ແມ່ອາລົມເຄັ່ງຄຽດຫຼາຍ ມັກໄດ້ລູກສາວ

ນັກວິໄຈບອກວ່າ ຄົນທີ່ຖືກກົດດັນດ້ວຍບັນຫາໃນເຮືອນ ໃນບ່ອນເຮັດວຽກ ໃນໄລຍະເວລາກ່ອນໜ້າການຖືພາ ມີໂອກາດສູງກ່ວາປົກກະຕິ ທີ່ຈະເກີດລູກອອກມາເປັນຜູ້ຍິງ.
ຜົນງານນັກສຶກສາມະຫາວິທະຍາໄລ ອອກຊະຟອດ ຮ່ວມກັບນັກວິໄຈຂອງສະຫະລັດບົ່ງວ່າ ໃນໄລຍະເສດຖະກິດຖົດຖອຍ ຫຼື ວິກິດການຕ່າງໆ ມັກມີເດັກນ້ອຍຜູ້ຊາຍເກີດໜ້ອຍລົງ ງານວິໄຈຫຼ້າສຸດນີ້ ເປັນຊິ້ນທຳອິດທີ່ສຶກສາຄວາມສຳພັນລະຫວ່າງ ຄວາມເຄັ່ງຄຽດກັບລະດັບຮໍໂມນ ຄວາມຕຶງຄຽດຂອງຜູ້ຍິງທີ່ເຂົ້າຮ່ວມໂຄງການວິໄຈນີ້ 338 ຄົນຈາກທົ່ວປະເທດອັງກິດ ຊຶ່ງກຳລັງພະຍາຍາມຈະຖືພາ ໄດ້ຈົດບັນທຶກເລື່ອງລາວໃນຊີວິດປະຈຳວັນ ຊີວິດທາງເພດລົງໃນສະໝຸດບັນທຶກ ແລະ ໄດ້ຕັ້ງແບບສອບຖາມກ່ຽວກັບຄວາມເຄັ່ງຄຽດຂອງຕົວເອງ ແລະ ແພດໄດ້ວັດລະດັບຮໍໂມນຄວາມຄຽດຄໍຕິໂຊນ ໃນໄລຍະຫຼາຍເດືອນກ່ອນຖືພາ.
ໃນຈຳນວນເດັກທີ່ເກີດຂຶ້ນນັ້ນ ເປັນຊາຍ 58 ຄົນ ຍິງ 72 ຄົນ ຊຶ່ງຕາມປົກກະຕິ ໃນອັງກິດຈະມີເດັກນ້ອຍຜູ້ຊາຍເກີດ 105 ຄົນຕໍ່ຈຳນວນເດັກຜູ້ຍິງທຸກໆ 100 ຄົນ.
ລາຍງານຊຶ່ງນຳສະເໜີຕໍ່ກອງປະຊຸມຂອງສະມາຄົມການແພດ ດ້ານຈະເລີນພັນອາເມລິກາ ລະບຸວ່າ ໃນຈຳນວນຜູ້ຍິງທີ່ມີຮໍໂມນຄວາມຄຽດສູງສຸດ 50% ນັ້ນ ອັດຕາການໄດ້ເດັກເພດຍິງໄດ້ເພີ່ມສູງຂຶ້ນ.
ລາຍງານຕໍ່ກອງປະຊຸມຊຶ່ງມີຂຶ້ນທີ່ເມືອງອໍລັນໂດ ລັດຟລໍຣິດາ ສະຫະລັດອາເມລິກາ ຊີ້ແຈງວ່າ ຜູ້ຍິງທີ່ມີຄວາມເຄັ່ງຄຽດສູງສຸດ ມີທ່າອ່ຽງຫຼຸດລົງເຖິງ 75% ທີ່ຈະໄດ້ລູກຊາຍ ເມື່ອທຽບກັບກຸ່ມທີ່ມີຄວາມຕຶງຄຽດໜ້ອຍທີ່ສຸດ ລະດັບຄໍຕິໂຊນຈະເພີ່ມຂຶ້ນ ເມື່ອຄົນເຮົາມີຄວາມຕຶງຄຽດຕິດຕໍ່ກັນຍາວນານ ເຊັ່ນ: ຖືກກົດດັນໃນບ່ອນເຮັດວຽກ ຫຼື ມີຄວາມສຳພັນທີ່ບໍ່ດີກັບຄົນອ້ອມຂ້າງ.
ນັກວິໄຈຂອງມະຫາວິທະຍາໄລອອກຊະຟອດ ດີ.ເຊຊິເລຍໄພເພີ ບອກວ່າ ເລື່ອງເງິນຄຳກໍມີສ່ວນເຮັດໃຫ້ຕຶງຄຽດດ້ວຍ ນັກວິໄຈຍັງບໍ່ຮູ້ວ່າ ເປັນຫຍັງການມີຄໍຕິໂຊນຢູ່ໃນລະດັບສູງ ຈຶ່ງຫຼຸດໂອກາດທີ່ຈະໄດ້ລູກຊາຍ ເພດຂອງເດັກນັ້ນຖືກກຳນົດໂດຍໂຄຣໂມໂຊມໃນສະເປີມຂອງພໍ່ ເພດຈຶ່ງຖືກກຳນົດເມື່ອເກີດການປະຕິສົນທິ ເປັນໄປໄດ້ວ່າ ການມີຄໍຕິໂຊນໃນລະດັບສູງ ເຮັດໃຫ້ຕົວອ່ອນເພດຊາຍ ຝັງຕົວກັບມົດລູກໄດ້ຍາກຂຶ້ນ.
ນອກຈາກນີ້ ເດັກເພດຊາຍມັກອ່ອນແອກ່ວາ ຈຶ່ງມີທ່າອ່ຽງຫຼາຍກ່ວາ ທີ່ຈະຫຼຸເມື່ອຄໍຕິໂຊນຢູ່ໃນລະດັບສູງ ເຮັດໃຫ້ມີເດັກຜູ້ຍິງເກີດຫຼາຍກ່ວາ.