|

ເຂດນິຄົມ​ອຸດສາຫະກຳ ການ​ຄ້າ SavanPark ໄລຍະທີ 1 ເປີດແລ້ວ

ເປີດ​ການ​ນຳ​ໃຊ້ເຂດນິຄົມ​ອຸດສາຫະກຳ ການ​ຄ້າ ແລະ ສະຫວັນ​ປ໋າກ ( Savan Park)ໄລຍະທີ 1 ໃນເຂດເສດຖະກິດພິເສດສະຫວັນ-ເຊໂນຢູ່ຈຸດເຊ (C)ໃນວັນທີ 20 ພະຈິກ 2011 ທີ່ແຂວງສະຫວັນນະເຂດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ກຳມະການ​ກົມ​ການ​ເມືອງ ສູນ​ກາງ​ພັກ, ຮອງນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ທັງເປັນ ປະທານຄະນະ​ກຳມະການ​ແຫ່ງ​ຊາດ ລາວ ​ເພື່ອ​ຄຸ້ມ​ຄອງ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ເຂດ​ເສດຖະກິດ ​ສະ​ເພາະ, ​ທ່ານ ດາໂຕ ລີວ ກີອົງ ລັດຖະມົນຕີຊ່ວຍວ່າການ ປະຈຳສຳນັກງານນາຍົກລັດຖະມົນຕີ ປະເທດ ມາເລເຊຍ , ​ທ່ານ ດາໂຕ ທັນຕາຍ ຮີງ, ເອກ​ອັກ ຄະ​ລັດຖະທູດ​ ປະ​ເທດມາ​ເລ​ເຊຍ ປະຈຳ​ ສປປ ລາວ.

ການ ພັດທະນາ ເຂດນິຄົມ ອຸດສາຫະກຳ ການຄ້າ ແລະ ສະຫວັນປ໋າກ ຊຶ່ງນອນໃນເຂດ C ຂອງ ​ເຂດ​ເສດຖະກິດ​ພິ​ເສດ ​ສະຫວັນ​-ເຊ​ໂນ​ ເຊິ່ງ ເລີ່ມດຳ​ເນີນ​ ການ​ພັດທະນາ ​ນັບ​ຕັ້ງ​​ແຕ່ລັດຖະບານ​ລາວ​ ຕາງໜ້າ​ໂດຍ​ຄະນະ​ບໍລິຫານ​ເຂດ​ເສດຖະກິດ​ພິ​ເສດ​ສະຫວັນ​-ເຊ​ໂນ ໄດ້​ເຊັນ​ສັນຍາ​ຮ່ວມທຶນພັດທະນາ​ໂຄງການ ໃນເດືອນກຸມພາ ປີ 2008 ກັບ ບໍລິສັດ ປາຊິ​ຟິກ ກາ ດີແວລອບແມນ ຈຳກັດ ຈາກ​ປະ​ເທດ​ມາ​ເລ​ເຊຍ (ຫຼືເອີ້ນວ່າ ຜູ້ພັດທະນາ) ເພື່ອພັດທະນາພື້ນຖານໂຄງ ລ່າງ ໃນເນື້ອທີ່​ທັງໝົດ 234 ​ເຮັກຕາ ດ້ວຍມູນຄ່າ ​ການ​ລົງທຶນ​ທັງໝົດ ປະມານ 24 ລ້ານ ໂດລາສະຫະລັດ ໃນນັ້ນ ລັດຖະບານຖືຮຸ້ນ 30% ແລະ ສ່ວນທີ່ເຫຼືອ 70% ແມ່ນເປັນການລົງທຶນ ຂອງຜູ້ພັດທະນາ ໂດຍມີອາຍຸການສຳປະທານ 50 ປີ ຈາກນັ້ນຊັບສິນ ທຸກຢ່າງຂອງໂຄງການຈະໂອນມອບໃຫ້ລັດຖະບານເປັນຜູ້ ສືບຕໍ່ ຄຸ້ມຄອງບໍລິຫານຕໍ່ໄປ. ອີງຕາມແຜນແມ່ບົດຂອງການພັດທະນາເຂດນີ້ ໄດ້ແບ່ງ​ແຜນການ​ພັດທະນາອອກ​ເປັນ 4 ​ໄລຍະ ​ແຕ່ລະ​ໄລຍະ​ແມ່ນ​ຈະ​​ໃຊ້​ເວລາ ​ການ​ພັດທະນາ ປະມານ 4 ປີ​ ຫຼື ໄວກວ່ານັ້ນ ທັງນີ້ແມ່ນຂຶ້ນກັບຄວາມ ຮຽກຮ້ອງ ຕ້ອງການຕົວຈິງ ຂອງຜູ້ລົງທຶນ ​. ສໍາລັບ​ການ​ພັດທະນາ​ໄລຍະ​ທີໜຶ່ງ ກວມ ​ເນື້ອທີ່ 49 ​ເຮັກຕາ ມາຮອດປະຈຸບັນ ຖືວ່າການພັດທະນາພື້ນຖານໂຄງລ່າງຂອງເຂດ ແມ່ນສຳເລັດຮຽບຮ້ອຍແລ້ວ ລວມມີ ຖະໜົນຄອນກຼີດ, ລະບົບໄຟ ຟ້າ, ນ້ຳປະປາ, ຮ່ອງລະບາຍນ້ຳ, ຮົ້ວ ແລະ ດ່ານກວດກາເຂົ້າ-ອອກ ພ້ອມ ກັນນັ້ນກໍ່ສາມາດລະດົມຂົນ ຂວາຍນັກລົງ ທຶນ ໃຫ້ມາຈົດທະບຽນ ແລະ ເຊັນສັນ ຍາເຊົ່າດິນ ເພື່ອ ລົງທຶນ​ ປຸກ ສ້າງ ອາຄານ ​ໂຮງງານ ແລະ ສິ່ງເອື້ອອຳນວຍຄວາມສະດວກ ຢູ່ ​ໃນ​ເຂດ ຈຳນວນ 21 ​ບໍລິສັດ.

ທ່ານ ດຣ ສົມພັນ ແກ້ວມີໄຊ, ເຈົ້າແຂວງສະຫວັນນະເຂດໄດ້ກ່າວວ່າ: ຖ້າຫາກວ່າເຂດດັ່ງກ່າວ ໄດ້ຮັບການ ພັດທະນາສຳເລັດແລ້ວກໍຈະກາຍ ເປັນຫົວຈັກຂັບ ເຄື່ອນເສດຖະກິດຂອງແຂວງ ກໍຄືຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວໄວ ໂດຍຈະນຳຜົນປະໂຫຍດທາງກົງ ແລະ ທາງອ້ອມ ມາໃຫ້ພາກລັດ, ພາກເອກະຊົນ ແລະ ຊຸມຊົນທ້ອງຖິ່ນ ​ບ່ອນ​ໂຄງການ​ຕັ້ງຢູ່ ເປັນ ຕົ້ນ ການ​ສ້າງຖານ​ລາຍ​ຮັບ​ທາງ​ດ້ານ​ພາສີ​ອາກອນ ​ແລະ ການສ້າງ​ວຽກ​ເຮັດ​ງານ​ທຳ​ ໃຫ້ ປະຊາຊົນ ທ້ອງຖິ່ນ ເຮັດໃຫ້ເຂົາເຈົ້າມີລາຍຮັບຫຼາຍຂຶ້ນ ສົ່ງຜົນໃຫ້ເຂົາເຈົ້າມີຊີວິດການເປັນຢູ່ດີຂຶ້ນ ເຊິ່ງທັງໝົດນັ້ນ ຈະເປັນການປະກອບສ່ວນຢ່າງຕັ້ງໜ້າ ຕໍ່ການພັດທະນາເສດ ຖະກິດ-ສັງຄົມຂອງຊາດ ​ເພື່ອບັນລຸ​ເປົ້າໝາຍແຜນພັດທະນາ ​ສະຫັດສະຫວັດ ເພື່ອຫຼຸດພົ້ນອອກ​ຈາກ​ຄວາມທຸກ​ຍາກ​ໃນ​ປີ 2015 ​ແລະ ຫຼຸດພົ້ນອອກ​ຈາກ​ ບັນຊີ​ປະ​ເທດ​ດ້ອຍ​ພັດທະນາ​ໃນ​ປີ 2020 ພ້ອມ ກັນນັ້ນ ກໍເປັນການສ້າງເງື່ອນໄຂສະດວກ ຕໍ່ການ ​ເຊື່​ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ຂອງ​ອານຸພາກພື້ນ ​ແລະ​ ສາກົນ .

Posted by samakomlao on 9:48 PM. Filed under , . You can follow any responses to this entry through the RSS 2.0. Feel free to leave a response

0 comments for "ເຂດນິຄົມ​ອຸດສາຫະກຳ ການ​ຄ້າ SavanPark ໄລຍະທີ 1 ເປີດແລ້ວ"

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added