ຫລາຍພາກສ່ວນສະເໜີ ໃຫ້ທົບທວນການຂຽນ ແລະ ເວົ້າພາສາລາວໃຫ້ຖືກຕ້ອງ !

(ຂປລ): ກອງປະຊຸມປຶກສາຫາລືການຂຽນ ແລະ ເວົ້າພາສາລາວໃຫ້ຖືກຕ້ອງໄດ້ໄຂຂຶ້ນໃນວັນທີ 23 ພະຈິກ 2011 ທີ່ຫ້ອງປະຊຸມຂອງກະຊວງຖະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ພາຍໃຕ້ການປະທານຂອງ ທ່ານ ສີວຽງແຂກ ກອນນີວົງ ຫົວໜ້າກົມພິມຈຳໜ່າຍ, ມີບັນດາຄະນະຮັບ ຜິດຊອບກົມກອງສະຖາບັນອ້ອມຂ້າງກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວລວມໄປເຖິງພາກສ່ວນກ່ຽວຂ້ອງອື່ນໆເຂົ້າຮ່ວມ.
ບັນດາຜູ້ເຂົ້າກອງປະຊຸມຄັ້ງນີ້ຕ່າງກໍໄດ້ນຳສະເໜີ ແລະ ຊີ້ແຈງວ່າ: ທີ່ຜ່ານມາຄົນລາວ ໂດຍສ່ວນໃຫຍ່ເວົ້າ ແລະ ຂຽນພາສາລາວຍັງບໍ່ສອດຄ່ອງ ແລະ ບໍ່ຖືກ ຕ້ອງຕາມລັກສະນະພາສາລາວໂດຍສະເພາະການໃຊ້ພາສາລາວແບບຊອດກະຈາ ຊຶ່ງຄັດກັບສຸພາສິດທີ່ວ່າ: “ພາສາບອກຊາດມາລະຍາດບອກຕະກຸນ ” ແນວໃດກໍດີ ກອງປະຊຸມນີ້ຈະກາຍເປັນສ່ວນສຳຄັນເພື່ອນຳໄປປຶກສາຫາລື ແລະ ພິຈາລະນາເພີ່ມຕື່ມອີກໂດຍຜ່ານຄວາມເຫັນເປັນເອກະພາບຂອງພາສາເວົ້າ ແລະ ພາສາຂຽນຢ່າງຖືກຕ້ອງ.
ຜູ້ເຂົ້າຮ່ວມຍັງໄດ້ຍົກໃຫ້ເຫັນວ່າ: ໃນໄລຍະປີ 1975-1990 ນັ້ນການຂຽນ ແລະ ເວົ້າມີຄວາມເປັນເອກະພາບ ແຕ່ສ່ວນຫລາຍແມ່ນຜິດໃນການໃຊ້ສະຫລະ ( ໃX, ໄX ) ແລະ ອັກສອນ( ດ,ລ) ພ້ອມດຽວກັນນັ້ນ ຮອດປະຈຸບັນນີ້ ການຂຽນໂຕອັກສອນລາວເພື່ອປະກອບເປັນຄຳເວົ້ານັ້ນມີການຜິດພາດຈຳນວນໜຶ່ງ ຊຶ່ງ ປະກົດເຫັນຢູ່ຕາມປ້າຍໂຄສະນາ, ໜັງສືພິມ, ວາລະສານ,ປຶ້ມ,ໂທລະພາບ (ພາສາເວົ້າຂອງໂຄສົກ,ພິທີກອນ ແລະ ການສົນທະນາປາໄສຕ່າງໆ. ກ່ຽວກັບ ບັນຫາດັ່ງກ່າວຜູ້ເຂົ້າຮ່ວມໄດ້ຕັ້ງຄຳຖາມ ແລະ ສະເໜີໄປຫາກົມພິມຈຳໜ່າຍໃຫ້ຊອກວິທີແກ້ໄຂ.
ສຸດທ້າຍກອງປະຊຸມໄດ້ຕົກລົງເປັນເອກະສັນກັນຮັບຮອງເອົາຈຸດຢືນ (ທັດສະນະ) ຂອງການສັງຮວມຄຳສັບດັ່ງກ່າວເພື່ອເປັນກະພາບ ໃນການນຳໃຊ້ພາສາ ລາວ ຊຶ່ງມີເນື້ອໃນດັ່ງນີ້:ພາ ສາລາວບໍ່ແມ່ນພາສາຕ່າງປະທດເຊັ່ນ:ພາສາຝຣັ່ງ, ອັງກິດ, ອັກສອນລາວບໍ່ແມ່ນອັກສອນຕ່າງປະເທດ ແຕ່ໃຊ້ຂຽນທຽບຖານກັບ ພາສາ ຕ່າງປະເທດໄດ້. ສະນັ້ນອັກສອນລາວຈຶ່ງບໍ່ຂຽນແທນ ອັກສອນອື່ນໄດ້ ແລະ ມີແຕ່ຂຽນສະເພາະພາສາລາວເທົ່ານັ້ນ, ຄຳສັບລາວທາງວິທະຍາສາດ ແມ່ນໃຊ້ຕາມພາສາຝຮັ່ງ ຫຼື ອັງກິດເຊັ່ນ: ອິນເຕີເນັດ, ຄອມພິວເຕີ, ອົກຊີ, ນີເຕີ, ຟົດສຟໍ, ນາດຕຣີ... ເຫຼົ່າ ນີ້ເປັນຕົ້ນແຕ່ໃນກໍລະນີບາງຄຳສັບທາງສັງຄົມ ທີ່ ພາສາລາວ ເດີມບໍ່ມີກໍໃຊ້ພາສາຕ່າງປະເທດແທນເຊັ່ນ: ເຝີ, ແບັງກ໊ວນ, ຮຸ້ນ, ກອມມູນິດ, ພ້ອມນັ້ນຍັງກຳນົດການໃຊ້ໂຕ ຣ ທຽບກັບອັກສອນ R ໂດຍສະເພາະ ແມ່ນກັບຊື່ຄົນຕ່າງປະເທດ, ຊື່ຄົນບາງເຜົ່າຂອງລາວ, ພາສາຊົນເຜົ່າ, ຊື່ປະເທດ, ຂຽນທຽບອັກສອນລາວກັບອັກສອນຕ່າງປະເທດ ແລະ ພາສາລາວບາລີ ນຳອີກ. ສຳລັບໂຕອັກສອນ (ຣ) ໃນພາສາປາລີ ແລະ ສັນສະກິດທີ່ປ່ຽນມາເປັນໂຕ ລ ແລ້ວແມ່ນຕົກລົງໃຫ້ໃຊ້ໂຕ ລ ເລີຍເປັນຕົ້ນຄຳວ່າ ກໍລະນີ, ລາສີ, ລະດູການ, ລະບຽບການ, ລະຫັດ, ລາຊະການ, ລາຊະອານາຈັກ ແລະ ບັນດາຄຳອື່ນໆອີກຈຳນວນໜຶ່ງ. ສ່ວນກົກເຄົ້າຂອງບັນດາຄຳສັບຕ່າງໆນັ້ນ ແມ່ນຈັດ ພິມໄວ້ເປັນທີ່ຮຽບຮ້ອຍແລ້ວ ເພື່ອຮັກສາໄວ້ເປັນຂໍ້ມູນສຶກສາ ແລະ ເປັນມໍລະດົກສືບທອດຕໍ່ໄປ.
(KPL) Vientiane, Nov 23 Over 40 linguistics, writers, editors and officials under the umbrella of the Ministry of Information, Culture and Tourism met to discuss the current use of Lao language.
The meeting provided the participants an opportunity to share their points of view on how to find a solution for the current use of the national language so that it can be used uniformly.
At present, the public is using incorrect words in speaking or writing as this form of practice is prevalent in newspapers, magazines, posters, books, televisions and radios, said Head of the Publishing and Distributing Department Siviengkhek Konnivong.
Even Laos is a small and least developed country, it has its own language while some big countries have no their own languages. Therefore we should exert our efforts in conserving our language, said Mr. Siviengkhek.
The Department of Printing and Distributing is going to make a book compiling the most common flaws in using the national language and points of view on how the public fails to have a uniform use of the language, according to the official.

ສາທຸ ທີ່ພາກັນມືນຕາ
ຮີບເຮັດຮີຍແກ້ໄຂໄວໆເທີ້ນອາດຍາເຈົ້ານາຍທັງຫຼາຍເອີຍ
" ໃສວ່າການພັດທະນາ ຕ້ອງເອົາການສຶກສາໄປກ່ອນກ້າວໜື່ງ"
ເປັນຫຍັງຈຶ່ງຫາກໍ່ມາຄິດດຽວນີ້
ເພາະພັດທະນາໄປດົນແລ້ວ.
ພາສາ ເປັນຕົວກໍາໜົກຄວາມຄິດ ພາສາເປັນຮາກເຫົ້ງຂອງຄວາມຄິດ ລາວບໍ່ພັດທະນາຄົນບໍ່ກ້າວໜ້າຍ້ອນພາສາບໍ່ນໍາທາງ. ພາສາແຕ່ລະຄໍາສື່ເຖິງຄວາມຄິດແລະການວິວັດທະນາການຂອງສັງຄົມມະນຸດ
ຊາດໃດມີພາສາທີ່ອຸດົມໝາຍເຖິງຊາດນັ້ນເປັນຄັ້ງແຫ່ງຄວາມຮູ້
ລາວຄິດແຕ່ສິຂາຍດິນໃຫ້ຊາດອື່ນ ບໍ່ເຄີຍຄິດດອກວ່າພາສາມີຄວາມສໍາຄັນແນວໃດ ໃນເມື່ອບໍ່ມີພາສາທີ່ສົມບູນ ໃນຫົວເລີຍບໍ່ມີຄວາມຄິດ
@Anonymous
ເວົ້າຖືກຕ້ອງແລ້ວ
ຢາກໃຫ້ເຈົ້ານາຍມາເຫັນມາອ່ານ
ມາຮູ້ຈັກກັບຄວາມເຫັນຂອງມະຫາຊົນ
ຢາກໃຫ້ເປີດຕາເປີດໃຈ ຮັບຟັງ ຮັບເອົາ ຄວາມຄິດເຫັນຕ່າງໆ
ດຽວນີ້ຄົນລາວສະກົດອັກສອນລາວຜິດຫລາຍຄົນເຮັດປ້າຍໂຄສະນາບໍ່ຮູ້ວ່າຈົບດ້ານອັກສອນສາດມາບໍ່ໍຂຽນກະບໍ່ຖືກ ມີຕົວຢ່າງໜື່ງຄຳວ່າ ໂຮມໄອເດເພິ່ນສະກົດຄຳວ່າເດຍ ເປັນເດຍ໌ ແລ້ວຈະອ່ານເປັນເດຍໄດ້ຈັ່ງໃດ ຕ້ອງອ່ານເປັນເດ ເພາະຖ້າພະຍັນຊະນະໃດມີໂຕກະລັນ ໌ ຢອງຢູ່ເທີງ ພະຍັນຊະນະໂຕນັ້ນຈະບໍ່ອອກສຽງ ເຊັ່ນໂຮມໄອເດຍ໌ ອ່ານເປັນໂຮມໄອເດ
ຂ້ອຍບໍ່ເຂົ້າໃຈ ໄອເດ,ໄອເດຍ໌ ແປວ່າຫຍັງ?
ຫລືວ່າ ໄອເດັຍ ( Idea )ນັ້ນບໍ?
ຫ້າມໃຊ້ພາສາ ຕ່າງປະເທດ
ໂຕຢ່າງພວກເຮົາລະແມ່ນວ່າ"ມາປະຊຸມ Meeting"