ຄວາມຈໍາເປັນຕ້ອງເບິ່ງຄືນພາສາລາວ !

ຊາດລາວແມ່ນໜຶ່ງໃນບັນດາຊາດທີ່ເກົ່າແກ່ ມີປະຫວັດສາດຮຸ່ງເຮືອງ ມີອະລິຍະທຳສູງສົ່ງ ໃນນັ້ນມັນສະແດງອອກຢູ່ບ່ອນວ່າ ຊາດລາວເຖິງຈະເປັນຊາດນ້ອຍ ແຕ່ກໍມີພາສາເປັນຂອງຕົນເອງ ຊຶ່ງເປັນໜຶ່ງໃນອົງປະກອບຂອງຄວາມອຸດົມສົມບູນຂອງຊາດ ສະນັ້ນ ພາສາລາວຈິ່ງກາຍເປັນໜຶ່ງໃນມູນມໍລະດົກທີ່ລ້ຳຄ່າຂອງຊາດລາວ ຈະເຫັນໄດ້ຈາກການປະກອບສ້າງເຂົ້າໃນການຈົດກ່າຍ ບັນທຶກ ຂີດຂຽນໃສ່ໃນໃບລານ ແລະ ສະຫຼັກໃສ່ແຜ່ນຫີນ ເພື່ອເປັນການຢັ້ງຢືນເຖິງພູມປັນຍາທີ່ສະຫຼຽວສະຫຼາດຂອງບັນພະບູລຸດລາວ ທີ່ໄດ້ຮັບການປົກປັກຮັກສາ ແລະ ສືບທອດສິ່ງທີ່ງາມຕະຫຼອດມາ ພາສາລາວແມ່ນໜຶ່ງໃນເອກະລັກອັນສຳຄັນຂອງຊາດລາວ ເພາະພາສາລາວແມ່ນວັດທະນະທຳ ແລະ ກໍເປັນເຄື່ອງມືບັນທຶກວັດທະນະທຳ ຖ້າຫາກຊາດລາວບໍ່ມີພາສາລາວ ຫຼື ມີພາສາລາວ ແຕ່ກໍຖືກລຶບລອກໃຫ້ສູນຫາຍໄປກັບການເວລາ ຫຼື ຍ້ອນການຄອບງຳຂອງອິດທິພົນອື່ນແລ້ວ ລອງນຶກເບິ່ງວ່າ ຊາດລາວ ແລະ ຄົນລາວ ຈະຕົກຢູ່ໃນສະພາບເຊັ່ນໃດ ທັງທີ່ເຮົາເຄີຍພົບກັບບັນຫານີ້ມາແລ້ວໃນອະດີດ.
ແຕ່ພາສາລາວຈະມີຄວາມສຳຄັນພຽງໃດກໍຕາມ ຖ້າຫາກຄົນພາຍໃນຊາດບໍ່ເຫັນຄວາມສຳຄັນ ແລະ ໃຫ້ຄວາມສຳຄັນໃນການຮູ້ສຶກຫວງແຫນໃນຄຸນຄ່າເຫຼົ່ານີ້ ຄິດວ່າອີກບໍ່ດົນນານປານໃດດອກ ມັນກໍຈະກາຍເປັນແຕ່ພຽງປະຫວັດສາດທີ່ຢັ້ງຢືນວ່າ ເຮົາເຄີຍມີພາສາລາວໃນອະດີດເທົ່ານັ້ນ ພາສາລາວມີວິວັດທະນາການເພື່ອຮັກສາໂຕຂອງມັນເອງກໍຈິງ ແຕ່ເຮົາເຫັນວ່າຫຼາຍພັນ ຫຼາຍໝື່ນຄຳສັບ ໃນວັດຈະນານຸກົມ ຖືກບັນທຶກໄວ້ເປັນພຽງຄຳເກົ່າ ຫຼື ຄຳສັບທາງວັນນະຄະດີເທົ່ານັ້ນ ແຕ່ເປັນໜ້າເສຍດາຍວ່າ ຄຳເກົ່າເຫຼົ່ານັ້ນ ຖືກປ່ຽນແທນດ້ວຍຄຳໃໝ່ ຈົນບໍ່ຖືກນຳມາໃຊ້ເຂົ້າໃນຊີວິດສັງຄົມປັດຈຸບັນໄດ້ ແຕ່ໜຳຊ້ຳ ຄຳສັບພາສາລາວຈຳນວນໜຶ່ງທີ່ໃຊ້ກັນໃນປັດຈຸບັນ ຊ້ຳພັດຖືກແທນທີ່ດ້ວຍຄຳສັບທີ່ເປັນພາສາອື່ນ ຊຶ່ງເປັນການຍອມຮັບເອົາສິ່ງອື່ນມາທັບຖົມ ຍຸບຍອບສິ່ງທີ່ຕົນເອງມີຢູ່ຢ່າງບໍ່ຮູ້ຈັກ ແລະ ໄຈ້ແຍກຢ່າງຂາດຈິດສຳນຶກທີ່ດີ ແລ່ນນຳລົດນິຍົມທີ່ຕົນເອງເຂົ້າໃຈວ່າມັນທັນສະໄໝ ແຕ່ຫົວໃຈຊ້ຳພັດເຕັມໄປດ້ວຍຄວາມເປັນທາດ ທີ່ຖືກຄອບງຳຈາກສິ່ງອື່ນ ທີ່ມີອິດທິພົນກ່ວາ ໂດຍສະເພາະຕໍ່ພາສາລາວ ທີ່ເປັນໜຶ່ງໃນຄວາມບໍ່ເປັນເອກະພາບຂອງຄົນລາວ ໃນນັ້ນ ມັນສະແດງອອກຢູ່ບ່ອນການເວົ້າ ແລະ ການຂຽນ ພໍຈະຍົກໃຫ້ເຫັນຄວາມແຕກຕ່າງໄດ້ ດັ່ງນີ້ເຊັ່ນ: ຄຳວ່າ ແກງສົ້ມ ໃນພາສາລາວ ຖືກປ່ຽນແທນດ້ວຍຄຳວ່າ ຕົ້ມຍຳ ເຂົ້າຂົ້ວ ເປັນ ເຂົ້າຜັດ ໄກ່ຈືນ ເປັນ ໄກ່ທອດ ເຮືອນ ເປັນ ບ້ານ ງາມ ປ່ຽນວ່າ ສວຍ ແລະ ອື່ນໆອີກ.
ຄວາມສັບສົນທາງດ້ານການຂຽນ ເຊັ່ນຄຳວ່າ: ໄຊເສດຖາ ກັບ ໄຊເຊດຖາ ອະນຸວົງ ກັບ ອານຸວົງ ຂໍອະໄພ ກັບ ຂໍອາໄພ ຄຳນັບ ກັບ ຂ່ຳນັບ ຊຶ່ງຄຳແຕ່ລະຄຳມັນມີຄວາມໝາຍຂອງມັນ ແລະ ມີຫຼັກພາສາໃນການຂີດຂຽນສະເພາະຢູ່ແລ້ວ ແຕ່ເຮົາເຮັດໃຫ້ມັນເກີດຄວາມສັບສົນ ໄຈ້ແຍກບໍ່ຖືກວ່າຈະເອົາແນວໃດດີ ໂດຍສະເພາະ ພວກທີ່ເຮັດວຽກກັບສື່ສິ່ງພິມ ເຮົາເຫັນວ່າໃນໜັງສືພິມດຽວກັນ ບົດດຽວກັນ ແຕ່ຂຽນແຕກຕ່າງກັນ ເຮັດໃຫ້ຜູ້ອ່ານມີຄວາມຮູ້ສຶກສັບສົນ ໃນຄວາມບໍ່ແນ່ນອນໃນການໃຊ້ພາສາ ແລະ ໃນບົດເພງຂອງໄວໜຸ່ມ ຍິ່ງເຫັນວ່າເກືອບຈຳແນກບໍ່ໄດ້ເລີຍວ່າ ມັນແມ່ນພາສາລາວ ຫຼື ພາສາອັນໃດແທ້ ຊຶ່ງເປັນໜຶ່ງໃນຄວາມແຕກແຍກທາງດ້ານພາສາ ເພາະກຸ່ມຄົນລຸ້ນນີ້ ຈະກາຍເປັນຜູ້ໃຫຍ່ໃນອະນາຄົດ ຖ້າຫາກເຮົາບໍ່ສ້າງປັດຈຸບັນນີ້ໃຫ້ດີ ແນ່ນອນ ອະນາຄົດກໍຈະເປັນການແກ້ໄຂຍາກ ເພາະອະນາຄົດມັນແມ່ນເງົາຂອງປັດຈຸບັນ.
ເຖິງວ່າເຮົາຈະນຳໃຊ້ວັດຈະນານຸກົມໃນການອ້າງອີງກໍຕາມ ແຕ່ກໍເຫັນຄວາມແຕກແຍກໃນວັດຈະນານຸກົມເຊັ່ນດຽວກັນ ຄວາມບໍ່ແນ່ນອນໃນການນຳໃຊ້ພາສາ ຫຼື ການຮັບເອົາພາສາອື່ນມາໃຊ້ ໂດຍຂາດການກັ່ນກອງ ກໍຈິ່ງກາຍມາເປັນພາສາຊອດກະຈາ ກາຍມາເປັນພາສາທີ່ບໍ່ມີຄວາມເປັນລະບຽບ ແລະ ບໍ່ມີຄວາມຮັບຜິດຊອບ ຊຶ່ງສິ່ງເຫຼົ່ານີ້ ກາຍມາເປັນການທຳລາຍພາສາລາວ ທີ່ບັນພະບູລຸດລາວເຮົາໄດ້ສົ່ງມອບໃຫ້ຄົນລາວໃນປັດຈຸບັນ ແລະ ສືບຕໍ່ໄປຫາອະນາຄົດ ເປັນຜູ້ປົກປັກຮັກສາ ແລະ ຫວງແຫນ.
ຕໍ່ກັບບັນຫາດັ່ງກ່າວນີ້ ຜ່ານມາ ພັກລັດ ໄດ້ມີນະໂຍບາຍໃນການຕົກລົງໃຫ້ມີຄະນະຮັບຜິດຊອບ ຄົ້ນຄ້ວາກ່ຽວກັບພາສາລາວ ມີສະຖາບັນພາສາສາດ ແລະ ເບື້ອງມະຫາວິທະຍາໄລແຫ່ງຊາດ ກໍມີຄະນະອັກສອນສາດ ແຕ່ປະກົດວ່າ ດ້ວຍເຫດຜົນອັນໃດ ສິ່ງທີ່ເປັນບັນຫາກັບບໍ່ໄດ້ຖືກແກ້ໄຂ ທັງທີ່ມັນກໍຖືກຫຼາຍຄົນ ແລະ ຫຼາຍພາກສ່ວນສ່ອງແສງມາແລ້ວ ເບື້ອງກ້ວາງກໍມີກະຊວງສຶກສາທິການກັບກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຊຶ່ງຂ້າພະເຈົ້າເຂົ້າໃຈວ່າ ຄວນມີສ່ວນຮັບຜິດຊອບຮ່ວມກັບພາກສ່ວນຂອງສັງຄົມ.
ເຮົາເຫັນແລ້ວວ່າ ຖ້າຫາກບັນຫາພາສາລາວຊອດກະຈາ ການຂີດຂຽນພາສາລາວແບບບໍ່ມີຫຼັກ ຍັງຖືກປ່ອຍປະລະເລີຍຢູ່ຄືແນວນີ້ ກໍຈະນຳມາຊຶ່ງຄວາມສັບສົນ ແລະ ແຕກແຍກທາງດ້ານພາສາລາວຫຼາຍຂຶ້ນ ສະນັ້ນ ຈິ່ງບໍ່ສົມຄວນເປັນຢ່າງຍິ່ງ ທີ່ຈະປ່ອຍປະລະເລີຍໃຫ້ພາສາລາວ ເປັນໄປຕາມຍະຖາກຳ ຄືເຊັ່ນທີ່ເປັນຢູ່ໃນປັດຈຸບັນນີ້ຢ່າງເດັດຂາດ.
ໂດຍ: ຊາຍຄຳ ຈຳປາອຸທຸມ
ຂ້າພະເຈົ້າກໍ່ມີຄວາມເຫັນດີເຫັນພ້ອມນຳກັນກັບທ່ານ. ແຕ່ຢາກໃຫ້ການປົກປັກຮັກສາພາສາລາວໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທຳຂຶ້ນມາ, ສັງຄົມທັງໝົດກໍ່ຕ້ອງໄດ້ໃຫ້ຄວາມສຳຄັນແກ່ພາກສ່ວນທີ່ເຮັດວຽກງານໃນການປົກປັກຮັກສາ ພາສານີ້. ໃນປະຈຸບັນຂ້າພະເຈົ້າຄິດວ່າ ສັງຄົມທັງມວນຍັງບໍ່ໃຫ້ຄວາມສຳຄັນໃຫ້ແກ່ພາກສ່ວນນີ້ເທົ່າທີ່ຄວນເທື່ອ ຊຶ່ງມັນສະແດງອອກຢູ່ບ່ອນທີ່ທ່ານໄດ້ກ່າວມາວ່າ (ໄດ້ມີນະໂຍບາຍໃນການຕົກລົງໃຫ້ມີຄະນະຮັບຜິດຊອບ ຄົ້ນຄ້ວາກ່ຽວກັບພາສາລາວ ມີສະຖາບັນພາສາສາດ ແລະ ເບື້ອງມະຫາວິທະຍາໄລແຫ່ງຊາດ ກໍມີຄະນະອັກສອນສາດ ແຕ່ປະກົດວ່າ ດ້ວຍເຫດຜົນອັນໃດ ສິ່ງທີ່ເປັນບັນຫາກັບບໍ່ໄດ້ຖືກແກ້ໄຂ ທັງທີ່ມັນກໍຖືກຫຼາຍຄົນ ແລະ ຫຼາຍພາກສ່ວນສ່ອງແສງມາແລ້ວ ເບື້ອງກ້ວາງກໍມີກະຊວງສຶກສາທິການກັບກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຊຶ່ງຂ້າພະເຈົ້າເຂົ້າໃຈວ່າ ຄວນມີສ່ວນຮັບຜິດຊອບຮ່ວມກັບພາກສ່ວນຂອງສັງຄົມ) ອັນນີ້ ມັນສະແດງໃຫ້ເຫັນວ່າ ມີຫລາຍພາກສ່ວນໂພດຮັບຜິດຊອບ. ຕາມຄຳເຫັນສ່ວນຕົວຂອງຂ້າພະເຈົ້າ ມັນຈະຕ້ອງໄດ້ຕັ້ງເປັນກະຊວງໜຶ່ງຕ່າງຫາກຮັບຜິດຊອບໂດຍສະເພາະມັນຈຶ່ງຈະໄດ້. ຖ້າບໍ່ດັ່ງນັນມັນກໍ່ຈະເປັນແນວນີ້ໄປຕະຫລອດຫັ້ນລະ! ເໝືອນກັນກັບກະຊວງໂຍທາທິການ, ລຯລ ...
How do you know those words not our language? Personally, I think that word is our word, so you could check on the dictionary again before you post it. alright? even not our language but we can take that word and add to our dictionary and then announced that word are our word, this is advantage point for us.. like other developed nation does.. try to get the new thing to be us.
we should smart....! and think everything is our language... that's all.... ! OK...!
ຂ້າພະເຈົ້າ ດີໃຈ ທີ່ໄດ້ອ່ານ ແລະ ຂໍຊົມເຊີຍ ກັບທ່ານ ຊາຍຄຳ ຈຳປາອຸທຸມ
ທີ່ໄດ້ ເຜີຍຄວາມ ກະຈ່າງແຈ້ງ ດຽວນີ້ ພາສາລາວເຮົາ ກຳລັງຖືກຄຸກຄາມ ແທ້
ຖ້າບໍ່ສະກັດກັ້ນ ໂດຍໄວ ອະນາຄົດ ອາດມີບັນຫາ ແລະ ສຳຄັນຫລາຍ ແມ່ນຊາວໜຸ່ມ ເຮົາ
ຂໍໃຫ້ຂັ້ນເທິງ ພິຈາລະນາ ໂດຍໄວ !
Sorry I don't want crap on my food!!! LMAO!!
Fried vegetable with powder? What kind of powder - is it the legal stuff?
ເຫັນດີນໍາ
ຄວາມຈິງມັນໜ້າຈະເອົາມາເວົ້າແລະຍົກຂຶ້ນເປັນບັນຫາ
ເພື່ອຫາທາງໄກ່ເກ່ຽ ແກ້ໄຂ ແລະວິໄຈວິຈານກັນ ໄວກວ່ານີ້
ເພາະຕາມທີ່ເຫັນບັນຫາພາສາລາວ ຍົກມາຖົກຖຽງກັນຫຼາຍ
ເກືອບທຸກເວທີ ແຕ່ປາກົດວ່າພັກລັດ ກໍຄືພາກສ່ວນທີ່ມີ ຄວາມຮັບຜິດຊອບໜ້າໜ້າຈະໃຫ່ຄວາມສົນໃຈ ເປັນພິເສດ
ເພາະການສຶກສາໄປກ່ອນກ້າວໜຶ່ງ
ແລະ ພາສາບອກຊາດ ກໍຄືພາສາເປັນວັດທະນະທັມອັນສູງສຸດຂອງຊາດ
ໃນຕ່າງປະເທດ ຈະມີພາກສ່ວນຮັບຜິດຊອບໂດຍກົງ
ຈະຂຽນບົດ ຂຽນຂ່າວ ປະພັນໜັງສື ບົດເພງ ການຂຽນປ້າຍ ໜັງສືພິມ ວາລະສານ ຯລຯ
ຕ້ອງຜ່ານກົມກວດກາ ຖ້າໃຊ້ຜິດ ກໍຕ້ອງແກ້ໄຂກ່ອນ
ຈຶ່ງສາມາດອອກນໍາໃຊ້ດັ່ງນີ້ເປັນຕົ້ນ
ແຕ່ປາກົດວ່າ ທາງບ້ານເມືອງເຮົາບໍ່ຄ່ອຍສົນໃຈບັນຫານີ້
ທັງໆທ່ີມັນເກືອຍຈະເຖິງຂີດແດງແລ້ວ
ຍັງບໍ່ເໜັງບໍ່ຕີງ
ບໍ່ຮູ້ວ່າຈະໃຫ້ໃຜເຮັດ ??
ສຸດຍອດເລີຍ...ບົດຄວາມນິ, ເຮັດໃຫ້ເຮົາຮູ້ສຶກຮັກຊາດຂື້ນມາທັນທີ, ຕ້ອງເອົາຈິງ ເອົາຈັງ ແລະປະຕິບັດຢ່າງເຂັ້ມງວດ!!
ື່ທ່ານເວົ້າມາ ຂ້າພະເຈົ້າກໍ່ເຫັນດີນຳ ເຮົາເປັນຄົນລາວເຮົາຕ້ອງເວົ້າ-ຂຽນພາສາລາວໃຫ້ຖຶກຕ້ອງຕາມຫລັກໄວຍາກອນຂອງພາສາລາວ ແຕ່ວາ ຂ້າພະເຈົ້າຂໍປະກອບຄຳເຫັນນຳທ່ານ: ຂ້າພະເຈົ້າຈະສົມທຽບປະເທດທີ່ເຂົາພັດທະນາແລ້ວ ກັບ ລາວ .ໃນກາານໃຊ້ພາສາອື່ນມາປະສານໃນການເວົ້າຂອງເຮົາ ຂ້າພະເຈົ້າຄິດວ່າມີຜົນດີຕໍ່ການສືກສາອີກທາງໜື່ງ ຕົວຢ່າງ: ການໃຊ້ພາສາກາງ(ອັງກິດ)ມາປະສົມກັບພາສາລາວ ມັນເປັນການເຝີກທັກສະໃນການເວົ້າພາສາຕ່າງປະເທດເພື່ອຄວາມລຶ້ງເຄືຍ,ຄວາມຄ່ອງແຄ້ວພາສາຕ່າງປະເທດຫຼາຍຂື້ນ
ຕົວຢ່າງຄຳວ່າ:ເຈົ້າຈະໄປໃສ? ຂ້ອຍຈະໄປ school,ຂ້ອຍຈະໄປ office ....ນີ້ລະມັນເປັນການຝືກເວົ້າພາສາຕ່າງປະເທດໄປເທີ່ອລະກ້າວ ເພື່ອລະຄຳ,ສະໄໝນີ້ແມ່ນສະໄໝແຂ່ງຂັນກັນທາງດ້ານເສດຖະກິດແລ້ວ ເຮົາປະເທດລາວເຮົາຍັງບໍ່ຫຼຸດອອກຈາກຄວາມທຸກຍາກເທື່ອ ແນນອນການໃຊ້ພາສາເຮົາຕ້ອງນຳເຂົາ,ຕາມເຂົາ, ເຮົາຕ້ອງຮຽນພາສາເຂົາ ເພື່ອພົ່ວພັນກັບຕ່າງຊາດເພື່ອຢາກພັດທະນາປະເທດເຮົາ.ບັນດາທ່ານຄິດວ່າແນວໃດ?
ຄູບາເພິ່ນຢູ່ແຕ່ວັດເພີ່ນກະເລີຍຄິດສະເພາະໃນກອບສະເພາະແຕ່ກໍ່ບໍມີຫຍັງເສຍຫາຍ ແຕ່ຄວນສ້າງມາດຖະຖານຂອງພາສາຂຶ້ນມາໃຫ້ຄົນຮຸ້ນໃໝ່ໄດ້ຮັບຮູ້ວ່າອັນໃດເປັນພາສາເຄົ້າແລະອັນໃດເປັນພາສາທີ່ເຂົ້າມາມີອິດທິພົນໃໝ່ ຂ້ານ້ອຍເປັນຄົນຫາກໍ່ເກີດສິມາໃຫ້ຮູ້ແລະໃຊ້ພາສາໃຫ້ຖືກໄດ້ແນວໃດ ໃນເມືອຄູບາ ຍາພໍ່ ບໍ່ສ້າງບັນທັດຖານໄວ້ໃຫ້ ມີແຕ່ມາໂທດວ່າເວົ້າບໍ່ຖືກໃຊ້ບໍ່ເປັນ ຂ້ອຍສິຮູ້ຫວະວ່າແຕ່ກ່ອນເວົ້າກັນຈັງໃດ ເຊີນທ່ານຜູ້ເປັນຫຼັກແຫຼ່ງຂອງບ້ານເມືອງພັດທະນາຕິ ອັນນີ້ມີແຕ່ມາຕິ ມັນສິເກີດປະໂຫຍດຫຍັງ ອັນນີ້ມັນບໍ່ຕ່າງຫັຍງກັບພໍ່ແມ່ທີ່ບໍ່ຮູ້ສອນລູກເອົາຄວາມຄິດແລະປະສົບການຂອງຕົນເອງມາຕັດສິນ ລອງຄິດໃໝ່ແລ້ວຫາວິທີການຊື່ສານທີ່ດີກວ່ານີ້ລອງເບິງ ຢ່າຊຸໄດ້ແຕ່ໂທດ (ຈາກຄົນຜູ້ເກີດໃໝ່)
“ບໍ່ສ້າງບັນທັດຖານໄວ້ໃຫ້ ມີແຕ່ມາໂທດວ່າເວົ້າບໍ່ຖືກໃຊ້ບໍ່ເປັນ ຂ້ອຍສິຮູ້ຫວະວ່າແຕ່ກ່ອນເວົ້າກັນຈັງໃດ
ເຊີນທ່ານຜູ້ເປັນຫຼັກແຫຼ່ງຂອງບ້ານເມືອງພັດທະນາຕິ ອັນນີ້ມີແຕ່ມາຕິ ມັນສິເກີດປະໂຫຍດຫຍັງ ອັນນີ້ມັນ
ບໍ່ຕ່າງຫັຍງກັບພໍ່ແມ່ທີ່ບໍ່ຮູ້ສອນລູກເອົາຄວາມຄິດແລະປະສົບການຂອງຕົນເອງມາຕັດສິນ ລອງຄິດໃໝ່
ແລ້ວຫາວິທີການຊື່ສານທີ່ດີກວ່ານີ້ລອງເບິງ ຢ່າຊຸໄດ້ແຕ່ໂທດ (ຈາກຄົນຜູ້ເກີດໃໝ່)”
:)) :)) =)) =)) =))
ຮ່າ...5....໕ ກູຄິດໃນໃຈແລ້ວວ່າ ພວກລຸ້ນນ້ອຍນີ້ຈະຖອນຫງອກຜູ້ເຖົ້າ. ພວກນຸ່ມນ້ອຍ ເຂົາເວົ້າກໍຖືກ
ຄວາມເຂົາ ຕາມຄວາມເປັນຈິງແລ້ວ ພວກເຖົ້ານີ້ຢູ່ຕາຍຫຍັງບໍ່ຄິດ ຮູ້ທັງຮູ້ວ່າມັນຈະມີບັນຫາ ເຊຶອກຕາຍ
ຫຍັງກໍ໋ປ່ຽນໄຕ້ ປ່ຽນເຫນຶອ. ການຂິດຂຽນທີ່ຣະບອບ ພຣະຣາຊອານັກລາວມີໄວ້ມັນກໍດີແລ້ວ ຫລຶອາຈາຣ
ມະຫາສີລາ ວິລະວົງ ໄວຍາກອນລາວທັງຂອງ ຣາຊບັນດິດ ສົມຈີນ ປີແອຣ໌ ງິນ ແລະ ຂອງ
ມະຫາສີລາ ວິຣະວົງສ໌ ທີ່ປັບປຸງມາ ສາມ-ສີ່ເທື່ອ ຈົນມາປ່ຽນແທນດ້ວຍ ໄວຍາກອນຂອງ ພະຍາ
ພູມີ ວົງວິຈິດ. ເຂົ້າມາປົດປ່ອຍປະເທສຍັງບໍ່ແລ້ວປ່ຽນໄຕ້ ປ່ຽນເຫນຶອໃຫ້ມີຄວາມແຕກຕ່າງກັນ
ເຮັດເຍົາວະຊົນໃນລຸ້ນຕໍ່ໄປ ເກີດຄວາມແຕກຕ່າງກັນແຕ່ຍຸກ ແຕ່ລະສະມັຍ. ທາງທີ່ດີແລະໃຍຍຸກ
ທີ່ທັນສະມັຍ ໃນຣະບົບ ຮາຍເທັກຊ໌ ອີເມໄປຫາພວກຜູ້ເຖົ້າລຸ້ນກ່ອນ ໃຫ້ຊ່ວຍກັບຄືນມາແກ້ໄຂ
ດ່ວນ ເພາະພາສາລາວດຽວນີ້ ເລັ່ງເຕັມຮ້ອຍ ແລ້ວແຕ່ຜູ້ໃດມັກ ທະຫນັດຊ້າຍ ແຊງເບຶ້ອງ ຜູ້ໃດ
ທະຫນັດຂ້າງຂວາແຊງເບຶ້ອງຂວາ ຜູ້ໃດມັກໄວຈະຕັດຄິວ ເຊີນທາງດ່ວນ ຍົກລໍ້ຂ້ວາມເອົາເດີ
ພີ່ນ້ອງເດີ......
WE WANT REVOLUTION LAO LANGUAGE AGAIN
AFTER WWII,AFTER FRANCE CONTROL LAOS, AFTER USA CONTROL LAOS,AFTER DR SILA DEATH, AFTER MR.VONGVICHIT DEATH.