ລາວກໍາລັງຈະມີໂຣງແຮມລະດັບ 5 ດາວ 28 ຊັ້ນ !

ໂຄງການກໍ່ສ້າງໂຮງແຮມລາດຊະວົງ ລະດັບ 5 ດາວ ໄດ້ຈັດພິທີເຊັນສັນຍາໂຄງການດັ່ງກ່າວ ຂຶ້ນໃນຕອນເຊົ້າຂອງວັນທີ 16 ກັນຍາ 2011 ທີ່ຫ້ອງການ ຂອງບໍລິສັດ ຣິໂກ້ໂກລໂບ້ ບ້ານສີໄຄ ເມືອງສີໂຄດຕະ ບອງ ນະຄອນຫລວງວຽງຈັນ ລະຫວ່າງ ທ່ານ ພັນເອກ ຄຳມີ ຫລ້າບຸນທັນ, ຫົວໜ້າກົມໃຫຍ່ເສດຖະກິດ ກະ ຊວງປ້ອງກັນປະເທດ ແລະ ທ່ານ Boris J.Ngo ປະທານບໍລິສັດ ຣິໂກ້ໂກລໂບ້ ໂດຍມີພະນັກງານທັງສອງຝ່າຍ.
ໂຄງການກໍ່ສ້າງ ໂຮງແຮມລາດຊະວົງ ລະດັບ 5 ດາວ ແມ່ນໂຄງການກ່ໍສ້າງລະດັບໃຫຍ່ ທີ່ສຸດແຫ່ງໜື່ງ ຢູ່ນະຄອນຫລວງວຽງຈັນ ແລະ ໂຮງແຮມດັ່ງກ່າວ ເປັນ ໂຮງແຮມຄົບວົງຈອນ ປະກອບມີສູນການຄ້າຄົບວົງຈອນ, ສູນກິລາ, ສູນບັນເທິງ ແລະ ອື່ນໆ. ໂຮງແຮມ ລາດຊະວົງ ປະກອບມີ 28 ຊັ້ນ, ມີ 350 ຫ້ອງ, ມີຫ້ອງ VIP ທຳມະດາ 20 ຫ້ອງ, VIP ສູດ 30 ຫ້ອງ, ໃນນີ້ ມີຫ້ອງປະມຸກລັດ 2-3 ຫ້ອງ, ລວມມູນຄ່າການກ່ໍສ້າງ 100 ລ້ານໂດລາສະຫະລັດ, ໃນນີ້ ກະຊວງ ປ້ອງກັນປະເທດຖືຮຸ້ນ 25% ແລະ ການກໍ່ສາ້ງຈະໃຊ້ເວລາ 2 ປີເຄິ່ງ ຊຶ່ງ ຈະເລີ່ມລົງມືກໍ່ສ້າງໃນເດືອນມີນາ 2012 ມີອາຍຸການຮ່ວມມື 99 ປີ.
ໂຄງການກໍ່ສ້າງ ໂຮງແຮມ ລາດຊະວົງ ລະດັບ 5 ດາວ ແມ່ນອີກໂຄງກໍ່ສ້າງ ເພື່ອສົ່ງເສີມການທ່ອງ ທ່ຽວຂອງ ສປປ ລາວ ແລະ ອີກດ້ານໜື່ງ ກໍເພື່ອດຶງດູດນັກ ລົງທຶນ, ນັກທຸລະກິດຈາກບັນດາຕ່າງປະເທດ ມາລົງທຶນຢູ່ ສປປ ລາວ ເພື່ອພ້ອມການພັດທະນາປະເທດລາວ ໃຫ້ຈະເລີນຮຸ່ງເຮືອງ ຂຶ້ນເລື້ອຍໆ.
ເປັນຄວາມຄິດທີ່ດີຫລາຍ
ມີແຕ່ໂຄງການ ສ້າງໂຮງແຮມ ແລະ ຫ້າງສັບພະສິນຄ້າ ລະດັບ 5ດາວ ແລະ ຫລາຍຊັ້ນ ໃນຫລາຍປີ ຕໍ່ໍ່ໜ້າ ບາດວ່າ ໂຄງການສ້າງ ໂຮງຮຽນ ແລະ ມະຫາວິທະຍາໄລ ລະດັບສູງນັ້ນ ພັດບໍ່ມີ ຢ່າຟ້າວ ດີໃຈຫລາຍເດີ ! ຖ້າການສຶກສາ ອອ່ນ ອາາຄົດ ມັນຈະເປັນແນວໃດ?
ຂ້ອຍເຫັນດີ ກັບຄວາມເຫັນທີ່ສອງ
ເພາະມີຫ້າງຫຼາຍ ກໍ່ຈະເຮັດໃຫ້ຄົນເຮົາ ລືມວິຖີການດໍາລົງຊີວິດແບບພໍພຽງ
As I said b4, Lao gov't(puklut)never paid attention on
developing the country by building more school,roads,and hospitals etc. unless something benefits themselves,not the pple or the country. Instead, they keep waiting 4 the outside aids to come & build these things.
On other thing, I wouldn't want to sleep in that hotel at 28th floor, r u kidding me? What if there is fire, city of VT has fire dept. but will they come on your request when needed it.
For instance, there was a fire occurred in the electric pole not too long ago and this is during a day, where was the fire dept.?
Sad, so sad.
ພງ ປ່າໄມ້ ແຕ່ລະມື້ໄຖເງິນໄດ້ຫລາຍພັນໂດລາຕໍ່ມື້ຕໍ່ຄົນ