ອາຫານ 10 ປະເພດ ທີ່ຊ່ອຍເພີ່ມປະລິມານອະສຸຈິ ໃຫ້ທ່ານຊາຍ





Increase Sperm Count Naturally~

You can eat proper food to increase sperm count and improve its motility or boost its production. Some of these foods include--


>Vitamin-A-rich foods such as oatmeal, dried apricots, red peppers. Eating broccoli, sweet potatoes, dark green lettuce, dairy products, and spinach are known to increase the vitality of sperms.

>Eat natural food to increase sperm count especially those that are high in protein such as green leafy vegetables, whole grains, and beans.

>You should also eat foods that are high in folic acid such as avocados and dark green fruits.

>You can also take folic acid supplement to increase your sperms health.

>Drink plenty of water and skip on alcohol and coffee.

> Quit smoking and avoid fatty or greasy food.

>To improve the blood flow to your genitals, increase your intake on food that contains essential omega 3 fatty acids. Foods that are high in omega 3 are sardines, crab, flax, salmon, shrimp, chicken, walnuts, arugula, and anchovies.

>You should also eat foods that are rich in vitamins to increase sperm count such as strawberries, citrus fruits, cooked tomatoes, yellow fruits and vegetables, asparagus, snow peas, and other foods that are high in vitamin C and A.

>L-arginine (found in nuts, sesame seeds, eggs, and meat) is also highly regarded as a sperm enhancer.

>antioxidants such as vitamin E and selenium also improve sperm's speed and concentration.

5:13 PM | Posted in , | Read More »

ບໍ່ຖູແຂ້ວ ລະວັງໂລກຫົວໃຈຖາມຫາ !



ບໍ່ຖູແຂ້ວ ແລະ ທຳຄວາມສະອາດລີ້ນ, ລະວັງໂລກຫົວໃຈຖາມຫາ 

ຖ້າທ່ານຢາກໃຫ້ລົມ ປາກສະອາດສົດຊື່ນກໍ່ບໍ່ ຄວນເບິ່ງຂ້າມການທຳ ຄວາມສະອາດລີ້ນ ເນື່ອງ ຈາກວ່າລີ້ນຂອງເຮົາມີຜິວທີ່ ບໍ່ກ້ຽວລຽບເປັນຄືຕຸ່ມເປັນ ເສັ້ນຮ່ອງແຕກແຫງ ຖ້າປຽບ ໄປແລ້ວຄືກັບຜ້າພົມໜາໆ ຜືນໜຶິ່ງທີ່ຕຳ່ດ້ວຍເສັ້ນ ໄຍຝ້າຍມີບ່ອນຫລຸບໂນນບໍ່ ສະເໝີກັນ,ດ່ັງນັ້ນ,ລີ້ນຈິ່ງເປັນ ບ່ອນກັກເສດອາຫານຢ່າງດີທີ່ສຸດໃນປາກ ເໝາະທີ່ສຸດ ແກ່ຈຳພວກເຊື້ອພະຍາດທີ່ບໍ່ ຕ້ອງການອົກຊີແຊນໃນການຈະເລີນເຕີບໃຫຍ່ອາໄສຢູ່, ເຊື້ອພະຍາດເຫຼົ່ານີ້ຈະປ່ອຍ ສານພິດອັນຕະລາຍຕໍ່ເຫືອກ ແລະ ແຂ້ວ ແລ້ວຍັງທຳປະຕິ ກິລິຍາກໍ່ໃຫ້ເກີດມີກິ່ນເໝັນ ເນົ່າອອກມາ.

ຈາກການວິໄຈຂອງຕ່າງ ປະເທດພົບວ່າເຊື້ອພະຍາດ ຫລື ແບັດທີເຣຍ ທີ່ມີຜົນຕໍ່ກິ່ນ ປາກສ່ວນຫຼາຍມັກຈະຢູ່ຕາມ ກົກລີ້ນຫຼາຍກ່ວາຢູ່ແຂ້ວ ແລະ ເຫືອກດ່ັງມີຜູ້ທົດລອງປະຕິ ບັດ: ມີແຂ້ວແມງເປັນຮູກໍ່ອັດ ແລ້ວ, ເຫືອກກໍ່ບໍ່ອັກເສບ,ຂູດ ຫີນປູນທຸກໆ 6 ເດືອນຕາມ ທ່ານໝໍນັດ, ຖູແຂ້ວຫລັງອາ ຫານທຸກມື້ ແລະ ເສຍເງິນໄປ ກໍ່ຫຼາຍກັບການຊື້ນຳ້ຢາບ້ວນ ປາກຫຼາກຫຼາຍຊະນິດ, ແຕ່ ກໍ່ຍັງບໍ່ດີຮູ້ສຶກວ່າຍັງມີກິ່ນ ປາກ ແລະ ລົມຫາຍໃຈທີ່ບໍ່ ສະອາດ, ຈິ່ງລອງມາສັງເກດ ເບິ່ງລີ້ນວ່າມີຄາບອາຫານຕິດຢູ່ຫລືບໍ່ ?

ການທຳຄວາມສະອາດລີ້ນ ເປັນສິ່ງຈຳເປັນໃນການຮັກ ສາສຸຂະພາບໃນຊ່ອງປາກ ນອກຈາກການຖູແຂ້ວ ແລະ ໃຊ້ແປງຂົນອ່ອນທຳຄວາມ ສະອາດຕາມຫວ່າງແຂ້ວ, ການທຳຄວາມສະອາດລີ້ນ, ປັດຈຸບັນມີອຸປະກອນທຳ ຄວາມສະອາດລີ້ນທີ່ເຮັດ ດ້ວຍປລາສຕິກເປັນຮູບໂຕຢູ (U) ວິທີໃຊ້: ໃຫ້ແລບລີ້ນ ອອກມາໃຫ້ສຸດໃຊ້ໄມ້ຂູດລີ້ນ ຈາກກົກລີ້ນອອກມາທາງ ປາຍ 3-4 ເທື່ອຈະເຫັນຄາບ ອາຫານຕິດອອກມາເຮັດ ແນວນີ້ເປັນປະຈຳພ້ອມກັນ ກັບຖູແຂ້ວມື້ລະ 2 ເທື່ອ,ຕອນ ເຊົ້າຕື່ນ ແລະ ຫລັງອາຫານ ກ່ອນນອນ.
ການທຳຄວາມສະອາດລີ້ນ ຢ່າງສະໝຳ່ສະເໝີ ນອກຈາກ ຈະຊ່ວຍຫຼຸດແບັດທີເຣຍທີ່ກໍ່ ໃຫ້ເກີດກິ່ນປາກແລ້ວຍັງມີ ຜົນເຮັດໃຫ້ລີ້ນສາມາດຮັບ ລົດຊາດອາຫານໄດ້ດີຂຶ້ນຕື່ມ, ອີງຕາມຂໍ້ມູນໃນວາລະສານ ທັນຕະແພດສະມາຄົມສະຫະ ລັດອາເມລິກາວ່າ ແບັດທີ ເຣຍໃນຊ່ອງປາກມີໂອກາດ ເຮັດໃຫ້ຕິດເຊື້ອ ແລະ ສ່ຽງຕໍ່ ການເປັນໂລກຫົວໃຈໄດ້ ແລະ ສະມາຄົມດັ່ງກ່າວຍັງ ຢືນຢັນວ່າ ພິດທີ່ເກີດຈາກ ແບັດທີເຣຍໃນຊ່ອງປາກມີ ໂອກາດເກີດອັນຕະລາຍຕໍ່ ເຫຍື້ອຫຸ້ມປອດເຊັ່ນກັນ. ສະ ນັ້ນ, ການຖູແຂ້ວມື້ລະສອງ ຄັ້ງພຽງຢ່າງດຽວອາດຈະບໍ່ ພໍໃນການທຳຄວາມສະອາດ ຊ່ອງປາກເພື່ອລົມຫາຍໃຈ ສົດຊື່ນ ສະອາດ ແລະ ມີສຸຂະ ພາບດີ ຄວນທຳຄວາມສະ ອາດລີ້ນໄປຄຽງຄູ່ກັນດ້ວຍ ວິທີໃດກໍ່ໄດ້ຕາມທີ່ທ່ານ ເຊື່ອໝັ້ນ ແລະ ເຄີຍປະຕິ ບັດມາ.

ຕໍ່ກັບບັນຫາການທຳຄວາມ ສະອາດລີ້ນນັ້ນ, ການຖູແຂ້ວ ທີ່ຖືກວິທີກໍ່ສຳຄັນ, ເມື່ອໄວໆ ມານີ້, ນັກວິໄຈໃນອັງກິດກ່າວ ໃນກອງປະຊຸມສະມາຄົມຈຸ ລະຊີວະວິທະຍາວ່າ ແບັດທິ ເຣຍທີ່ຕົກຄ້າງຢູ່ໃນຊ່ອງປາກ ຈະແຊກຊຶມເຂົ້າສູ່ກະແສ ເລືອດຜ່ານທາງບໍລິເວນ ເຫືອກທີ່ເປັນບາດແຜຫາກ ເຊື້ອເຫລົ່ານັ້ນເຂົ້າໄປໃນກະ ແສເລືອດໄດ້ແລ້ວຈະເຮັດໃຫ້ ເລືອດຈັບໂຕເປັນກ້ອນສ່ວນ ແບັດທີເຣຍກໍ່ຊ່ອນໂຕຢູ່ໃນ ກ້ອນເລືອດນັ້ນເພື່ອຫລີກລຽງ ລະບົບພູມຄຸ້ມກັນຂອງຮ່າງ ກາຍເຮົາ ແລະ ລິດການຂ້າ ເຊື້ອຂອງຢາຕ້ານເຊື້ອ. ພ້ອມ ນັ້ນຫາກເລືອດເປັນກ້ອນ ເນື່ອງຈາກເຊື້ອແບັດທີເຣຍກໍ່ຈະສ່ຽງຕໍ່ພາວະເສັ້ນເລືອດ ອັດຕັນ ແລະ ຈະຍິ່ງອັນຕະ ລາຍເພີ່ມຂຶ້ນອີກຖ້າເລືອດໄປ ຈັບຕົວໃຫຍ່ຂຶ້ນບໍລິເວນລີ້ນ ຫົວໃຈຈະເຮັດໃຫ້ເຍື້ອຫຸ້ມ ຫົວໃຈອັກເສບຕິດເຊື້ອຮອດ ຂັ້ນນີ້, ຈະສ່ຽງຕໍ່ການເສຍຊີ ວິດໄດ້, ນັກວິໄຈເຊື່ອວ່າ ຜົນ ຈາກການສຶກສາວິໄຈຂອງ ພວກເຂົາຊີ້ໃຫ້ເຫັນວ່າ ໂລກ ເຫືອກມີຄວາມສຳພັນກັບ ໂລກຫົວໃຈ. ດັ່ງນັ້ນ, ເພື່ອຫຼຸດ ຄວາມສ່ຽງຈາກໂລກຫົວໃຈ ຈິ່ງຄວນເບິ່ງແຍງດູແລສຸຂະ ພາບຊ່ອງປາກໃຫ້ດີ ຖູແຂ້ວ ໃຫ້ສະອາດຕາມທັນຕະແພດ ແນະນຳ ແລະ ບໍ່ຄວນປ່ອຍ ໃຫ້ມີບັນຫາກ່ຽວກັບເຫືອກ ແກ່ຍາວ.



Kongthap

10:08 AM | Posted in , | Read More »

ໄພຮ້າຍຄວາມເຄັມສະສົມຈາກແຈ່ວນໍ້າປາ



ຮູ້ ຫລື ບໍວ່າ ແຈ່ວນໍ້າປາ ນອກຈາກບໍ່ໄດ້ຈັດໃຫ້ຢູ່ໃນຊຸດອາຫານເພື່ອສຸຂະພາບສໍາລັບຜູ້ສູງອາຍຸແລ້ວ ຍັງອາດເປັນອັນຕະລາຍຕໍ່ຜູ້ສູງອາຍຸໄດ້ໂດຍບໍ່ຮູ້ຕົວ.

ອົງການອະນາໄມໂລກ ໃຫ້ກິນອາຫານທີ່ມີໂຊດຽມໄດ້ບໍ່ໃຫ້ເກີນວັນລະ 1.400 ມິລິກຼາມ ຊຶ່ງອາຫານລາວສ່ວນໃຫຍ່ຈະເປັນອາຫານລົດເພັດ ແລະ ມີໂຊດຽມເກີນກວ່າມາດຕະຖານທີ່ກໍານົດ ແລະ ໂຊດຽມທີ່ໃກ້ຕົວທີ່ສຸດ ແລະ ຄົນມັກເບິ່ງຂ້າມຄືແຈ່ວນໍ້າປາ ທີ່ອາດຈະເປັນສ່ວນຫນຶ່ງຂອງວັດທະນະທໍາການຮັບປະທານອາຫານຂອງຄົນລາວແລ້ວ.

ຢ່າງໃດກໍຕາມ ການກິນອາຫານລົດເຄັມຫລາຍ ແລະ ກິນເລື້ອຍໆ ຈະມີຄວາມສ່ຽງຕໍ່ການເປັນພະຍາດຄວາມດັນເລືອດສູງ, ຫລອດເລືອດສະຫມອງແຕກ, ພະຍາດຫົວໃຈ ລວມທັງພະຍາດກະດູກຜ່ອຍ ຊຶ່ງຜູ້ທີ່ເປັນໂລກດັ່ງກ່າວຢູ່ແລ້ວ ຈະຕ້ອງລະມັດລະວັງອາຫານທີ່ມີໂຊດຽມສູງ ເພາະຈະເຮັດໃຫ້ເກີດພາວະແຊກຊ້ອນໃນໂລກທີ່ເປັນຢູ່ ເນື່ອງຈາກໂລກດັ່ງກ່າວນີ້ຄືກັບໄພງຽບທີ່ບໍ່ບົ່ງບອກອາການໃຫ້ຜູ້ປ່ວຍຮັບຮູ້.

ຄົນທີ່ເປັນກໍ່ຈະບໍ່ຮູ້ສຶກວ່າເປັນຫຍັງ ແຕ່ເມື່ອເປັນຄວາມດັນສູງຢູ່ເລື້ອຍໆ ເມື່ອອາຍຸຫລາຍຂຶ້ນ ຄວາມສົມດຸນຂອງເສັ້ນເລືອດຫນ້ອຍລົງ, ເສັ້ນເລືອດຈະແຂງ ແລະ ບອບບາງ ເມື່ອມີຄວາມດັນສູງເລື້ອຍໆ ບໍ່ສາມາດຄວມຄຸມໄດ້ແລ້ວເກີດເສັ້ນເລືອດແຕກຕາມຈຸດສໍາຄັນຕ່າງໆ ກໍຈະເຮັດໃຫ້ເປັນອຳມະພາດ, ອຳມະພຶກ ກາຍເປັນຄົນພິການ ແລະ ຮ້າຍແຮງທີ່ສຸດຄືເປັນອັນຕະລາຍເຖິງແກ່ຊີວິດໄດ້.

ສະນັ້ນແລ້ວ ຄົນໄວຫນຸ່ມສາວທີ່ຍັງແຂງແຮງ ກໍຕ້ອງລະມັດລະວັງ ແລະ ຄວບຄຸມການຮັບປະທານອາຫານລົດເຄັມ ເພື່ອເປັນການປ້ອງກັນ ແລະ ບໍ່ໃຫ້ເກີດການສະສົມໂຊດຽມໄວ້ໃນຮ່າງກາຍຫລາຍເກີນໄປ ຄວນເລືອກໃຊ້ເກືອ ແລະ ນໍ້າປາທີ່ມີໂຊດຽມຕໍ່າ ຈະບໍ່ເປັນອັນຕະລາຍຕໍ່ສຸຂະພາບ.

9:48 PM | Posted in , | Read More »

ດື່ມນ້ຳຕອນໃດດີທີ່ສຸດ ?



ໃນທຸກໆມື້ຮ່າງກາຍຈະ ຕ້ອງສູນເສຍນ້ຳຜ່ານທາງ ການຫາຍໃຈ ແລະ ຂັບຖ່າຍ ຈ່ິງເປັນສ່ິງຈຳເປັນຫລາຍທີ່ ສຸດຈະຕ້ອງຮັບນ້ຳເຂົ້າໄປ ເພື່ອທົດແທນສ່ວນທີ່ເສຍໄປ ແລະ ໂດຍປົກກະຕິເຮົາຈະ ເສຍນ້ຳຈາກການຖ່າຍເບົາ ສະເລ່ຍມື້ລະປະມານ 1,5 ລິດ ແລະ ອີກເກືອບ 1 ລິດ ສຳລັບການຫາຍໃຈ ແລະ ເຫື່ອ. ຖ້າສາວໆດື່ມນ້ຳໄດ້ມື້ ລະ 2 ລິດ (ປະມານ 8 ຈອກ)ກໍ່ຈະຊ່ວຍທົດແທນ ການສູນເສຍນ້ຳໃນສ່ວນນີ້ໄດ້ ແຕ່ສຳລັບນ້ຳທີ່ຄວນດື່ມໃຫ້ ໄດ້ພາຍໃນ 1 ມື້ຶ້ເພື່ອສຸຂະ ພາບທີ່ດີຂອງຕົວເຮົາເອງ ແລ້ວຖ້າເປັນຫນຸ່ມໆຄວນດື່ມ ໃຫ້ໄດ້ມື້ລະ 3 ລິດ ( ປະມານ 13 ຈອກ ), ສ່ວນສາວໆຄວນ ດື່ມມື້ລະ 2,2 ລິດ ( ປະມານ 9 ຈອກ ).

ສຳລັບສາວໆທີ່ມັກຫລີ້ນ ກີລາຈະຕ້ອງດື່ມນ້ຳໃນປະລິມານທີ່ຫຼາຍກ່ວາຄົນປົກກະຕິ ທັງນີ້ກໍ່ຂຶ້ນຢູ່ກັບຊະນິດຂອງ ກິດຈະກຳທີ່ເຮັດ, ຖ້າອອກ ກຳລັງກາຍໃນໄລຍະສັ້ນກໍ່ ຄວນຈະດື່ມນ້ຳເພີ່ມເຂົ້າໄປ ຄັ້ງລະ 1-2 ຈອກຫຼັງຈາກ ອອກກຳລັງກາຍແລ້ວ ແຕ່ຖ້າ ເປັນໄລຍະເວລາຍາວໆກໍ່ເພີ່ມ ຂຶ້ນອີກຈັກ 2-3 ຈອກກໍ່ຈະ ພຽງພໍແລ້ວ.
ປະໂຫຍດດື່ມນ້ຳຕອນໃດ ດີທີ່ສຸດ:

- ຕື່ນນອນຕອນເຊົ້າ 1 ຈອກ ( 400 ຊີຊີ ) ເພາະເປັນ ໄລຍະທີ່ມີຄວາມເຂັ້ມຂຸ້ນ ຂອງເລືອດສູງ, ເລືອດຈະມີ ລັກສະນະຂາດນ້ຳ.
- ຕອນສວຍ 2 ຈອກ ( ເວ ລາປະມານ 9 ໂມງຫາ 10 ໂມງເຊົ້າ ) ໄລຍະນີ້ເປັນໄລ ຍະທີ່ມີຂອງເສຍເກີດຂຶ້ນ ເພາະຮ່າງກາຍໄດ້ເຮັດວຽກ ໄປໄລຍະຫນ່ຶງແລ້ວ ສະນັ້ນ ຈ່ິງຄວນດື່ມນ້ຳເພື່ອມາຊຳລະຂອງເສຍເຫລ່ົານັ້ນອອກໄປ.
- ຕອນບ່າຍໆ 3 ຈອກ (ເວລາປະມານ 1 ໂມງຫາ 2 ໂມງ ).
- ຕອນແລງ 3 ຈອກ ( ເວ ລາປະມານ 7 ຫາ 8 ໂມງ ).
- ກ່ອນນອນໃຫ້ດື່ມນ້ຳອີກ 1 ຈອກເພື່ອໃຫ້ນ້ຳທີ່ດື່ມໄຫລ ວຽນຊະລ້າງສ່ິງທີ່ຕົກຄ້າງໃນລຳໄສ້ ແລະ ກະເພາະອາ ຫານ ແຕ່ຖ້າເປັນນ້ຳອຸ່ນແລ້ວ ຍ່ິງເປັນການດີ ເພາະຈະຊ່ວຍ ໃຫ້ຫລັບສະບາຍຍິ່ງຂຶ້ນ.




9:46 PM | Posted in , | Read More »

ການລ້າງຫນ້າຖືກວິທີສໍາລັບຜູ້ຊາຍ



ການເຮັດຄວາມສະອາດຜິວຫນ້າຂັ້ນຕອນສຳຄັນທີ່ບໍ່ຄວນເບິ່ງຂ້າມຄືການເລືອກໃຊ້ຜະລິດຕະພັນລ້າງຫນ້າທີ່ເຫມາະສົມກັບສະພາບຜິວ ຕົວເອງ ໂດຍສາມາດກວດສອບລັກສະນະຜິວຂອງທ່ານໄດ້ຕາມສູນຄວາມງາມທົ່ວໄປ.

ຜິວມັນ: ເປັນຜິວທີ່ມີນ້ຳມັນເຄືອບຜິວຫລາຍບໍລິເວນໃບຫນ້າ ເຮັດໃຫ້ເກີດສິວງ່າຍ, ຮູຂຸມຂົນໃຫຍ່ຈົນເຫັນໄດ້ຊັດຄວນໃຊ້ຜະລິດຕະພັນເຮັດຄວາມສະອາດຜິວທີ່ເຮັດ ໃຫ້ຜິວຫນ້າແຫ້ງລົງເປັນຕົ້ນວ່າສະບູ ຫລື ໂຟມລ້າງຫນ້າຈະດີກວ່າຈຳພວກທີ່ເປັນເຈວໃສ ຫລື ນ້ຳລ້າໆ, ຫລັງຈາກລ້າງຫນ້າແລ້ວຄວນເຊັດຄວາມສະອາດດ້ວຍ Oil control ຫລື Toner (ຊອກຊື້ຕາມຮ້ານຂາຍຜະລິດຕະພັນຄວາມງາມທົ່ວໄປ) ຈະເຮັດໃຫ້ຜິວຫນ້າສະອາດກ້ຽງດີຍິ່ງຂຶ້ນ.
ຜິວປະສົມ: ເປັນຜິວທີ່ມີນ້ຳມັນເຄືອບຫລາຍບໍລິເວນຫນ້າຜາກ, ດັງ ແລະ ຄາງ ແຕ່ບໍລິເວນແກ້ມກັບແຫ້ງຕຶງ, ຮູຂຸມຂົນກວ້າງແຕ່ເບິ່ງບໍ່ເຫັນຫລາຍປານໃດຄວນເລືອກ ໃຊ້ຜະລິດ ຕະພັນເຮັດຄວາມສະອາດຜິວແບບທີ່ບໍ່ຫລຸດຄວາມມັນຫລາຍເກີນໄປເຊັ່ນ: ແບບເຈວໃສ ຫລັງຈາກລ້າງຫນ້າແລ້ວຄວນເຊັດດ້ວຍ Oil control ຫລື Toner ບໍລິເວນຫນ້າຜາກ, ດັງ ແລະ ຄາງຈະໄດ້ຫລຸດຄວາມມັນລົງ.
ຜິວທຳມະດາ: ເປັນຜິວທີ່ມີ ນ້ຳມັນເຄືອບຜິວໃນປະລິມານທີ່ບໍ່ຫລາຍຮູຂຸມຂົນນ້ອຍຄວນເລືອກໃຊ້ຜະລິດຕະພັນເຮັດຄວາມສະອາດແບບອ່ອນເຊັ່ນ: ເຈວໃສຫລັງຈາກ ລ້າງຫນ້າແລ້ວໃຫ້ໃຊ້ Lotion ເຊັດຜິວໃນບາງເວລາ.
ຜິວແຫ້ງ: ເປັນຜິວທີ່ຂາດນ້ຳມັນເຄືອບຜິວບາງຄົນອາດມີຜິວຫນ້າລອກອອກກໍ່ມີຮູຂຸມຂົນນ້ອຍ ແລະ ເປັນຜິວທີ່ມັກແພ້ງ່າຍ (ຄວນລະວັງໃນການໃຊ້ເຄື່ອງສຳອາງ ຫລື ຜະລິດຕະພັນ ຕ່າງໆ), ຄວນຫລີກເວັ້ນການໃຊ້ຜະລິດຕະພັນເຮັດຄວາມສະອາດຜິວ ຫລື Lotion ໂດຍບໍ່ຈຳ ເປັນຄວນໃຊ້ແຕ່ນ້ຳທຳມະດາລ້າງຫນ້າກໍ່ພໍ.

ຖ້າໃຜທີ່ຢາກຮູ້ວ່າຕົວເອງມີ ຜິວຫນ້າແບບໃດກໍ່ສາມາດໄປກວດທີ່ສູນຄວາມງາມທີ່ມີເຄື່ອງມືອຸປະກອນກວດກໍ່ໄປຮັບຄຳປຶກສາຜູ້ຊ່ຽວຊານໄດ້ ເມື່ອທ່ານຮູ້ວ່າຕົວເອງມີ ຜິວແບບໃດແລ້ວ ຈິ່ງເປັນເລື່ອງງ່າຍໃນການ ເລືອກໃຊ້ຜະລິດຕະພັນເຮັດຄວາມສະອາດທີ່ຖືກກັບສະພາບຜິວຖ້າເຮັດຄວາມສະອາດຖືກວິທີຈະເຮັດໃຫ້ທ່ານມີໃບຫນ້າທີ່ ກ້ຽງ, ຂາວໃສ ແລະ ນຸ່ມນວນຍິ່ງຂຶ້ນ ເຊິ່ງເປັນຈຸດເດັ່ນທີ່ເຮັດໃຫ້ສາວໆຫລາຍຄົນປາຖະຫນາຢາກໄດ້ຄົນຮັກແບບນີ້.

Ecom

10:22 PM | Posted in , | Read More »

ຄວາມຮັກເຮັດໃຫ້ອາຍຸຍືນເປັນຄົນດີກວ່າເກົ່າ

ທຸກມື້ນີ້ ຖ້າແນມໄປອ້ອມໆ ຕົວຈະເຫັນວ່າມີສິ່ງນ້ອຍໆທີ່ ເອີ້ນວ່າ “ຄວາມຮັກ” ຫມູນວຽນ ຢູ່ຕະຫລອດເວລາ ແລະ ທີ່ສຳຄັນ ເຄີຍສັງເກດກັນບໍ່ວ່າເວທີທີ່ຄົນມີຄວາມຮັກຈະເຫັນວ່າ ຄົນໆນັ້ນ ຈະຄ່ອຍໆປ່ຽນຕົນເອງກາຍໄປເປັນອີກຄົນຫນຶ່ງທີ່ດີກວ່າເກົ່າ ຈາກທີ່ເຄີຍບໍ່ສົນໃຈໃຜກໍ່ເລີ່ມຫັນ ມາໃສ່ໃຈສິ່ງອ້ອມຂ້າງກາຍຈາກທີ່ເຄີຍເປັນຄົນເວົ້າບໍ່ມ່ວນກໍ່ກາຍເປັນຄົນທີ່ເວົ້າ ມ່ວນຂຶ້ນມາທັນທີ ແລະ ກໍ່ຍັງມີສິ່ງປ່ຽນແປງອື່ນໆນຳ ເຊິ່ງທັງຫມົດນັ້ນເປັນຍ້ອນຄວາມຮັກທີ່ສາມາດປ່ຽນແປງຊີ ວິດຄົນໄດ້.

ເຮັດໃຫ້ມີພະລັງ: ຕອນທີ່ມີຄວາມຮັກທີ່ດີທ່ານຈະຮູ້ສຶກມີ ຄວາມສຸກຫລາຍເກີດເປັນແຮງຍູ້ສາມາດເຮັດໃຫ້ທ່ານເຮັດສິ່ງໃດກໍ່ໄດ້ ແລະ ສາມາດເຮັດໄດ້ທຸກຢ່າງ ເພື່ອຄົນຮັກ ໂດຍທີ່ທ່ານກັບ ບໍ່ຮູ້ສຶກວ່າເມື່ອຍກົງກັນ ຂ້າມກັບຮູ້ສຶກມີຄວາມສຸກໃຈ ເພີ່ມຍິ່ງຂຶ້ນ.

ເຮັດໃຫ້ສະຫງົບໄດ້: ລອງ ຈິນຕະນາການເບິ່ງວ່າ ຫລັງຈາກທີ່ທ່ານໄປເຮັດວຽກຕະຫລອດ ມື້ຮ່າງກາຍກຳລັງອ່ອນເພຍຢູ່ຫັ້ນ ເມື່ອກັບເມືອເຮືອນແລ້ວຄົນຮັກແລ່ນມາກອດກ່ໍເຮັດໃຫ້ທ່ານຮູ້ ສຶກດີ ແລະ ຄວາມອິດເມື່ອຍທີ່ມີກໍ່ຈາງຫາຍໄປບໍ່ວ່າຕະຫລອດ ມື້ທ່ານຈະພົບກັບບັນຫາຫນັກພຽງໃດກໍ່ຕາມ ພຽງອ້ອມກອດ ຈາກຄົນຮັກກໍ່ເອົາຊະນະທຸກຢ່າງໄດ້ເຮັດໃຫ້ຈິດໃຈທ່ານທີ່ຮ້ອນ ຢູ່ນັ້ນກັບເຢັນລົງທັນທີ.

ເປັນຄົນດີກວ່າເກົ່າ: ຖ້າທ່ານ ເປັນຄົນທີ່ມີຄວາມຮັກມັນຈະເຮັດໃຫ້ທ່ານຢາກແບ່ງປັນສິ່ງດີໆເຫລົ່ານັ້ນແກ່ຄົນອື່ນ ເຊິ່ງ ສິ່ງນັ້ນ ຈະສະແດງອອກໂດຍຜ່ານພຶດຕິກຳເຖິງແມ່ນວ່າບາງເທື່ອພວກ ເຂົາ ອາດເຮັດສິ່ງບໍ່ດີກັບທ່ານ ແຕ່ທ່ານຈະບ່ໍຕອບໂຕ້ດ້ວຍຄຳເວົ້າທີ່ບໍ່ສຸພາບແຕ່ທ່ານຈະໃຊ້ຄວາມຄິດ ແລະ ນຳເຫດຜົນທາງບວກມາໃຊ້ກັບຕົນເອງສະເຫມີວ່າທີ່ພວກເຂົາເຮັດແບບ ນັ້ນຕ້ອງມີເຫດຜົນ ບາງຢ່າງ, ຖ້າທ່ານມີຄວາມຮັກສິ່ງດີໆທີ່ຈະໄດ້ຮັບແມ່ນມີຫລາຍໆແບບຄາດບໍ່ເຖິງ ຕາບໃດທີ່ຍັງມີຄວມຮັກຢູ່.

ເຮັດໃຫ້ອາຍຸຍືນ: ຖ້າທ່ານມີ ຄວາມຮັກຈະເຮັດໃຫ້ທ່ານຮູ້ຈັກໃສ່ໃຈເບິ່ງແຍງຕົນເອງຫລາຍ ຂຶ້ນ ເພື່ອທີ່ຈະເປັນຄົນຮັກທີ່ດີທີ່ ສຸດໃຫ້ກັບຄົນໆນັ້ນເຮັດໃຫ້ທ່ານ ຢາກອອກກຳລັງກາຍ, ຮັບປະທານ ອາຫານແຕ່ສິ່ງທີ່ເປັນປະໂຫຍດ, ພະຍາຍາມເບິ່ງແຍງຕົນເອງບໍ່ໃຫ້ເຈັບປ່ວຍ, ເຮັດໃຫ້ທ່ານລະມັດລະວັງຫລາຍຂຶ້ນຈິ່ງອາດ ເວົ້າໄດ້ວ່າ ຄວາມຮັກທີ່ດີມີພະລັງທີ່ສົ່ງຜົນຕໍ່ສະພາບຮ່າງກາຍຂອງຄົນ ເຮົາໄດ້ເຊັ່ນດຽວກັນເພາະມັນຈະເຮັດໃຫ້ເຮົາຢາກມີຊີວິດທີ່ດີເພື່ອຄົນໆນັ້ນຄົນທີ່ທ່ານຮັກພ້ອມຈະເບິ່ງແຍງຕະຫລອດຊີວິດ
.

Ecom

9:14 AM | Posted in , | Read More »

ແມ່ອາລົມເຄັ່ງຄຽດຫຼາຍ ມັກໄດ້ລູກສາວ



ນັກ​ວິ­ໄຈ​ບອກ​ວ່າ ຄົນ​ທີ່​ຖືກ​ກົດ​ດັນ​ດ້ວຍ​ບັນ­ຫາ​ໃນ​ເຮືອນ ໃນ​ບ່ອນ​ເຮັດ​ວຽກ ໃນ​ໄລ­ຍະ​ເວ­ລາ​ກ່ອນ​ໜ້າ­ການ​ຖື­ພາ ມີ​ໂອ­ກາດ​ສູງ​ກ່ວ​າ​ປົກ­ກະ­ຕິ ທີ່​ຈະ​ເກີດ​ລູກ​ອອກ​ມາ​ເປັນ​ຜູ້­ຍິງ.

ຜົນ­ງານ​ນັກ​ສຶກ​ສາ​ມະ­ຫາ­ວິ­ທະ­ຍາ­ໄລ ອອກ​ຊະ​ຟອດ ຮ່ວມ​ກັບ​ນັກ​ວິ­ໄຈ​ຂອງ​ສະ­ຫະ­ລັດ​ບົ່ງ​ວ່າ ໃນ​ໄລ­ຍະ​ເສດ­ຖະ­ກິດ​ຖົດ​ຖອຍ ຫຼື ວິ​ກິດ​ການ​ຕ່າງໆ ມັກ​ມີ​ເດັກ­ນ້ອຍ​ຜູ້​ຊາຍ​ເກີດ​ໜ້ອຍ​ລົງ ງານ​ວິ­ໄຈ​ຫຼ້າ​ສຸດ​ນີ້ ເປັນ​ຊິ້ນ​ທຳ​ອິດ​ທີ່​ສຶກ​ສາ​ຄວາມ​ສຳ­ພັນ​ລະ­ຫວ່າງ ຄວາມ​ເຄັ່ງ​ຄຽດ​ກັບ​ລະ­ດັບ​ຮໍ​ໂມນ ຄວາມ​ຕຶງ​ຄຽດ​ຂອງ​ຜູ້­ຍິງ​ທີ່​ເຂົ້າ​ຮ່ວມ​ໂຄງ­ການ​ວິ­ໄຈ​ນີ້ 338 ຄົນ​ຈາກ​ທົ່ວ​ປະ­ເທດ​ອັງ­ກິດ ຊຶ່ງ​ກຳ­ລັງ​ພະ­ຍາ­ຍາມ​ຈະ​ຖື­ພາ ໄດ້​ຈົດ​ບັນ­ທຶກ​ເລື່ອງ​ລາວ​ໃນ​ຊີ­ວິດ​ປະ­ຈຳ​ວັນ ຊີ­ວິດ​ທາງ​ເພດ​ລົງ​ໃນ​ສະ­ໝຸດ​ບັນ­ທຶກ ແລະ ໄດ້​ຕັ້ງ​ແບບ​ສອບ​ຖາມ​ກ່ຽວ​ກັບ​ຄວາມ​ເຄັ່ງ​ຄຽດ​ຂອງ​ຕົວ​ເອງ ແລະ ແພດ​ໄດ້​ວັດ​ລະ­ດັບ​ຮໍ​ໂມນ​ຄວາມ​ຄຽດ​ຄໍ​ຕິ​ໂຊນ ໃນ​ໄລ­ຍະ​ຫຼາຍ​ເດືອນ​ກ່ອນ​ຖື­ພາ.

ໃນ​ຈຳ­ນວນ​ເດັກ​ທີ່​ເກີດ​ຂຶ້ນ​ນັ້ນ ເປັນ​ຊາຍ 58 ຄົນ ຍິງ 72 ຄົນ ຊຶ່ງ​ຕາມ​ປົກ­ກະ­ຕິ ໃນ​ອັງ­ກິດ​ຈະ​ມີ​ເດັກ­ນ້ອຍ​ຜູ້​ຊາຍ​ເກີດ 105 ຄົນ​ຕໍ່​ຈຳ­ນວນ​ເດັກ​ຜູ້­ຍິງ​ທຸກໆ 100 ຄົນ.

ລາຍ​ງານ​ຊຶ່ງ​ນຳ​ສະ­ເໜີ​ຕໍ່​ກອງ​ປະ­ຊຸມ​ຂອງ​ສະ­ມາ­ຄົມ​ການ​ແພດ ດ້ານ​ຈະ­ເລີນ​ພັນ​ອາ­ເມ­ລິ­ກາ ລະ­ບຸ​ວ່າ ໃນ​ຈຳ­ນວນ​ຜູ້­ຍິງ​ທີ່​ມີ​ຮໍ​ໂມນ​ຄວາມ​ຄຽດ​ສູງ​ສຸດ 50% ນັ້ນ ອັດ­ຕາ​ການ​ໄດ້​ເດັກ​ເພດ​ຍິງ​ໄດ້​ເພີ່ມ​ສູງ​ຂຶ້ນ.

ລາຍ​ງານ​ຕໍ່​ກອງ​ປະ­ຊຸມ​ຊຶ່ງ​ມີ​ຂຶ້ນ​ທີ່​ເມືອງ​ອໍ​ລັນ​ໂດ ລັດ​ຟລໍ​ຣິ​ດາ ສະ­ຫະ­ລັດ​ອາ­ເມ­ລິ­ກາ ຊີ້​ແຈງ​ວ່າ ຜູ້­ຍິງ​ທີ່​ມີ​ຄວາມ​ເຄັ່ງ​ຄຽດ​ສູງ​ສຸດ ມີ​ທ່າ​ອ່ຽງ​ຫຼຸດ​ລົງ​ເຖິງ 75% ທີ່​ຈະ​ໄດ້​ລູກ​ຊາຍ ເມື່ອ​ທຽບ​ກັບ​ກຸ່ມ​ທີ່​ມີ​ຄວາມ​ຕຶງ​ຄຽດ​ໜ້ອຍ​ທີ່​ສຸດ ລະ­ດັບ​ຄໍ​ຕິ​ໂຊນ​ຈະ​ເພີ່ມ​ຂຶ້ນ ເມື່ອ​ຄົນ​ເຮົາ​ມີ​ຄວາມ​ຕຶງ​ຄຽດ​ຕິດ­ຕໍ່​ກັນ​ຍາວ​ນານ ເຊັ່ນ: ຖືກ​ກົດ​ດັນ​ໃນ​ບ່ອນ​ເຮັດ​ວຽກ ຫຼື ມີ​ຄວາມ​ສຳ­ພັນ​ທີ່​ບໍ່​ດີ​ກັບ​ຄົນ​ອ້ອມ​ຂ້າງ.

ນັກ​ວິ­ໄຈ​ຂອງ​ມະ­ຫາ­ວິ­ທະ­ຍາ­ໄລ​ອອກ​ຊະ​ຟອດ ດີ.ເຊ​ຊິ​ເລຍ​ໄພ​ເພີ ບອກ​ວ່າ ເລື່ອງ​ເງິນ​ຄຳ​ກໍ​ມີ​ສ່ວນ​ເຮັດ​ໃຫ້​ຕຶງ​ຄຽດ​ດ້ວຍ ນັກ​ວິ­ໄຈ​ຍັງ​ບໍ່​ຮູ້​ວ່າ ເປັນ​ຫຍັງ​ການ​ມີ​ຄໍ​ຕິ​ໂຊນ​ຢູ່​ໃນ​ລະ­ດັບ​ສູງ ຈຶ່ງ​ຫຼຸດ​ໂອ­ກາດ​ທີ່​ຈະ​ໄດ້​ລູກ​ຊາຍ ເພດ​ຂອງ​ເດັກ​ນັ້ນ​ຖືກ​ກຳ­ນົດ​ໂດຍ​ໂຄຣ​ໂມ​ໂຊມ​ໃນ​ສະ​ເປີມ​ຂອງ​ພໍ່ ເພດ​ຈຶ່ງ​ຖືກ​ກຳ­ນົດ​ເມື່ອ​ເກີດ​ການ​ປະ­ຕິ­ສົນ­ທິ ເປັນ​ໄປ​ໄດ້​ວ່າ ການ​ມີ​ຄໍ​ຕິ​ໂຊນ​ໃນ​ລະ­ດັບ​ສູງ ເຮັດ​ໃຫ້​ຕົວ​ອ່ອນ​ເພດ​ຊາຍ ຝັງ​ຕົວ​ກັບ​ມົດ​ລູກ​ໄດ້​ຍາກ​ຂຶ້ນ.

ນອກ­ຈາກ​ນີ້ ເດັກ​ເພດ​ຊາຍ​ມັກ​ອ່ອນ­ແອ​ກ່ວ​າ ຈຶ່ງ​ມີ​ທ່າ​ອ່ຽງ​ຫຼາຍ​ກ່ວ​າ ທີ່​ຈະ​ຫຼຸ​ເມື່ອ​ຄໍ​ຕິ​ໂຊນ​ຢູ່​ໃນ​ລະ­ດັບ​ສູງ ເຮັດ​ໃຫ້​ມີ​ເດັກ​ຜູ້­ຍິງ​ເກີດ​ຫຼາຍ​ກ່ວ​າ.

10:38 PM | Posted in | Read More »

ສະມາດໂຟນ-ໄອແພດ-ໂນດບຸກ ໃຊ້ຫລາຍລະວັງພາວະຊຶມເສົ້າ




ການຮັບຂໍ້ມູນ-ຂ່າວສານຫລາຍເກີນໄປອາດກໍ່ໃຫ້ເກີດອາການຊຶມເສົ້າໄດ້ດຣ. ແອນດຣູວິລຫມໍຜູ້ຊ່ຽວຊານດ້ານຈິດຕະວິທະຍາກ່າວໃນເວັບໄຊໄທມ໌ວ່າ:ຂໍ້ມູນ ຈຳນວນມະຫາສານທຸກມື້ນີ້ມີຈຳນວນຫລາຍທີ່ເປັນຂໍ້ມູນທີ່ບໍ່ມີປະໂຫຍດ ຂະນະທີ່ເຕັກໂນໂລຊີການຮັບສົ່ງຂໍ້ມູນທີ່ວ່ອງໄວໃນປະຈຸບັນກໍ່ເປັນອີກສາເຫດຫນຶ່ງທີ່ ເຮັດໃຫ້ເຮົາມີອາການສະມາທິສັ້ນ ແລະ ມີພາວະຊຶມເສົ້າ.

ໂດຍຈາກສະຖິຕິຂອງສະຖາບັນສຸຂະພາບອາເມລິກາເກືອບ 17% ຂອງຊາວອາເມລິກາຈະປະສົບກັບພາວະພະຍາດຊຶມເສົ້າຢ່າງຫນ້ອຍຕ້ອງເປັນເທື່ອຫນຶ່ງໃນຊີວິດພາວະຂໍ້ມູນລົ້ນສະຫມອງ ເປັນສາເຫດສຳຄັນຂອງອາການດັ່ງກ່າວ. ຈາກການສຶກສາຫນຶ່ງຢູ່ສະວີເດນໃນປີ2005ພົບວ່າການໃຊ້ເຕັກໂນໂລຊີໃນການສື່ສານບໍ່ວ່າຈະເປັນສະມາດໂຟນ, ໄອແພດ, ຄອມພິວເຕີບໍ່ມີສາຍ ແບບພົກພາ (ໂນດບຸກ) ຫລາຍເກີນໄປມີສ່ວນກ່ຽວຂ້ອງກັບການເກີດຄວາມເຄັ່ງຄຽດ, ມີອາການນອນບໍ່ຫລັບ ແລະ ອາການຊຶມເສົ້າໃນໄລຍະໄວທີ່ເປັນຜູ້ໃຫຍ່ຕອນຕົ້ນ.

ດຣ. ວິລໃຫ້ຄຳແນະນຳວ່າ: ພວກເຮົາຄວນຈະຈຳກັດການຮັບຂໍ້ມູນແດ່ ແລະ ຄວນຊອກເຮັດກິດຈະກຳອື່ນທີ່ບໍ່ກ່ຽວຂ້ອງກັບການສື່ສານດ້ວຍເຕັກໂນໂລຊີທັນສະໄຫມພວກນີ້ເພື່ອຫາເວລາ ພັກ ແລະ ຜ່ອນຄາຍຮ່າງກາຍ, ຈິດໃຈບໍ່ວ່າຈະເປັນການໃຊ້ເວລາຢູ່ກັບທຳມະຊາດໃຫ້ຫລາຍຂຶ້ນເຊັ່ນການຫົດນ້ຳດອກໄມ້ຫລືຕົ້ນໄມ້, ການຍ່າງອອກໄປນອກເຮືອນ ຫລື ການຖີບລົດເພື່ອຊົມ ສິ່ງທີ່ຢູ່ອ້ອມຂ້າງໃຫ້ສະບາຍຕາກໍ່ສາມາດຊ່ວຍທ່ານໄດ້ຫລືຈະເຄື່ອນໄຫວຮ່າງກາຍດ້ວຍການອອກກຳລັງກາຍບໍ່ວ່າໃນຮູບແບບໃດກໍ່ສາມາດເຮັດໃຫ້ຜ່ອນຄາຍ, ສະບາຍໃຈ, ມີສະມາທິ ແລະ ຄວາມຈື່ຈຳດີຂຶ້ນໄດ້.

ຫລາຍຄົນຄິດວ່າການນັ່ງຫລິ້ນຄອມພິວເຕີ, ໂທລະສັບມືຖື ແລະ ອື່ນໆເປັນການພັກຜ່ອນເພາະບໍ່ໄດ້ເຄື່ອນໄຫວຫຍັງແຕ່ນັ້ນເປັນຄວາມຄິດທີ່ຜິດເຖິງແມ່ນວ່າຮ່າງກາຍຈະບໍ່ໄດ້ເຄື່ອນໄຫວ ອອກໄປໃສກໍ່ຕາມແຕ່ສາຍຕາ ແລະ ສະຫມອງກັບໄດ້ເຮັດວຽກຫນັກຂຶ້ນຖ້າທ່ານໃຊ້ອຸປະກອນເຕັກໂນໂລຊີຫລາຍກໍ່ຈະເຮັດໃຫ້ຮ່າງກາຍອ່ອນເພຍລົງເລື້ອຍໆ, ສົ່ງຜົນເຮັດໃຫ້ການແນມເຫັນ ຫລຸດລົງເພາະວ່າສາຍຕາໄດ້ຮັບແສງຈາກຫນ້າຈໍຄອມພິວເຕີຫລືໂທລະສັບຫລາຍແລະສະຫມອງກໍ່ໄດ້ຮັບຂໍ້ມູນທີ່ບໍ່ເປັນປະໂຫຍດຫລາຍເກີນໄປ ເຊິ່ງເປັນສາເຫດທີ່ມັກເຮັດໃຫ້ຫລາຍໆຄົນ ເກີດຄວາມເຄັ່ງຕຶງ ແລະ ອາລົມເສຍໄດ້ງ່າຍໆດັ່ງນັ້ນທ່ານຄວນໃຊ້ເວລາໄປເຮັດສິ່ງອື່ນໃຫ້ຫລາຍກວ່າການໃຊ້ອຸປະກອນທັນສະໄຫມເຫລົ່ານີ້ ເພື່ອກຳຈັດພາວະຊຶມເສົ້າໃຫ້ອອກໄປຈາກສະ ຫມອງຂອງທ່ານ.

8:13 PM | Posted in | Read More »

In which position do you sleep?



If you sleep on your stomach or on your left side, you are putting pressure on your heart with the extra body weight, while the heart has to continue pumping blood as usual.

This additional burden wears the heart out more quickly. Think about it - you spend more than one third of your life sleeping!

To reduce the strain on your heart, sleep on your right side, or on your back. This simple technique will add years to your life.

10:58 PM | Posted in | Read More »

ລະວັງ Fish Spa ສາມາດເຮັດໃຫ້ທ່ານຕິດເອດ ແລະ ໄວຣັສຕັບໄດ້


Health Minister Datuk Seri Liow Tiong Lai yesterday cautioned the people against going to fish spas to avoid the risk of infection.

"The risk of a person getting infected with skin or waterborne diseases at fish spas is definitely there. Both the fish and the water could cause infection."



Liow added that there were reports which stated that diseases like hepatitis C or HIV/AIDS and other skin ailments could be transmitted via fish spas if the operators did not change the water regularly.


"It is unhygienic for public use," he said after closing the National Communication For Behavioural Impact convention here.

"If customers step into the spa water and if they have an infectious wound, it could definitely spread to others who step into that very same spa tank.

"The problem is that the water is filled with fish. Therefore, operators cannot add chemicals like chlorine to kill the bacteria as this could kill the fish, too."


Fish spa therapy is popular and can be found in many shopping centres in the country. The therapy involves customers placing their feet into a water tank filled with toothless Garra Rufa fish, also known as "doctor fish".

Within seconds, the fish will gather at customers' feet and nibble the dead skin tissue away which cleans and exfoliates the skin.

http://www.nst.com.my/nst/articles/04ahl-2/Article

11:18 PM | Posted in , | Read More »

ຫຼັກການຄວບຄຸມອາຫານ ສຳລັບຄົນເປັນເບົາຫວານ


ວິທີ​ປະຕິບັດ​ທີ່​ຖືກຕ້ອງ, ຄົນ​ເຈັບ​ຄວນ​ເລືອກ​ກິນ​ອາຫານ​​ຫຼາຍ​ຊະນິດ​ເພື່ອ​ໃຫ້​ໄດ້​ສານ​ອາຫານ​ຄົບ​ຖ້ວນ​ຕາມທີ່​ຮ່າງກາຍ​ຕ້ອງການ ໂດຍ​ເລືອກ​ກິນ​ອາຫານ​ຕາມ​ກຸ່ມ​ອາຫານ ດັ່ງ​ລຸ່ມນີ້:

ອາຫານທີ່ກິນໄດ້ບໍ່ຈຳກັດ

• ຜັກໃບຂຽວເຊັ່ນ: ຜັກບົ້ງ, ຜັກຕັ້ງໂອ, ຜັກຫົມ, ເຫັດເຟືອງ, ໝາກເຂືອຊະນິດຕ່າງໆ, ຜັກກາດນາ,
ຜັກຕັ້ງຊາຍ, ໝາກເລັ່ນ, ຜັກກາດກວາງຕຸງ, ໝາກແຕງ, ຜັກກາດຂາວ, ໝາກຟັັກ, ຜັກກາດຊອມ,

ໝາກບວບ, ຜັກຕຳນີນ, ໝາກນ້ຳເຕົ້າ, ຍອດໝາກອື, ຜັກຊີ, ແຕງໂມອ່ອນ, ໃບກະເພົາ, ໃບບົວລະພາ, ໝາກເຜັດໃຫຍ່, ຜັກບົວໃບ, ທູນ, ຂີງອ່ອນ, ຫອມລາບ, ຢວກກ້ວຍອ່ອນ…

ອາຫານທີ່ກິນໄດ້ແຕ່ຄວນຈຳກັດ

• ໂປຼຕິນປະເພດ ຊີ້ນສັດເຊັ່ນ: ໄກ່, ປູ, ປາ ແລະ ຊີ້ນໝູ.

• ອາຫານໂປຼຕິນຈາກພືດເຊັ່ນ: ເຕົ້າຮູ້ ເປັນຕົ້ນ

• ອາຫານປະເພດແປ້ງເຊັ່ນ: ເຂົ້າ, ເຜືອກ, ມັນ, ຖົ່ວເມັດແຫ້ງ, ເຝີ, ເຂົ້າປຸ້ນ, ຂະໜົມປັງ, ມັກກະໂຣ ນີເປັນຕົ້ນ

• ອາຫານປະເພດໄຂມັນເຊັ່ນ: ຂາໝູ, ເຂົ້າມັນໄກ່, ໝູສາມຊັ້ນ, ອາຫານຈືນດ້ວຍນ້ຳມັນແລະ ອາຫານທີ່ໃສ່ກະທິ.

• ອາຫານສຳເລັດຮູບ ຫຼື ອາຫານພິເສດສຳລັບຄົນເຈັບເບົາຫວານເຊັ່ນ: ນ້ຳຕານຈາກໝາກໄມ້

• ຜັກປະເພດທີ່ມີນ້ຳຕານ ຫຼື ແປ້ງຫຼາຍເຊັ່ນ: ຫົວຜັກກາດ, ແຄຣອດ, ສະເດົາ, ໝາກອຶ, ຫົວຫອມ, ກະຈຽບຫົວປີ ແລະ ຜັກຕະກຸນຖົ່ວເປັນຕົ້ນ.

• ໝາກໄມ້ທີ່ບໍ່ຫວານຫລາຍ ເຊັ່ນ: ໝາກເງາະ, ໝາກນັດ, ໝາກຫຸ່ງ, ໝາກສີດາ, ໝາກກ້ຽງ, ໝາກແອບເປີ້ນ, ໝາກກ້ວຍ.

• ອາຫານທີ່ຄົນເຈັບເບົາຫວານຄວນງົດ ຫຼື ບໍ່ກິນໄດ້ແກ່

• ນ້ຳຕານທຸກຊະນິດລວມທັງນ້ຳເຜິ້ງ

• ຂະໜົມຫວານ ແລະ ຂະໜົມເຊື່ອມຕ່າງໆ : ຂະໜົມສັງຂະຫຍາ, ຂະໜົມໝໍ້ແກງ, ຂະໜົມໜ້ານວນ ແລະອື່ນໆ

• ອາຫານປະເພດຈືນກອບ ແລະ ອາຫານຊຸບແປ້ງທອດຕ່າງໆ ເຊັ່ນ: ຂະໜົມເຈັກກ໋ວຍ , ກ້ວຍຈືນ ແລະ ອື່ນໆ.

• ໝາກໄມ້ທີ່ມີຫວານຫລາຍເຊັ່ນ: ໝາກຖົ່ວລຽນ, ອາງຸ່ນ, ລຳໄຍ, ໝາກມ່ວງສຸກ, ໝາກມີ້, ໝາກລະມຸດ, ໝາກຂຽບ, ໝາກລີ້ນຈີ່, ອ້ອຍເປັນຕົ້ນ.

• ໝາກໄມ້ກວນເຊັ່ນ: ໝາກມ່ວງກວນ, ໝາກຖົ່ວລຽນກວນ, ໝາກນັດກວນ ແລະ ອື່ນໆ.

• ໝາກໄມ້ເຊື່ອມນ້ຳຕານທັງຫຼາຍ

• ນ້ຳຫວານຕ່າງໆ ແລະ ນົມຫວານລວມທັງ ນ້ຳອັດລົມ ແລະ ເຄື່ອງດື່ມມີນ້ຳຕານເຊັ່ນ: ຊາ ກາເຟ.

• ເຫຼົ້າ ເບຍ ຫຼື ເຄື່ອງດື່ມທີ່ມີແອນກໍຮອລ

ຂໍ້ຄວນປະຕິບັດໃນການຄວບຄຸມອາຫານ

• ກິນອາຫານໃຫ້ຖືກເວລາ; ກິນຊ້າອາດເຮັດໃຫ້ເກີດພາວະນ້ຳຕານໃນເລືອດຕ່ຳ.

• ໃນເວລາເຈັບປ່ວຍກິນອາຫານໄດ້ຫນ້ອຍ ຫຼື ບໍ່ຢາກອາຫານ ໃຫ້ປ່ຽນເປັນອາຫານທີ່ຢາກກິນ ຫຼື ເພີ່ມໝາກໄມ້, ຂະໜົມຫວານ ຫຼື ນ້ຳຫວານ ໂດຍສະເພາະໃນກໍລະນີເກີດ ພາວະນ້ຳຕານໃນເລືອດຕ່ຳ.

• ແບ່ງຄາບອາຫານຢ່າງເໝາະສົມ.

1. ກຸ່ມຄົນເຈັບເບົາຫວານທີ່ບໍ່ຕ້ອງສັກອິນຊູລິນແລະຄວບຄຸມປະລິມານ, ໃຫ້ກິນອາຫານຫຼັກມື້ລະ 3 ຄາບແບ່ງສັດສ່ວນຄາບເຊົ້າ, ຄາບທ່ຽງ, ຄາບແລງ ເທົ່າໆກັນ.

2. ກຸ່ມຄົນເຈັບເບົາຫວານທີ່ຕ້ອງສັກອິນຊູລິນ ເປັນປະຈຳ ຫຼື ຜູ້ທີ່ຕ້ອງການກິນອາຫານຫວ່າງເພີ່ມ

1 – 3 ຄາບ ໂດຍແບ່ງສັດສ່ວນອາຫານຫວ່າງມາຈາກຄາບອາຫານຫຼັກ.

• ເລືອກກິນຜັກສົດ ຫຼື ສະຫລັດ ກ່ອນກິນອາຫານຊະນິດອື່ນ.

• ຫຼີກລ້ຽງອາຫານທີ່ມີຣົດຫວານ

• ຫຼີກລ້ຽງອາຫານທີ່ມີໄຂມັນສູງເຊັ່ນ: ແກງກະທິອາຫານຈືນ .

• ເລືອກກິນໝາກໄມ້ທີ່ບໍ່ຫວານຫລາຍ ແທນຂະໜົມຫວານ.

• ດື່ມນ້ຳລ້າ ແທນນ້ຳຫວານ ແລະ ບໍ່ດື່ມເຫຼົ້າ-ເບຍ.

• ສຳຄັນແມ່ນກິນພຽງພໍອີ່ມ.


10:11 PM | Posted in | Read More »

ໃສ່ແວ່ນຕາແບບໃດໃຫ້ຕົນເອງ ມີສະເຫນຂຶ້ນມາທັນທີ


ປະ­ຈຸ​ບັນ ໃຜໆ​ກໍ່​ມັກ​ໃສ່ແວ່ນ­ຕາ​ກັນ​ຫລາຍ​ຂຶ້ນ ອາດເປັນ​ເພາະ​ມີ​ບັນ­ຫາ​ເລື່ອງ​ສາຍຕາ ຫລື ອາດ​ໃສ່​ເພື່ອ​ຄວາມ​ງາມ ແລະ ເປັນ​ແຟ​ເຊິນ ຫລື ອາດ​ໃສ່ເພື່ອ​ຖະ­ຫນອມ​ດວງ​ຕາ​ຈາກແສງ​ແດດ.

ການ​ໃສ່​ແວ່ນ­ຕາ​ກໍ່​ຄວນ​ຈະ​ເລືອກ​ແວ່ນ­ຕາ​ທີ່​ເຫມາະ​ສົມ​ກັບ​ປະ­ໂຫຍດ​ທີ່​ເຮົາ​ຕ້ອງ­ການ ແລະ ສິ່ງ​ສຳ­ຄັນ​ທີ່​ຂາດ​ບໍ່​ໄດ້​ນັ້ນ​ກໍ່​ຄືຄວາມ​ງາມ ໂດຍ​ຕ້ອງ​ເລືອກ​ໃສ່ແວ່ນ­ຕາ​ໃຫ້​ເຂົ້າ​ກັບ​ຮູບ​ຫນ້າ ຂອງ​ຕົນ​ເອງ​ເພື່ອ​ເສີມ​ໃບ​ຫນ້າໃຫ້​ມີ​ສະ­ເຫນ​ໂດດ​ເດັ່ນ​ຂຶ້ນ, ມື້­ນີ້​ມີ​ວິ­ທີ​ເລືອກ​ໃສ່​ແວ່ນ­ຕາ​ໃຫ້​ເຂົ້າກັບ​ຮູບ​ຫນ້າ​ມາ​ຝາກ​ກັນ.

ຮູບ​ຫນ້າ​ມົນ: ຄວນ​ເລືອກແວ່ນ­ຕາ​ຊົງ​ທີ່​ຊ່ວຍ​ເຮັດ​ໃຫ້​ຫນ້າ ເບິ່ງ​ຄື​ຍາວ​ຂຶ້ນ​ນັ້ນ​ກໍ່​ຄືແວ່ນ­ຕາແບບ​ເປັນ​ຫລ່ຽມ​ຂອບ​ແວ່ນ­ຕາຄວນ​ຈະ​ມີ​ສີ​ເຂັ້ມ​ເຊັ່ນ ສີ­ນ້ຳ­ຕານແກ່, ຟ້າ​ແກ່ ຫລື ຈະ​ເປັນ​ແບບ ລາຍ​ກໍ່​ໄດ້. ສີ​ເຂັ້ມ​ຂອງ​ຂອບ​ຈະຊ່ວຍ​ນຳ​ສາຍ­ຕາ​ຂອງ​ຄົນ​ອື່ນໃຫ້​ໄປ​ແນມ​ທີ່​ຂອບ​ແວ່ນ­ຕາ​ແທນ​ທີ່​ຈະ​ເປັນ​ໃບ​ຫນ້າ​ຂອງ​ທ່ານ.

ຮູບ​ຫນ້າ​ຫົວ­ໃຈ ຫລື ຮູບຫນ້າ​ສາມ­ຫລ່ຽມ: ຄົນ​ທີ່​ຫນ້າຜາກ​ກວ້າງ, ຄາງ​ແຄບ​ຕ້ອງ​ພະຍາ​ຍາມ​ໃສ່​ແວ່ນ­ຕາ​ຊ່ວຍ​ສ້າງສົມ​ດຸນ​ລະ­ຫວ່າງ​ພື້ນ​ທີ່​ກວ້າງ​ທີ່ສຸດ ແລະ ແຄບ​ທີ່​ສຸດ​ເທິງ​ໃບ​ຫນ້າ ແວ່ນ­ຕາ​ທີ່​ເຫມາະ​ສົມ­ຄວນ​ຈະເປັນ​ຮູບ­ຊົງ​ວົງ­ມົນ ແລະ ຂອບແວ່ນ­ຕາ​ຕ້ອງ​ບາງ​ມີ​ສີ​ອ່ອນທີ່​ສຳ­ຄັນ​ຢ່າ​ໃສ່​ແວ່ນ­ຕາ​ຂອບໃຫຍ່ຈະ​ເຮັດ​ໃຫ້​ຫນ້າ­ຜາກ​ເບິ່ງກວ້າງ​ອອກ​ກວ່າ​ເກົ່າ.

ຮູບ​ຫນ້າ​ສີ່​ຫລ່ຽມ: ເປັນ​ຄົນທີ່​ມີ​ກາມ​ໃຫຍ່, ມີ​ໂຫນກ​ແກ້ມໂນນ​ສູງ​ຄວນ​ເລືອກ​ໃສ່​ແວ່ນ­ຕາທີ່​ເປັນ​ຮູບ​ວົງ­ມົນ​ຍາວ ຕ້ອງເລືອກ​ໃສ່​ແວ່ນ­ຕາ​ທີ່​ໃສ່​ແລ້ວ​ຢູ່​ໃນ​ລະ­ດັບ​ດຽວ​ກັບ​ໂຫນກ​ແກ້ມ ເພື່ອ​ປິດ​ບັງ​ຄວາມ​ໂນນ​ສູງ​ຂອງແກ້ມ ຈະ​ເຮັດ​ໃຫ້​ບໍ່​ເຫັນ​ຫລ່ຽມເທິງ​ໃບ​ຫນ້າ​ໂດດ​ເດັ່ນ​ເກີນ​ໄປ ເພາະ​ບ່ອນ​ບໍ­ລິ­ເວນ​ຄວາມ​ໂຄ້ງຂອບ​ແວ່ນ­ຕາ​ຈະ​ເປັນ​ເສັ້ນ​ນຳສາຍ­ຕາ​ໃຫ້​ທຸກ​ຄົນ​ເບິ່ງ​ບໍ່​ເຫັນຫລ່ຽມ​ເທິງ​ໃບ​ຫນ້າ.

ຮູບ​ຫນ້າ​ສີ່​ຫລ່ຽມ​ຜືນ​ຜ້າແນວ​ຕັ້ງ: ຄື​ຄົນ​ທີ່​ຫນ້າ​ຍາວ​ນັ້ນເອງ ຄວາມ​ກວ້າງ​ລະ­ຫວ່າງແກ້ມ ແລະ ຄາງ​ເກືອບ​ສ່ຳ​ກັນຄວນ​ຈະ​ໃສ່​ແວ່ນ­ຕາ​ຊົງ​ຫລ່ຽມຈະ​ເຮັດ​ໃຫ້​ໃບ​ຫນ້າ​ຂອງ​ທ່ານ ເບິ່ງ​ຄື​ສັ້ນ​ລົງ.

ຫນ້າ​ຮູບ​ໄຂ່: ຖື​ວ່າ​ເປັນ​ຄົນທີ່​ສົມ­ບູນ​ທີ່​ສຸດ ບໍ່​ວ່າ​ຈະ​ໃສ່​ແວ່ນຕາ​ແບບ​ຊົງ​ໃດ​ກໍ່​ເຂົ້າ​ກັບ​ຮູບຫນ້າ​ແບບ​ນີ້​ຫມົດ ສຳ­ລັບ​ໃຜ​ທີ່ມີ­ຫນ້າ​ຮູບ​ໄຂ່​ແບບ​ນີ້​ຖື​ວ່າ ໄດ້​ປຽບ ຖ້າ​ຢາກ​ໃຫ້​ໂດດ​ເດັ່ນ​ຂຶ້ນມາ​ທັນ­ທີກໍ່​ເລືອກ​ຊື້​ແວ່ນ­ຕາ​ທີ່​ມີຮູບ­ຊົງ​ງາມ ແລະ ສີ­ສັນ​ທີ່​ເຂົ້າ​ກັບຜິວ​ຫນ້າ​ຂອງ​ທ່ານພຽງ​ເທົ່າ​ນີ້ ກໍ່​ເຮັດ​ໃຫ້​ທ່ານ​ກາຍ­ເປັນ​ຄົນ​ທີ່​ມີ​ສະ­ເຫນ​ຂຶ້ນ​ມາ​ໄດ້​ທັນ­ທີ.

ecom

7:36 AM | Posted in | Read More »

10 ພຶດຕິກໍາ ທີ່ເປັນອັນຕະລາຍ ຕໍ່ສຸຂະພາບ


ຕາມຜົນການວິໄຈປະກົດວ່າ ຜູ້ໃຫຍ່ຄົນເຮົາມີພຶດຕິກຳບາງຢ່າງ ທີ່ເຄີຍຊິນ ຄິດວ່າມັນເປັນເລື່ອງປົກ ກະຕິທຳມະດາ,ແຕ່ຮູ້ບໍ່ວ່າມັນມີຜົນສະທ້ອນຕໍ່ສຸຂະພາບຂອງເຮົາ ບາງ ຄັ້ງອາດເຖິງຂັ້ນເສຍຊີວິດໄດ້. ບັນ ດາພຶດຕິກຳດັ່ງກ່າວມີຄື:

1. ບໍ່ມັກເຄື່ອນໄຫວອອກກຳລັງ ກາຍ: ຕາມການສຳຫຼວດມີຄົນປະ ມານ 2/3 ທີ່ບໍ່ໄດ້ມາດຖານໃນການ ເຄື່ອນໄຫວຮ່າງກາຍຄື ໃຫ້ອອກກຳ ລັງກາຍ 3 ຄັ້ງຕໍ່ 1 ອາທິດແລະ ແຕ່ ລະຄັ້ງດົນປະມານ 30 ນາທີ. ປັດຈຸ ບັນການອອກກຳລັງກາຍເບົາໆຢ່າງ ເຊັ່ນ:ໂຢຄະ, ຍ່າງເປັນທີນິຍົມຂອງ ບັນດຊັ້ນຄົນປັນຍາຊົນ ເພາະມັນ ໃຫ້ປະສິດທິຜົນດີສຳລັບໃນການຮັກ ສາຫຸ່ນຮູບຮ່າງ,ຫຼຸດຜ່ອນຄວາມກົດ ດັນ ແລະ ປົວພະຍາດໄດ້ອີກຈຳ ນວນຫນຶ່ງ.

2. ນັ່ງຂາກ່າຍຫ້າງ: ການນັ່ງເອົາ ຂາກາຍຫ້າງເຮົາຄິດວ່າມັນເປັນ ເລື່ອງທີ່ສະບາຍ,ແຕ່ຮູ້ບໍ່ວ່າມັນເຮັດ ໃຫ້ເລືອດໄຫລວຽນໄປຫາຕີນບໍ່ສະ ດວກຖ້າສອງຂາຢູ່ໃນທ່າດຽວດົນໆ ບໍ່ມີການເຫນັງຕີງອາດຈະເຮັດໃຫ້ ມຶນຊາ ແລະ ລ່ອຍໄດ້. ພິເສດສຳ ລັບຄົນທີເປັນພະຍາດເລືອດດັນ ສູງ, ເປົາຫວານ,​ພະຍາດຫົວໃຈຖ້າ ນັ່ງຂາກ່າຍຫ້າງດົນໆຈະເຮັດໃຫ້ ອາການຫນັກຂຶ້ນຕື່ມອີກ. ສຳລັບຜູ້ ຊາຍເວລານັ່ງຂາກ່າຍຫ້າງດົນຈະ ເຮັດໃຫ້ອຸນຫະພູມຢູ່ກົກຂາ ແລະ ອະໄວຍະວະເພດເພີ່ມຂຶ້ນເຊິ່ງຈະສົ່ງຜົນກະທົບຕໍ່ນ້ຳອະສຸຈິອາດເປັນ ຜົນສະທ້ອນຕໍ່ການມີລູກ ດັ່ງນ້ັນ ການເອົາຂາກ່າຍຫ້າງຢ່າໃຫ້ເກີນ 10 ນາທີ. ນອກຈາກນັ້ນການນັ່ງຂາ ກ່າຍຫ້າງຍັງເຮັດໃຫ້ກະດູກຊາມ ແລະ ກະດູກກົກຂາເມື່ອຍ ດົນໄປ ອາດເຮັດໃຫ້ກະດູກສັນຫລັງໄດ້ຮັບຜົນກະທົບ ແລະ ເອັນເຄັ່ງ.

3. ອ່ານຫນັງສືພິມໃນເວລານັ່ງ ຖ່າຍຫນັກ: ການທີ່ນັ່ງຢູ່ໃນຫ້ອງນ້ຳ ທັງຖ່າຍຫນັກທັງອ່ານຫນັງສືພິມ ຈະເຮັດໃຫ້ແກ່ຍາວເວລາໃນການນັ່ງຢູ່ຫ້ອງນ້ຳເຊິ່ງຈະເຮັດໃຫ້ເລືອດ ໄຫລລົງມາອັ່ງຢູ່ທະວານໜັກ ການ ແພດສະໄຫມໃຫມ່ຄົ້ນພົບວ່າ ການ ທີ່ນັ່ງຖ່າຍຫນັກດົນກ່ວາ 3 ນາທີຈະ ເປັນຕົ້ນເຫດຂອງການເລືອດອັ່ງ, ຫຼອດເລືອດໄສ້ແກ່ຂະຫຍາຍອອກ ນອກຈາກນັ້ນການອ່ານຫນັງສືພິມ ໃນຫ້ອງນ້ຳເຊິ່ງມັກຈະມີແສງສະ ຫວ່າງບໍ່ພຽງພໍຈະເຮັດໃຫ້ເສຍແສງ ຕາ ດັ່ງນັ້ນແພດແນະນຳວ່າຄວນ ໃຫ້ສຳເລັດ “ພາລະກິດ” ດັ່ງກ່າວ ພາຍໃນ 5 ນາທີ.

4. ລົງຈາກຕຽງທັນທີພາຍຫລັງ ຕື່ນຈາກນອນ: ສາດສະດາຈານ ຈິມຮໍ ຂອງມະຫາວິທະຍາໄລລັຟ ໂບຣັຟໃຫ້ຮູ້ວ່າ ຖ້າເຮົາລຸກອອກ ຈາກຕຽງໂດຍທັນທີພາຍຫຼັງຕື່ນ ນອນອາດເຮັດໃຫ້ຄວາມດັນປ່ຽນ ແປງກະທັນຫັນສົ່ງຜົນໃຫ້ເກີດເປັນພະຍາດຄວາມດັນເລືອດສູງ, ເປັນ ວິນ ແລະ ລົ້ມໄດ້. ຜູ້ຊ່ຽວຊານດ້ານ ການຄົ້ນຄ້ວາການນອນຂອງຄົນ ໄດ້ມີຄຳແນະນຳວ່າ: ພາຍຫລັງຕື່ນ ນອນແລ້ວບໍ່ຄວນລຸກຂຶ້ນຍ່າງລົງ ຈາກຕຽງເລີຍ ໃຫ້ນອນຢູ່ເທິງຕຽງ ປະມານ 30 ວິນາທີແລ້ວຈິ່ງລຸກ ຂຶ້ນ ຫຼັງຈາກນັ້ນກໍ່ໃຫ້ນັ່ງຢູ່ຂ້າງຕຽງ ປະມານ 30 ວິນາທີແລ້ວຈິ່ງລຸກ ຍ່າງອອກຈາກຕຽງເພື່ອໃຫ້ຮ່າງ ກາຍຂອງເຮົາຊິນເຄີຍກັບສະພາບ ການປ່ຽນແປງ.

5. ເຮັດວຽກຢູ່ກັບຄອມພິວເຕີ ນານກ່ວາ 3 ຊົ່ວໂມງ: ການທີ່ເຮົາ ເຮັດວຽກຢູ່ກັບຄອມພິວເຕີຕິດຕໍ່ກັນ ຫລາຍກ່ວາ 3 ຊົ່ວໂມງຂຶ້ນໄປຈະ ເຮັດໃຫ້ເກີດອາການເມື່ອຍຕາ,ເຈັບ ຫຼັງ, ເຈັບແອວ, ປວດເມື່ອຍບ່າໄຫຼ, ເຈັບຫົວ,ນອນບໍ່ຫລັບ ແລະ ບໍ່ຢາກ ກິນເຂົ້າ. ຜົນວິໄຈຫນຶ່ງຂອງອັງກິດ ເປີດເຜີຍວ່າແສງ x ອ່ອນໆ ແລະ ຄື້ນສະໜາມແມ່ເຫຼັກຈາກຄອມພິວ ເຕີອາດຈະກໍ່ໃຫ້ເກີດພະຍາດຕ່າງໆ ໄດ້ແຕ່ 7-19 ພະຍາດຢ່າງເຊັ່ນ: ຂີ້ ມູກຍ້ອຍ,ຄັນຕາ,ປວດຄໍ,ເສຍຄວາມ ຈຳໃນໄລຍະສັ້ນ, ມັກຫງຸດຫງິດ ແລະ ຊຶມເສົ້າ. ສຳລັບຜູ້ຍິງຍັງເຮັດ ໃຫ້ມີອາການເຈັບທ້ອງນ້ອຍໃນເວ ລາເປັນປະຈຳເດືອນຫຼືເປັນປະຈຳ ເດືອນແກ່ຍາວ. ນອກຈາກນັ້ນຖ້າ ເຮັດວຽກຢູ່ກັບຄອມພິວເຕີເປັນເວລາ ນານໆຈະເຮັດໃຫ້ເສັ້ນປະສາດເຄັ່ງ ຕຶ່ງ, ມັກອິດເມື່ອຍທົ່ວຮ່າງກາຍແລະ ອັດຕາສ່ຽງຕໍ່ການເປັນມະເຮັງເຕົ້າ ນົມສູງກ່ວາຄົນປົກກະຕິເຖິງ 30%.

6. ເຮັດຫຼັງກົ່ງເວລາຍົກຍ້າຍ ວັດຖຸສິ່ງຂອງທີ່ມີນ້ຳໜັກຫລາຍ.
ຜູ້ຊ່ຽວຊານກ່າວວ່າ ການເຮັດ ຫຼັງກົ່ງໃນເວລາເຮົາຍົກຍ້າຍວັດຖຸ ສິ່ງຂອງໜັກອາດສົ່ງຜົນກະທົບເຖິງກ້າມຊິ້ນຢູ່ຫຼັງ ຢູ່ແອວ ແລະ ບັນດາ ຂໍ່ຕໍ່ຂອງກະດູກສັນຫຼັງ, ທາງທີ່ດີ ແມ່ນໃຫ້ນັ່ງຢອງຢ້ໍເນີ້ງຕົວໄປທາງ ຫນ້າເພື່ອໃຫ້ນ້ຳຫນັກຂອງວັດຖຸໄດ້ຫານສະເລ່ຍລົງໃສ່ສອງຂາຂອງເຮົາ ແລະ ພະຍາຍາມເຮັດໃຫ້ຕົວເຮົາ ແໜບຕິດກັບວັດຖຸເພື່ອບໍ່ໃຫ້ກ້າມ ຊີ້ນແອວເຮັດວຽກຫນັກເກີນໄປ.

7. ໃຊ້ແຮງຫຼາຍໃນເວລາຖ່າຍໜັກ.
ການທີ່ເຮົາໃຊ້ແຮງເບັ່ງຫຼາຍໃນ ເວລາຖ່າຍຫນັກຈະເຮັດໃຫ້ຫົວໃຈ ບີບຫລາຍ, ຄວາມດັນຈະສູງຂຶ້ນ ແບບກະທັນຫັນເຮັດໃຫ້ເລືອດໄຫຼ ໃນສະຫມອງ. ຖ້າເປັນຄົນສູງອາຍຸ ໃຊ້ແຮງເບັ່ງຫຼາຍໃນເວລາຖ່າຍ ຫນັກສົ່ງຜົນໃຫ້ການໄຫຼວຽນຂອງ ເລືອດມີການປ່ຽນແປງ, ເລືອດໄປ ຫຼໍ່ລ້ຽງສະຫມອງຫລຸດລົງບາງຄັ້ງ ອາດເຮັດໃຫ້ສະຫລົບໄດ້.

8. ດື່ມນ້ຳຫນ້ອຍເກີນໄປ: ຜູ້ຊ່ຽວ ຊານດ້ານການແພດຂອງຈີນໃຫ້ຮູ້ ວ່າ ທາງທີ່ດີຜູ້ຫນຶ່ງຄວນດື່ມນ້ຳໃຫ້ ໄດ້ 2 ລິດຕໍ່ວັນ, ມີຜູ້ຍິງຫລາຍຄົນ ຕື່ນເຊົ້າມາກໍ່ດື່ມນ້ຳໂລດ ຖືວ່າເປັນ ການເຝິກແອບຢ່າງຫນຶ່ງເພື່ອໃຫ້ ຄວາມເຂັ້ມຂຸ້ນຂອງເລືອດຈາງລົງ, ແຕ່ວ່າການດື່ມນ້ຳໃນຕອນເຊົ້າ ເພີ່ມຄືແນວໃດຈິ່ງຈະມີສຸຂະພາບ ແຂງແຮງ ? ອັນນີ້ແມ່ນບໍ່ທັນມີຫຼັກ ການຕາຍຕົວເທື່ອ ຜູ້ທີ່ມີສຸຂະພາບ ອ່ອນເພຍ, ຈ່ອຍຜອມ, ເຫຼືອງລ່າ ບໍ່ຄວນດື່ມນ້ຳນົມ, ນ້ຳໝາກໄມ້ຫຼື ນ້ຳເຢັນໆໃນຕອນເຊົ້າໆ, ບໍ່ຄວນ ດື່ມນ້ຳຫມາກໄມ້ໃນເວລາທ້ອງ ເປົ່າຫວ່າງໃນຕອນເຊົ້າ ແລະ ບໍ່ ຄວນດື່ມນ້ຳທີ່ມີລົດເຄັມ.

9. ມັກກິນຂອງກິນທີ່ຮ້ອນໆ ເມ່ືອກິນຂອງກິນທີ່ຮ້ອນຫຼາຍ ຈະມີຜົນຮ້າຍຕໍ່ລະບົບລຳໄສ້ ແລະ ການເຮັດວຽກຂອງລະບົບອື່ນໆ. ຖ້າເຮົາກິນອາຫານທີ່ມີອຸນຫະພູມ ໃກ້ຄຽງກັບອຸນຫະພູມຂອງຮ່າງ ກາຍຈະຊ່ວຍເຮັດໃຫ້ກະເພາະອາ ຫານ “ນານເຖົ້າ” ແລະ ເຮັດໃຫ້ເຮົາ ມີອາຍຸຍືນ. ຄົນທີມີອາຍຸ 40 ປີຂຶ້ນ ໄປຄວນຫລຸດຜ່ອນການກິນຂອງ ກິນທີ່ເຜັດ, ຮ້ອນ ແລະ ເຢັນເພື່ອ ປ້ອງກັນບໍ່ໃຫ້ເປັນພະຍາດມະເຮັງຜົ້ງປາກ.

10. ດື່ມກາເຟຫລືດື່ມນ້ຳຊາ ຫຼາຍເກີນໄປ: ການດື່ມນ້ຳຊາຫລື ດື່ມກາເຟໃນປະລິມານເຫມາະສົມຈະເປັນຜົນດີຕໍ່ສຸຂະພາບ, ແຕ່ຖ້າ ດື່ມຫຼາຍເກີນຂອບເຂດຈະກະຕຸ້ນ ກະເພາະ ແລະເຮັດໃຫ້ນອນບໍ່ຫຼັບ.

12:03 AM | Posted in | Read More »

ຍໍ້າອາຫານ 40 ເທື່ອ ຊ່ວຍຫລຸດນໍ້າຫນັກໄດ້ !!!


ນັກ​ວິ­ໄຈ​ຈາກ​ມະ­ຫາ​ວິ​ທະ ຍາ​ໄລ​ການ​ແພດ​ຮາ​ບິນ​ຂອງ​ຈີນພົບ​ວ່າ: ອາ­ສາ​ສະ­ຫມັກ​ທີ່​ຫຍ້ຳອາ­ຫານ 40 ເທື່ອ ຈະ​ໄດ້​ຮັບ​ປະລິ​ມານ​ອາ­ຫານ​ຫນ້ອຍ​ລົງ 12% ເມື່ອ​ທຽບ​ກັບ​ການ​ຫຍ້ຳ​ອາ­ ຫານ ໂດຍ​ປົກ­ກະ­ຕິ 15 ເທື່ອ. ເນື່ອງຈາກ​ການ​ຫຍ້ຳ​ອາ­ຫານ​ດົນ​ຊ່ວຍໃຫ້​ສະ­ຫມອງ​ມີ​ເວ­ລາ​ຫລາຍ​ຂຶ້ນ ໃນ​ການ​ຮັບ​ສັນ­ຍານ​ລະ­ດັບ​ອາຫານ​ຂອງ​ກະ­ເພາະ, ນອກ­ຈາກນີ້ ການ​ຫຍ້ຳ​ອາ­ຫານ​ດົນ​ຍັງຊ່ວຍ​ຫລຸດ​ລະ­ດັບ​ຮໍ​ໂມນ​ເກຣ​ລິນທີ່​ເຮັດ​ຫນ້າ­ທີ່​ສ້າງ​ຄວາມ​ຮູ້­ສຶກຢາກໃນ​ລະ­ບົບ​ທາງ​ເດີນ​ອາ­ຫານນຳ.

ນັກ​ວິ­ໄຈ​ເຜີຍ​ວ່າ ການ​ທົດລອງ​ແມ່ນ​ແບ່ງ​ອອກ​ເປັນ 2 ເທື່ອ​ຄືເທື່ອ​ທີ1 ແມ່ນ​ຈະ​ສັງ­ເກດການ​ຫຍ້ຳ​ຂອງ​ຄົນ​ຕຸ້ຍ​ກັບ​ຄົນຈ່ອຍ​ວ່າ​ແຕກ​ຕ່າງ​ກັນ ຫລື ບໍ່ພົບ​ວ່າ​ເຖິງ​ແມ່ນ​ຄົນ​ຕຸ້ຍ​ຈະ​ຫຍ້ຳອາ­ ຫານ​ດ້ວຍ​ຄວາມ​ໄວ​ເທົ່າ​ກັບຄົນ​ຈ່ອຍ ແຕ່​ຄົນ​ຕຸ້ຍ​ຈະ​ກືນ​ອາຫານ​ໄວ​ກວ່າ​ຄົນ​ຈ່ອຍ, ເທື່ອ​ທີ2 ໃຫ້​ອາ­ສາ​ສະ­ຫມັກ​ຫຍ້ຳ​ອາ­ຫານ 15 ເທື່ອ​ກ່ອນ​ກືນ​ແລ້ວ​ນຳ​ມາປຽບ­ທຽບ​ກັບ​ການ​ຫຍ້ຳ 40 ເທື່ອ ​ກ່ອນ​ກືນ​ພົບ​ວ່າ: ອາ­ສາ​ສະຫມັກ 2 ກຸ່ມ​ໄດ້​ຮັບ​ແຄ​ລໍ​ຣີ​ຫນ້ອຍລົງ 11,9% ເມື່ອ​ຫຍ້ຳ 4 ເທື່ອ. ສ່ວນ​ຜົນ​ການ​ກວດ​ເລືອດ 90 ນາ­ທີ ຫລັງ​ຮັບ​ປະ­ທານ​ອາ­ຫານພົບ​ວ່າ​ອາ­ສາ​ສະ­ຫມັກ​ທຸກ​ຄົນ​ມີລະ­ດັບ​ຮໍ​ໂມນ​ເກຣ​ລິນ​ໃນ​ຮ່າງ ກາຍ​ເມື່ອ​ຫຍ້ຳ 40 ເທື່ອ ຫນ້ອຍກວ່າ​ການ​ຫຍ້ຳ​ອາ­ຫານ 15 ເທື່ອ.

ນັກ​ວິ­ໄຈ​ລະ­ບຸ​ໃນ​ຂໍ້​ມູນ​ຄົ້ນ​ພົບ ທີ່​ຕີ​ພິມ​ໃນ​ວາ­ລະ­ສານ American Journal of Clinical Nutrition ວ່າ­ການ​ຮັບ​ປະ­ທານຊ້າ​ລົງ​ເປັນ​ວິ­ທີ​ງ່າຍ ແລະ ມີ​ປະສິດ­ທິ​ພາບ​ໃນ​ການ​ຫລຸດ​ນ້ຳ­ ຫນັກໄດ້, ນອກ­ຈາກ​ນີ້ ການ​ຮັບ​ປະທານ​ໄວ​ຮັບ​ປະ­ທານ​ເທື່ອ​ຫນຶ່ງ​ໃນ​ປະ­ລິ­ມານ​ຫລາຍໆ ຫລື ດື່ມຫນັກ​ຕ່າງ​ມີ​ຜົນ​ຊ່ວຍ​ໃຫ້​ນ້ຳຫນັກ​ເກີນ​ໄດ້ ເຊິ່ງ​ງານ​ວິ­ໄຈ​ຊີ້​ວ່າ ອາ­ສາ​ສະ­ຫມັກ​ທີ່​ມີ​ນ້ຳ­ຫນັກ ຫລາຍ​ມັກ​ຫຍ້ຳ​ອາ­ຫານ​ຫນ້ອຍເທື່ອ ແລະ ຈະ​ກືນ​ອາ­ຫານ​ໄວກວ່າ​ຄົນ​ທີ່​ມີ​ຮູບ​ຮ່າງ​ຈ່ອຍ.

ຂະ­ນະ​ທີ່​ຜົນ​ສຳ​ຫລວດ​ຂອງປະ­ຊາ­ຊົນ​ອັງ­ກິດ 1.000 ຄົນ ໂດຍ​ທຸ­ລະ​ກິດ​ຮ້ານ​ຂາຍ​ແຊນ​ວີ​ຊຊັບ​ເວຍ໌ພົບ​ວ່າ: ຄົນ​ອັງ­ກິດໂດຍສະ­ເລ່ຍ​ຫຍ້ຳ​ອາ­ຫານ​ພຽງ 6 ເທື່ອກໍ່​ກືນ​ອາ­ຫານ​ແລ້ວ​ໂດຍ​ສະເພາະ​ກຸ່ມ​ຄົນ​ທີ່​ມີ​ອາ­ຍຸ​ລະ­ຫວ່າງ 25-34 ປີ ເປັນ​ກຸ່ມ​ທີ່​ຮັບ​ປະ­ທານ ໄວ​ທີ່​ສຸດ ແລະ ຍັງ​ພົບ​ວ່າ: ຜູ້ຕອບ​ໃບ​ສຳ​ຫລວດ 15% ມັກຮັບ​ປະ­ທານ​ອາ­ຫານ​ພ້ອມ​ກັບຍ່າງ​ໄປ​ນຳ ແລະ ມີ​ພຽງ​ຈຳ­ນວນ ເຄິ່ງ​ດຽວ​ເທົ່າ​ນັ້ນ​ທີ່​ນັ່ງ​ຮັບ​ປະທານ​ອາ­ຫານ​ເທິງ​ໂຕະ​ເປັນ​ປະຈຳ.

9:49 PM | Posted in , | Read More »

ຄົນ​ທີ່​ມັກ​ເຮັດ​ວຽກ​ໂອ​ທີຫຼາຍ ມີຄວາມສ່ຽງເປັນໂລກຫົວໃຈ 60%


ລະວັງ​ເຮັດ​ວຽກລ່ວງ​ເວລາ​ຫລາຍ​ເກີນ​ໄປ​ໂຣກຫົວ​ໃຈ​
ຈະ​ມາ​ຢ້ຽມຢາມ​ຖາມ​ຫາ

ຖ້າ​ເຮັດ​ວຽກລ່ວງ​ເວລາ (​ໂອ​ທີ) ຫລາຍ​ເກີນ​ໄປ​ໂຣກຫົວ​ໃຈ​ຈະ​ມາ​ຢ້ຽມຢາມ​ຖາມ​ຫາ.
ການ​ສຶກສາ​ທີ່​ຕີ​ພິມ​ໃນ​ວາລະສານ​ເອີ​ໂຣປຽນຮາດ ( European Heart Journal) ສະບັບ​ອອນ​ໄລ໌ ​ເປີດ​ເຜີຍ​ວ່າ: ການ​ເຮັດ​ວຽກ​
ໂອ​ທີ​ດົນ​ກ່ວາ 3 ຊົ່ວ​ໂມງ​ຕໍ່ມື້ ຈະ​ເພີ່ມ​ຄວາມ​ສ່ຽງ​ເປັນ​ໂຣກຫົວ​ໃຈ​ເຖິງ 60% ລວມ​ເຖິງ​ມີ​ໂອກາດ​ຫົວ​ໃຈ​ວາຍ​ດ້ວຍ.

ນັກວິ​ໄຈ​ຈາກ​ສະ​ຖາ​ບັນ​ສຸຂະພາບ​ອາຊີບ​ແຟັງ​ລັງ (Finnish Institute of occupational Health) ຊີ້ວ່າ: ອາດ​ເປັນ​ເພາະ​ຄົນ​ເຮັດວຽກງານບໍ່ຄ່ອຍ​ມີ​ເວລາ​ອອກກຳລັງ​ກາຍ, ພັກຜ່ອນໜ້ອຍ, ກິນ​ອາຫານ​ບໍ່ຖືກ​ຫລັກ​ໂພຊະ​ນາ​ການ ​ເຊິ່ງຄວາມ​ຕຶງ​ຄຽດອາດ​ເຮັດ​ໃຫ້​ສຸຂະພາບ​ຊຸດ​ໂຊມ​ທັງ​ກາຍ ​ແລະ ​ໃຈ​ເຊັ່ນ: ​ໂຣກຊຶມ​ເສົ້າ ​ໂດຍ​ຕັ້ງ​ຂໍ້​ສັງ​ເກດ​ວ່າ: ຄົນ​ທີ່​ມັກ​ເຮັດ​ວຽກ​ໂອ​ທີ ອາດ​ມີ​ນິ​ໄສ​ມັກ​ການ​ແຂ່ງຂັນ​ຕົງ​ເວລາ​ບໍ່ຄ່ອຍ​ໄປ​ຫາ​ແພດ​ເມື່ອ​ມີ​ບັນຫາ​ດ້ານ​ສຸຂະພາບ.

9:44 PM | Posted in | Read More »

ກິນໄຂ່ຈັກຫນ່ວຍຕໍ່ອາທິດ ຈິ່ງຈະພໍດີ ?



ການ​ບໍ­ລິ­ໂພກ​ໄຂ່​ຫນ້ອຍກວ່າ 3 ຫນ່ວຍ ໃນ​ຫນຶ່ງ​ອາ­ທິດຖື​ວ່າ​ບໍ່​ພຽງ­ພໍເພາະ​ການ​ຮັບ​ປະ­ທານ​ໄຂ່​ໃນ​ປະ­ລິ­ມານ​ທີ່​ຫນ້ອຍເກີນ​ໄປຫລືບໍ່​ຮັບ​ປະ­ທານ​ໄຂ່​ເລີຍອາດ​ສົ່ງ​ຜົນ​ເສຍ​ຕໍ່​ເສັ້ນ­ປະ­ສາດ ສະ­ຫມອງ​ໄດ້ ໂດຍ​ໃນ​ໄຂ່​ຫນຶ່ງຫນ່ວຍ ຈະ​ມີ​ປະ­ລິ­ມານ​ວິ­ຕາ­ມິນ​ບີ 12 ເຊິ່ງ​ດີ​ຕໍ່​ຮ່າງ­ກາຍ ວິ­ຕາ­ມິນ ບີ 12 ຈໍາ­ເປັນ​ຕໍ່​ການ​ສ້າງ​ເຫຍື່ອ ຫຸ້ມ​ປ້ອງ​ກັນ​ເສັ້ນ​ໃຍ ແລະ ຖ້າຂາດ​ວິ­ຕາ­ມິນ​ເສັ້ນ​ໃຍ​ປະ­ສາດອາດ​ຖືກ​ທຳ­ລາຍ​ອີກ​ທັງ​ໄຂ່​ຍັງດີ​ຕໍ່​ສາຍ­ຕາ​ນຳ.


ການ​ຮັບ​ປະ­ທານ​ໄຂ່​ຢ່າງຫນ້ອຍ 3 ຫນ່ວຍ​ຕໍ່​ອາ­ທິດ ຈະຊ່ວຍ​ປ້ອງ​ກັນ​ພາ­ວະ​ສູນ​ເສຍສາຍ­ຕາ​ທີ່​ມັກ​ເກີດ​ຂຶ້ນ​ເມື່ອ​ອາ­ຍຸເພີ່ມ​ຂຶ້ນ ເນື່ອງ​ຈາກ​ສານ​ລູ​ທິນ ແລະ ຊີ​ແຊນ​ທິນ ເຊິ່ງ​ເປັນ­ສານ ໃນ​ຕະ­ກູນແຄ​ໂລ​ທີ​ນອຍດ໌ ໃນໄຂ່​ແດງ​ຈະ​ຊ່ວຍ​ບຳ­ລຸງ​ຈໍ​ປະສາດ­ຕາ​ນັ້ນ​ເອງ.

ໃນ​ຫນຶ່ງ​ອາ­ທິດ ຖ້າ​ທ່ານ​ສາມາດ​ຮັບ​ປະ­ທານ​ໄຂ່​ໄດ້ 6 ຫນ່ວຍ ຖື​ວ່າ​ພໍ­ດີ ເພາະ​ໄຂ່​ຈະ​ຊ່ວຍ​ໃຫ້ຮ່າງ­ກາຍ​ດູດ​ຊຶມ​ແຄລ​ຊຽມ​ໄດ້​ດີ ແລະ ຍັງ​ຊ່ວຍ​ຫລຸດ​ປັດ​ໄຈ​ສ່ຽງ​ໃນ​ການ​ເກີດ​ພະ­ຍາດ​ກະ­ດູກ​ຜ່ອຍແຖມ​ປະ­ລິ­ມານ​ສານ​ຊີ​ລີ​ນຽມ ແລະ ວິ­ຕາ­ມິນ​ອີ ໃນ​ໄຂ່​ຍັງ​ຊ່ວຍປ້ອງ​ກັນ​ພະ­ຍາດ­ຫົວ­ໃຈ​ອີກ​ທັງຍັງ​ຊ່ວຍ​ໃຫ້​ມີ​ຮູບ​ຮ່າງ​ດີ.

ໂປຣ​ຕີນ​ໃນ​ໄຂ່ຈະ​ເຮັດ​ໃຫ້​ຮູ້ ສຶກ​ອີ່ມ​ຂຶ້ນ 50% ແລະ ຍັງ​ເຮັດໃຫ້​ຫລຸດ​ປະ­ລິ­ມານ​ເຂົ້າ​ສວາຍທີ່​ຮັບ​ປະ­ທານ​ໂດຍ​ສະ­ເລ່ຍ​ໄດ້​ອີກ 164 ແຄ​ລໍ​ຣີແລະການ​ຮັບ​ປະທານ​ໄຂ່​ວັນ​ລະ 3 ຫນ່ວຍ ​ຕໍ່​ອາ­ທິດຈະ​ຊ່ວຍ​ສ້າງ​ກ້າມ­ຊີ້ນ​ໃຫ້​ກັບ​ນັກ​ຫລິ້ນ​ກ້າມ​ທັງ­ຫລາຍ​ໄດ້​ເປັນ 2 ເທົ່າ​ໃນ​ໄລ­ຍະ​ເວ­ລາ 12 ອາ­ທິດ.

ໄຂ່​ຖື​ວ່າ​ມີ​ຜົນ​ຫນ້ອຍ​ຫລາຍຕໍ່​ການ​ເພີ່ມ​ລະ­ດັບ​ຄໍ​ເລ​ສ​ເຕີ​ລໍ​ໃນເລືອດ ເມື່ອ​ທຽບ​ກັບ​ປະ­ລິ­ມານໄຂ­ມັນ​ອີ່ມ​ຕົວ. ນອກ­ຈາກ​ນີ້ ຜົນວິ­ໄຈ​ຍັງ​ພົບ​ວ່າ ການ​ຮັບ​ປະ­ທານໄຂ່​ຊ່ວຍ​ຫລຸດ​ຄໍ​ເລ​ສ​ເຕີ​ລໍ LDL (ບໍ່​ດີ) ເພີ່ມ​ຄໍ​ເລ​ສ​ເຕີ​ລໍ HDL (ດີ) ແລະ ຫລຸດ​ປັດ​ໄຈ​ສ່ຽງ​ໃນການ​ເກີດ​ພະ­ຍາດ­ຫົວ­ໃຈ​ວາຍ ຫລື ພະ­ຍາດ​ຫລອດ​ເລືອດ​ສະຫມອງ​ໄດ້.

ໄຂ່​ທີ່​ໃຫ້​ຜົນ​ດີ​ຕໍ່​ຮ່າງ­ກາຍອາດ​ສົ່ງ​ຜົນ​ຮ້າຍ​ໄດ້​ຫລາຍ​ເຊັ່ນກັນ ຖ້າ​ຮັບ​ປະ­ທານ​ຫລາຍ​ເກີນ 1 ຫນ່ວຍ​ຕໍ່​ວັນ​ເປັນ​ປະ­ຈຳ​ທຸກ​ວັນ ຖ້າ​ຮັບ​ປະ­ທານ​ໄຂ່ 7 ຫນ່ວຍ ຫລື ຫລາຍ​ກວ່າ 7 ຫນ່ວຍ​ຕໍ່​ອາ­ທິດຈະ​ໄປ​ເພີ່ມ​ປັດ​ໄຈ​ສ່ຽງ​ທີ່​ກໍ່​ໃຫ້ເກີດ​ອັນ­ຕະ­ລາຍ​ເຖິງ​ຊີ­ວິດ​ໄດ້ 23% ແລະ ທີ່​ສຳ­ຄັນ​ຄືສຳ­ລັບ​ຜູ້​ຊາຍ​ທີ່​ເປັນ​ເບົາ­ຫວານ​ຢູ່​ແລ້ວ ໄຂ່​ອາດ​ເພີ່ມ​ຄວາມ​ສ່ຽງ​ຕໍ່​ການເສຍ​ຊີ­ວິດ​ໄດ້.

ເພື່ອ​ສຸ­ຂະ­ພາບ​ທີ່​ດີ ແລະ ແຂງ­ແຮງ​ຄວນ​ເລືອກ​ຮັບ​ປະທານ​ອາ­ຫານ​ທີ່​ດີ​ມີ​ປະ­ໂຫຍດ ແລະ ຕ້ອງ​ຮັບ​ປະ­ທານ​ໃນ​ປະ­ລິມານ​ທີ່​ເຫມາະ​ສົມ ແລະ ຕ້ອງອອກ­ກຳ­ລັງ​ກາຍ​ພ້ອມ ຈິ່ງ​ຈະເຮັດ​ໃຫ້​ຮ່າງ­ກາຍ​ຫ່າງ​ໄກ​ຈາກພະ­ຍາດ​ຕ່າງໆ.

12:24 AM | Posted in | Read More »

ໃຊ້ໂທລະສັບມືຖືຫລາຍ ສ່ຽງເປັນເນື້ອງອກໃນສະຫມອງ !



ເມື່ອ​ເດືອນ​ກໍ­ລະ­ກົດ​ຜ່ານມາ, ຫນ່ວຍ​ງານ​ວິ­ໄຈ​ດ້ານ​ມະເຮັງ​ຂອງ​ອົງ­ການ​ອະ­ນາ­ໄມ​ໂລກ IARC ຫລື International Agency for Research on Cancer ໄດ້​ເຜີຍ­ແຜ່​ຂໍ້​ມູນ​ທາງ ວິ­ຊາ​ການ​ທີ່​ວ່າ ຄື້ນ​ແມ່​ເຫລັກ​ໄຟຟ້າ​ຈາກ​ໂທລະ­ສັບ​ມື​ຖື​ເປັນ​ປັດໄຈ​ກໍ່­ໃຫ້­ເກີດ​ມະ​ເຮັງ​ປະ­ເພດ 2B.

ງານ​ວິ­ໄຈ​ລະ­ບຸ​ວ່າ: ການ​ໃຊ້ຫູ​ແນບ​ຕິດ​ກັບ​ໂທລະ­ສັບ​ມື​ຖື​ໂດຍກົງ​ນັ້ນ ຈະ​ເຮັດ​ໃຫ້​ຜູ້​ໃຊ້​ໄດ້​ຮັບ​ພະລັງ​ງານ​ຈາກ​ຄື້ນ​ແມ່​ເຫລັກ​ໄຟຟ້າ​ຫລາຍ​ກວ່າ​ການ​ໃຊ້​ອຸ­ປະກອນ​ສາຍ​ຟັງ​ຫູ (ແຮນ​ຟຣີ​ລະ ບົບ​ບລູ​ທູດ) ເຖິງ 100 ເທົ່າ ໂດຍສະ­ເພາະ​ໂທລະ­ສັບ GSM ຈະປ່ອຍ​ພະ­ລັງ­ງານ​ຫລາຍ​ກວ່າ ເຄື່ອງ​ໂທລະ­ສັບ 3G ຫລາຍ​ກວ່າ ເຖິງ 100 ເທົ່າ​ເຊັ່ນ​ດຽວ​ກັນ.

ການ​ເກີດ​ມະ​ເຮັງ​ໃນ​ສະຫມອງ ຍັງ​ຂຶ້ນ​ຢູ່​ກັບ​ປັດ​ໄຈ​ການດູດ​ຊັບ​ພະ­ລັງ­ງານ​ທີ່​ສະ­ຫມອງ​ຂອງ​ແຕ່​ລະ​ບຸກ­ຄົນ​ນຳ ໂດຍ​ສະຫມອງ​ຂອງ​ເດັກ​ມີ​ໂອ­ກາດ​ທີ່​ຈະໄດ້​ຮັບ​ຄື້ນ​ແມ່​ເຫລັກ​ຫລາຍ​ກວ່າ ຜູ້​ໃຫຍ່ 2 ເທົ່າ ແລະ ໄຂ​ກະ­ດູກ​ກະໂຫລກ​ຫົວ​ຂອງ​ເດັກ​ຈະ​ໄດ້​ຮັບຄື້ນ​ແມ່ນ​ເຫລັກ​ຫລາຍ​ກວ່າ​ຜູ້ໃຫຍ່ 10 ເທົ່າ ແລະ ປະ­ລິ­ມານການ​ດູດ​ຊັບ​ຍັງ​ຂຶ້ນ​ຢູ່​ກັບ​ການອອກ​ແບບ​ຕົວ​ເຄື່ອງ ແລະ ເສົາອາ­ກາດ​ລັກ­ສະ­ນະ​ການ​ໃຊ້ ແລະ ລະ­ດັບ​ສັນ­ຍານ​ລະ­ຫວ່າງ​ຕົວເຄື່ອງ ແລະ ສະ­ຖາ­ນີ​ນຳ​ອີກ.

ນອກ­ຈາກ​ນີ້ ຜົນ​ສຶກ​ສາ​ຍັງພົບ​ວ່າ: ກຸ່ມ​ທີ່​ໃຊ້​ໂທລະ­ສັບ​ມື​ຖື ຫລາຍ​ກວ່າ 1.640 ຊົ່ວ­ໂມງ ຈະມີ​ຄວາມ​ສ່ຽງ​ຫລາຍ​ຂຶ້ນ​ຕໍ່​ການເປັນ​ມະ​ເຮັງ​ສະ­ຫມອງ​ຊະ­ນິດ Glioma ຫລື ເນື້ອ​ງອກ​ໃນ​ສະຫມອງ​ເບື້ອງ​ດຽວ​ກັບ​ທີ່​ໃຊ້​ໂທລະ​ສັບ​ເວ­ລາ​ສົນ­ທະ­ນາ (ເບື້ອງທີ່​ມັກ​ລົມ​ໂທລະ­ສັບ​ຫລາຍ) ເຊິ່ງເປັນ​ສ່ວນ​ທີ່​ໄດ້​ຮັບ​ຄື້ນ​ແມ່​ເຫລັກ​ສູງ​ທີ່​ສຸດ.

ຜົນ​ສຳ​ຫລວດ​ພົບ​ວ່າ: 64,5% ນິ­ຍົມ​ວາງ​ໂທລະ­ສັບ​ມື ຖື​ໄວ້​ຫົວ​ຕຽງ​ນອນ ພ້ອມ​ກັບ​ເປີດ ເຄື່ອງ​ໄວ້​ໃນ​ເວ­ລາ​ນອນ​ຫລັບ, 41,6% ໃສ່​ໄວ້​ໃນ​ກະ​ເປົ໋າ​ໂສ້ງ ຫລື ກະ​ເປົ໋າ​ສະ​ເກິດ ຫລື ໃນ​ຖົງເສື້ອ ແລະ 23,7% ນິ­ຍົມ​ໃສ່​ໄວ້ໃນ​ກະ​ເປົ໋າ​ພົກ​ພາ.

ນັກ​ວິ­ໄຈ​ແນະ­ນຳ​ວ່າ: ຖ້າ​ບໍ່ໃຊ້​ໂທລະ­ສັບ​ມື​ຖື​ແລ້ວ​ຄວນ​ວາງໄວ້​ໃຫ້​ຫ່າງ​ຕົວ ໂດຍ​ສະ­ເພາະ​ຫົວບໍ່​ຄວນ​ວາງ​ໄວ້​ເທິງ​ຫົວ​ຕຽງນອນ ແລະ ເປີດ​ເຄື່ອງ​ຖິ້ມ​ໄວ້ ເພື່ອ​ຫລຸດ​ຄວາມ​ສ່ຽງ​ຂອງ​ການ​ໄດ້​ຮັບ​ຄື້ນ​ແມ່​ເຫລັກ​ໄຟ­ຟ້າ​ໂດຍ​ບໍ່​ຈຳ­ເປັນ.

ເມື່ອ​ຮູ້​ເຖິງ​ຂໍ້​ເສຍ​ການ​ໃຊ້​ໂທລະ​ສັບ​ມື​ຖື​ແບບ​ນີ້​ແລ້ວ ໃນ​ເທື່ອຫນ້າ​ຄວນ​ຈະ​ວາງ​ໂທລະ­ສັບ​ໄວ້ໃຫ້​ຫ່າງ​ຈາກ​ຕົວ​ຈະ​ດີ​ທີ່​ສຸດເຖິງແມ່ນ​ວ່າ​ຈະ​ປິດ​ເຄື່ອງ​ແລ້ວ ແຕ່​ບໍ່​ຄວນ​ວາງ​ໄວ້​ຂ້າງ​ຕົວ​ເພາະ ​ຍັງ​ມີ​ຄື້ນ​ແມ່​ເຫລັກ​ຢູ່.

12:21 AM | Posted in | Read More »

ໂຣກ 10 ຊະນິດ ທີ່ມັກເກີດກັບພະນັກງານຫ້ອງການ


ດ້ວຍໜ້າທີ່ຂອງພະນັກງານຍຸກໃໝ່ທີ່ຕ້ອງປະເຊີນກັບຄວາມຄຽດຈາກການເຮັດວຽກປະຈຳວັນ ເພື່ອສ້າງຖານຄວາມໝັັ້ນຄົງໃຫ້ກັບຄອບຄົວ ເຮັດໃຫ້ພະນັກງານ ສ່ວນໜຶ່ງ ປ່ອຍປະທີ່ຈະຮັກສາສຸຂະພາບຂອງຕົນເອງ . ພະນັກງານທີ່ເຮັດວຽກໃນຫ້ອງການ ຕ້ອງໃຊ້ເວລາຫລາຍຊົ່ວ ໂມງ ແລະ ນັ່ງຢູ່ໜ້າຈໍຄອມພົວເຕີ ເປັນ ເວລາດົນນານ ຫລື ວຸ້ນວາຍຢູ່ກັບເອກະສານທີ່ຕ້ອງພິມ ຈົນເກືອບບໍ່ໄດ້ອອກຈາກຕັ່ງໄປເຮັດວຽກອື່ນ .

ຄວາມຄຽດດັ່ງກ່າວ ຖ້າປ່ອຍໃຫ້ເປັນເລື່ອງປົກກະຕິໄປເລື່ອຍໆ ສິ່ງທີ່ອາດຕາມາຄື ຄວາມຊຸດໂຊມຂອງຮ່າງກາຍ . ແລະ ນຳໄປສູ່ຄວາມ ສ່ຽງຕໍ່ການຄຸກຄາມ ດ້ວຍພະຍາດຕ່າງໆ ເນື່ອງຈາກວ່າ ຮ່າງກາຍ ຕ້ອງແບກຮັບກັບຄວາມເຄັ່ງຄຽດໂດຍປາສະຈາກການຜ່ອນຄາຍ .

ໂຣກ 10 ຊະນິດດ່ັງກ່າວ ປະກອບດ້ວຍ :

1. ມືຊາ
ມືຊາ ເປັນການອັກເສບຂອງເອັັນຫຸ້ມຂໍ້ມື , ເສັ້ນເອັ້ນນິ້ວມື້ . ປັດຈຸບັນ , ພະຍາດນີ້ ມັກພົບ ຫຼາຍເນື່ອງຈາກວ່າ ເທັກໂນໂລຢີ ເຂົ້າມາມີສ່ວນໃນຊີວິດປະຈຳວັນ ເຊັ່ນ ການໃຊ້ນຳໃຊ້ເຄື່ອງ ຄອມພົວເຕີ , ການຈັບເມົາໃນທ່າເດີມໆ ແລະ ເປັນເວລານານຊຶ່ງເຮັດໃຫ້ກ້າມເນື້ອກົດທັບເສັ້ນ ປະສາດ ແລະ ເສັ້ນເອັນຈົນ ອັກເສບ ຊຶ່ງເຮັດໃຫ້ເກີດອາກາດປວດຂອງປາຍປະສາດນິ້ວມືື .

2. ໂຣກຕໍ້ຫີນ ແລະ ຕາມົວ
ໂຣກນີ້ ມັກເກີດຂຶ້ນກັບຜູ້ທີ່ມີອາຍຸ 40 ປີຂຶ້ນໄປຊຶ່ງມີຄວາມສ່ຽງສູງໃນການເປັນໂຣກ ຕໍ້ຫີນ ຫຼື ກຳລັງເປັນໂຣກນີ້ໂດຍບໍ່ຮູ້ຕົວ . ຜູ້ທີ່ເປັນໂຣກນີ້ ຖ້າບໍ່ໄດ້ຮັບ ການຮັກສາຢ່າງຖືກ ອາດ ເຮັດໃຫ້ຕາບອດໄດ້ . ສາເຫດຕົ້ນຕໍຂອງໂຣກນີ້ ເກີດຈາກການໃຊ້ສາຍຕາເປັນເວລາດົນໆ . ການ ອັກເສບ ຫຼື ຕິດເຊື້ອຂອງແກ້ວຕາ ຈາກການໃຊ້ ຄອນແທກເລນ (contact lens); ດັ່ງນັ້ນ , ແຕ່ລະຄົນ ຄວນກວດສຸຂະພາບຕາທຸກໆ 2 ປີ ເພື່ອປ້ອງກັນ ແລະ ຫຼຸດຄວາມສ່ຽງໃນການເກີດ ໂຣກຕໍ້ຫີນ .

3. ໂຣກນິ້ວໃນຖົງນ້ຳບີ
ໂຣກນິ້ວໃນຖົງນ້ຳບີ ເກີດຈາກການກິນອາຫານທີ່ມີໄຂມັນສູງເປັນປະຈຳ . ໂຣກນີ້ ມັກ ພົບໃນເພດຍິງທີ່ມີອາຍຸ 40 ປີຂຶ້ນໄປ . ຄົນອ້ວນ ມັກເປັນໂຣກນີ້ ຫຼາຍກວ່າ ຄົນຈ່ອຍ . ນອກຈາກນີ້ ຍັງມີປັດໄຈອື່ນໆທີ່ສົ່ງຜົນໃຫ້ເກີດໂຣກນີ້ ເຊັ່ນ ກຳມະພັນ , ການອັກເສບຂອງຖົງນ້ຳບີ , ການກິນຢາຄຸມກຳເນີດເປັນເວລາ ນານ . ເມື່ອ ເປັນນິ້ວໃນຖົງນ້ຳບີແລ້ວ , ຖ້າບໍ່ຟ້າວຮັກສາ ອາດຈະກໍ່ໃຫ້ ເກີດອາການຊຳເຮື້ອຕາມມາອີກດ້ວຍ .

4. ໂຣກພົກຍ່ຽວອັກເສບ
ໂຮກນີ້ີ້ ມັກເກີດກັບຜູ້ທີ່ນັ່ງເຮັດວຽກເປັນເວລານານໆ ຫລື ບຸກຄົນທີ່ມັກເດີນທາງໄກຊຶ່ງ ຕ້ອງອົດຖ່າຍເບົາເປັນປະຈຳຊຶ່ງເປັນສາເຫດຂອງ ໂຣກພົກຍ່ຽວອັກ ເສບ. ໂຣກນີ້ ເກີດຈາກເຊື້ອ ແບກທີເຣຍເຂົ້າໄປຕາມທໍ່ພົກຍ່ຽວແລ້ວ ກໍ່ໃຫ້ເກີດການອັກເສບ. ໂຣກນີ້ ມັກເກີດນຳເພດຍິງ ຫລາຍກວ່າເພດຊາຍ.

5. ອາການຄຽດ, ນອນບໍ່ຫລັບ
ໂຣກນີ້ ມັກເກີດຂຶ້ນກັບຄົນທີ່ເຮັດວຽກ, ບໍ່ວ່າຄົນທີ່ເລີ່ມເຮັດວຽກໃໝ່ໆ ຫລື ຄົນທີ່ເຮັດ ວຽກມາເປັນສິບໆປີ. ບາງຄົນ ອາດຈະບໍ່ຮູ້ຕົວເລີຍວ່າ ຕົນເອງ ກຳລັງປະ ເຊີນກັບ ອາການຄຽດ ທີ່ກຳລັງເກີດຂຶ້ນກັບຕົນເອງ.​ ວິທີການຫລີກລ້ຽງອາການຄຽດທີ່ງ່າຍທີ່ສຸດ ຄື ຮູ້ຈັກຜ່ອນຄາຍກັບ ໜ້າທີ່ຂອງຕົນເອງ, ການປະວຽກ ຂອງຕົນເອງ ແລ້ວອອກໄປຍ່າງປະມານ 10 ນາທີຊຶ່ງເປັນການ ຜ່ອນຄາຍ ອີກວິທີໜຶ່ງ.

6. ຄວາມດັນເລືອດສູງ
ໂຣກນີ້ ເປັນໄພງຽບທີ່ບໍ່ສະແດງອາການ ແລະ ມັກພົບກັບຜູ້ທີ່ມີອາຍຸ 40 ປີຂຶ້ນໄປ . ໂຣກນີ້ ເກີດຈາກປັດໄຈບາງຢ່າງ ເຊັ່ນ ໂຣກອ້ວນ , ຄວາມຄຽດ , ການຮັບ ປະທານອາຫານທີ່ມີ ລົດເຄັມ , ການສູບຢາ , ດື່ມເຫຼົ້າ ຫລື ຜູ້ທີ່ເຮັດວຽກນັ່ງໂຕ໊ະໃນສຳນັກງານ ກໍມີຄວາມສ່ຽງສູງກວ່າ ຜູ້ທີ່ເຮັດວຽກທີ່ໃຊ້ກຳລັງ . ໂຣກຄວາມ ດັນ ເລືອດສູງ ບໍ່ພຽງແຕ່ເລື່ອງຄວາມດັນ , ແຕ່ຍັງອາດນຳ ໄປສູ່ເສັ້ນເລືອດແຕກ , ອຳມະພຶດ , ອຳມະພາດ , ໄຕວາຍ , ພິການ ແລະ ຫົວໃຈວາຍໄດ້ອີກດ້ວຍ .

7. ໂຣກອ້ວນ
ຈາກການວິໄຈທາງການແພດຫຼ້າສຸດ ພົບວ່າ ໂຣກອ້ວນ ແຜ່ຫຼາຍກັບຄົນໄວເຮັດວຽກ . ຜູ້ຍິງ ສາມາດເປັນໂຣກອ້ວນໄດ້ງ່າຍກວ່າຜູ້ຊາຍ . ໂຣກອ້ວນ ຍັງເປັນ ບໍ່ເກີດຂອງໂຣກອື່ນໆອີກ ເຊັ່ນ : ໂຣກເບົາຫວານ , ໂຣກຫົວໃຈ , ໄຂມັນໃນຫຼອດເລືອດສູງ , ຄວາມດັນເລືອດສູງ . ຜູ້ທີ່ເປັນ ໂຣກອ້ວນ ຄວນເອົາໃຈໃສ່ເລື່ອງ ອາຫານການກິນເປັນພິເສດ , ຄວນປຶກສາເລື່ອງໂພສະນາການ ແລະ ຄວນຫາເວລາອອກກຳລັງກາຍຢ່າງສະໝຳ່ສະເໝີ .

8. ໂຣກກົດໄຫຼຢ້ອນກັບ .
ໂຣກນີ້ ມັກເກີດຂຶ້ນກັບຄົນທີ່ກິນອາຫານບໍ່ເປັນເວລາ . ຄົນທີ່ບໍ່ມີເວລາ , ຟ້າວຟັ່ງຈົນ ຫຍ້ຳອາຫານບໍ່ລະອຽດ . ຄົນທີ່ມີອາການຄຽດຮຸນແຮງ ຈົນອາຫານບໍ່ຍ່ອຍ ແລະ ຄົນທີ່ສູບຢາ ແລະ ດື່ມເຫຼົົ້າຫຼາຍ ມັກສ່ຽງກັບການເປັນໂຣກກົດໄຫຼຢ້ອນກັບ . ຜູ້ປ່ວຍທີ່ເປັນໂຣກນີ້ ເປັນເວລາ 10 ປີ ອາດນຳໄປສູ່ການ ເກີດໂຣກ ມະເຮັງຫຼອດອາຫານສ່ວນປາຍໄດ້ອີກດ້ວຍ .

9. ປວດຫຼັງເປັນເວລາຍາວນານ .
ການໃຊ້ຊີວິດຢູ່ໜ້າຈໍຄອມພົວເຕີມື້ລະ 8 ຊົ່ວໂມງ ຫຼື ຫຼາຍກວ່ານັ້ນ , ຕະຫຼອດຈົນໃສ່ ເກີບສົ້ນສູງເລື້ອຍໆ ອາດເປັນສາເຫດສຳຄັນຂອງອາການປວດຄໍ , ປວດບາໄຫຼ່ , ປວດຫຼັງ , ປວດ ແຂນ - ຂາ ແລະ ສະໂພກ . ອາການປວດດັ່ງກ່າວ ແມ່ນເນື່ອງມາຈາກໂຣກກ່ຽວກັບກະດູກສັນຫຼັງ . ຜູ້ທີ່ມີອາການປວດດັ່ງກ່າວ ຄວນໄປພົບແພດ ຫຼື ຜູ້ຊ່ຽວຊານສະເພາະໂຣກ ເພື່ອວິເຄາະອາການ ປວດ ແລະ ຮັກສາໃຫ້ຖືກຕ້ອງ .

10. ປວດຫົວ ໄມເກຣນ ເປັນເວລາຍາວນານ .
ອາການປວດຫົວ ໄມເກຣນ ກໍເປັນໂຣກຊະນິດໜຶ່ງທີ່ມີຄົນປ່ວຍເປັນຈຳນວນຫຼາຍ . ຜູ້ປ່ວຍຈະຮູ້ສຶກວ່າ ເມື່ອນັ່ງເຮັດວຽກທີ່ເຄັ່ງຄຽດ ຈະຮູ້ສຶກປວດ ບໍລິເວນ ຂະມັບ ດ້ານໜ້າ ຫົວ ຫຼື ດ້ານຫຼັງຕົ້ນຄໍ . ອາການປວດດັ່ງກ່າວ ຄືສັນຍານເຕືອນໃຫ້ຜູ້ປ່ວຍ ຮູ້ເຖິງສະພາບສ່ຽງຕໍ່ການເປັນ ໂຣກໄມເກຣນ . ການພັກຜ່ອນບໍ່ ພຽງພໍ, ແສງແດດກ້າ , ຄວາມຮ້ອນ ແລະ ອາການຂາດຮໍໂມນ ບາງຊະນິດ ກໍເປັນປັດໄຈກໍ່ໃຫ້ເກີດອາການປວດຫົວໄມເກຣນເໝືອນກັນ .

ວົງການແພດ ມັກກວດພົບໂຣກ 10 ຊະນິດດັ່ງກ່າວຫຼາຍ ແລະ ໂຣກ 10 ຊະນິດນີ້ິ້ ມັກຄຸກຄາມຊີວິດຄົນໄວເຮັດວຽກ . ເຖິງເວລາແລ້ວທີ່ພວກເຮົາ ຄວນໃຫ້ເວລາ ກັບຕົນເອງ ແລະ ກັບມາສຳຫຼວດຄວາມຜິດປົກກະຕິຂອງຮ່າງກາຍ ເພື່ອຈະໄດ້ຮູ້ວ່າ ຮ່າງກາຍ ກຳລັງສົ່ງສັນຍານ ເຕືອນໄພອັນໃດ ແດ່ກ່ອນທີ່ ທຸກຢ່າງ ຈະຊ້າເກີນການແກ້ໄຂ .

11:23 AM | Posted in | Read More »

Antioxidants make for healthier living



A senior official from the Institute of Traditional Medicine has advised the public to eat antioxidant-rich plants if they want to enjoy a longer life.

Deputy Director General of the institute Associate Professor Dr Kongmany Sydara said that people are looking at new ways to be healthier so they can live longer lives with their families.

Dr Kongmany advised people to consume antioxidant-rich plants and fruits, which contain an abundance of vitamins C and E, as well as reducing alcohol consumption and smoking, and increasing regular exercise.

The plants that contain vitamin C, which helps to fight against oxidising agents, are oranges, limes, guavas, tomatoes, morinda markyors, Indian goose-berries and mark khakais (found in Xieng Khuang province). In addition, people are advised to eat basil, phaknork and boulapha as anti-aging herbal medicines.

The main sources of vitamin E are plant oils such as soya, corn and olive oil. Other good sources of vitamin E include wheat germ, sunflower seeds, pine nuts, sun-dried tomatoes, peanut butter, olives, leafy green vegetables, fruits and almonds.

Both canned and fresh tomatoes are good sources of vitamins C and E. Vitamin E can be lost from foods during preparation, cooking, or storage, so to retain it people are advised to use whole-grain flours, store food in airtight containers and avoid exposing them to light.

Dr Kongmany said that the only product currently produced in Laos from antioxidant-rich fruits is morinda juice, with many others imported into the country.

“It would be very good if many herbal medicines were developed into tablets, pills, solutions and other forms of medicines for sale, as it would increase income for local communities growing these plants,” he said.

Vientianetimes

11:01 PM | Posted in | Read More »

NGOs In Laos Accuse Nestlé Of Deceptive Advertising

More than 30 years ago, advocacy groups and non-governmental organizations launched a public boycott against the Nestlé over the company’s promotion of their infant formula as better than breastfeeding. According to UN Children’s Fund (UNICEF), infants living in unhygienic conditions in poorer countries are 6 to 25 times more likely to die from diarrhea and four times more likely to die of pneumonia when fed formula instead of breast milk. For this reason, global health organizations, including UNICEF and the World Health Organization (WHO), suggest that mothers exclusively breastfeed their children for the first six months.

The boycott started because, despite the benefits of breastfeeding, Nestlé reportedly used misleading advertising in many developing countries, claiming that their formula had physical and mental benefits for infants. These advertising claims, according to boycott advocates, undermines breastfeeding and in turn jeopardizes the health of children. Furthermore, Nestlé is accused of giving health workers de-facto bribes (e.g. paying for flights to international medical conferences) to promote the use of infant formula in hospitals.

The latest saga in the battle between boycott advocates and Nestlé is in Laos, where, in an open letter [pdf] NGOs accused the company of:

- Public advertising and promotion of breast-milk substitutes.

- Promotion in hospitals and health care facilities of breast-milk substitutes

- Labelling of infant formula shows that they are to be used by infants from birth, thus misleading mothers from exclusive breastfeeding their infants for the first six months of life.

- Labels are not translated into the local language: labels in English and Thai are found throughout the country.

- Even if the labels are translated into Lao language, the marketing approach of Nestle does not give enough public health consideration to the local fact that the poorest and most vulnerable mothers and families are ethnic, and do not speak or read Lao language.

- Nestle representatives actively visit hospitals, especially paediatric wards and nurseries.

- Nestle representatives give different types of incentives to doctors and nurses, such as organizing and funding trips and gifts

- Conducting seminars for health workers in which misinformation is given.

- Conducting promotions of formula milk at pre-schools in which misinformation is given.

- Advertising is promoting unscientific and unsubstantiated claims that formula increases intelligence and enhances immunity. This creates a situation where family income is being spent unnecessarily on formula for infants and young children, keeping households poor.

If true, the actions of Nestlé in Laos show why the international community must take stronger action against corporations exploiting developing countries to enlarge their profit margins — particularly when it comes to health.

http://www.undispatch.com/ngos-in-laos-accuse-nestle-of-deceptive-advertising

8:03 PM | Posted in , | Read More »

Related Posts Plugin for WordPress, Blogger...

Blog Archive

Recently Added