|

5 ເຫດຜົນ ທີ່ເຮັດໃຫ້ຄຸນນະພາບ ການສຶກສາຂອງລາວຍັງຕ່ຳ


*(ຂປລ): ໃນໂອກາດໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນຜ່ານມາ, ທ່ານ ດຣ. ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີວ່າການ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ຄວາມກະຈ່າງ ແຈ້ງໃນຫລາຍໆບັນຫາ ກ່ຽວກັບວຽກງານການສຶກສາ ແລະ ກິລາ. ພ້ອມທັງຍົກໃຫ້ເຫັນ 5 ເຫດຜົນ ທີ່ເຮັດໃຫ້ລະບົບການສຶກສາຢູ່ລາວຍັງຕ່ຳ. ໃນນັ້ນ ປະກອບມີ ຫລາຍບັນຫາຍັງບໍ່ທັນຕອບສະໜອງ ຕໍ່ການພັດທະນາ ການຮຽນ-ການສອນ; ປັດໄຈຄູບໍ່ພຽງພໍ, ຄູບໍ່ໄດ້ມາດຖານ; ປັດໄຈອຸປະກອນການຮຽນ-ການສອນ, ອາຄານ ຮຽນບໍ່ໄດ້ມາດຖານ ແລະ ບໍ່ທັນພຽງພໍ; ລະບົບການບໍລິຫານການສຶກສາບໍ່ທັນເຂັ້ມແຂງ ແລະ ບັນຫາງົບປະ ມານໃນການບໍລິຫານໂຮງຮຽນບໍ່ພຽງພໍ.

ສຳລັບ ບັນຫາຫາງສຽງຈາກສັງຄົມ ກ່ຽວກັບການເກັບຄ່າທຳນຽມ ໃນແຕ່ລະໂຮງຮຽນບໍ່ເປັນເອກະ ພາບກັນນັ້ນ, ທ່ານລັດຖະມົນຕີໄດ້ໃຫ້ຄຳຊີ້ແຈງວ່າ: ອີງຕາມ ກົດໝາຍວ່າດ້ວຍການສຶກສາ ແລະ ຕາມນະໂຍ ບາຍຂອງລັດຖະບານ ກໍຄື ນະໂຍບາຍຂອງກະຊວງສຶກສາແລ້ວ, ການສຶກສາຂັ້ນປະຖົມແມ່ນບໍ່ໃຫ້ເກັບຄ່າ ທຳນຽມ ແຕ່ມີພະແນກສຶກສາບາງເມືອງ, ແຂວງ ກໍໄດ້ລາຍງານວ່າ ໄດ້ເກັບຄ່າທຳນຽມໄປກ່ອນແລ້ວ ເພາະວ່າບໍ່ມີເງິນບໍລິຫານໂຮງຮຽນ ແຕ່ກໍໄດ້ມີການລາຍ ງານສະມາຄົມພໍ່ແມ່ນັກຮຽນ, ອຳນາດການປົກຄອງທ້ອງຖິ່ນ ເຫັນດີນຳກັນ ເພື່ອນຳໄປສ້ອມແປງໂຮງຮຽນ, ຄ່ານ້ຳ, ຄ່າໄຟທີ່ໃຊ້ຢູ່ໃນໂຮງຮຽນ. ລັດຖະບານມີ ງົບປະມານ ຈຳນວນໜຶ່ງ ໃຫ້ແກ່ສະຖາບັນການສຶກສາແຫ່ງຕ່າງໆ, ຊຶ່ງການສະໜອງງົບປະມານບໍລິຫານສຳລັບການສຶກສາ ແມ່ນໄດ້ບົ່ງໄວ້ໃນດຳລັດ ການຈັດ ຕັ້ງປະຕິບັດກົດໝາຍການສຶກສາ, ໃນນັ້ນ ການສະໜອງງົບປະມານ ການສຶກສາຂັ້ນອະນຸບານ ແລະ ປະຖົມສຶກສາ ແມ່ນ 100.000 ກີບ/ຄົນ/ປີ; ມັດທະຍົມ ຕອນຕົ້ນ 120.000 ກີບ/ ຄົນ/ປີ; ມັດທະຍົມຕອນປາຍ 150.000 ກີບ/ຄົນ/ປີ; ສາຍອະຊີວະສຶກສາ 500.000 ກີບ/ຄົນ/ປີ; ສາຍສ້າງຄູ 300.000 ກີບ/ຄົນ/ປີ; ມະຫາວິທະຍາໄລ 550.000 ກີບ/ຄົນ/ປີ ແລະ ການສຶກສານອກລະບົບໂຮງຮຽນ 150.000 ກີບ/ຄົນ/ປີ, ຖ້າສະຖາບັນການສຶກສາໃດ ຫາກໄດ້ຮັບເງິນຈຳ ນວນດັ່ງກ່າວ ແມ່ນບໍ່ຈຳເປັນຈະເກັບ ຄ່າທຳນຽມອີກ. ແຕ່ວິທີການສະໜອງງົບປະມານແມ່ນບໍ່ທັນພຽງພໍ. ສະນັ້ນ ບາງສະຖາບັນຈິ່ງໄດ້ເກັບຄ່າທຳນຽມ ນອກ ເໜືອຈາກຄຳສ່ັງ ຫລື ນະໂຍບາຍຂອງການສຶກສາ.

ທ່ານ ລັດຖະມົນຕີຍັງໄດ້ກ່າວອີກວ່າ: ປະຈຸບັນ, ທົ່ວປະເທດມີໂຮງຮຽນຫລາຍແຫ່ງ ນັບທັງພາກລັດ ແລະ ພາກເອກະຊົນ ຊຶ່ງການເກັບຄ່າຮຽນ ກໍມີຄວາມ ແຕກຕ່າງກັນ ແຕ່ກໍມີຂອບເຂດຂອງມັນ ໝາຍຄວາມວ່າ ບໍ່ໃຫ້ສູງເກີນໄປ ແຕ່ຜູ້ທີ່ຢາກຮຽນ ກໍຕ້ອງໄດ້ເລືອກເອົາວ່າຈະຮຽນຢູ່ໃສ, ໂຮງຮຽນລັດ ຫລື ເອກະຊົນ ຕາມ ຄວາມສາມາດທີ່ຮັບໄດ້ກໍໄປຮຽນ. ພ້ອມກັນນີ້ ທາງກະຊວງຈະໄດ້ມີການສ້າງຕັ້ງ ສະພາທີ່ປຶກສາການສຶກສາ ພາກເອກະຊົນ ເພື່ອເປັນທີ່ປຶກສາໃຫ້ແກ່ ກະຊວງສຶກສາ ໃນການກຳນົດນະໂຍບາຍ, ມາດຕະການ, ວິທີການ ສົ່ງເສີມໃຫ້ທຸກພາກສ່ວນໄດ້ມີສ່ວນຮ່ວມ ໃນການພັດທະນາການສຶກສາ ຢ່າງເປັນທຳ ແລະ ສະເໝີພາບ.

KPL

Posted by samakomlao on 9:06 PM. Filed under , , . You can follow any responses to this entry through the RSS 2.0. Feel free to leave a response

1 comments for "5 ເຫດຜົນ ທີ່ເຮັດໃຫ້ຄຸນນະພາບ ການສຶກສາຂອງລາວຍັງຕ່ຳ"

  1. Anonymous

    ເກັບຄ່າທຳນຽມບໍ່ຄືກັນ ຍ້ອຍເງີນເດືອນຄູຫນ້ອຍ ກໍ່ເເລີຍຫາກິນແບບນີ້

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added