ໃຊ້ໂທລະສັບມືຖືຫລາຍ ສ່ຽງເປັນເນື້ອງອກໃນສະຫມອງ !
ເມື່ອເດືອນກໍລະກົດຜ່ານມາ, ຫນ່ວຍງານວິໄຈດ້ານມະເຮັງຂອງອົງການອະນາໄມໂລກ IARC ຫລື International Agency for Research on Cancer ໄດ້ເຜີຍແຜ່ຂໍ້ມູນທາງ ວິຊາການທີ່ວ່າ ຄື້ນແມ່ເຫລັກໄຟຟ້າຈາກໂທລະສັບມືຖືເປັນປັດໄຈກໍ່ໃຫ້ເກີດມະເຮັງປະເພດ 2B.
ງານວິໄຈລະບຸວ່າ: ການໃຊ້ຫູແນບຕິດກັບໂທລະສັບມືຖືໂດຍກົງນັ້ນ ຈະເຮັດໃຫ້ຜູ້ໃຊ້ໄດ້ຮັບພະລັງງານຈາກຄື້ນແມ່ເຫລັກໄຟຟ້າຫລາຍກວ່າການໃຊ້ອຸປະກອນສາຍຟັງຫູ (ແຮນຟຣີລະ ບົບບລູທູດ) ເຖິງ 100 ເທົ່າ ໂດຍສະເພາະໂທລະສັບ GSM ຈະປ່ອຍພະລັງງານຫລາຍກວ່າ ເຄື່ອງໂທລະສັບ 3G ຫລາຍກວ່າ ເຖິງ 100 ເທົ່າເຊັ່ນດຽວກັນ.
ການເກີດມະເຮັງໃນສະຫມອງ ຍັງຂຶ້ນຢູ່ກັບປັດໄຈການດູດຊັບພະລັງງານທີ່ສະຫມອງຂອງແຕ່ລະບຸກຄົນນຳ ໂດຍສະຫມອງຂອງເດັກມີໂອກາດທີ່ຈະໄດ້ຮັບຄື້ນແມ່ເຫລັກຫລາຍກວ່າ ຜູ້ໃຫຍ່ 2 ເທົ່າ ແລະ ໄຂກະດູກກະໂຫລກຫົວຂອງເດັກຈະໄດ້ຮັບຄື້ນແມ່ນເຫລັກຫລາຍກວ່າຜູ້ໃຫຍ່ 10 ເທົ່າ ແລະ ປະລິມານການດູດຊັບຍັງຂຶ້ນຢູ່ກັບການອອກແບບຕົວເຄື່ອງ ແລະ ເສົາອາກາດລັກສະນະການໃຊ້ ແລະ ລະດັບສັນຍານລະຫວ່າງຕົວເຄື່ອງ ແລະ ສະຖານີນຳອີກ.
ນອກຈາກນີ້ ຜົນສຶກສາຍັງພົບວ່າ: ກຸ່ມທີ່ໃຊ້ໂທລະສັບມືຖື ຫລາຍກວ່າ 1.640 ຊົ່ວໂມງ ຈະມີຄວາມສ່ຽງຫລາຍຂຶ້ນຕໍ່ການເປັນມະເຮັງສະຫມອງຊະນິດ Glioma ຫລື ເນື້ອງອກໃນສະຫມອງເບື້ອງດຽວກັບທີ່ໃຊ້ໂທລະສັບເວລາສົນທະນາ (ເບື້ອງທີ່ມັກລົມໂທລະສັບຫລາຍ) ເຊິ່ງເປັນສ່ວນທີ່ໄດ້ຮັບຄື້ນແມ່ເຫລັກສູງທີ່ສຸດ.
ຜົນສຳຫລວດພົບວ່າ: 64,5% ນິຍົມວາງໂທລະສັບມື ຖືໄວ້ຫົວຕຽງນອນ ພ້ອມກັບເປີດ ເຄື່ອງໄວ້ໃນເວລານອນຫລັບ, 41,6% ໃສ່ໄວ້ໃນກະເປົ໋າໂສ້ງ ຫລື ກະເປົ໋າສະເກິດ ຫລື ໃນຖົງເສື້ອ ແລະ 23,7% ນິຍົມໃສ່ໄວ້ໃນກະເປົ໋າພົກພາ.
ນັກວິໄຈແນະນຳວ່າ: ຖ້າບໍ່ໃຊ້ໂທລະສັບມືຖືແລ້ວຄວນວາງໄວ້ໃຫ້ຫ່າງຕົວ ໂດຍສະເພາະຫົວບໍ່ຄວນວາງໄວ້ເທິງຫົວຕຽງນອນ ແລະ ເປີດເຄື່ອງຖິ້ມໄວ້ ເພື່ອຫລຸດຄວາມສ່ຽງຂອງການໄດ້ຮັບຄື້ນແມ່ເຫລັກໄຟຟ້າໂດຍບໍ່ຈຳເປັນ.
ເມື່ອຮູ້ເຖິງຂໍ້ເສຍການໃຊ້ໂທລະສັບມືຖືແບບນີ້ແລ້ວ ໃນເທື່ອຫນ້າຄວນຈະວາງໂທລະສັບໄວ້ໃຫ້ຫ່າງຈາກຕົວຈະດີທີ່ສຸດເຖິງແມ່ນວ່າຈະປິດເຄື່ອງແລ້ວ ແຕ່ບໍ່ຄວນວາງໄວ້ຂ້າງຕົວເພາະ ຍັງມີຄື້ນແມ່ເຫລັກຢູ່.