ຍໍ້າອາຫານ 40 ເທື່ອ ຊ່ວຍຫລຸດນໍ້າຫນັກໄດ້ !!!

ນັກວິໄຈເຜີຍວ່າ ການທົດລອງແມ່ນແບ່ງອອກເປັນ 2 ເທື່ອຄືເທື່ອທີ1 ແມ່ນຈະສັງເກດການຫຍ້ຳຂອງຄົນຕຸ້ຍກັບຄົນຈ່ອຍວ່າແຕກຕ່າງກັນ ຫລື ບໍ່ພົບວ່າເຖິງແມ່ນຄົນຕຸ້ຍຈະຫຍ້ຳອາ ຫານດ້ວຍຄວາມໄວເທົ່າກັບຄົນຈ່ອຍ ແຕ່ຄົນຕຸ້ຍຈະກືນອາຫານໄວກວ່າຄົນຈ່ອຍ, ເທື່ອທີ2 ໃຫ້ອາສາສະຫມັກຫຍ້ຳອາຫານ 15 ເທື່ອກ່ອນກືນແລ້ວນຳມາປຽບທຽບກັບການຫຍ້ຳ 40 ເທື່ອ ກ່ອນກືນພົບວ່າ: ອາສາສະຫມັກ 2 ກຸ່ມໄດ້ຮັບແຄລໍຣີຫນ້ອຍລົງ 11,9% ເມື່ອຫຍ້ຳ 4 ເທື່ອ. ສ່ວນຜົນການກວດເລືອດ 90 ນາທີ ຫລັງຮັບປະທານອາຫານພົບວ່າອາສາສະຫມັກທຸກຄົນມີລະດັບຮໍໂມນເກຣລິນໃນຮ່າງ ກາຍເມື່ອຫຍ້ຳ 40 ເທື່ອ ຫນ້ອຍກວ່າການຫຍ້ຳອາຫານ 15 ເທື່ອ.
ນັກວິໄຈລະບຸໃນຂໍ້ມູນຄົ້ນພົບ ທີ່ຕີພິມໃນວາລະສານ American Journal of Clinical Nutrition ວ່າການຮັບປະທານຊ້າລົງເປັນວິທີງ່າຍ ແລະ ມີປະສິດທິພາບໃນການຫລຸດນ້ຳ ຫນັກໄດ້, ນອກຈາກນີ້ ການຮັບປະທານໄວຮັບປະທານເທື່ອຫນຶ່ງໃນປະລິມານຫລາຍໆ ຫລື ດື່ມຫນັກຕ່າງມີຜົນຊ່ວຍໃຫ້ນ້ຳຫນັກເກີນໄດ້ ເຊິ່ງງານວິໄຈຊີ້ວ່າ ອາສາສະຫມັກທີ່ມີນ້ຳຫນັກ ຫລາຍມັກຫຍ້ຳອາຫານຫນ້ອຍເທື່ອ ແລະ ຈະກືນອາຫານໄວກວ່າຄົນທີ່ມີຮູບຮ່າງຈ່ອຍ.
ຂະນະທີ່ຜົນສຳຫລວດຂອງປະຊາຊົນອັງກິດ 1.000 ຄົນ ໂດຍທຸລະກິດຮ້ານຂາຍແຊນວີຊຊັບເວຍ໌ພົບວ່າ: ຄົນອັງກິດໂດຍສະເລ່ຍຫຍ້ຳອາຫານພຽງ 6 ເທື່ອກໍ່ກືນອາຫານແລ້ວໂດຍສະເພາະກຸ່ມຄົນທີ່ມີອາຍຸລະຫວ່າງ 25-34 ປີ ເປັນກຸ່ມທີ່ຮັບປະທານ ໄວທີ່ສຸດ ແລະ ຍັງພົບວ່າ: ຜູ້ຕອບໃບສຳຫລວດ 15% ມັກຮັບປະທານອາຫານພ້ອມກັບຍ່າງໄປນຳ ແລະ ມີພຽງຈຳນວນ ເຄິ່ງດຽວເທົ່ານັ້ນທີ່ນັ່ງຮັບປະທານອາຫານເທິງໂຕະເປັນປະຈຳ.