|

ບໍ່ຖູແຂ້ວ ລະວັງໂລກຫົວໃຈຖາມຫາ !



ບໍ່ຖູແຂ້ວ ແລະ ທຳຄວາມສະອາດລີ້ນ, ລະວັງໂລກຫົວໃຈຖາມຫາ 

ຖ້າທ່ານຢາກໃຫ້ລົມ ປາກສະອາດສົດຊື່ນກໍ່ບໍ່ ຄວນເບິ່ງຂ້າມການທຳ ຄວາມສະອາດລີ້ນ ເນື່ອງ ຈາກວ່າລີ້ນຂອງເຮົາມີຜິວທີ່ ບໍ່ກ້ຽວລຽບເປັນຄືຕຸ່ມເປັນ ເສັ້ນຮ່ອງແຕກແຫງ ຖ້າປຽບ ໄປແລ້ວຄືກັບຜ້າພົມໜາໆ ຜືນໜຶິ່ງທີ່ຕຳ່ດ້ວຍເສັ້ນ ໄຍຝ້າຍມີບ່ອນຫລຸບໂນນບໍ່ ສະເໝີກັນ,ດ່ັງນັ້ນ,ລີ້ນຈິ່ງເປັນ ບ່ອນກັກເສດອາຫານຢ່າງດີທີ່ສຸດໃນປາກ ເໝາະທີ່ສຸດ ແກ່ຈຳພວກເຊື້ອພະຍາດທີ່ບໍ່ ຕ້ອງການອົກຊີແຊນໃນການຈະເລີນເຕີບໃຫຍ່ອາໄສຢູ່, ເຊື້ອພະຍາດເຫຼົ່ານີ້ຈະປ່ອຍ ສານພິດອັນຕະລາຍຕໍ່ເຫືອກ ແລະ ແຂ້ວ ແລ້ວຍັງທຳປະຕິ ກິລິຍາກໍ່ໃຫ້ເກີດມີກິ່ນເໝັນ ເນົ່າອອກມາ.

ຈາກການວິໄຈຂອງຕ່າງ ປະເທດພົບວ່າເຊື້ອພະຍາດ ຫລື ແບັດທີເຣຍ ທີ່ມີຜົນຕໍ່ກິ່ນ ປາກສ່ວນຫຼາຍມັກຈະຢູ່ຕາມ ກົກລີ້ນຫຼາຍກ່ວາຢູ່ແຂ້ວ ແລະ ເຫືອກດ່ັງມີຜູ້ທົດລອງປະຕິ ບັດ: ມີແຂ້ວແມງເປັນຮູກໍ່ອັດ ແລ້ວ, ເຫືອກກໍ່ບໍ່ອັກເສບ,ຂູດ ຫີນປູນທຸກໆ 6 ເດືອນຕາມ ທ່ານໝໍນັດ, ຖູແຂ້ວຫລັງອາ ຫານທຸກມື້ ແລະ ເສຍເງິນໄປ ກໍ່ຫຼາຍກັບການຊື້ນຳ້ຢາບ້ວນ ປາກຫຼາກຫຼາຍຊະນິດ, ແຕ່ ກໍ່ຍັງບໍ່ດີຮູ້ສຶກວ່າຍັງມີກິ່ນ ປາກ ແລະ ລົມຫາຍໃຈທີ່ບໍ່ ສະອາດ, ຈິ່ງລອງມາສັງເກດ ເບິ່ງລີ້ນວ່າມີຄາບອາຫານຕິດຢູ່ຫລືບໍ່ ?

ການທຳຄວາມສະອາດລີ້ນ ເປັນສິ່ງຈຳເປັນໃນການຮັກ ສາສຸຂະພາບໃນຊ່ອງປາກ ນອກຈາກການຖູແຂ້ວ ແລະ ໃຊ້ແປງຂົນອ່ອນທຳຄວາມ ສະອາດຕາມຫວ່າງແຂ້ວ, ການທຳຄວາມສະອາດລີ້ນ, ປັດຈຸບັນມີອຸປະກອນທຳ ຄວາມສະອາດລີ້ນທີ່ເຮັດ ດ້ວຍປລາສຕິກເປັນຮູບໂຕຢູ (U) ວິທີໃຊ້: ໃຫ້ແລບລີ້ນ ອອກມາໃຫ້ສຸດໃຊ້ໄມ້ຂູດລີ້ນ ຈາກກົກລີ້ນອອກມາທາງ ປາຍ 3-4 ເທື່ອຈະເຫັນຄາບ ອາຫານຕິດອອກມາເຮັດ ແນວນີ້ເປັນປະຈຳພ້ອມກັນ ກັບຖູແຂ້ວມື້ລະ 2 ເທື່ອ,ຕອນ ເຊົ້າຕື່ນ ແລະ ຫລັງອາຫານ ກ່ອນນອນ.
ການທຳຄວາມສະອາດລີ້ນ ຢ່າງສະໝຳ່ສະເໝີ ນອກຈາກ ຈະຊ່ວຍຫຼຸດແບັດທີເຣຍທີ່ກໍ່ ໃຫ້ເກີດກິ່ນປາກແລ້ວຍັງມີ ຜົນເຮັດໃຫ້ລີ້ນສາມາດຮັບ ລົດຊາດອາຫານໄດ້ດີຂຶ້ນຕື່ມ, ອີງຕາມຂໍ້ມູນໃນວາລະສານ ທັນຕະແພດສະມາຄົມສະຫະ ລັດອາເມລິກາວ່າ ແບັດທີ ເຣຍໃນຊ່ອງປາກມີໂອກາດ ເຮັດໃຫ້ຕິດເຊື້ອ ແລະ ສ່ຽງຕໍ່ ການເປັນໂລກຫົວໃຈໄດ້ ແລະ ສະມາຄົມດັ່ງກ່າວຍັງ ຢືນຢັນວ່າ ພິດທີ່ເກີດຈາກ ແບັດທີເຣຍໃນຊ່ອງປາກມີ ໂອກາດເກີດອັນຕະລາຍຕໍ່ ເຫຍື້ອຫຸ້ມປອດເຊັ່ນກັນ. ສະ ນັ້ນ, ການຖູແຂ້ວມື້ລະສອງ ຄັ້ງພຽງຢ່າງດຽວອາດຈະບໍ່ ພໍໃນການທຳຄວາມສະອາດ ຊ່ອງປາກເພື່ອລົມຫາຍໃຈ ສົດຊື່ນ ສະອາດ ແລະ ມີສຸຂະ ພາບດີ ຄວນທຳຄວາມສະ ອາດລີ້ນໄປຄຽງຄູ່ກັນດ້ວຍ ວິທີໃດກໍ່ໄດ້ຕາມທີ່ທ່ານ ເຊື່ອໝັ້ນ ແລະ ເຄີຍປະຕິ ບັດມາ.

ຕໍ່ກັບບັນຫາການທຳຄວາມ ສະອາດລີ້ນນັ້ນ, ການຖູແຂ້ວ ທີ່ຖືກວິທີກໍ່ສຳຄັນ, ເມື່ອໄວໆ ມານີ້, ນັກວິໄຈໃນອັງກິດກ່າວ ໃນກອງປະຊຸມສະມາຄົມຈຸ ລະຊີວະວິທະຍາວ່າ ແບັດທິ ເຣຍທີ່ຕົກຄ້າງຢູ່ໃນຊ່ອງປາກ ຈະແຊກຊຶມເຂົ້າສູ່ກະແສ ເລືອດຜ່ານທາງບໍລິເວນ ເຫືອກທີ່ເປັນບາດແຜຫາກ ເຊື້ອເຫລົ່ານັ້ນເຂົ້າໄປໃນກະ ແສເລືອດໄດ້ແລ້ວຈະເຮັດໃຫ້ ເລືອດຈັບໂຕເປັນກ້ອນສ່ວນ ແບັດທີເຣຍກໍ່ຊ່ອນໂຕຢູ່ໃນ ກ້ອນເລືອດນັ້ນເພື່ອຫລີກລຽງ ລະບົບພູມຄຸ້ມກັນຂອງຮ່າງ ກາຍເຮົາ ແລະ ລິດການຂ້າ ເຊື້ອຂອງຢາຕ້ານເຊື້ອ. ພ້ອມ ນັ້ນຫາກເລືອດເປັນກ້ອນ ເນື່ອງຈາກເຊື້ອແບັດທີເຣຍກໍ່ຈະສ່ຽງຕໍ່ພາວະເສັ້ນເລືອດ ອັດຕັນ ແລະ ຈະຍິ່ງອັນຕະ ລາຍເພີ່ມຂຶ້ນອີກຖ້າເລືອດໄປ ຈັບຕົວໃຫຍ່ຂຶ້ນບໍລິເວນລີ້ນ ຫົວໃຈຈະເຮັດໃຫ້ເຍື້ອຫຸ້ມ ຫົວໃຈອັກເສບຕິດເຊື້ອຮອດ ຂັ້ນນີ້, ຈະສ່ຽງຕໍ່ການເສຍຊີ ວິດໄດ້, ນັກວິໄຈເຊື່ອວ່າ ຜົນ ຈາກການສຶກສາວິໄຈຂອງ ພວກເຂົາຊີ້ໃຫ້ເຫັນວ່າ ໂລກ ເຫືອກມີຄວາມສຳພັນກັບ ໂລກຫົວໃຈ. ດັ່ງນັ້ນ, ເພື່ອຫຼຸດ ຄວາມສ່ຽງຈາກໂລກຫົວໃຈ ຈິ່ງຄວນເບິ່ງແຍງດູແລສຸຂະ ພາບຊ່ອງປາກໃຫ້ດີ ຖູແຂ້ວ ໃຫ້ສະອາດຕາມທັນຕະແພດ ແນະນຳ ແລະ ບໍ່ຄວນປ່ອຍ ໃຫ້ມີບັນຫາກ່ຽວກັບເຫືອກ ແກ່ຍາວ.



Kongthap

Posted by samakomlao on 10:08 AM. Filed under , . You can follow any responses to this entry through the RSS 2.0. Feel free to leave a response

0 comments for "ບໍ່ຖູແຂ້ວ ລະວັງໂລກຫົວໃຈຖາມຫາ !"

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added