ຄົນມັກນິຍົມພິມຫຼາຍແທ້ ມັກເຫັນແຈກໃນງານບຸນສົມໂພດພຣະ ແລະ ເອົາໄປແຈກວັດຕ່າງໆ ອັນນີ້ ກໍເປັນເລື່ອງທີ່ດີ ເຮັດໃຫ້ຄົນເຮົາໝັ່ນໄຫວ້ພຣະສູດມົນ ເພື່ອພັດທະນາຄຸນນະພາບຂອງຈິດໃຈໃຫ້ເປັນບຸນເປັນກຸສົນ ແຕ່ມີສິ່ງໜຶ່ງທີ່ຄວນສັງເກດຢູ່ໃນປຶ້ມນັ້ນກໍຄື ຄຳໄຫວ້ ພຣະເຈົ້າ ຣ 5 ເຊິ່ງເພິ່ນມັກພິມເປັນຕົວ ຮ ເລີຍບໍ່ຮູ້ວ່າ ຮ 5 ແມ່ນໃຜ ຫຼື ອາດຈະຜູ້ຮູ້ແມ່ນແຕ່ວ່າ ຣ 5 ແມ່ນໃຜ ທີ່ຈິງແລ້ວ ນັ້ນຄືເຈົ້າຊີວິດຂອງໄທ ໃນລັດຊະການທີ 5 ເຊິ່ງເປັນຜູ້ຄິດຈະລຶບຊື່ປະເທດລາວ ແລ້ວໃສ່ຊື່ມົນທົນຕ່າງໆແທນຫົວໜ່ວຍການປົກຄອງເຮົາ ກໍພາກັນຂາບໄຫວ້ຕາມປຶ້ມນັ້ນ ແທນທີ່ພວກເຮົາຈະພິມບົດໄຫວ້ເຈົ້າຟ້າງຸ່ມ ເຈົ້າໄຊເຊດຖາ ແລະ ເຈົ້າອະນຸວົງ ໃສ່ແທນ ບໍ່ດີກ່ວາບໍ ?.
ສະນັ້ນ ເລື່ອງທີ່ເປັນຂ່າວລື ຫຼື ການໂຄສະນາຊວນເຊື່ອໃນການພິມແຈກປຶ້ມກໍດີ ໃບປີວກໍດີ ສົມຄວນທີ່ນັກວິຊາການ ອຳນາດການປົກຄອງທີ່ກ່ຽວຂ້ອງ ຕະຫຼອດຮອດພໍ່ແມ່ປະຊາຊົນຊາວພຸດເຮົາ ຄວນມີການພິຈາລະນາຄືນໃໝ່ ໂດຍການໃຊ້ຫຼັກວິຈາລະນາຍານ ແລະ ເອົາຫຼັກການຕັດສິນຄວາມເຊື່ອຖືແບບວິທະຍາສາດ ຂອງພຣະພຸດທະສາດສະໜາ ໂດຍໃຊ້ຫຼັກກາລາມະສູດ 10 ປະການເປັນຫຼັກໝັ້ນ ກ່ອນທີ່ຈະເຊື່ອຫຍັງລົງໄປ ເຊັ່ນ: ເພິ່ນບອກວ່າ ບໍ່ຄວນປົງໃຈເຊື່ອໃນຂ່າວລື ຖ້າຈະເຊື່ອກໍໃຫ້ພິຈາລະນາດ້ວຍປັນຍາ ແລະ ເຫດຜົນ ບໍ່ຄວນເຊື່ອຄຳພີ ບໍ່ຄວນເຊື່ອແມ່ນແຕ່ວ່າບຸກຄົນທີ່ບອກເຮົາ ຫຼື ນຳຂ່າວມານັ້ນ ເປັນຄົນທີ່ເຮົາໄວ້ໃຈ ຫຼື ເປັນອາຈານທີ່ເຮົານັບຖືເປັນຕົ້ນ ນີ້ກໍສົມຄວນນຳເອົາມາພິຈາລະນາ ເພື່ອເປັນຫຼັກຄົ້ນຄ້ວາຕາມເຫດຜົນອັນສົມຄວນເໝາະສົມ ເພື່ອວ່າເຮົາຈະບໍ່ເປັນທາດຂອງການໂຄສະນາຊວນເຊື່ອ ໃນຍຸກສັງຄົມບໍລິໂພກຂໍ້ມູນຂ່າວສານຍຸກປັດຈຸບັນນີ້ ແລ້ວຄົນລາວເຮົາກໍຈະບໍ່ຖືກຕົວະຕົ້ມງ່າຍໆອີກຕໍ່ໄປ ແລະ ຄວນເອົາໃຈໃສ່ຊ່ວຍກັນ ບໍ່ຄວນໃຫ້ມີການພິມແຈກຊະຊາຍອີກ ຖ້າຈະພິມບາງອັນກໍໃຫ້ຕັດອອກ ແລະ ມີຜູ້ກວດແກ້ໃຫ້ດີຈິ່ງພິມ.
ໂດຍ: ອະພິນໂຍ
8:17 PM | Posted in Education, Laos | Read More »
ຢູ່ລາວ ຢາກເຮັດວຽກ ແລະ ຮຽນຫນັງສືໃນບ່ອນດີຕ້ອງມີການຊື້ຈ້າງ?

ມີພະນັກງານບຳນານທ່ານຫນຶ່ງບໍ່ປະສົງອອກນາມໄດ້ກ່າວສູ່ຜູ້ຂຽນຟັງວ່າ: ເພິ່ນເອງກໍ່ເຄີຍເຮັດວຽກເປັນພະນັກງານແລະກໍ່ຍ່ອມຮັບຮູ້ດີກ່ຽວກັບບັນຫາການຊື້ຈ້າງຈອບອອຍ, ແຕ່ກໍ່ບໍ່ງ່າຍສະເຫມີໄປເນື່ອງຈາກວ່າຜູ້ທີ່ຈະໄປຊື້ຈ້າງເອົາລູກຫລານຂອງຕົນເຂົ້າຮຽນຫລືເຮັດວຽກ
ປະຊາຊົນທ່ານຫນຶ່ງກໍ່ໄດ້ກ່າວຄ້າຍໆກັນວ່າ: ຕົນເອງກໍ່ເຄີຍໃຊ້ວິທີການດັ່ງກ່າວເນື່ອງຈາກລູກຂອງຕົນເປັນຄົນຮຽນອ່ອນຈິ່ງບໍ່ມີຄວາມສາມາດເຂົ້າຮຽນຢູ່
ເວົ້າມານີ້ກໍ່ບໍ່ໄດ້ຫມາຍຄວາມວ່າທຸກຄົນທ່ີໄດ້ເຂົ້າຮຽນຫລືເຮັດວຽກໃນບ່ອນດີຈະມີການຊື້ຈ້າງກັນຫມົດ, ສິ່ງນີ້ກ່າວພຽງແຕ່ບາງກຸ່ມຄົນເທົ່ານັ້ນ, ຢ່າຄິດເລີຍວ່າເງິນຈະສາມາດຊື້ ໄດ້ທຸກສິ່ງທຸກຢ່າງເພາະຄວາມຮູ້ຄວາມສາມາດລ້ວນແຕ່ຜ່ານການຝຶກຝົນແລະສຶກສາຮ່ຳຮຽນ, ທາງທີ່ດີຄວນເອົາເງິນໄປຈ້າງໃຫ້ລູກຫລານຮຽນເພີ່ມກ່ອນສອບຜ່ານເຂົ້າຮຽນຫລັງ ຮຽນຈົບສາຍສາມັນ, ຈາກນັ້ນກໍ່ຊຸກຍູ້ໃຫ້ເຂົາເຈົ້າເປັນຄົນດຸຫມັ່ນໃນການຄົ້ນຄວ້າຮ່ຳຮຽເພື່ອວ່າຫລັງຈາກຮຽນຈົບມາແລ້ວຈະໄດ້ມີຫນ້າທີ່
12:32 PM | Posted in Education, Laos | Read More »
ຫລາຍພາກສ່ວນສະເໜີ ໃຫ້ທົບທວນການຂຽນ ແລະ ເວົ້າພາສາລາວໃຫ້ຖືກຕ້ອງ !

(ຂປລ): ກອງປະຊຸມປຶກສາຫາລືການຂຽນ ແລະ ເວົ້າພາສາລາວໃຫ້ຖືກຕ້ອງໄດ້ໄຂຂຶ້ນໃນວັນທີ 23 ພະຈິກ 2011 ທີ່ຫ້ອງປະຊຸມຂອງກະຊວງຖະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ພາຍໃຕ້ການປະທານຂອງ ທ່ານ ສີວຽງແຂກ ກອນນີວົງ ຫົວໜ້າກົມພິມຈຳໜ່າຍ, ມີບັນດາຄະນະຮັບ ຜິດຊອບກົມກອງສະຖາບັນອ້ອມຂ້າງກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວລວມໄປເຖິງພາກສ່ວນກ່ຽວຂ້ອງອື່ນໆເຂົ້າຮ່ວມ.
ບັນດາຜູ້ເຂົ້າກອງປະຊຸມຄັ້ງນີ້ຕ່າງກໍໄດ້ນຳສະເໜີ ແລະ ຊີ້ແຈງວ່າ: ທີ່ຜ່ານມາຄົນລາວ ໂດຍສ່ວນໃຫຍ່ເວົ້າ ແລະ ຂຽນພາສາລາວຍັງບໍ່ສອດຄ່ອງ ແລະ ບໍ່ຖືກ ຕ້ອງຕາມລັກສະນະພາສາລາວໂດຍສະເພາະການໃຊ້ພາສາລາວແບບຊອດກະຈາ ຊຶ່ງຄັດກັບສຸພາສິດທີ່ວ່າ: “ພາສາບອກຊາດມາລະຍາດບອກຕະກຸນ ” ແນວໃດກໍດີ ກອງປະຊຸມນີ້ຈະກາຍເປັນສ່ວນສຳຄັນເພື່ອນຳໄປປຶກສາຫາລື ແລະ ພິຈາລະນາເພີ່ມຕື່ມອີກໂດຍຜ່ານຄວາມເຫັນເປັນເອກະພາບຂອງພາສາເວົ້າ ແລະ ພາສາຂຽນຢ່າງຖືກຕ້ອງ.
ຜູ້ເຂົ້າຮ່ວມຍັງໄດ້ຍົກໃຫ້ເຫັນວ່າ: ໃນໄລຍະປີ 1975-1990 ນັ້ນການຂຽນ ແລະ ເວົ້າມີຄວາມເປັນເອກະພາບ ແຕ່ສ່ວນຫລາຍແມ່ນຜິດໃນການໃຊ້ສະຫລະ ( ໃX, ໄX ) ແລະ ອັກສອນ( ດ,ລ) ພ້ອມດຽວກັນນັ້ນ ຮອດປະຈຸບັນນີ້ ການຂຽນໂຕອັກສອນລາວເພື່ອປະກອບເປັນຄຳເວົ້ານັ້ນມີການຜິດພາດຈຳນວນໜຶ່ງ ຊຶ່ງ ປະກົດເຫັນຢູ່ຕາມປ້າຍໂຄສະນາ, ໜັງສືພິມ, ວາລະສານ,ປຶ້ມ,ໂທລະພາບ (ພາສາເວົ້າຂອງໂຄສົກ,ພິທີກອນ ແລະ ການສົນທະນາປາໄສຕ່າງໆ. ກ່ຽວກັບ ບັນຫາດັ່ງກ່າວຜູ້ເຂົ້າຮ່ວມໄດ້ຕັ້ງຄຳຖາມ ແລະ ສະເໜີໄປຫາກົມພິມຈຳໜ່າຍໃຫ້ຊອກວິທີແກ້ໄຂ.
ສຸດທ້າຍກອງປະຊຸມໄດ້ຕົກລົງເປັນເອກະສັນກັນຮັບຮອງເອົາຈຸດຢືນ (ທັດສະນະ) ຂອງການສັງຮວມຄຳສັບດັ່ງກ່າວເພື່ອເປັນກະພາບ ໃນການນຳໃຊ້ພາສາ ລາວ ຊຶ່ງມີເນື້ອໃນດັ່ງນີ້:ພາ ສາລາວບໍ່ແມ່ນພາສາຕ່າງປະທດເຊັ່ນ:ພາສາຝຣັ່ງ, ອັງກິດ, ອັກສອນລາວບໍ່ແມ່ນອັກສອນຕ່າງປະເທດ ແຕ່ໃຊ້ຂຽນທຽບຖານກັບ ພາສາ ຕ່າງປະເທດໄດ້. ສະນັ້ນອັກສອນລາວຈຶ່ງບໍ່ຂຽນແທນ ອັກສອນອື່ນໄດ້ ແລະ ມີແຕ່ຂຽນສະເພາະພາສາລາວເທົ່ານັ້ນ, ຄຳສັບລາວທາງວິທະຍາສາດ ແມ່ນໃຊ້ຕາມພາສາຝຮັ່ງ ຫຼື ອັງກິດເຊັ່ນ: ອິນເຕີເນັດ, ຄອມພິວເຕີ, ອົກຊີ, ນີເຕີ, ຟົດສຟໍ, ນາດຕຣີ... ເຫຼົ່າ ນີ້ເປັນຕົ້ນແຕ່ໃນກໍລະນີບາງຄຳສັບທາງສັງຄົມ ທີ່ ພາສາລາວ ເດີມບໍ່ມີກໍໃຊ້ພາສາຕ່າງປະເທດແທນເຊັ່ນ: ເຝີ, ແບັງກ໊ວນ, ຮຸ້ນ, ກອມມູນິດ, ພ້ອມນັ້ນຍັງກຳນົດການໃຊ້ໂຕ ຣ ທຽບກັບອັກສອນ R ໂດຍສະເພາະ ແມ່ນກັບຊື່ຄົນຕ່າງປະເທດ, ຊື່ຄົນບາງເຜົ່າຂອງລາວ, ພາສາຊົນເຜົ່າ, ຊື່ປະເທດ, ຂຽນທຽບອັກສອນລາວກັບອັກສອນຕ່າງປະເທດ ແລະ ພາສາລາວບາລີ ນຳອີກ. ສຳລັບໂຕອັກສອນ (ຣ) ໃນພາສາປາລີ ແລະ ສັນສະກິດທີ່ປ່ຽນມາເປັນໂຕ ລ ແລ້ວແມ່ນຕົກລົງໃຫ້ໃຊ້ໂຕ ລ ເລີຍເປັນຕົ້ນຄຳວ່າ ກໍລະນີ, ລາສີ, ລະດູການ, ລະບຽບການ, ລະຫັດ, ລາຊະການ, ລາຊະອານາຈັກ ແລະ ບັນດາຄຳອື່ນໆອີກຈຳນວນໜຶ່ງ. ສ່ວນກົກເຄົ້າຂອງບັນດາຄຳສັບຕ່າງໆນັ້ນ ແມ່ນຈັດ ພິມໄວ້ເປັນທີ່ຮຽບຮ້ອຍແລ້ວ ເພື່ອຮັກສາໄວ້ເປັນຂໍ້ມູນສຶກສາ ແລະ ເປັນມໍລະດົກສືບທອດຕໍ່ໄປ.
(KPL) Vientiane, Nov 23 Over 40 linguistics, writers, editors and officials under the umbrella of the Ministry of Information, Culture and Tourism met to discuss the current use of Lao language.
The meeting provided the participants an opportunity to share their points of view on how to find a solution for the current use of the national language so that it can be used uniformly.
At present, the public is using incorrect words in speaking or writing as this form of practice is prevalent in newspapers, magazines, posters, books, televisions and radios, said Head of the Publishing and Distributing Department Siviengkhek Konnivong.
Even Laos is a small and least developed country, it has its own language while some big countries have no their own languages. Therefore we should exert our efforts in conserving our language, said Mr. Siviengkhek.
The Department of Printing and Distributing is going to make a book compiling the most common flaws in using the national language and points of view on how the public fails to have a uniform use of the language, according to the official.
9:35 PM | Posted in development, developments, Education | Read More »
Chess to be in all Schools in Laos

The collaboration means that the DPAE will encourage chess courses and activities in all schools in all the 17 provinces. Besides, Chess will be included in the program of the National Student Games starting with Champassak province in 2014.

Witnessing the signing ceremony was FIDE General Secretary Ignatius Leong as FIDE President was concurrently visiting several countries in Latin America. Attending were another two Deputy Ministers from the Ministry of Education & Sports and the Ministry of Energy & Mines and numerous leaders from the education sector.
During his one-day stay, Mr Leong visited the office of the chess federation which is being situated in a newly built school. He also spent some time playing with some students and was amazed at the interest of the students in the two schools he visited.

In the region, Laos has become the second country (after the Philippines) to officially recognize and to develop the Chess in Schools program for the entire student population. Acknowledging that Laos is a poor country and that so many government leaders support the development of Chess, Mr Leong promised to secure enough chess equipment for the estimated 100,000 student population. He endeavoured to organize seminars to train teachers in chess instruction and conduct of tournaments.


8:20 AM | Posted in development, developments, Education, Laos | Read More »
End of Buddhist Lent - the start of the drinking season?

One of the biggest events is the boat racing festival, which is held every year at the end of Buddhist Lent. The festival is deep rooted in Lao royal heritage and is the main time of the year for a family reunion.
During the celebrations the capital turns into a lively town with thousands of visitors from other parts of the country vying for walking space alongside foreigners eagerly anticipating the important festival.
Stalls line the main roads as vendors set up shop with makeshift booths, hoping to profit from the influx of visitors. A variety of discounted and free samples are available, with salespeople using various enticements to attract customers, such as discounts and free gifts.
Apart from household items and clothing there is an inevitable abundance of food and drink.
There are many vendors selling food and drink along the main street but the area that draws the biggest crowds is the entertainment section. Any booths with a stage or music are always crowded as people enjoy listening to live music, playing games, watching shows, snacking on food and, more importantly, enjoying their drinks.
Many people often wonder what percentage of festival-goers actually watch the boat races. It seems that most people enjoy the festival but never watch the races. A large number of people head to restaurants or friends' homes nearby in order to have a drink.
Although the festival marks the end of the three-month rain retreat for monks, many people look on it as a reason to start drinking again.
I asked many of my friends if they were actually going to watch the boat races. All of them gave me the same answer - they only go there to drink and get together with their friends. It seems that only older people go to the festival to watch the races, while younger people focus more on drinking.
The approach to the spec tator areas is often crowded with older onlookers cheering for their favourite boat, while most young people gather at the street fair and in areas where stages are set up for bands to play. After their unaccustomed walk and tiring shopping, they find a comfortable place to relax with good food and drink, but unfortunately some people overdo the drinking.
Stands that sell drinks bring in a lot of money as most of their customers like to keep drinking until they pass out. If you visit the largest booth or entertainment area, you will find large crowds of people drinking and watching performances. Although some of these shows feature traditional performances, most ape western styles and include risque dancing. Moreover, many brand promoters use girls in alluring dresses to tempt people into their venues.
Often female revellers can be seen in skimpy clothing dancing on chairs and tables. This is inappropriate as the festival is a traditional event with huge numbers of locals and foreigners present. It's time the organisers paid more attention to this sensitive issue. It is good to have entertainment venues for public enjoyment, but this year there were simply too many.
Although it's a time for partying, people should limit their drinking in order to avoid accidents. Women in particular should be careful to remain sober as they have a duty to maintain the image of Lao women and Lao culture.
Next month another big festival, That Luang, will take place. The authorities should use the experience of the boat racing festival to improve this next major cultural event, so as to uphold our fine culture and keep the city clean and tidy.
They also have a duty to ensure that Lao people maintain the traditional image of Laos, rather than just spending their time drinking.
By P.M. Fasai
11:04 AM | Posted in Education, Laos | Read More »
Japan sets out education stall in Vientiane

The Study in Japan Fair 2011 held at the National University of Laos (NUOL) on Wednesday provided teachers, officials and students with a better understanding of education opportunities in Japan.
The fair offered an opportunity for attendees to meet representatives from eight Japanese universities and five Japanese organisations.
“The NUOL, the Ministry of Education and Sports and the Lao-Japan Human Resource Development Institute (LJI) cooperated with universities, organisations, and the Japan Alumni of Laos (JAOL) to hold the fair. It marks the upcoming 15th anniversary of the founding of the NUOL, provides information about education in Japan and strengthens relations between education institutions in Laos and Japan,” NUOL President Professor Dr Soukkongseng Saingaleuth said.
“ T he government and people of Laos have received extensive support from the Japanese government, wh ich has broadened the cooperation between the two countries in all sectors including education, especially in terms of technical skills and scholarships.”
NUOL has built a collaborative relationship with 22 universities and institutions in Japan through education, research, and teacher and cultural exchanges.
NUOL runs the LJI, which is funded by the Japanese government and contributes to human resource development in business administration, Japanese language training, computer skills and cultural exchanges by inviting Japanese experts to share their knowledge with Lao students.
Prof. Dr Soukkongseng said he hoped the fair would benefit participants through the information provided and discussions with representatives of Japanese universities. Attendees could discuss their aspirations and identify potential areas of cooperation in education.
By Phetsamone Chandala
12:21 AM | Posted in Education | Read More »
Lao Participating youth get ready for the cruise !

Two months ago young people around the world celebrated International Youth Day, which fell on August 12. In Laos, young people play an important role in the country's development and are often considered the backbone of the nation.
The Ship for Southeast Asian Youths Programme (SSEAYP), which is supported by the government of Japan and Asean member countries, provides an opportunity for young people from Southeast Asia to get together and share their perspectives on various issues.
The SSEAYP is an annual programme that brings together over 300 young people from Indonesia, Malaysia, the Philippines, Singapore, Thailand, Brunei Darussalam, Vietnam, Laos, Myanmar, Cambodia and Japan. They have the unique opportunity of sharing their lives for a period of 53 days on board the ship Fuji Maru.
The programme is well-known in Laos and attracts hundreds of applicants each year. Although demand is very high, only 29 applicants are successful.
Mr Vatthana Atanaphone, a previous participant in the programme, said its purpose is to promote friendship and mutual understanding among young people in Japan and Southeast Asian nations, to broaden their perspective on the world and to strengthen their motivation and abilities in international cooperation by participating in various activities both on board the ship and in the countries they visit.
Lao participants expect to broaden their horizons and gain new experiences. Gaining a deeper understanding of other nations' cultures, languages, and society are other attractions of being involved in the programme. They can also strengthen bonds and cooperation between youth-related organisations in Asean countries and Japan.
Mr Vatthana said he applied for the programme because he wanted to gain more international experience through the various activities included. The opportunity to visit several countries and learn more about various subjects was also a crucial aspect in his decision to apply.
He said he looked closely at what was involved before he applied. A part-time law student, he said that being a high achiever in his field was not sufficient to get selected, but good preparation, communication skills and a touch of luck were needed.
During the voyage, participants engage in debates on social and youth matters, as well as taking part in cultural, sport and recreational activities. Activities at each port-of-call include interaction with local youngsters, courtesy calls on dignitaries, community service and home stays.
Lao participants put on performances of traditional songs and dances, along with representatives from other countries.
Each Asean country selects 29 people for the programme, along with 40 from Japan. This year's participants will board the ship in Japan on October 24 and return on December 16 after visiting seven countries.
The SSEAYP was established in January 1974 with Japan and five Asean countries involved. Laos began taking part in 1998.
10:56 PM | Posted in Education | Read More »
Chinese people make a big news in Laos
A group of 68 people, mostly Chinese nationals, was arrested recently in Laos for defrauding Chinese citizens of their money through a scam operated over the Internet.
The Public Security Ministry reported yesterday that Chinese officials, in cooperation with Lao authorities, raided a two-floor villa in Sisattanak district, Vientiane, on September 26 and arrested the suspects.
“Chinese officials had informed us that the group had come to Laos and used IT systems to defraud Chinese businesses of over 100 million yuan (more than 125 billion kip),” the Ministry's Police Department Deputy Chief Colonel Khamhoung Sengpaseuth said.
“After receiving the information, we worked with Chinese officials to investigate the house and arrested 68 suspects, including 29 women, most of whom were Chinese nationals.”
During the investigation, off icials seized 27 laptops, three high-speed modems, 31 home telephones, 56 cell phones, two 12-seater minibuses and millions of kip.
“The suspects had established a criminal network that stretched across eight countries - Laos, Vietnam, Thailand, Indonesia, Malaysia, the Philippines, Myanmar and Cambodia,” he said.
Colonel Khamhoung warned owners of rental properties to inform village offices about their occupants to avoid such problems.
“Everyone, particularly business operators, should think carefully about business propositions, investigate any potential opportunity thoroughly, and should not be too quick to trust people,” he cautioned.
By Souknilundon Southivongnorath
Vientianetimes
11:18 PM | Posted in Education, Laos | Read More »
Problem of Job hunting in Laos

Xay has been submitting job applications since last month, but hasn't had any offers of an interview. In fact, he often hears the same few words from potential employers: "We'll call you back later."
Xay is aware that if he wants to work for a government agency, he's better off knowing someone already working there for his application to be considered.
Unfortunately, it will also be difficult for him to find work with a private company as they often require applications to have extensive work experience.
Xay says his parents are hopeful he will find a job in the capital and do the family name proud, but for now this remains a dream. "I will send out my CV to as many state and private organisations as possible," he said, "but if I can't find anything I'll return to LPB to look for work there."
Xay admits it will be easier to find a job in his hometown, but explained he'd like to work in VTE, where he believes he can earn more. "My parents are always calling me to ask for a copy of my application, saying they will gladly pay money for someone to take me on at a state organisation," he says with a hint of embarrassment. He explained that many people like to work for the government rather than a private company, as they can get better health insurance and other perks.
"I just want an opportunity to gain experience. I spent millions of kip on my education, but if I can't find a job, then how will I get experience?" he asked forlornly.
Xay explained that part of his problem is that many companies require job applicants to have studied in more than one field, but the majority of students can't afford to study in more than on or two areas due to their families' limited funds.
He said companies should provide more opportunities for individuals to develop themselves and serve their country.
An official at the MLSW's Skill Development and Employment Department explained that many new graduates lack experience simply because they don't have the courage to apply for jobs, adding many are concerned that their English and computer skills are not up to scratch.
He said some students are lucky enough to work while they study, which allows them to gain valuable practical experience.
Despite some people holding diploma and master's degrees, companies can often only offer them low salaries as the demand for labour in some sectors is small.
Graduates should expect to have to take a low paying position, at least initially, in order to build up their experience.
The official said students should consider learning skills related to agriculture as there are many job opportunities in this sector, or launch a private business.
10:15 PM | Posted in Education | Read More »
5 ເຫດຜົນ ທີ່ເຮັດໃຫ້ຄຸນນະພາບ ການສຶກສາຂອງລາວຍັງຕ່ຳ

ສຳລັບ ບັນຫາຫາງສຽງຈາກສັງຄົມ ກ່ຽວກັບການເກັບຄ່າທຳນຽມ ໃນແຕ່ລະໂຮງຮຽນບໍ່ເປັນເອກະ ພາບກັນນັ້ນ, ທ່ານລັດຖະມົນຕີໄດ້ໃຫ້ຄຳຊີ້ແຈງວ່າ: ອີງຕາມ ກົດໝາຍວ່າດ້ວຍການສຶກສາ ແລະ ຕາມນະໂຍ ບາຍຂອງລັດຖະບານ ກໍຄື ນະໂຍບາຍຂອງກະຊວງສຶກສາແລ້ວ, ການສຶກສາຂັ້ນປະຖົມແມ່ນບໍ່ໃຫ້ເກັບຄ່າ ທຳນຽມ ແຕ່ມີພະແນກສຶກສາບາງເມືອງ, ແຂວງ ກໍໄດ້ລາຍງານວ່າ ໄດ້ເກັບຄ່າທຳນຽມໄປກ່ອນແລ້ວ ເພາະວ່າບໍ່ມີເງິນບໍລິຫານໂຮງຮຽນ ແຕ່ກໍໄດ້ມີການລາຍ ງານສະມາຄົມພໍ່ແມ່ນັກຮຽນ, ອຳນາດການປົກຄອງທ້ອງຖິ່ນ ເຫັນດີນຳກັນ ເພື່ອນຳໄປສ້ອມແປງໂຮງຮຽນ, ຄ່ານ້ຳ, ຄ່າໄຟທີ່ໃຊ້ຢູ່ໃນໂຮງຮຽນ. ລັດຖະບານມີ ງົບປະມານ ຈຳນວນໜຶ່ງ ໃຫ້ແກ່ສະຖາບັນການສຶກສາແຫ່ງຕ່າງໆ, ຊຶ່ງການສະໜອງງົບປະມານບໍລິຫານສຳລັບການສຶກສາ ແມ່ນໄດ້ບົ່ງໄວ້ໃນດຳລັດ ການຈັດ ຕັ້ງປະຕິບັດກົດໝາຍການສຶກສາ, ໃນນັ້ນ ການສະໜອງງົບປະມານ ການສຶກສາຂັ້ນອະນຸບານ ແລະ ປະຖົມສຶກສາ ແມ່ນ 100.000 ກີບ/ຄົນ/ປີ; ມັດທະຍົມ ຕອນຕົ້ນ 120.000 ກີບ/ ຄົນ/ປີ; ມັດທະຍົມຕອນປາຍ 150.000 ກີບ/ຄົນ/ປີ; ສາຍອະຊີວະສຶກສາ 500.000 ກີບ/ຄົນ/ປີ; ສາຍສ້າງຄູ 300.000 ກີບ/ຄົນ/ປີ; ມະຫາວິທະຍາໄລ 550.000 ກີບ/ຄົນ/ປີ ແລະ ການສຶກສານອກລະບົບໂຮງຮຽນ 150.000 ກີບ/ຄົນ/ປີ, ຖ້າສະຖາບັນການສຶກສາໃດ ຫາກໄດ້ຮັບເງິນຈຳ ນວນດັ່ງກ່າວ ແມ່ນບໍ່ຈຳເປັນຈະເກັບ ຄ່າທຳນຽມອີກ. ແຕ່ວິທີການສະໜອງງົບປະມານແມ່ນບໍ່ທັນພຽງພໍ. ສະນັ້ນ ບາງສະຖາບັນຈິ່ງໄດ້ເກັບຄ່າທຳນຽມ ນອກ ເໜືອຈາກຄຳສ່ັງ ຫລື ນະໂຍບາຍຂອງການສຶກສາ.
ທ່ານ ລັດຖະມົນຕີຍັງໄດ້ກ່າວອີກວ່າ: ປະຈຸບັນ, ທົ່ວປະເທດມີໂຮງຮຽນຫລາຍແຫ່ງ ນັບທັງພາກລັດ ແລະ ພາກເອກະຊົນ ຊຶ່ງການເກັບຄ່າຮຽນ ກໍມີຄວາມ ແຕກຕ່າງກັນ ແຕ່ກໍມີຂອບເຂດຂອງມັນ ໝາຍຄວາມວ່າ ບໍ່ໃຫ້ສູງເກີນໄປ ແຕ່ຜູ້ທີ່ຢາກຮຽນ ກໍຕ້ອງໄດ້ເລືອກເອົາວ່າຈະຮຽນຢູ່ໃສ, ໂຮງຮຽນລັດ ຫລື ເອກະຊົນ ຕາມ ຄວາມສາມາດທີ່ຮັບໄດ້ກໍໄປຮຽນ. ພ້ອມກັນນີ້ ທາງກະຊວງຈະໄດ້ມີການສ້າງຕັ້ງ ສະພາທີ່ປຶກສາການສຶກສາ ພາກເອກະຊົນ ເພື່ອເປັນທີ່ປຶກສາໃຫ້ແກ່ ກະຊວງສຶກສາ ໃນການກຳນົດນະໂຍບາຍ, ມາດຕະການ, ວິທີການ ສົ່ງເສີມໃຫ້ທຸກພາກສ່ວນໄດ້ມີສ່ວນຮ່ວມ ໃນການພັດທະນາການສຶກສາ ຢ່າງເປັນທຳ ແລະ ສະເໝີພາບ.
KPL
9:06 PM | Posted in development, developments, Education | Read More »
ຄວາມຈໍາເປັນຕ້ອງເບິ່ງຄືນພາສາລາວ !

ຊາດລາວແມ່ນໜຶ່ງໃນບັນດາຊາດທີ່ເກົ່າແກ່ ມີປະຫວັດສາດຮຸ່ງເຮືອງ ມີອະລິຍະທຳສູງສົ່ງ ໃນນັ້ນມັນສະແດງອອກຢູ່ບ່ອນວ່າ ຊາດລາວເຖິງຈະເປັນຊາດນ້ອຍ ແຕ່ກໍມີພາສາເປັນຂອງຕົນເອງ ຊຶ່ງເປັນໜຶ່ງໃນອົງປະກອບຂອງຄວາມອຸດົມສົມບູນຂອງຊາດ ສະນັ້ນ ພາສາລາວຈິ່ງກາຍເປັນໜຶ່ງໃນມູນມໍລະດົກທີ່ລ້ຳຄ່າຂອງຊາດລາວ ຈະເຫັນໄດ້ຈາກການປະກອບສ້າງເຂົ້າໃນການຈົດກ່າຍ ບັນທຶກ ຂີດຂຽນໃສ່ໃນໃບລານ ແລະ ສະຫຼັກໃສ່ແຜ່ນຫີນ ເພື່ອເປັນການຢັ້ງຢືນເຖິງພູມປັນຍາທີ່ສະຫຼຽວສະຫຼາດຂອງບັນພະບູລຸດລາວ ທີ່ໄດ້ຮັບການປົກປັກຮັກສາ ແລະ ສືບທອດສິ່ງທີ່ງາມຕະຫຼອດມາ ພາສາລາວແມ່ນໜຶ່ງໃນເອກະລັກອັນສຳຄັນຂອງຊາດລາວ ເພາະພາສາລາວແມ່ນວັດທະນະທຳ ແລະ ກໍເປັນເຄື່ອງມືບັນທຶກວັດທະນະທຳ ຖ້າຫາກຊາດລາວບໍ່ມີພາສາລາວ ຫຼື ມີພາສາລາວ ແຕ່ກໍຖືກລຶບລອກໃຫ້ສູນຫາຍໄປກັບການເວລາ ຫຼື ຍ້ອນການຄອບງຳຂອງອິດທິພົນອື່ນແລ້ວ ລອງນຶກເບິ່ງວ່າ ຊາດລາວ ແລະ ຄົນລາວ ຈະຕົກຢູ່ໃນສະພາບເຊັ່ນໃດ ທັງທີ່ເຮົາເຄີຍພົບກັບບັນຫານີ້ມາແລ້ວໃນອະດີດ.
ແຕ່ພາສາລາວຈະມີຄວາມສຳຄັນພຽງໃດກໍຕາມ ຖ້າຫາກຄົນພາຍໃນຊາດບໍ່ເຫັນຄວາມສຳຄັນ ແລະ ໃຫ້ຄວາມສຳຄັນໃນການຮູ້ສຶກຫວງແຫນໃນຄຸນຄ່າເຫຼົ່ານີ້ ຄິດວ່າອີກບໍ່ດົນນານປານໃດດອກ ມັນກໍຈະກາຍເປັນແຕ່ພຽງປະຫວັດສາດທີ່ຢັ້ງຢືນວ່າ ເຮົາເຄີຍມີພາສາລາວໃນອະດີດເທົ່ານັ້ນ ພາສາລາວມີວິວັດທະນາການເພື່ອຮັກສາໂຕຂອງມັນເອງກໍຈິງ ແຕ່ເຮົາເຫັນວ່າຫຼາຍພັນ ຫຼາຍໝື່ນຄຳສັບ ໃນວັດຈະນານຸກົມ ຖືກບັນທຶກໄວ້ເປັນພຽງຄຳເກົ່າ ຫຼື ຄຳສັບທາງວັນນະຄະດີເທົ່ານັ້ນ ແຕ່ເປັນໜ້າເສຍດາຍວ່າ ຄຳເກົ່າເຫຼົ່ານັ້ນ ຖືກປ່ຽນແທນດ້ວຍຄຳໃໝ່ ຈົນບໍ່ຖືກນຳມາໃຊ້ເຂົ້າໃນຊີວິດສັງຄົມປັດຈຸບັນໄດ້ ແຕ່ໜຳຊ້ຳ ຄຳສັບພາສາລາວຈຳນວນໜຶ່ງທີ່ໃຊ້ກັນໃນປັດຈຸບັນ ຊ້ຳພັດຖືກແທນທີ່ດ້ວຍຄຳສັບທີ່ເປັນພາສາອື່ນ ຊຶ່ງເປັນການຍອມຮັບເອົາສິ່ງອື່ນມາທັບຖົມ ຍຸບຍອບສິ່ງທີ່ຕົນເອງມີຢູ່ຢ່າງບໍ່ຮູ້ຈັກ ແລະ ໄຈ້ແຍກຢ່າງຂາດຈິດສຳນຶກທີ່ດີ ແລ່ນນຳລົດນິຍົມທີ່ຕົນເອງເຂົ້າໃຈວ່າມັນທັນສະໄໝ ແຕ່ຫົວໃຈຊ້ຳພັດເຕັມໄປດ້ວຍຄວາມເປັນທາດ ທີ່ຖືກຄອບງຳຈາກສິ່ງອື່ນ ທີ່ມີອິດທິພົນກ່ວາ ໂດຍສະເພາະຕໍ່ພາສາລາວ ທີ່ເປັນໜຶ່ງໃນຄວາມບໍ່ເປັນເອກະພາບຂອງຄົນລາວ ໃນນັ້ນ ມັນສະແດງອອກຢູ່ບ່ອນການເວົ້າ ແລະ ການຂຽນ ພໍຈະຍົກໃຫ້ເຫັນຄວາມແຕກຕ່າງໄດ້ ດັ່ງນີ້ເຊັ່ນ: ຄຳວ່າ ແກງສົ້ມ ໃນພາສາລາວ ຖືກປ່ຽນແທນດ້ວຍຄຳວ່າ ຕົ້ມຍຳ ເຂົ້າຂົ້ວ ເປັນ ເຂົ້າຜັດ ໄກ່ຈືນ ເປັນ ໄກ່ທອດ ເຮືອນ ເປັນ ບ້ານ ງາມ ປ່ຽນວ່າ ສວຍ ແລະ ອື່ນໆອີກ.
ຄວາມສັບສົນທາງດ້ານການຂຽນ ເຊັ່ນຄຳວ່າ: ໄຊເສດຖາ ກັບ ໄຊເຊດຖາ ອະນຸວົງ ກັບ ອານຸວົງ ຂໍອະໄພ ກັບ ຂໍອາໄພ ຄຳນັບ ກັບ ຂ່ຳນັບ ຊຶ່ງຄຳແຕ່ລະຄຳມັນມີຄວາມໝາຍຂອງມັນ ແລະ ມີຫຼັກພາສາໃນການຂີດຂຽນສະເພາະຢູ່ແລ້ວ ແຕ່ເຮົາເຮັດໃຫ້ມັນເກີດຄວາມສັບສົນ ໄຈ້ແຍກບໍ່ຖືກວ່າຈະເອົາແນວໃດດີ ໂດຍສະເພາະ ພວກທີ່ເຮັດວຽກກັບສື່ສິ່ງພິມ ເຮົາເຫັນວ່າໃນໜັງສືພິມດຽວກັນ ບົດດຽວກັນ ແຕ່ຂຽນແຕກຕ່າງກັນ ເຮັດໃຫ້ຜູ້ອ່ານມີຄວາມຮູ້ສຶກສັບສົນ ໃນຄວາມບໍ່ແນ່ນອນໃນການໃຊ້ພາສາ ແລະ ໃນບົດເພງຂອງໄວໜຸ່ມ ຍິ່ງເຫັນວ່າເກືອບຈຳແນກບໍ່ໄດ້ເລີຍວ່າ ມັນແມ່ນພາສາລາວ ຫຼື ພາສາອັນໃດແທ້ ຊຶ່ງເປັນໜຶ່ງໃນຄວາມແຕກແຍກທາງດ້ານພາສາ ເພາະກຸ່ມຄົນລຸ້ນນີ້ ຈະກາຍເປັນຜູ້ໃຫຍ່ໃນອະນາຄົດ ຖ້າຫາກເຮົາບໍ່ສ້າງປັດຈຸບັນນີ້ໃຫ້ດີ ແນ່ນອນ ອະນາຄົດກໍຈະເປັນການແກ້ໄຂຍາກ ເພາະອະນາຄົດມັນແມ່ນເງົາຂອງປັດຈຸບັນ.
ເຖິງວ່າເຮົາຈະນຳໃຊ້ວັດຈະນານຸກົມໃນການອ້າງອີງກໍຕາມ ແຕ່ກໍເຫັນຄວາມແຕກແຍກໃນວັດຈະນານຸກົມເຊັ່ນດຽວກັນ ຄວາມບໍ່ແນ່ນອນໃນການນຳໃຊ້ພາສາ ຫຼື ການຮັບເອົາພາສາອື່ນມາໃຊ້ ໂດຍຂາດການກັ່ນກອງ ກໍຈິ່ງກາຍມາເປັນພາສາຊອດກະຈາ ກາຍມາເປັນພາສາທີ່ບໍ່ມີຄວາມເປັນລະບຽບ ແລະ ບໍ່ມີຄວາມຮັບຜິດຊອບ ຊຶ່ງສິ່ງເຫຼົ່ານີ້ ກາຍມາເປັນການທຳລາຍພາສາລາວ ທີ່ບັນພະບູລຸດລາວເຮົາໄດ້ສົ່ງມອບໃຫ້ຄົນລາວໃນປັດຈຸບັນ ແລະ ສືບຕໍ່ໄປຫາອະນາຄົດ ເປັນຜູ້ປົກປັກຮັກສາ ແລະ ຫວງແຫນ.
ຕໍ່ກັບບັນຫາດັ່ງກ່າວນີ້ ຜ່ານມາ ພັກລັດ ໄດ້ມີນະໂຍບາຍໃນການຕົກລົງໃຫ້ມີຄະນະຮັບຜິດຊອບ ຄົ້ນຄ້ວາກ່ຽວກັບພາສາລາວ ມີສະຖາບັນພາສາສາດ ແລະ ເບື້ອງມະຫາວິທະຍາໄລແຫ່ງຊາດ ກໍມີຄະນະອັກສອນສາດ ແຕ່ປະກົດວ່າ ດ້ວຍເຫດຜົນອັນໃດ ສິ່ງທີ່ເປັນບັນຫາກັບບໍ່ໄດ້ຖືກແກ້ໄຂ ທັງທີ່ມັນກໍຖືກຫຼາຍຄົນ ແລະ ຫຼາຍພາກສ່ວນສ່ອງແສງມາແລ້ວ ເບື້ອງກ້ວາງກໍມີກະຊວງສຶກສາທິການກັບກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຊຶ່ງຂ້າພະເຈົ້າເຂົ້າໃຈວ່າ ຄວນມີສ່ວນຮັບຜິດຊອບຮ່ວມກັບພາກສ່ວນຂອງສັງຄົມ.
ເຮົາເຫັນແລ້ວວ່າ ຖ້າຫາກບັນຫາພາສາລາວຊອດກະຈາ ການຂີດຂຽນພາສາລາວແບບບໍ່ມີຫຼັກ ຍັງຖືກປ່ອຍປະລະເລີຍຢູ່ຄືແນວນີ້ ກໍຈະນຳມາຊຶ່ງຄວາມສັບສົນ ແລະ ແຕກແຍກທາງດ້ານພາສາລາວຫຼາຍຂຶ້ນ ສະນັ້ນ ຈິ່ງບໍ່ສົມຄວນເປັນຢ່າງຍິ່ງ ທີ່ຈະປ່ອຍປະລະເລີຍໃຫ້ພາສາລາວ ເປັນໄປຕາມຍະຖາກຳ ຄືເຊັ່ນທີ່ເປັນຢູ່ໃນປັດຈຸບັນນີ້ຢ່າງເດັດຂາດ.
ໂດຍ: ຊາຍຄຳ ຈຳປາອຸທຸມ
10:39 PM | Posted in Education, Laos | Read More »
Lao robot contestors win "Panasonic Award"

18 counties have attended the competition namely China, Brunei, India, Indonesia, Iran, Japan, Laos, Malaysia, Mongolia, Nepal, Pakistan, Russia, Sri Lanka, Taiwan (China), Thailand, Turkey, and Vietnam.
The Asia-Pacific Robot Contest has been held since 2002 for tertiary students in the Asia-Pacific region. It is aimed at fostering friendship among the students with similar interests, as well as help advance engineering and broadcasting technology in the region.
This is the first time for us to compete at an international robot contest in Thailand. We did not hope for any prize except experience to develop our robot making back in our county and to teach what we have learned and experienced for our juniors, said a Lao awardee.
Eighteen countries have sent their represenatives to compete at the event and most of them are skilled in robot devising. In the first round, our students contested against Chinese students and Brunei ones and we could pass to the second round. Unfortunately, we could not make our way through this round. This award is meaningful to our students. Besides to top and second and third prizes, the sponsor Panasonic Japan prepared Panasonic Awards for this competition, said Senior Consultant to Soutsaka College of Manegement and Technology Mr. Soutsaka Bounmanit.
We planned to send our students to compete at an international event in China's Hongkong next year. But we have to prepare ourselves extensively because the event is reportedly much tougher and we are also worried about our budget because we have to spend much in order to present at the competition, said Mr. Soutsaka.
9:40 PM | Posted in Education | Read More »
Full house at Vientiane Secondary School

(KPL) Numerous students are vying to enroll with the most popular Vientiane Secondary School but the school can accommodate only 3,500 students, according to director of the school, Mr. Bounthome Kenamoune.
He said that the school still needed at least ten more teachers, for example, of history and geography because it had only 27 teachers teaching these subjects.
Last academic year, the school awarded 10 red certificates to best matthayom-seven students. Most of them have an average grade of nine plus, according to Mr. Bounthome.
He said that the school aimed to increase the number of students deserving red certificates up to over ten this 2011-2012 academic year.
11:13 AM | Posted in Education | Read More »
ນັກສຶກສາ ມຊ 6.000 ກວ່າຄົນ ກຽມພ້ອມຮັບໃຊ້ສັງຄົມ !

ທ່ານ ສຈ ດຣ. ສຸກກົງ ແສງ ໄຊຍະເລີດ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ໄດ້ກ່າວໃນພິທີມອບ-ຮັບໃບປະກາສະນີຍະບັດມື້ວານນີ້ວ່າ: ຖ້າຫາກວ່ານັກບັນດິດໃຫມ່ພວກເຮົາມີຄວາມຮູ້ແຕ່ບໍ່ຮູ້ນຳໃຊ້ກໍ່ເຫມືອນຄຳເວົ້າທີ່ວ່າ “ຄົມໃນຝັກ”ສິ່ງ ນີ້ຈະບໍ່ມີຄຸນຄ່າເທົ່າກັບພ້າຂີ້ຫມ້ຽງທີ່ຖືກໃຊ້ໃນແຕ່ລະວັນ ດັ່ງນັ້ນ ທຸກຄົນຍັງຕ້ອງສືບຕໍ່ຄົ້ນຄວ້າຮ່ຳຮຽນແນວທາງນະໂຍບາຍຂອງພັກ ໂດຍສະເພາະແມ່ນ 4 ບຸກທະລຸໃນມະຕິ IX ຂອງພັກ ເພື່ອຝຶກຝົນຕົນເອງໃນວຽກງານຕົວຈິງຢ່າງຕັ້ງຫນ້າຫລາຍກວ່າເກົ່າ.
ມື້ວານນີ້ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບŒຮັບໃບປະກາສະນີຍະບັດແກ່ນັກສຶກສາຮຸ່ນທີ II ລວມມີນັກສຶກສາທັງຫມົດ 6.607 ຄົນ, ຍິງ 2.403 ຄົນເທົ່າກັບ 90,76% ຈາກ 11 ຄະນະ, ຫນຶ່ງສະຖາບັນ, ຫນຶ່ງຫ້ອງການຫລັງປະລິນຍາຕີ ແລະ ສູນເຈນິ ຕິກ. ໃຫ້ກຽດມອບໂດຍ ທ່ານ ສຈ ດຣ. ສຸກກົງແສງ ໄຊຍະເລີດ ອະທິການບໍດີມະຫາ ວິທະຍາໄລແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ສຈ ດຣ. ບຸນຕຽມ ພິດສະໄຫມ ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ ປະທານສະພາມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍພາກສ່ວນຕ່າງໆທີ່ກ່ຽວຂ້ອງ.
ໃນນັ້ນ ຄະນະສຶກສາສາດມີນັກສຶກສາຫລາຍກວ່າຫມູ່ເຖິງ 902 ຄົນ, ຍິງ 391 ຄົນ ແລະ ຄະນະນິຕິສາດ ແລະ ລັດຖະສາດປະລິນຍາຕີ 815 ຄົນ, ຍິງ 329 ຄົນ, ປະລິນຍາໂທ 43 ຄົນ, ຍິງ 10 ຄົນ ຫມາຍຄວາມວ່າ ນັກສຶກສາທີ່ຈົບໃນສົກສຶກສາ 2010 ຫາ 2011 ນີ້ ມີທັງປະລິນຍາຕີ ແລະ ປະລິນຍາໂທພ້ອມກັນ.
ໃນທ່າມກາງບັນຍາກາດອັນມີຄວາມຫມາຍສຳຄັນຂອງນັກສຶກສາທີ່ໄດ້ຮັບປະກາສະນີຍະບັດນີ້ ແມ່ນສະແດງໃຫ້ພວກເຮົາເຫັນເຖິງຄວາມຍິ່ງໃຫຍ່ທີ່ສຳຄັນນັ້ນມັນເປັນພຽງແຕ່ຜົນສຳ ເລັດເບື້ອງຕົ້ນເທົ່ານັ້ນ. ນັກສຶກສາຍັງຕ້ອງນຳເອົາຄວາມຮູ້ຄວາມສາມາດນັ້ນຫມູນໃຊ້ເຂົ້າໃນພຶດຕິກຳຕົວຈິງຢ່າງມີຫົວຄິດປະດິດສ້າງເພື່ອປະກອບສ່ວນເຂົ້າໃນການພັດທະນາສັງຄົມ ແລະ ປະເທດຊາດ.
9:59 PM | Posted in Education | Read More »
Only 10,000 students accepted by Lao universities
The new academic year for Lao universities begins at the end of next month, following the announcement of the results of the university entrance exam, which took place in July this year.
More than 21,000 of the total 39,000 graduates from upper secondary schools across the country took part in the exam, but less than half of those students will be accepted to study at the four main universities in Laos. The rest will have to apply to other public and private colleges and vocational schools in Laos, or consider overseas study.
The four main universities in Laos are the National University of Laos (NUOL), Champassak University, Souphanouvong University and Savannakhet University.
Vice President of the NUOL Assoc Prof. Dr Phetsamone Khounsavath told Vientiane Times on Thursday that the university has completed its score checking process and the results will be announced to the public soon.
The NUOL will accept only 7,353 students who passed the entrance exam this year, of which 35 will recieve government scholarships.
Champassak University will accept only 585 students, of which 145 will recieve government scholarships. Souphanouvong University in Luang Prabang province will accept only 1,070 students, of whom 229 will recieve government support. Savannakhet University will accept only 950 students, of whom 108 will get government scholarships.
The entrance exam took place at the four universities in July this year, with students from six northern provinces taking the exam at Souphanouvong University, Luang Prabang. Students from the provinces of Borikhamxay, Khammuan and Savannakhet sat the exam at Savannakhet University, while the students from the four southern-most provinces took the exam at Champassak University.
The students from the government's quota will receive monthly financial support of about 60,000 kip per month, while those who passed the entrance exam will be responsible for their own study fee of about 1 million kip per year. The NUOL will not offer special courses this year, as those subjects which were previously offered will be integrated into the university curriculum and available to all regular students.
Last year, about 10,000 new students were admitted to the NUOL, more than half of whom studied the special courses. “This year, we will have a smaller number of new students studying at our university, as we want to improve the quality of our students before their graduation,” Prof Dr Phetsamone said, adding that the university also plans to upgrade its curricula to international standards to produce a more highly skilled workforce to guide the nation's future development.
Students in Laos will now study for four years to complete their degrees, after the government extended the duration of the formal education system from 11 to 12 years. Prior to this, it took all university students at least five years to finish their university degrees, as they had to study pre-entry courses before undertaking their majors.
The general subjects which were previously taught at pre-university level are now taught in the seventh grade of secondary school, so upper secondary school graduates can continue directly on towards their majors. But it may still take some students five years to finish their degree if they struggle with their majors, particularly those who study foreign languages.12:08 AM | Posted in Education | Read More »
Thai Princess gives over 270 mln kip for 15 schools in Laos

(KPL) Her Royal Highness Princess Maha Chakri Sirindhorn of the Kingdom of Thailand has provided through Thai Embassy in Vientiane over 270 million kip (approx. THB 1 million) to the Ministry of Education and Sport to further present to 15 schools in Vientiane (province), Khammouane, Houaphanh, Sekong, Oudomsay and Attapue to improve the education of these educational institutes.
The handover ceremony for the grant from the H.R.H Princess of Thailand took place at the Ministry of Education and Sport between Thai Ambassador to Laos, Mr. Wittawat Sriwihok and Deputy Minister of Education and Sports, Mr. Lytou Paomoua. And relevant officials of both sides witnessed the handover ceremony.
The grant is under the Laos-Thailand Collaboration in Children and Youth Development Project, under the patronage of Princess Maha Chakri.
The financial assistance will be distributed by the ministry and paid for activities such as school meat programmes, hygiene and sanitation improvement and school farms during academic year of 2011-2012.
Mr. Lytou said the rural children particularly girls find school attendance difficult due to a lack of adequate clothing and food. Instead, many children spend their days helping their parents on the farm.
By Soulaphone Kanyaphim
12:00 PM | Posted in Education, Laos | Read More »
ບັນຫາຄົນລາວ ກັບການອ່ານຫນັງສື

ການອ່ານນັບວ່າມີຄວາມສຳຄັນເປັນຢ່າງຍິ່ງສຳຫລັບການສຶກສາ ໂດຍສະເພາະໃນລະບົບໂຮງຮຽນເພາະກິດຈະກຳທຸກຢ່າງໃນໂຮງຮຽນຕ້ອງອາໄສການອ່ານເປັນສື່ໃນການຮຽນຮູ້ເປັນປັດໄຈສຳຄັນທີ່ຈະສົ່ງຜົນເຖິງການຮຽນຮູ້ວິຊາອື່ນໆອີກນັກຮຽນທີ່ສາມາດຈັບໃຈຄວາມສຳຄັນເລື່ອງທີ່ອ່ານໄດ້ຍ່ອມຈະເຂົ້າໃຈເນື້ອຫາສາລະວິຊາຕ່າງໆໄດ້ດີກວ່າຜູ້ທີ່ອ່ານແລ້ວຈັບໃຈຄວາມບໍ່ໄດ້ ແລະ ຜູ້ທີ່ຈັບໃຈຄວາມໃນການອ່ານບໍ່ໄດ້ມັກຈະເກີດຄວາມເບື່ອຫນ່າຍຕໍ່ການອ່ານຈິ່ງເປັນຕົ້ນເຫດບໍ່ປະສົບຄວາມສຳເລັດໃນການຮຽນ.
ດັ່ງນັ້ນ ການອ່ານຈິ່ງມີຄວາມສຳຄັນຢ່າງຍິ່ງສຳລັບການສຶກສາການຮຽນຮູ້ໃນປະຈຸບັນ ແລະ ມີຄວາມສຳຄັນຕໍ່ທຸກຄົນໃນສັງຄົມຢ່າງແທ້ຈິງເພາະການອ່ານເປັນກຸນແຈສຳຄັນທີ່ຈະນຳ ໄປສູ່ຄວາມຮູ້ຕ່າງໆເພື່ອນຳມາໃຊ້ໃນການພັດທະນາຄວາມຄິດການປະກອບອາຊີບ ແລະ ການສ້າງປະສົບປະການ ເຊິ່ງຈະຊ່ວຍໃຫ້ຄົນຮູ້ແກ້ໄຂບັນຫາ ແລະ ດຳລົງຄົງໂຕຢູ່ໃນສັງຄົມຢ່າງມີຄວາມສຸກນອກຈາກນີ້ການອ່ານຍັງຕອບສະຫນອງຄວາມຢາກຮູ້ຢາກເຫັນ ແລະ ຍັງເປັນການເພີ່ມຄວາມຮູ້ແລະຄວາມຄິດທີ່ກວ້າງໄກໃຫ້ກັບຜູ້ທີ່ມັກອ່ານ.
ໃນຂະນະທີ່ການອ່ານມີຄວາມສຳຄັນດັ່ງທີ່ກ່າວມານັ້ນ ຈິ່ງມີຄຳຖາມຕາມມາວ່າ: ເປັນຫຍັງຄົນລາວເຮົາສ່ວນໃຫຍ່ຈິ່ງບໍ່ມັກອ່ານຫນັງສື? ໂດຍສະເພາະນັກຮຽນນັກສຶກສາຜູ້ທີ່ກຳລັງຢູ່ໃນໄວຊອກຮູ້ຮ່ຳຮຽນຜູ້ຂຽນໄດ້ສົນທະນາກັບຜູ້ອ່ານຫລາຍກຸ່ມຄົນຫລາຍຄົນກໍ່ບອກວ່າເປັນເພາະນິດໄສຂອງຄົນເຮົາບາງຄົນຂີ້ຄ້ານອ່ານຫນັງສື ຈົນກາຍເປັນຄວາມຊິນເຄີຍໄປແລ້ວ ແລະ ຫລາຍຄົນກໍ່ບອກວ່າ ປຶ້ມອ່ານຍັງບໍ່ມີຫລາຍຕາມຄວາມຕ້ອງການຂອງຜູ້ອ່ານຈາກບັນຫາດັ່ງກ່າວນັ້ນອາດຈະມີສ່ວນແຕ່ບໍ່ມີໃຜສາມາດຫາ ຄຳຕອບທີ່ຖືກຕ້ອງຄົບຖ້ວນໄດ້ ຖ້າຢາກຫາຄຳຕອບທີ່ຫນ້າເຊື່ອຖືໄດ້ຕ້ອງເຮັດການວິໄຈເທົ່ານັ້ນ.
ຢ່າງໃດກໍ່ຕາມຜູ້ຂຽນຄິດວ່າ ເນື້ອຫາສາລະກໍ່ເປັນປັດໄຈຫນຶ່ງ ທີ່ຈະເຮັດໃຫ້ຄົນອ່ານ ຫລື ບໍ່ອ່ານບໍ່ວ່າຈະເປັນປຶ້ມ, ບົດຄວາມ ແລະ ຂໍ້ມູນ-ຂ່າວສານອື່ນໆກໍ່ເຊັ່ນດຽວກັນ ຖ້າວ່າເນື້ອໃນບໍ່ຈັບອົກຈັບໃຈ, ບໍ່ມີເນື້ອຫາສາລະທີ່ເປັນປະໂຫຍດກໍ່ບໍ່ສາມາດສ້າງແຮງດຶງດູດໃຫ້ຄົນມາອ່ານໄດ້ ເຊິ່ງຈະເຫັນໄດ້ໃນສັງຄົມລາວໃນປະຈຸບັນຢ່າວ່າແຕ່ນັກຮຽນນັກສຶກສາເລີຍທີ່ບໍ່ມັກອ່ານປຶ້ມ, ອ່ານຫນັງສືພິມແມ່ນແຕ່ພະນັກງານລັດຖະກອນ, ນັກທຸລະກິດ, ຈຳນວນຫນຶ່ງກໍ່ຍັງບໍ່ມັກອ່ານຫນັງສືພິມລາວມີຫລາຍຄົນບອກວ່າມັນບໍ່ມີແນວ ເປັນຕາອ່ານຈະໃຫ້ອ່ານແນວ ໃດ! ຫລາຍຂ່າວຫລາຍບົດຄວາມບໍ່ມີເນື້ອຫາສາລະພຽງພໍທີ່ຈະຢາກອ່ານຢາກຕິດຕາມ ແຕ່ບາງຄົນກໍ່ບອກວ່າບໍ່ມີເວລາອ່ານຜູ້ຂຽນຄິດວ່າຖ້າເນື້ອຫາສາລະມີຄວາມດຶງດູດ, ມີຄວາມສົນໃຈ ແລະ ມີປະໂຫຍດພຽງພໍແນ່ນອນຄົນຕ້ອງອ່ານ.
ສ່ວນນັກຮຽນນັກສຶກສາ ເຊິ່ງຢູ່ໃນໄວທີ່ກຳລັງຊອກຮູ້ຮ່ຳຮຽນຫນ້າຈະເອົາໃຈໃສ່ໃນການອ່ານ ເພື່ອພັດທະນາຄວາມຮູ້, ຄວາມຄິດໃຫ້ກວ້າງຂວາງຜູ້ຂຽນພະຍາຍາມຄົ້ນຫາງານວິໄຈ ຫລື ຜົນສຳຫລວດກ່ຽວກັບການອ່ານຂອງນັກຮຽນນັກສຶກສາຂອງລາວເຮົາ ເພື່ອຢາກຮູ້ວ່າ ພຶດຕິກຳການອ່ານຂອງນັກຮຽນນັກສຶກສາຈະມີຫນ້ອຍຫລາຍປານໃດ ແຕ່ຍັງບໍ່ພົບຢ່າງໃດກໍ່ ຕາມຜູ້ຂຽນຄິດວ່າພຶດຕິກຳການອ່ານຫນັງສືຂອງນັກຮຽນນັກສຶກສາໃນລາວເຮົາຫນ້າຈະຍັງ ຕ່ຳຖ້າທຽບໃສ່ປະເທດອື່ນ ເຊິ່ງສັງເກດເຫັນໄດ້ໃນເວລາຫວ່າງຂອງນັກສຶກສາຈະບໍ່ມີກິດຈະກຳ ຫຍັງຫລາຍແທນທີ່ເວລາຫວ່າງຈະຫລັ່ງໄຫລເຂົ້າຫໍສະຫມຸດ ເພື່ອຄົ້ນຫາຂໍ້ມູນ, ອ່ານປຶ້ມເພື່ອຫາຄວາມຮູ້ໃສ່ໂຕເອງ ແຕ່ກົງກັນຂ້າມກິດຈະກຳໃນຍາມ ຫວ່າງຄືການຊຸມແຊວຕາມສະຖານທີ່ຕ່າງໆ, ຕາມຮ້ານອາຫານຮ້ານບັນເທີງແລ້ວຈະເອົາເວລາໃດມາອ່ານຫນັງສື? ເພາະການໄປລັກສະນະດັ່ງກ່າວສົ່ງຜົນກະທົບຕໍ່ການຮຽນຢ່າງແນ່ນອນ.
ຈາກບັນຫາດັ່ງກ່າວນັ້ນຜູ້ຂຽນໄດ້ແຕ່ຫວັງວ່າພາກສ່ວນກ່ຽວຂ້ອງ ໂດຍສະເພາະສະຖາບັນການສຶສາ, ຄອບຄົວຈະຫາທາງແກ້ໄຂ ເພື່ອເຮັດໃຫ້ເດັກ ແລະ ເຍົາວະຊົນລາວຫັນມາຮັກ ການອ່ານ ໂດຍການປູກຈິດສຳນຶກໃຫ້ເດັກ ແລະ ເຍົາວະຊົນຕັ້ງແຕ່ຊັ້ນປະຖົມ, ຈັດກິດຈະກຳສົ່ງເສີມການອ່ານໃຫ້ມີຫລາຍຮູບແບບ ເພື່ອເຮັດໃຫ້ຄົນສົນໃຈໃນການອ່ານຕັ້ງແຕ່ໄວເດັກທັງນີ້ ເນື່ອງຈາກການອ່ານຍັງເປັນການເລີ່ມຕົ້ນຈຸດປະກາຍຂອງການຮຽນຮູ້ ເພື່ອມຸ່ງສູ່ການເວົ້າເກ່ງ, ຂຽນເກ່ງ, ກ້າຕັດສິນໃຈ ກ້າສະແດງອອກ ແລະ ມີແນວຄິດທີ່ກວ້າງໄກອີກດ້ວຍແຕ່ທັງນີ້ທັງນັ້ນໃນການແກ້ໄຂບັນຫາ ດັ່ງກ່າວນີ້ພາກສ່ວນກ່ຽວຂ້ອງຫນ້າຈະຮູ້ດີ ໂດຍຈະໃຊ້ວິທີການໃດ ແລະ ຈະແກ້ໄຂຈາກຈຸດໃດເຊື່ອວ່າພາກສ່ວນກ່ຽວຂ້ອງຈະຫາທາງແກ້ໄຂ.
3:15 PM | Posted in Education | Read More »