ນັກສຶກສາ ມຊ 6.000 ກວ່າຄົນ ກຽມພ້ອມຮັບໃຊ້ສັງຄົມ !

ທ່ານ ສຈ ດຣ. ສຸກກົງ ແສງ ໄຊຍະເລີດ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ໄດ້ກ່າວໃນພິທີມອບ-ຮັບໃບປະກາສະນີຍະບັດມື້ວານນີ້ວ່າ: ຖ້າຫາກວ່ານັກບັນດິດໃຫມ່ພວກເຮົາມີຄວາມຮູ້ແຕ່ບໍ່ຮູ້ນຳໃຊ້ກໍ່ເຫມືອນຄຳເວົ້າທີ່ວ່າ “ຄົມໃນຝັກ”ສິ່ງ ນີ້ຈະບໍ່ມີຄຸນຄ່າເທົ່າກັບພ້າຂີ້ຫມ້ຽງທີ່ຖືກໃຊ້ໃນແຕ່ລະວັນ ດັ່ງນັ້ນ ທຸກຄົນຍັງຕ້ອງສືບຕໍ່ຄົ້ນຄວ້າຮ່ຳຮຽນແນວທາງນະໂຍບາຍຂອງພັກ ໂດຍສະເພາະແມ່ນ 4 ບຸກທະລຸໃນມະຕິ IX ຂອງພັກ ເພື່ອຝຶກຝົນຕົນເອງໃນວຽກງານຕົວຈິງຢ່າງຕັ້ງຫນ້າຫລາຍກວ່າເກົ່າ.
ມື້ວານນີ້ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບŒຮັບໃບປະກາສະນີຍະບັດແກ່ນັກສຶກສາຮຸ່ນທີ II ລວມມີນັກສຶກສາທັງຫມົດ 6.607 ຄົນ, ຍິງ 2.403 ຄົນເທົ່າກັບ 90,76% ຈາກ 11 ຄະນະ, ຫນຶ່ງສະຖາບັນ, ຫນຶ່ງຫ້ອງການຫລັງປະລິນຍາຕີ ແລະ ສູນເຈນິ ຕິກ. ໃຫ້ກຽດມອບໂດຍ ທ່ານ ສຈ ດຣ. ສຸກກົງແສງ ໄຊຍະເລີດ ອະທິການບໍດີມະຫາ ວິທະຍາໄລແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ສຈ ດຣ. ບຸນຕຽມ ພິດສະໄຫມ ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ ປະທານສະພາມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍພາກສ່ວນຕ່າງໆທີ່ກ່ຽວຂ້ອງ.
ໃນນັ້ນ ຄະນະສຶກສາສາດມີນັກສຶກສາຫລາຍກວ່າຫມູ່ເຖິງ 902 ຄົນ, ຍິງ 391 ຄົນ ແລະ ຄະນະນິຕິສາດ ແລະ ລັດຖະສາດປະລິນຍາຕີ 815 ຄົນ, ຍິງ 329 ຄົນ, ປະລິນຍາໂທ 43 ຄົນ, ຍິງ 10 ຄົນ ຫມາຍຄວາມວ່າ ນັກສຶກສາທີ່ຈົບໃນສົກສຶກສາ 2010 ຫາ 2011 ນີ້ ມີທັງປະລິນຍາຕີ ແລະ ປະລິນຍາໂທພ້ອມກັນ.
ໃນທ່າມກາງບັນຍາກາດອັນມີຄວາມຫມາຍສຳຄັນຂອງນັກສຶກສາທີ່ໄດ້ຮັບປະກາສະນີຍະບັດນີ້ ແມ່ນສະແດງໃຫ້ພວກເຮົາເຫັນເຖິງຄວາມຍິ່ງໃຫຍ່ທີ່ສຳຄັນນັ້ນມັນເປັນພຽງແຕ່ຜົນສຳ ເລັດເບື້ອງຕົ້ນເທົ່ານັ້ນ. ນັກສຶກສາຍັງຕ້ອງນຳເອົາຄວາມຮູ້ຄວາມສາມາດນັ້ນຫມູນໃຊ້ເຂົ້າໃນພຶດຕິກຳຕົວຈິງຢ່າງມີຫົວຄິດປະດິດສ້າງເພື່ອປະກອບສ່ວນເຂົ້າໃນການພັດທະນາສັງຄົມ ແລະ ປະເທດຊາດ.
ຂໍສະແດງຄວາມຍິນດີນໍາທຸກໆຄົນ. ຫວັງວ່າພວກທ່ານຄົງຈະນໍາເອົາວິຊາຄວາມຮູ້ທີ່ໄດ້ສຶກສາຮໍ່າຮຽນມາໄປປະກອບສ່ວນສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆໄປ.