ບັນຫາຄົນລາວ ກັບການອ່ານຫນັງສື
ການອ່ານນັບວ່າມີຄວາມສຳຄັນເປັນຢ່າງຍິ່ງສຳຫລັບການສຶກສາ ໂດຍສະເພາະໃນລະບົບໂຮງຮຽນເພາະກິດຈະກຳທຸກຢ່າງໃນໂຮງຮຽນຕ້ອງອາໄສການອ່ານເປັນສື່ໃນການຮຽນຮູ້ເປັນປັດໄຈສຳຄັນທີ່ຈະສົ່ງຜົນເຖິງການຮຽນຮູ້ວິຊາອື່ນໆອີກນັກຮຽນທີ່ສາມາດຈັບໃຈຄວາມສຳຄັນເລື່ອງທີ່ອ່ານໄດ້ຍ່ອມຈະເຂົ້າໃຈເນື້ອຫາສາລະວິຊາຕ່າງໆໄດ້ດີກວ່າຜູ້ທີ່ອ່ານແລ້ວຈັບໃຈຄວາມບໍ່ໄດ້ ແລະ ຜູ້ທີ່ຈັບໃຈຄວາມໃນການອ່ານບໍ່ໄດ້ມັກຈະເກີດຄວາມເບື່ອຫນ່າຍຕໍ່ການອ່ານຈິ່ງເປັນຕົ້ນເຫດບໍ່ປະສົບຄວາມສຳເລັດໃນການຮຽນ.
ດັ່ງນັ້ນ ການອ່ານຈິ່ງມີຄວາມສຳຄັນຢ່າງຍິ່ງສຳລັບການສຶກສາການຮຽນຮູ້ໃນປະຈຸບັນ ແລະ ມີຄວາມສຳຄັນຕໍ່ທຸກຄົນໃນສັງຄົມຢ່າງແທ້ຈິງເພາະການອ່ານເປັນກຸນແຈສຳຄັນທີ່ຈະນຳ ໄປສູ່ຄວາມຮູ້ຕ່າງໆເພື່ອນຳມາໃຊ້ໃນການພັດທະນາຄວາມຄິດການປະກອບອາຊີບ ແລະ ການສ້າງປະສົບປະການ ເຊິ່ງຈະຊ່ວຍໃຫ້ຄົນຮູ້ແກ້ໄຂບັນຫາ ແລະ ດຳລົງຄົງໂຕຢູ່ໃນສັງຄົມຢ່າງມີຄວາມສຸກນອກຈາກນີ້ການອ່ານຍັງຕອບສະຫນອງຄວາມຢາກຮູ້ຢາກເຫັນ ແລະ ຍັງເປັນການເພີ່ມຄວາມຮູ້ແລະຄວາມຄິດທີ່ກວ້າງໄກໃຫ້ກັບຜູ້ທີ່ມັກອ່ານ.
ໃນຂະນະທີ່ການອ່ານມີຄວາມສຳຄັນດັ່ງທີ່ກ່າວມານັ້ນ ຈິ່ງມີຄຳຖາມຕາມມາວ່າ: ເປັນຫຍັງຄົນລາວເຮົາສ່ວນໃຫຍ່ຈິ່ງບໍ່ມັກອ່ານຫນັງສື? ໂດຍສະເພາະນັກຮຽນນັກສຶກສາຜູ້ທີ່ກຳລັງຢູ່ໃນໄວຊອກຮູ້ຮ່ຳຮຽນຜູ້ຂຽນໄດ້ສົນທະນາກັບຜູ້ອ່ານຫລາຍກຸ່ມຄົນຫລາຍຄົນກໍ່ບອກວ່າເປັນເພາະນິດໄສຂອງຄົນເຮົາບາງຄົນຂີ້ຄ້ານອ່ານຫນັງສື ຈົນກາຍເປັນຄວາມຊິນເຄີຍໄປແລ້ວ ແລະ ຫລາຍຄົນກໍ່ບອກວ່າ ປຶ້ມອ່ານຍັງບໍ່ມີຫລາຍຕາມຄວາມຕ້ອງການຂອງຜູ້ອ່ານຈາກບັນຫາດັ່ງກ່າວນັ້ນອາດຈະມີສ່ວນແຕ່ບໍ່ມີໃຜສາມາດຫາ ຄຳຕອບທີ່ຖືກຕ້ອງຄົບຖ້ວນໄດ້ ຖ້າຢາກຫາຄຳຕອບທີ່ຫນ້າເຊື່ອຖືໄດ້ຕ້ອງເຮັດການວິໄຈເທົ່ານັ້ນ.
ຢ່າງໃດກໍ່ຕາມຜູ້ຂຽນຄິດວ່າ ເນື້ອຫາສາລະກໍ່ເປັນປັດໄຈຫນຶ່ງ ທີ່ຈະເຮັດໃຫ້ຄົນອ່ານ ຫລື ບໍ່ອ່ານບໍ່ວ່າຈະເປັນປຶ້ມ, ບົດຄວາມ ແລະ ຂໍ້ມູນ-ຂ່າວສານອື່ນໆກໍ່ເຊັ່ນດຽວກັນ ຖ້າວ່າເນື້ອໃນບໍ່ຈັບອົກຈັບໃຈ, ບໍ່ມີເນື້ອຫາສາລະທີ່ເປັນປະໂຫຍດກໍ່ບໍ່ສາມາດສ້າງແຮງດຶງດູດໃຫ້ຄົນມາອ່ານໄດ້ ເຊິ່ງຈະເຫັນໄດ້ໃນສັງຄົມລາວໃນປະຈຸບັນຢ່າວ່າແຕ່ນັກຮຽນນັກສຶກສາເລີຍທີ່ບໍ່ມັກອ່ານປຶ້ມ, ອ່ານຫນັງສືພິມແມ່ນແຕ່ພະນັກງານລັດຖະກອນ, ນັກທຸລະກິດ, ຈຳນວນຫນຶ່ງກໍ່ຍັງບໍ່ມັກອ່ານຫນັງສືພິມລາວມີຫລາຍຄົນບອກວ່າມັນບໍ່ມີແນວ ເປັນຕາອ່ານຈະໃຫ້ອ່ານແນວ ໃດ! ຫລາຍຂ່າວຫລາຍບົດຄວາມບໍ່ມີເນື້ອຫາສາລະພຽງພໍທີ່ຈະຢາກອ່ານຢາກຕິດຕາມ ແຕ່ບາງຄົນກໍ່ບອກວ່າບໍ່ມີເວລາອ່ານຜູ້ຂຽນຄິດວ່າຖ້າເນື້ອຫາສາລະມີຄວາມດຶງດູດ, ມີຄວາມສົນໃຈ ແລະ ມີປະໂຫຍດພຽງພໍແນ່ນອນຄົນຕ້ອງອ່ານ.
ສ່ວນນັກຮຽນນັກສຶກສາ ເຊິ່ງຢູ່ໃນໄວທີ່ກຳລັງຊອກຮູ້ຮ່ຳຮຽນຫນ້າຈະເອົາໃຈໃສ່ໃນການອ່ານ ເພື່ອພັດທະນາຄວາມຮູ້, ຄວາມຄິດໃຫ້ກວ້າງຂວາງຜູ້ຂຽນພະຍາຍາມຄົ້ນຫາງານວິໄຈ ຫລື ຜົນສຳຫລວດກ່ຽວກັບການອ່ານຂອງນັກຮຽນນັກສຶກສາຂອງລາວເຮົາ ເພື່ອຢາກຮູ້ວ່າ ພຶດຕິກຳການອ່ານຂອງນັກຮຽນນັກສຶກສາຈະມີຫນ້ອຍຫລາຍປານໃດ ແຕ່ຍັງບໍ່ພົບຢ່າງໃດກໍ່ ຕາມຜູ້ຂຽນຄິດວ່າພຶດຕິກຳການອ່ານຫນັງສືຂອງນັກຮຽນນັກສຶກສາໃນລາວເຮົາຫນ້າຈະຍັງ ຕ່ຳຖ້າທຽບໃສ່ປະເທດອື່ນ ເຊິ່ງສັງເກດເຫັນໄດ້ໃນເວລາຫວ່າງຂອງນັກສຶກສາຈະບໍ່ມີກິດຈະກຳ ຫຍັງຫລາຍແທນທີ່ເວລາຫວ່າງຈະຫລັ່ງໄຫລເຂົ້າຫໍສະຫມຸດ ເພື່ອຄົ້ນຫາຂໍ້ມູນ, ອ່ານປຶ້ມເພື່ອຫາຄວາມຮູ້ໃສ່ໂຕເອງ ແຕ່ກົງກັນຂ້າມກິດຈະກຳໃນຍາມ ຫວ່າງຄືການຊຸມແຊວຕາມສະຖານທີ່ຕ່າງໆ, ຕາມຮ້ານອາຫານຮ້ານບັນເທີງແລ້ວຈະເອົາເວລາໃດມາອ່ານຫນັງສື? ເພາະການໄປລັກສະນະດັ່ງກ່າວສົ່ງຜົນກະທົບຕໍ່ການຮຽນຢ່າງແນ່ນອນ.
ຈາກບັນຫາດັ່ງກ່າວນັ້ນຜູ້ຂຽນໄດ້ແຕ່ຫວັງວ່າພາກສ່ວນກ່ຽວຂ້ອງ ໂດຍສະເພາະສະຖາບັນການສຶສາ, ຄອບຄົວຈະຫາທາງແກ້ໄຂ ເພື່ອເຮັດໃຫ້ເດັກ ແລະ ເຍົາວະຊົນລາວຫັນມາຮັກ ການອ່ານ ໂດຍການປູກຈິດສຳນຶກໃຫ້ເດັກ ແລະ ເຍົາວະຊົນຕັ້ງແຕ່ຊັ້ນປະຖົມ, ຈັດກິດຈະກຳສົ່ງເສີມການອ່ານໃຫ້ມີຫລາຍຮູບແບບ ເພື່ອເຮັດໃຫ້ຄົນສົນໃຈໃນການອ່ານຕັ້ງແຕ່ໄວເດັກທັງນີ້ ເນື່ອງຈາກການອ່ານຍັງເປັນການເລີ່ມຕົ້ນຈຸດປະກາຍຂອງການຮຽນຮູ້ ເພື່ອມຸ່ງສູ່ການເວົ້າເກ່ງ, ຂຽນເກ່ງ, ກ້າຕັດສິນໃຈ ກ້າສະແດງອອກ ແລະ ມີແນວຄິດທີ່ກວ້າງໄກອີກດ້ວຍແຕ່ທັງນີ້ທັງນັ້ນໃນການແກ້ໄຂບັນຫາ ດັ່ງກ່າວນີ້ພາກສ່ວນກ່ຽວຂ້ອງຫນ້າຈະຮູ້ດີ ໂດຍຈະໃຊ້ວິທີການໃດ ແລະ ຈະແກ້ໄຂຈາກຈຸດໃດເຊື່ອວ່າພາກສ່ວນກ່ຽວຂ້ອງຈະຫາທາງແກ້ໄຂ.
ຄົນລາວ ບໍ່ມັກອ່ານມີຫຼາຍປັດໄຈ ຍາກທີ່ຈະອະທິບາຍໃຫ້ເຂົ້າໃຈທັງໝົດໄດ້
ກ່ອນອື່ນຕ້ອງຍ້ອງນໍ້າໃຈໃນຄວາມເປັນຫ່ວງຂອງທ່ານທີ່ມີຕໍ່ອະນາຄົດຂອງຊາວລູກຫລານລາວເຮົາ. ທ່ານເວົ້າມານັ້ນມັນຖືກຮ້ອຍເປີເຊັນເເລ້ວ. ເເລະຂໍສະເເດງຄວາມຄົມຂອງປາກກາຂອງທ່ານນັ້ນອີກ. ເເລະຄວາມຫວັງທີ່ສຸດຂອງຂ້ອຍກໍຢາກໄຫ້ມີຄົນທີ່ມີເເນວຄວາມຄິດເເລະຄວາມສາມາດດັ່ງທ່ານນັ້ນອີກ. ເເລະຄວາມປຣາຖນາທີ່ສຸດນັ້ນກໍຄືຢາກໄຫ້ມີການສ້ອມເເປງທາງຫລັງຄາພຸ້ນເເລ້ວ.
ຄົນລາວເຮົາບໍ່ມັກອ່ານ ເພາະວ່າ ບໍ່ມີແນວຈະອ່ານ ຄືທ່ານໄດ້ເວົ້າຢູ່ຂ້າງເທິງວ່າ ເດັກນ້ອຍລາວບໍ່ມີກິດຈະກຳການອ່ານໃນເວລາຫວ່າງ ໃນການໄປຊອກຫາອ່ານຢູ່ຕາມຫໍສະໝຸດ. ບໍ່ຮູ້ວ່າຢູ່ລາວເຮົາມີຫໍສະໝຸດຈັກແຫ່ງ. ຈະເວົ້າວ່າ ຄົນລາວບໍ່ມັກອ່ານໜັງສື ກໍ່ຄົງຈະບໍ່ຖືກ ແຕ່ມັນບໍ່ມີໜັງສືຈະໃຫ້ອ່ານນັ້ນ ຈະຖຶກກວ່າ. ດັ່ງນັ້ນ ຢາກແກ້ໄຂບັນຫານີ້ໄດ້ກໍ່ຕ້ອງໄດ້ມາຄົ້ນຄິດນຳກັນວ່າ ເຮັດແນວໃດຈຶ່ງຈະມີໜັງສື ໃຫ້ຄົນລາວອ່ານໃຫ້ມັນຫລາຍ.ບັນຫາດັ່ງກ່າວ ຖ້າເບິ່ງໄປໃນ ເຂດທີ່ຫ່າງໄກສອກຫລີກແລ້ວກໍ່ຍິ່ງໜ້າເປັນຫ່ວງ ເພາະໝົດປີ ກໍ່ບໍ່ມີແນວຈະໄດ້ອ່ານ.ຮ້ານຂາຍປຶ້ມ, ຮ້ານຂາຍໜັງສື ມີຫລາຍເມືອງກໍ່ບໍ່ມີ
ເດັກນ້ຽລາວບໍ່ມັກອ່ານບໍ່ມັກຄົ້ນຄວ້າສາເຫດຫຼັກໆຍ້ອນຂາດຄວາມຫວັງ. ຂ້ຽເຄີຽເຫັນເດັກນ້ຽຕ່າງປະເທດນັ່ງຢູ່ສະຖານີລົຖເມ ເຂົາເອົາປຶ້ມມານັ່ງຄິດໄລ່ເລຂແຂ່ງກັນ, ຂ້ຽເລີຽຖາມວ່າ: ເວລາແນວນີ້ເຈົ້າກໍ່ຍັງຮຽນເນາະ! ເດັນນ້ຽຕອບຂ້ຽວ່າ: ຂ້ຽຢາກເປັນວິສະວະກອນທີ່ເກັ່ງໆ. ຂ້ຽຈິ່ງມາຄິດວ່າ ໂອ! ເຂົາມີຄວາມຫວັງວ່າຢາກເປັນນັກວິສະວະກອນ. ແຕ່ສ່ວນເດັນນ້ຽລາວ ຂ້ຽຖາມວ່າ: ຫຼານບໍ່ຢາກເປັນວິສະວະກອນບໍ? ຄຳຕອບທີ່ໄດ້ຮັບຄື: ເປັນວິສະວະກອນໄດ້ເງິນໜ້ຽ, ພໍ່ແມ່ຫຼານເພິ່ນບໍ່ໃຫ້ເຮັດດອກ, ເພິ່ນຊິເອົາເຂົ້າເປັນພາສີຢູ່ດ່ານໄດ້ເງິນດີ, ຮຽນກະບໍ່ຍາກ ແລະບໍ່ຈຳເປັນຮຽນສູງ, ຈົບແຕ່ຊັ້ນຕົ້ນກະໄດ້, ເງິນເດືອນໜ້ຽແຕ່ເງິນອັນອື່ນມັນຫຼາຽ!!! ຂ້ຽໄດ້ແຕ່ລຳພຶງກັບຕົນເອງວ່າ: ອື່ມສົມພໍເດັກນ້ຽລາວຂາດຄວາມຫວັງ!!!ສົມພໍມັນຈິ່ງບໍ່ມັກອ່ານ
ຖ້າເບິ່ງໄປອີກແງ່ໜຶ່ງ ເດັກນ້ອຍລາວສະຫລາດຂຶ້ນຫລາຍຮູ້ຈັກເບິ່ງ ແລະ ວິເຄາະບັນຫາໄດ້ດີ. ປະຈຸບັນຂ້ອຍກໍ່ໄດ້ແຕ່ກິນແໜງ ຂະໜາດຮຽນຈົບ ວິຊາວະກອນມາແຕ່ ເຊັກໂກກໍ່ຍັງມານັ່ງຂັບຈຳໂບ້ ຫາເຊົ້າກິນຄຳ່. ໃນເວລາຮຽນກໍ່ສຸດຈະຍາກ. ຖ້າຕອນຍັງນ້ອຍນັ້ນ ຂ້ອຍຕັດສິນໃຈເຂົ້າເຮັດວຽກຢູ່ພາສີແລ້ວກໍ່ຄົງຈະບໍ່ຈົນຄືແນວນີ້. ຊົນເຊີຍເດັກນ້ອຍລາວທີ ມີການວິເຄາະບັນຫາໄດ້ດີເລີດ ເພື່ອອານາຄົດອັນສົດໄສຂອງຕົນໃນອານາຄົດ ຊົມເຊີຍ. ຄອບຄົວຮັ່ງມີ ປະເທດຊາດຈະເລີນ ແມ່ນແນວທາງຂອງພັກ ແລະ ລັດຖະບານ ຂອງພວກເຮົາແມ່ນບໍ່?
้ຖ້າຊາດນີ້ບໍ່ອ່ານ ຈະໂງ່ດາກດ້ານໄປເຖິງຊາດຫນ້າ ຜູ້ອ່ານຈົ່ງບອກຕໍ່
@Anonymous
ແມ່ນຄວາມຄັກໆໆ
ແມ່ນຄວາມຄັກໆໆໆ
Library in Lao too small, we can see the National Library too small & no new book & no book & no update book....!, like Library for province and not suitable for National Library..
ບົດຄວາມນີ້ຂຽນໄດ້ດີຫລາຍ ກະທັດຮັດ ເນື້ອໃນຄົບຖ້ວນ ບໍ່ສັ້ນບໍ່ຍາວເກີນໄປ ຈັ່ງຊີ້ລະຈື່ງເປັນຕາຍາກອ່ານ
ຄົນລາວ
ນັ່ງອ່ານແຕ້ມໄພ້-ໃນວົງໄພ້
ຊອດແຈ້ງໂຂ້ໂຫລ້
ພວກໜຶ່ງ
ພັດອ່ານໄພ້...MAJONG ແລະ BAI TOI (ໄພ້ຕອງ)
ອີກຝ່າຍໜຶ່ງ
ມັກອ່ານໜັງສືຢູ່ນຳຂວດເຫລົ້າ
ວ່າຜະຫລິດມາຈາກປະເທດໃດ
ອາຍຸເຫລົ້າໄດ້ຈັກປີແລ້ວ