|

ຄວາມຮັກເຮັດໃຫ້ອາຍຸຍືນເປັນຄົນດີກວ່າເກົ່າ

ທຸກມື້ນີ້ ຖ້າແນມໄປອ້ອມໆ ຕົວຈະເຫັນວ່າມີສິ່ງນ້ອຍໆທີ່ ເອີ້ນວ່າ “ຄວາມຮັກ” ຫມູນວຽນ ຢູ່ຕະຫລອດເວລາ ແລະ ທີ່ສຳຄັນ ເຄີຍສັງເກດກັນບໍ່ວ່າເວທີທີ່ຄົນມີຄວາມຮັກຈະເຫັນວ່າ ຄົນໆນັ້ນ ຈະຄ່ອຍໆປ່ຽນຕົນເອງກາຍໄປເປັນອີກຄົນຫນຶ່ງທີ່ດີກວ່າເກົ່າ ຈາກທີ່ເຄີຍບໍ່ສົນໃຈໃຜກໍ່ເລີ່ມຫັນ ມາໃສ່ໃຈສິ່ງອ້ອມຂ້າງກາຍຈາກທີ່ເຄີຍເປັນຄົນເວົ້າບໍ່ມ່ວນກໍ່ກາຍເປັນຄົນທີ່ເວົ້າ ມ່ວນຂຶ້ນມາທັນທີ ແລະ ກໍ່ຍັງມີສິ່ງປ່ຽນແປງອື່ນໆນຳ ເຊິ່ງທັງຫມົດນັ້ນເປັນຍ້ອນຄວາມຮັກທີ່ສາມາດປ່ຽນແປງຊີ ວິດຄົນໄດ້.

ເຮັດໃຫ້ມີພະລັງ: ຕອນທີ່ມີຄວາມຮັກທີ່ດີທ່ານຈະຮູ້ສຶກມີ ຄວາມສຸກຫລາຍເກີດເປັນແຮງຍູ້ສາມາດເຮັດໃຫ້ທ່ານເຮັດສິ່ງໃດກໍ່ໄດ້ ແລະ ສາມາດເຮັດໄດ້ທຸກຢ່າງ ເພື່ອຄົນຮັກ ໂດຍທີ່ທ່ານກັບ ບໍ່ຮູ້ສຶກວ່າເມື່ອຍກົງກັນ ຂ້າມກັບຮູ້ສຶກມີຄວາມສຸກໃຈ ເພີ່ມຍິ່ງຂຶ້ນ.

ເຮັດໃຫ້ສະຫງົບໄດ້: ລອງ ຈິນຕະນາການເບິ່ງວ່າ ຫລັງຈາກທີ່ທ່ານໄປເຮັດວຽກຕະຫລອດ ມື້ຮ່າງກາຍກຳລັງອ່ອນເພຍຢູ່ຫັ້ນ ເມື່ອກັບເມືອເຮືອນແລ້ວຄົນຮັກແລ່ນມາກອດກ່ໍເຮັດໃຫ້ທ່ານຮູ້ ສຶກດີ ແລະ ຄວາມອິດເມື່ອຍທີ່ມີກໍ່ຈາງຫາຍໄປບໍ່ວ່າຕະຫລອດ ມື້ທ່ານຈະພົບກັບບັນຫາຫນັກພຽງໃດກໍ່ຕາມ ພຽງອ້ອມກອດ ຈາກຄົນຮັກກໍ່ເອົາຊະນະທຸກຢ່າງໄດ້ເຮັດໃຫ້ຈິດໃຈທ່ານທີ່ຮ້ອນ ຢູ່ນັ້ນກັບເຢັນລົງທັນທີ.

ເປັນຄົນດີກວ່າເກົ່າ: ຖ້າທ່ານ ເປັນຄົນທີ່ມີຄວາມຮັກມັນຈະເຮັດໃຫ້ທ່ານຢາກແບ່ງປັນສິ່ງດີໆເຫລົ່ານັ້ນແກ່ຄົນອື່ນ ເຊິ່ງ ສິ່ງນັ້ນ ຈະສະແດງອອກໂດຍຜ່ານພຶດຕິກຳເຖິງແມ່ນວ່າບາງເທື່ອພວກ ເຂົາ ອາດເຮັດສິ່ງບໍ່ດີກັບທ່ານ ແຕ່ທ່ານຈະບ່ໍຕອບໂຕ້ດ້ວຍຄຳເວົ້າທີ່ບໍ່ສຸພາບແຕ່ທ່ານຈະໃຊ້ຄວາມຄິດ ແລະ ນຳເຫດຜົນທາງບວກມາໃຊ້ກັບຕົນເອງສະເຫມີວ່າທີ່ພວກເຂົາເຮັດແບບ ນັ້ນຕ້ອງມີເຫດຜົນ ບາງຢ່າງ, ຖ້າທ່ານມີຄວາມຮັກສິ່ງດີໆທີ່ຈະໄດ້ຮັບແມ່ນມີຫລາຍໆແບບຄາດບໍ່ເຖິງ ຕາບໃດທີ່ຍັງມີຄວມຮັກຢູ່.

ເຮັດໃຫ້ອາຍຸຍືນ: ຖ້າທ່ານມີ ຄວາມຮັກຈະເຮັດໃຫ້ທ່ານຮູ້ຈັກໃສ່ໃຈເບິ່ງແຍງຕົນເອງຫລາຍ ຂຶ້ນ ເພື່ອທີ່ຈະເປັນຄົນຮັກທີ່ດີທີ່ ສຸດໃຫ້ກັບຄົນໆນັ້ນເຮັດໃຫ້ທ່ານ ຢາກອອກກຳລັງກາຍ, ຮັບປະທານ ອາຫານແຕ່ສິ່ງທີ່ເປັນປະໂຫຍດ, ພະຍາຍາມເບິ່ງແຍງຕົນເອງບໍ່ໃຫ້ເຈັບປ່ວຍ, ເຮັດໃຫ້ທ່ານລະມັດລະວັງຫລາຍຂຶ້ນຈິ່ງອາດ ເວົ້າໄດ້ວ່າ ຄວາມຮັກທີ່ດີມີພະລັງທີ່ສົ່ງຜົນຕໍ່ສະພາບຮ່າງກາຍຂອງຄົນ ເຮົາໄດ້ເຊັ່ນດຽວກັນເພາະມັນຈະເຮັດໃຫ້ເຮົາຢາກມີຊີວິດທີ່ດີເພື່ອຄົນໆນັ້ນຄົນທີ່ທ່ານຮັກພ້ອມຈະເບິ່ງແຍງຕະຫລອດຊີວິດ
.

Ecom

Posted by samakomlao on 9:14 AM. Filed under , . You can follow any responses to this entry through the RSS 2.0. Feel free to leave a response

3 comments for "ຄວາມຮັກເຮັດໃຫ້ອາຍຸຍືນເປັນຄົນດີກວ່າເກົ່າ"

  1. ☼. ແມ່ນເຫັນດີນໍາ. ນອກຈາກຄວາມຮັກແບບ່າວສາວແລ້ວ ຄວາມຮັກ ອຶ່ນໆ ສາມາດທໍາໃຫ້ມະນຸສມີຍາຍຸຍືນຍາວໃດ້.

    ຕົວຢ່າງ: (ກ). ຮັກອີ່ລູງໂຮ້
    (ຂ). ຮັກອີ່ລູງພາ,
    (ຄ). ຮັກອີ່ລູງ

    ☼.ກົງກັນຂ້າມ ໃນຄະນະດຽວກັນນັ້ນຕາມຫັລກການ Psychology ຄວາມຊັງ ອາດສາມາດ ທໍາໃຫ້ທໍາໃຫ້ມະນຸສ ມີຍາຍຸຍືືນຍາວໃດ້ເຊັ່ນກັນ.

    ຕົວຢ່າງ: ຫາກບຸກຄົນໃດ ສາມາດ ເອົາຂີ້ໄປທາ ຫຼື ແກ່ງໄສ່ ບຸກຄົນທັງສາມ ຂ້າງເທີງ
    ນັ້ນ ບຸກຄົນຜູ້ນັ້ນ ອາດຈະຮູ້ສຶກມີຄວາມສຸກ.ທ່ານຄຶດແນວໃດ?

  2. Anonymous

    ດີຫລາຍ

  3. Anonymous

    ຈົ່ງອ່ານຂ້າງລຸ່ມນີ້…ເປັນສຳນຽງເພື່ອນບ້ານ
    ອົງຫວຽດ:

    “ຄວາມຮັກຂອງອ້າຍຊິນຸນແນງ(ຮຸນແຮງ)
    ອີ່ແຮ້ງນອນຕາຍ…ໝາເສີ່ນບິນບົນ
    ຍາມເດິກໆຜູ້ສາວນອນໜັບແນ້ວ(ນອນຫລັບແລ້ວ)
    ມືຄຳເບິ່ງຍັງອຸ່ນໆ…ບັກຂໍ້ຫລໍ້…ເຍາະສ້ວງຈັ່ງຕື່ນ”

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added