|

ຢູ່ລາວ ຢາກເຮັດວຽກ ແລະ ຮຽນຫນັງສືໃນບ່ອນດີຕ້ອງມີການຊື້ຈ້າງ?


ນີ້ຄືຄຳຖາມທີ່ຍັງຄົ້ນຫາຄຳຕອບບໍ່ໄດ້ຢ່າງຊັດເຈນ, ເນື່ອງຈາກວ່າຜູ້ຊື້ຈ້າງແລະຜູ້ວິ້ງເຕັ້ນເພື່ອຫາຊ່ອງທາງເອົາຄົນເຂົ້າຮຽນ ຫລື ເຂົ້າເຮັດວຽກນັ້ນລ້ວນ ແຕ່ອາໃສຜົນປະໂຫຍດ ເຊິ່ງກັນ ແລະ ກັນແລະກໍ່ເປັນການຍາກທີ່ບັນຫາດັ່ງກ່າວຈະຖືກເປີດເຜີຍເພາະຍັງເປັນເລື່ອງທີ່ຊັບຊ້ອນ, ຫາຫລັກຖານໄດ້ຍາກ.

ມີພະນັກງານບຳນານທ່ານຫນຶ່ງບໍ່ປະສົງອອກນາມໄດ້ກ່າວສູ່ຜູ້ຂຽນຟັງວ່າ: ເພິ່ນເອງກໍ່ເຄີຍເຮັດວຽກເປັນພະນັກງານແລະກໍ່ຍ່ອມຮັບຮູ້ດີກ່ຽວກັບບັນຫາການຊື້ຈ້າງຈອບອອຍ, ແຕ່ກໍ່ບໍ່ງ່າຍສະເຫມີໄປເນື່ອງຈາກວ່າຜູ້ທີ່ຈະໄປຊື້ຈ້າງເອົາລູກຫລານຂອງຕົນເຂົ້າຮຽນຫລືເຮັດວຽກ
ໃນບ່ອນທີ່ຕົນຕ້ອງການນັ້ນລ້ວນແຕ່ຕ້ອງຮູ້ຈັກຄຸ້ນເຄີຍກັບພະນັກງານຜູ້ທີ່ມີ ຕຳ ແຫນ່ງ ໃນອັນຄວນສາກ່ອນສ່ວນຫລາຍເພິ່ນເອີ້ນກັນວ່າຝາກລູກຫລານນັ້ນເອງແຕ່ກໍ່ມີການຈ່າຍຄ່າວິ້ງເຕັ້ນສຸດແລ້ວ
ແຕ່ຄວາມຕົກລົງເຫັນດີຂອງທັງສອງຝ່າຍ, ເຊິ່ງພະນັກ ງານທ່ານຫນຶ່ງທີ່ ເປັນອາຈານສອນຢູ່ວິທະຍາໄລແຫ່ງຫນຶ່ງກ່າວວ່າ: ແຕ່ລະປີແທນທີ່ຈະເປັນການສອບເສັງເຂົ້າແຕ່ບາງຄົນກໍ່ປະຕິບັດພໍເປັນພິທີແຕ່ທາງໃນ ແລ້ວແມ່ນມີການຊື້ຈ້າງ ເພື່ອໃຫ້ໄດ້ເຂົ້າຮຽນ, ນັກສຶກສາບາງຄົນທີ່ຜ່ານການຊື້ຈ້າງນັ້ນແທນທີ່ຈະຕັ້ງຫນ້າສຶກສາຮ່ຳຮຽນແຕ່ກົງກັນຂ້າມຊ້ຳພັດປະປ່ອຍການຮຽນ
ຂອງຕົນທັງກຽດຄ້ານໃນການຮ່ຳຮຽນ, ບາງຄົນໃຊ້ແຕ່ເງິນຢ່າງ ດຽວບໍ່ພຽງແຕ່ຈະໄດ້ເຂົ້າຮຽນຊ້ຳບໍ່ພໍຍັງຈ້າງຄູອາຈານເພື່ອໃຫ້ສອບຜ່ານໃນແຕ່ລະປີ, ແຕ່ລະດັບຄວາມຮູ້ທີ່ຮຽນມາແມ່ນໃຊ້ການບໍ່ໄດ້ເລີຍ, ເມື່ອຮຽນຈົບ ໄປແລ້ວກໍ່ຊອກວຽກຍາກຍ້ອນລະດັບຄະແນນຕ່ຳຈິ່ງຈຳເປັນຕ້ອງມີການຊື້ຈ້າງໄປຕື່ມອີກເພື່ອໃຫ້ໄດ້ເຂົ້າເຮັດວຽກ.

ປະຊາຊົນທ່ານຫນຶ່ງກໍ່ໄດ້ກ່າວຄ້າຍໆກັນວ່າ: ຕົນເອງກໍ່ເຄີຍໃຊ້ວິທີການດັ່ງກ່າວເນື່ອງຈາກລູກຂອງຕົນເປັນຄົນຮຽນອ່ອນຈິ່ງບໍ່ມີຄວາມສາມາດເຂົ້າຮຽນຢູ່
ມະຫາວິທະຍາໄລໄດ້, ພໍເມື່ອເຂົ້າຮຽນແລ້ວຊ້ຳພັດຍິ່ງບໍ່ໃສ່ໃຈຕໍ່ການຮຽນ, ເມື່ອຮຽນຈົບມາກໍ່ບໍ່ມີວຽກເຮັດຍ້ອນລະດັບຄະແນນຕ່ຳກວ່າມາດຖານທີ່ເຂົາເຈົ້າຕ້ອງການຈິ່ງຈຳເປັນຕ້ອງໄດ້ມີການໃຊ້ຮູບ ການແບບເກົ່າແຕ່ທາງຝ່າຍຜູ້ວິ້ງເຕັ້ນຮ້ອງຄ່າແພງສູງເກີນຄວາມສາມາດຈິ່ງເຮັດໃຫ້ຜູ້ເປັນລູກຫວ່າງງານມາໄດ້ຫລາຍປີແລ້ວ.

ເວົ້າມານີ້ກໍ່ບໍ່ໄດ້ຫມາຍຄວາມວ່າທຸກຄົນທ່ີໄດ້ເຂົ້າຮຽນຫລືເຮັດວຽກໃນບ່ອນດີຈະມີການຊື້ຈ້າງກັນຫມົດ, ສິ່ງນີ້ກ່າວພຽງແຕ່ບາງກຸ່ມຄົນເທົ່ານັ້ນ, ຢ່າຄິດເລີຍວ່າເງິນຈະສາມາດຊື້ ໄດ້ທຸກສິ່ງທຸກຢ່າງເພາະຄວາມຮູ້ຄວາມສາມາດລ້ວນແຕ່ຜ່ານການຝຶກຝົນແລະສຶກສາຮ່ຳຮຽນ, ທາງທີ່ດີຄວນເອົາເງິນໄປຈ້າງໃຫ້ລູກຫລານຮຽນເພີ່ມກ່ອນສອບຜ່ານເຂົ້າຮຽນຫລັງ ຮຽນຈົບສາຍສາມັນ, ຈາກນັ້ນກໍ່ຊຸກຍູ້ໃຫ້ເຂົາເຈົ້າເປັນຄົນດຸຫມັ່ນໃນການຄົ້ນຄວ້າຮ່ຳຮຽເພື່ອວ່າຫລັງຈາກຮຽນຈົບມາແລ້ວຈະໄດ້ມີຫນ້າທີ່
ການງານໂດຍບໍ່ຈຳເປັນຕ້ອງມີການຊື້ ຈ້າງ, ພ້ອມ ກັນນັ້ນກໍ່ສະເຫນີມາຍັງພາກສ່ວນກ່ຽວຂ້ອງຈົ່ງເປັນເຈົ້າການສະກັດກັ້ນບັນຫາການຊື້ຈ້າງດັ່ງກ່າວຢ່າງເຂັ້ມງວດ, ຖ້າພົບເຫັນກໍລະນີໃດທີ່ພຶດຕິກຳດັ່ງກ່າວກໍ່ຄວນມີ ການຈັດຕັ້ງປະຕິບັດຕາມລະບຽບການ.

ອີຄອມ

Posted by samakomlao on 12:32 PM. Filed under , . You can follow any responses to this entry through the RSS 2.0. Feel free to leave a response

4 comments for "ຢູ່ລາວ ຢາກເຮັດວຽກ ແລະ ຮຽນຫນັງສືໃນບ່ອນດີຕ້ອງມີການຊື້ຈ້າງ?"

  1. Anonymous

    ແມ່ນແລ້ວຢູ່ກະຊວງໃດກະຄືກັນ ຂໍແຕ່ມີເງິນຢາກໄດ້ຕໍ່າແໜ່ງໄວກະໄດ້ທັນຕາເຫັນໂລດ..ມັນລະໂພດອີຫຼີ

  2. Anonymous

    ຫນ່ວຍສືບສວນແລະປາບປາມການສໍ້ລາດທີ່ຖືກຕັ້ງຂື້ນມາວ່າງ 2-3 ປີ ນັ້ນ ແມ່ນມີຜົນງານອັນໃດແດ່ ທີ່ພໍຈະເອົາອອກມາໃຫ້ປະຊາຊົນໄດ້ຊື່ນໄດ້ຊົມກັນ ຫລືວ່າ ຖືກເຂົາອັດປາກມິດໄປຄືກັນຫມົດ...http://us.i1.yimg.com/us.yimg.com/i/mesg/emoticons7/66.gif

  3. Anonymous

    ພາຍໃຕ້ລະບອບຜະເດັດການ ທຳໃຫ້ສັງຄົມມີການແບ່ງຊົນຊັ້ນວັນນະ ແລະ ເກິດຄວາມບໍ່ສະເໝີພາກໃນສັງຄົມ ນັບມື້ນັບກ້ວາງຂວາງອອກ ຜູ້ທີ່ລ້ຳລວຍ ຄືຜູ້ມີອຳນາດ ປຊຊ ຜູ້ບໍລິສຸດ ຕ້ອງ ທຳມາກິນ ດ້ວຍເຫື່ອແຮງຂອງຕົນເອງ ຈົນປາກກັດຕີນທີບ ກໍ່ຍັງບໍ່ພໍກິນ ແຕ່ລູກຫຼານເຈົ້ານາຍ ຂີ່ລົດຄັນຫຼູ ໃຊ້ຈ່າຍພຸ້ມເຟືອຍ

  4. Anonymous

    ໃຜຢາກເປັນຫລືຢາກໄດ້ຫຍັງ
    ກ່າຊື້ເອົາໂລດ

    ຢາກໄດ້ປະລິນຍາເອກຈາກພຣະອິນ
    ກ່າຊື້ເອົາໄດ້-ຄືກັນ

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added