Increase Sperm Count Naturally~You can eat proper food to increase sperm count and improve its motility or boost its production. Some of these foods include-->Vitamin-A-rich foods such as oatmeal, dried apricots, red peppers. Eating broccoli, sweet potatoes, dark green lettuce, dairy products, and spinach are known to increase the vitality of sperms.
>Eat natural food to increase sperm count especially those that are high in protein such as green leafy vegetables, whole grains, and beans.
>You should also eat foods that are high in folic acid such as avocados and dark green fruits.
>You can also take folic acid supplement to increase your sperms health.
>Drink plenty of water and skip on alcohol and coffee.
> Quit smoking and avoid fatty or greasy food.
>To improve the blood flow to your genitals, increase your intake on food that contains essential omega 3 fatty acids. Foods that are high in omega 3 are sardines, crab, flax, salmon, shrimp, chicken, walnuts, arugula, and anchovies.
>You should also eat foods that are rich in vitamins to increase sperm count such as strawberries, citrus fruits, cooked tomatoes, yellow fruits and vegetables, asparagus, snow peas, and other foods that are high in vitamin C and A.
>L-arginine (found in nuts, sesame seeds, eggs, and meat) is also highly regarded as a sperm enhancer.
>antioxidants such as vitamin E and selenium also improve sperm's speed and concentration.
5:13 PM |
Posted in
health,
Healths
|
Read More »
ບໍ່ຖູແຂ້ວ ແລະ ທຳຄວາມສະອາດລີ້ນ, ລະວັງໂລກຫົວໃຈຖາມຫາ ຖ້າທ່ານຢາກໃຫ້ລົມ ປາກສະອາດສົດຊື່ນກໍ່ບໍ່ ຄວນເບິ່ງຂ້າມການທຳ ຄວາມສະອາດລີ້ນ ເນື່ອງ ຈາກວ່າລີ້ນຂອງເຮົາມີຜິວທີ່ ບໍ່ກ້ຽວລຽບເປັນຄືຕຸ່ມເປັນ ເສັ້ນຮ່ອງແຕກແຫງ ຖ້າປຽບ ໄປແລ້ວຄືກັບຜ້າພົມໜາໆ ຜືນໜຶິ່ງທີ່ຕຳ່ດ້ວຍເສັ້ນ ໄຍຝ້າຍມີບ່ອນຫລຸບໂນນບໍ່ ສະເໝີກັນ,ດ່ັງນັ້ນ,ລີ້ນຈິ່ງເປັນ ບ່ອນກັກເສດອາຫານຢ່າງດີທີ່ສຸດໃນປາກ ເໝາະທີ່ສຸດ ແກ່ຈຳພວກເຊື້ອພະຍາດທີ່ບໍ່ ຕ້ອງການອົກຊີແຊນໃນການຈະເລີນເຕີບໃຫຍ່ອາໄສຢູ່, ເຊື້ອພະຍາດເຫຼົ່ານີ້ຈະປ່ອຍ ສານພິດອັນຕະລາຍຕໍ່ເຫືອກ ແລະ ແຂ້ວ ແລ້ວຍັງທຳປະຕິ ກິລິຍາກໍ່ໃຫ້ເກີດມີກິ່ນເໝັນ ເນົ່າອອກມາ.
ຈາກການວິໄຈຂອງຕ່າງ ປະເທດພົບວ່າເຊື້ອພະຍາດ ຫລື ແບັດທີເຣຍ ທີ່ມີຜົນຕໍ່ກິ່ນ ປາກສ່ວນຫຼາຍມັກຈະຢູ່ຕາມ ກົກລີ້ນຫຼາຍກ່ວາຢູ່ແຂ້ວ ແລະ ເຫືອກດ່ັງມີຜູ້ທົດລອງປະຕິ ບັດ: ມີແຂ້ວແມງເປັນຮູກໍ່ອັດ ແລ້ວ, ເຫືອກກໍ່ບໍ່ອັກເສບ,ຂູດ ຫີນປູນທຸກໆ 6 ເດືອນຕາມ ທ່ານໝໍນັດ, ຖູແຂ້ວຫລັງອາ ຫານທຸກມື້ ແລະ ເສຍເງິນໄປ ກໍ່ຫຼາຍກັບການຊື້ນຳ້ຢາບ້ວນ ປາກຫຼາກຫຼາຍຊະນິດ, ແຕ່ ກໍ່ຍັງບໍ່ດີຮູ້ສຶກວ່າຍັງມີກິ່ນ ປາກ ແລະ ລົມຫາຍໃຈທີ່ບໍ່ ສະອາດ, ຈິ່ງລອງມາສັງເກດ ເບິ່ງລີ້ນວ່າມີຄາບອາຫານຕິດຢູ່ຫລືບໍ່ ?
ການທຳຄວາມສະອາດລີ້ນ ເປັນສິ່ງຈຳເປັນໃນການຮັກ ສາສຸຂະພາບໃນຊ່ອງປາກ ນອກຈາກການຖູແຂ້ວ ແລະ ໃຊ້ແປງຂົນອ່ອນທຳຄວາມ ສະອາດຕາມຫວ່າງແຂ້ວ, ການທຳຄວາມສະອາດລີ້ນ, ປັດຈຸບັນມີອຸປະກອນທຳ ຄວາມສະອາດລີ້ນທີ່ເຮັດ ດ້ວຍປລາສຕິກເປັນຮູບໂຕຢູ (U) ວິທີໃຊ້: ໃຫ້ແລບລີ້ນ ອອກມາໃຫ້ສຸດໃຊ້ໄມ້ຂູດລີ້ນ ຈາກກົກລີ້ນອອກມາທາງ ປາຍ 3-4 ເທື່ອຈະເຫັນຄາບ ອາຫານຕິດອອກມາເຮັດ ແນວນີ້ເປັນປະຈຳພ້ອມກັນ ກັບຖູແຂ້ວມື້ລະ 2 ເທື່ອ,ຕອນ ເຊົ້າຕື່ນ ແລະ ຫລັງອາຫານ ກ່ອນນອນ.
ການທຳຄວາມສະອາດລີ້ນ ຢ່າງສະໝຳ່ສະເໝີ ນອກຈາກ ຈະຊ່ວຍຫຼຸດແບັດທີເຣຍທີ່ກໍ່ ໃຫ້ເກີດກິ່ນປາກແລ້ວຍັງມີ ຜົນເຮັດໃຫ້ລີ້ນສາມາດຮັບ ລົດຊາດອາຫານໄດ້ດີຂຶ້ນຕື່ມ, ອີງຕາມຂໍ້ມູນໃນວາລະສານ ທັນຕະແພດສະມາຄົມສະຫະ ລັດອາເມລິກາວ່າ ແບັດທີ ເຣຍໃນຊ່ອງປາກມີໂອກາດ ເຮັດໃຫ້ຕິດເຊື້ອ ແລະ ສ່ຽງຕໍ່ ການເປັນໂລກຫົວໃຈໄດ້ ແລະ ສະມາຄົມດັ່ງກ່າວຍັງ ຢືນຢັນວ່າ ພິດທີ່ເກີດຈາກ ແບັດທີເຣຍໃນຊ່ອງປາກມີ ໂອກາດເກີດອັນຕະລາຍຕໍ່ ເຫຍື້ອຫຸ້ມປອດເຊັ່ນກັນ. ສະ ນັ້ນ, ການຖູແຂ້ວມື້ລະສອງ ຄັ້ງພຽງຢ່າງດຽວອາດຈະບໍ່ ພໍໃນການທຳຄວາມສະອາດ ຊ່ອງປາກເພື່ອລົມຫາຍໃຈ ສົດຊື່ນ ສະອາດ ແລະ ມີສຸຂະ ພາບດີ ຄວນທຳຄວາມສະ ອາດລີ້ນໄປຄຽງຄູ່ກັນດ້ວຍ ວິທີໃດກໍ່ໄດ້ຕາມທີ່ທ່ານ ເຊື່ອໝັ້ນ ແລະ ເຄີຍປະຕິ ບັດມາ.
ຕໍ່ກັບບັນຫາການທຳຄວາມ ສະອາດລີ້ນນັ້ນ, ການຖູແຂ້ວ ທີ່ຖືກວິທີກໍ່ສຳຄັນ, ເມື່ອໄວໆ ມານີ້, ນັກວິໄຈໃນອັງກິດກ່າວ ໃນກອງປະຊຸມສະມາຄົມຈຸ ລະຊີວະວິທະຍາວ່າ ແບັດທິ ເຣຍທີ່ຕົກຄ້າງຢູ່ໃນຊ່ອງປາກ ຈະແຊກຊຶມເຂົ້າສູ່ກະແສ ເລືອດຜ່ານທາງບໍລິເວນ ເຫືອກທີ່ເປັນບາດແຜຫາກ ເຊື້ອເຫລົ່ານັ້ນເຂົ້າໄປໃນກະ ແສເລືອດໄດ້ແລ້ວຈະເຮັດໃຫ້ ເລືອດຈັບໂຕເປັນກ້ອນສ່ວນ ແບັດທີເຣຍກໍ່ຊ່ອນໂຕຢູ່ໃນ ກ້ອນເລືອດນັ້ນເພື່ອຫລີກລຽງ ລະບົບພູມຄຸ້ມກັນຂອງຮ່າງ ກາຍເຮົາ ແລະ ລິດການຂ້າ ເຊື້ອຂອງຢາຕ້ານເຊື້ອ. ພ້ອມ ນັ້ນຫາກເລືອດເປັນກ້ອນ ເນື່ອງຈາກເຊື້ອແບັດທີເຣຍກໍ່ຈະສ່ຽງຕໍ່ພາວະເສັ້ນເລືອດ ອັດຕັນ ແລະ ຈະຍິ່ງອັນຕະ ລາຍເພີ່ມຂຶ້ນອີກຖ້າເລືອດໄປ ຈັບຕົວໃຫຍ່ຂຶ້ນບໍລິເວນລີ້ນ ຫົວໃຈຈະເຮັດໃຫ້ເຍື້ອຫຸ້ມ ຫົວໃຈອັກເສບຕິດເຊື້ອຮອດ ຂັ້ນນີ້, ຈະສ່ຽງຕໍ່ການເສຍຊີ ວິດໄດ້, ນັກວິໄຈເຊື່ອວ່າ ຜົນ ຈາກການສຶກສາວິໄຈຂອງ ພວກເຂົາຊີ້ໃຫ້ເຫັນວ່າ ໂລກ ເຫືອກມີຄວາມສຳພັນກັບ ໂລກຫົວໃຈ. ດັ່ງນັ້ນ, ເພື່ອຫຼຸດ ຄວາມສ່ຽງຈາກໂລກຫົວໃຈ ຈິ່ງຄວນເບິ່ງແຍງດູແລສຸຂະ ພາບຊ່ອງປາກໃຫ້ດີ ຖູແຂ້ວ ໃຫ້ສະອາດຕາມທັນຕະແພດ ແນະນຳ ແລະ ບໍ່ຄວນປ່ອຍ ໃຫ້ມີບັນຫາກ່ຽວກັບເຫືອກ ແກ່ຍາວ.
Kongthap
10:08 AM |
Posted in
health,
Healths
|
Read More »
ຮູ້ ຫລື ບໍວ່າ ແຈ່ວນໍ້າປາ ນອກຈາກບໍ່ໄດ້ຈັດໃຫ້ຢູ່ໃນຊຸດອາຫານເພື່ອສຸຂະພາບສໍາລັບຜູ້ສູງອາຍຸແລ້ວ ຍັງອາດເປັນອັນຕະລາຍຕໍ່ຜູ້ສູງອາຍຸໄດ້ໂດຍບໍ່ຮູ້ຕົວ.ອົງການອະນາໄມໂລກ ໃຫ້ກິນອາຫານທີ່ມີໂຊດຽມໄດ້ບໍ່ໃຫ້ເກີນວັນລະ 1.400 ມິລິກຼາມ ຊຶ່ງອາຫານລາວສ່ວນໃຫຍ່ຈະເປັນອາຫານລົດເພັດ ແລະ ມີໂຊດຽມເກີນກວ່າມາດຕະຖານທີ່ກໍານົດ ແລະ ໂຊດຽມທີ່ໃກ້ຕົວທີ່ສຸດ ແລະ ຄົນມັກເບິ່ງຂ້າມຄືແຈ່ວນໍ້າປາ ທີ່ອາດຈະເປັນສ່ວນຫນຶ່ງຂອງວັດທະນະທໍາການຮັບປະທານອາຫານຂອງຄົນລາວແລ້ວ.
ຢ່າງໃດກໍຕາມ ການກິນອາຫານລົດເຄັມຫລາຍ ແລະ ກິນເລື້ອຍໆ ຈະມີຄວາມສ່ຽງຕໍ່ການເປັນພະຍາດຄວາມດັນເລືອດສູງ, ຫລອດເລືອດສະຫມອງແຕກ, ພະຍາດຫົວໃຈ ລວມທັງພະຍາດກະດູກຜ່ອຍ ຊຶ່ງຜູ້ທີ່ເປັນໂລກດັ່ງກ່າວຢູ່ແລ້ວ ຈະຕ້ອງລະມັດລະວັງອາຫານທີ່ມີໂຊດຽມສູງ ເພາະຈະເຮັດໃຫ້ເກີດພາວະແຊກຊ້ອນໃນໂລກທີ່ເປັນຢູ່ ເນື່ອງຈາກໂລກດັ່ງກ່າວນີ້ຄືກັບໄພງຽບທີ່ບໍ່ບົ່ງບອກອາການໃຫ້ຜູ້ປ່ວຍຮັບຮູ້.
ຄົນທີ່ເປັນກໍ່ຈະບໍ່ຮູ້ສຶກວ່າເປັນຫຍັງ ແຕ່ເມື່ອເປັນຄວາມດັນສູງຢູ່ເລື້ອຍໆ ເມື່ອອາຍຸຫລາຍຂຶ້ນ ຄວາມສົມດຸນຂອງເສັ້ນເລືອດຫນ້ອຍລົງ, ເສັ້ນເລືອດຈະແຂງ ແລະ ບອບບາງ ເມື່ອມີຄວາມດັນສູງເລື້ອຍໆ ບໍ່ສາມາດຄວມຄຸມໄດ້ແລ້ວເກີດເສັ້ນເລືອດແຕກຕາມຈຸດສໍາຄັນຕ່າງໆ ກໍຈະເຮັດໃຫ້ເປັນອຳມະພາດ, ອຳມະພຶກ ກາຍເປັນຄົນພິການ ແລະ ຮ້າຍແຮງທີ່ສຸດຄືເປັນອັນຕະລາຍເຖິງແກ່ຊີວິດໄດ້.
ສະນັ້ນແລ້ວ ຄົນໄວຫນຸ່ມສາວທີ່ຍັງແຂງແຮງ ກໍຕ້ອງລະມັດລະວັງ ແລະ ຄວບຄຸມການຮັບປະທານອາຫານລົດເຄັມ ເພື່ອເປັນການປ້ອງກັນ ແລະ ບໍ່ໃຫ້ເກີດການສະສົມໂຊດຽມໄວ້ໃນຮ່າງກາຍຫລາຍເກີນໄປ ຄວນເລືອກໃຊ້ເກືອ ແລະ ນໍ້າປາທີ່ມີໂຊດຽມຕໍ່າ ຈະບໍ່ເປັນອັນຕະລາຍຕໍ່ສຸຂະພາບ.
9:48 PM |
Posted in
health,
Healths
|
Read More »
ໃນທຸກໆມື້ຮ່າງກາຍຈະ ຕ້ອງສູນເສຍນ້ຳຜ່ານທາງ ການຫາຍໃຈ ແລະ ຂັບຖ່າຍ ຈ່ິງເປັນສ່ິງຈຳເປັນຫລາຍທີ່ ສຸດຈະຕ້ອງຮັບນ້ຳເຂົ້າໄປ ເພື່ອທົດແທນສ່ວນທີ່ເສຍໄປ ແລະ ໂດຍປົກກະຕິເຮົາຈະ ເສຍນ້ຳຈາກການຖ່າຍເບົາ ສະເລ່ຍມື້ລະປະມານ 1,5 ລິດ ແລະ ອີກເກືອບ 1 ລິດ ສຳລັບການຫາຍໃຈ ແລະ ເຫື່ອ. ຖ້າສາວໆດື່ມນ້ຳໄດ້ມື້ ລະ 2 ລິດ (ປະມານ 8 ຈອກ)ກໍ່ຈະຊ່ວຍທົດແທນ ການສູນເສຍນ້ຳໃນສ່ວນນີ້ໄດ້ ແຕ່ສຳລັບນ້ຳທີ່ຄວນດື່ມໃຫ້ ໄດ້ພາຍໃນ 1 ມື້ຶ້ເພື່ອສຸຂະ ພາບທີ່ດີຂອງຕົວເຮົາເອງ ແລ້ວຖ້າເປັນຫນຸ່ມໆຄວນດື່ມ ໃຫ້ໄດ້ມື້ລະ 3 ລິດ ( ປະມານ 13 ຈອກ ), ສ່ວນສາວໆຄວນ ດື່ມມື້ລະ 2,2 ລິດ ( ປະມານ 9 ຈອກ ).ສຳລັບສາວໆທີ່ມັກຫລີ້ນ ກີລາຈະຕ້ອງດື່ມນ້ຳໃນປະລິມານທີ່ຫຼາຍກ່ວາຄົນປົກກະຕິ ທັງນີ້ກໍ່ຂຶ້ນຢູ່ກັບຊະນິດຂອງ ກິດຈະກຳທີ່ເຮັດ, ຖ້າອອກ ກຳລັງກາຍໃນໄລຍະສັ້ນກໍ່ ຄວນຈະດື່ມນ້ຳເພີ່ມເຂົ້າໄປ ຄັ້ງລະ 1-2 ຈອກຫຼັງຈາກ ອອກກຳລັງກາຍແລ້ວ ແຕ່ຖ້າ ເປັນໄລຍະເວລາຍາວໆກໍ່ເພີ່ມ ຂຶ້ນອີກຈັກ 2-3 ຈອກກໍ່ຈະ ພຽງພໍແລ້ວ.
ປະໂຫຍດດື່ມນ້ຳຕອນໃດ ດີທີ່ສຸດ:
- ຕື່ນນອນຕອນເຊົ້າ 1 ຈອກ ( 400 ຊີຊີ ) ເພາະເປັນ ໄລຍະທີ່ມີຄວາມເຂັ້ມຂຸ້ນ ຂອງເລືອດສູງ, ເລືອດຈະມີ ລັກສະນະຂາດນ້ຳ.
- ຕອນສວຍ 2 ຈອກ ( ເວ ລາປະມານ 9 ໂມງຫາ 10 ໂມງເຊົ້າ ) ໄລຍະນີ້ເປັນໄລ ຍະທີ່ມີຂອງເສຍເກີດຂຶ້ນ ເພາະຮ່າງກາຍໄດ້ເຮັດວຽກ ໄປໄລຍະຫນ່ຶງແລ້ວ ສະນັ້ນ ຈ່ິງຄວນດື່ມນ້ຳເພື່ອມາຊຳລະຂອງເສຍເຫລ່ົານັ້ນອອກໄປ.
- ຕອນບ່າຍໆ 3 ຈອກ (ເວລາປະມານ 1 ໂມງຫາ 2 ໂມງ ).
- ຕອນແລງ 3 ຈອກ ( ເວ ລາປະມານ 7 ຫາ 8 ໂມງ ).
- ກ່ອນນອນໃຫ້ດື່ມນ້ຳອີກ 1 ຈອກເພື່ອໃຫ້ນ້ຳທີ່ດື່ມໄຫລ ວຽນຊະລ້າງສ່ິງທີ່ຕົກຄ້າງໃນລຳໄສ້ ແລະ ກະເພາະອາ ຫານ ແຕ່ຖ້າເປັນນ້ຳອຸ່ນແລ້ວ ຍ່ິງເປັນການດີ ເພາະຈະຊ່ວຍ ໃຫ້ຫລັບສະບາຍຍິ່ງຂຶ້ນ.
9:46 PM |
Posted in
health,
Healths
|
Read More »

ການເຮັດຄວາມສະອາດຜິວຫນ້າຂັ້ນຕອນສຳຄັນທີ່ບໍ່ຄວນເບິ່ງຂ້າມຄືການເລືອກໃຊ້ຜະລິດຕະພັນລ້າງຫນ້າທີ່ເຫມາະສົມກັບສະພາບຜິວ ຕົວເອງ ໂດຍສາມາດກວດສອບລັກສະນະຜິວຂອງທ່ານໄດ້ຕາມສູນຄວາມງາມທົ່ວໄປ.
ຜິວມັນ: ເປັນຜິວທີ່ມີນ້ຳມັນເຄືອບຜິວຫລາຍບໍລິເວນໃບຫນ້າ ເຮັດໃຫ້ເກີດສິວງ່າຍ, ຮູຂຸມຂົນໃຫຍ່ຈົນເຫັນໄດ້ຊັດຄວນໃຊ້ຜະລິດຕະພັນເຮັດຄວາມສະອາດຜິວທີ່ເຮັດ ໃຫ້ຜິວຫນ້າແຫ້ງລົງເປັນຕົ້ນວ່າສະບູ ຫລື ໂຟມລ້າງຫນ້າຈະດີກວ່າຈຳພວກທີ່ເປັນເຈວໃສ ຫລື ນ້ຳລ້າໆ, ຫລັງຈາກລ້າງຫນ້າແລ້ວຄວນເຊັດຄວາມສະອາດດ້ວຍ Oil control ຫລື Toner (ຊອກຊື້ຕາມຮ້ານຂາຍຜະລິດຕະພັນຄວາມງາມທົ່ວໄປ) ຈະເຮັດໃຫ້ຜິວຫນ້າສະອາດກ້ຽງດີຍິ່ງຂຶ້ນ.
ຜິວປະສົມ: ເປັນຜິວທີ່ມີນ້ຳມັນເຄືອບຫລາຍບໍລິເວນຫນ້າຜາກ, ດັງ ແລະ ຄາງ ແຕ່ບໍລິເວນແກ້ມກັບແຫ້ງຕຶງ, ຮູຂຸມຂົນກວ້າງແຕ່ເບິ່ງບໍ່ເຫັນຫລາຍປານໃດຄວນເລືອກ ໃຊ້ຜະລິດ ຕະພັນເຮັດຄວາມສະອາດຜິວແບບທີ່ບໍ່ຫລຸດຄວາມມັນຫລາຍເກີນໄປເຊັ່ນ: ແບບເຈວໃສ ຫລັງຈາກລ້າງຫນ້າແລ້ວຄວນເຊັດດ້ວຍ Oil control ຫລື Toner ບໍລິເວນຫນ້າຜາກ, ດັງ ແລະ ຄາງຈະໄດ້ຫລຸດຄວາມມັນລົງ.
ຜິວທຳມະດາ: ເປັນຜິວທີ່ມີ ນ້ຳມັນເຄືອບຜິວໃນປະລິມານທີ່ບໍ່ຫລາຍຮູຂຸມຂົນນ້ອຍຄວນເລືອກໃຊ້ຜະລິດຕະພັນເຮັດຄວາມສະອາດແບບອ່ອນເຊັ່ນ: ເຈວໃສຫລັງຈາກ ລ້າງຫນ້າແລ້ວໃຫ້ໃຊ້ Lotion ເຊັດຜິວໃນບາງເວລາ.
ຜິວແຫ້ງ: ເປັນຜິວທີ່ຂາດນ້ຳມັນເຄືອບຜິວບາງຄົນອາດມີຜິວຫນ້າລອກອອກກໍ່ມີຮູຂຸມຂົນນ້ອຍ ແລະ ເປັນຜິວທີ່ມັກແພ້ງ່າຍ (ຄວນລະວັງໃນການໃຊ້ເຄື່ອງສຳອາງ ຫລື ຜະລິດຕະພັນ ຕ່າງໆ), ຄວນຫລີກເວັ້ນການໃຊ້ຜະລິດຕະພັນເຮັດຄວາມສະອາດຜິວ ຫລື Lotion ໂດຍບໍ່ຈຳ ເປັນຄວນໃຊ້ແຕ່ນ້ຳທຳມະດາລ້າງຫນ້າກໍ່ພໍ.
ຖ້າໃຜທີ່ຢາກຮູ້ວ່າຕົວເອງມີ ຜິວຫນ້າແບບໃດກໍ່ສາມາດໄປກວດທີ່ສູນຄວາມງາມທີ່ມີເຄື່ອງມືອຸປະກອນກວດກໍ່ໄປຮັບຄຳປຶກສາຜູ້ຊ່ຽວຊານໄດ້ ເມື່ອທ່ານຮູ້ວ່າຕົວເອງມີ ຜິວແບບໃດແລ້ວ ຈິ່ງເປັນເລື່ອງງ່າຍໃນການ ເລືອກໃຊ້ຜະລິດຕະພັນເຮັດຄວາມສະອາດທີ່ຖືກກັບສະພາບຜິວຖ້າເຮັດຄວາມສະອາດຖືກວິທີຈະເຮັດໃຫ້ທ່ານມີໃບຫນ້າທີ່ ກ້ຽງ, ຂາວໃສ ແລະ ນຸ່ມນວນຍິ່ງຂຶ້ນ ເຊິ່ງເປັນຈຸດເດັ່ນທີ່ເຮັດໃຫ້ສາວໆຫລາຍຄົນປາຖະຫນາຢາກໄດ້ຄົນຮັກແບບນີ້.
Ecom
10:22 PM |
Posted in
health,
Healths
|
Read More »