ສະມາດໂຟນ-ໄອແພດ-ໂນດບຸກ ໃຊ້ຫລາຍລະວັງພາວະຊຶມເສົ້າ
ການຮັບຂໍ້ມູນ-ຂ່າວສານຫລາຍເກີນໄປອາດກໍ່ໃຫ້ເກີດອາການຊຶມເສົ້າໄດ້ດຣ. ແອນດຣູວິລຫມໍຜູ້ຊ່ຽວຊານດ້ານຈິດຕະວິທະຍາກ່າວໃນເວັບໄຊໄທມ໌ວ່າ:ຂໍ້ມູນ ຈຳນວນມະຫາສານທຸກມື້ນີ້ມີຈຳນວນຫລາຍທີ່ເປັນຂໍ້ມູນທີ່ບໍ່ມີປະໂຫຍດ ຂະນະທີ່ເຕັກໂນໂລຊີການຮັບສົ່ງຂໍ້ມູນທີ່ວ່ອງໄວໃນປະຈຸບັນກໍ່ເປັນອີກສາເຫດຫນຶ່ງທີ່ ເຮັດໃຫ້ເຮົາມີອາການສະມາທິສັ້ນ ແລະ ມີພາວະຊຶມເສົ້າ.
ໂດຍຈາກສະຖິຕິຂອງສະຖາບັນສຸຂະພາບອາເມລິກາເກືອບ 17% ຂອງຊາວອາເມລິກາຈະປະສົບກັບພາວະພະຍາດຊຶມເສົ້າຢ່າງຫນ້ອຍຕ້ອງເປັນເທື່ອຫນຶ່ງໃນຊີວິດພາວະຂໍ້ມູນລົ້ນສະຫມອງ ເປັນສາເຫດສຳຄັນຂອງອາການດັ່ງກ່າວ. ຈາກການສຶກສາຫນຶ່ງຢູ່ສະວີເດນໃນປີ2005ພົບວ່າການໃຊ້ເຕັກໂນໂລຊີໃນການສື່ສານບໍ່ວ່າຈະເປັນສະມາດໂຟນ, ໄອແພດ, ຄອມພິວເຕີບໍ່ມີສາຍ ແບບພົກພາ (ໂນດບຸກ) ຫລາຍເກີນໄປມີສ່ວນກ່ຽວຂ້ອງກັບການເກີດຄວາມເຄັ່ງຄຽດ, ມີອາການນອນບໍ່ຫລັບ ແລະ ອາການຊຶມເສົ້າໃນໄລຍະໄວທີ່ເປັນຜູ້ໃຫຍ່ຕອນຕົ້ນ.
ດຣ. ວິລໃຫ້ຄຳແນະນຳວ່າ: ພວກເຮົາຄວນຈະຈຳກັດການຮັບຂໍ້ມູນແດ່ ແລະ ຄວນຊອກເຮັດກິດຈະກຳອື່ນທີ່ບໍ່ກ່ຽວຂ້ອງກັບການສື່ສານດ້ວຍເຕັກໂນໂລຊີທັນສະໄຫມພວກນີ້ເພື່ອຫາເວລາ ພັກ ແລະ ຜ່ອນຄາຍຮ່າງກາຍ, ຈິດໃຈບໍ່ວ່າຈະເປັນການໃຊ້ເວລາຢູ່ກັບທຳມະຊາດໃຫ້ຫລາຍຂຶ້ນເຊັ່ນການຫົດນ້ຳດອກໄມ້ຫລືຕົ້ນໄມ້, ການຍ່າງອອກໄປນອກເຮືອນ ຫລື ການຖີບລົດເພື່ອຊົມ ສິ່ງທີ່ຢູ່ອ້ອມຂ້າງໃຫ້ສະບາຍຕາກໍ່ສາມາດຊ່ວຍທ່ານໄດ້ຫລືຈະເຄື່ອນໄຫວຮ່າງກາຍດ້ວຍການອອກກຳລັງກາຍບໍ່ວ່າໃນຮູບແບບໃດກໍ່ສາມາດເຮັດໃຫ້ຜ່ອນຄາຍ, ສະບາຍໃຈ, ມີສະມາທິ ແລະ ຄວາມຈື່ຈຳດີຂຶ້ນໄດ້.
ຫລາຍຄົນຄິດວ່າການນັ່ງຫລິ້ນຄອມພິວເຕີ, ໂທລະສັບມືຖື ແລະ ອື່ນໆເປັນການພັກຜ່ອນເພາະບໍ່ໄດ້ເຄື່ອນໄຫວຫຍັງແຕ່ນັ້ນເປັນຄວາມຄິດທີ່ຜິດເຖິງແມ່ນວ່າຮ່າງກາຍຈະບໍ່ໄດ້ເຄື່ອນໄຫວ ອອກໄປໃສກໍ່ຕາມແຕ່ສາຍຕາ ແລະ ສະຫມອງກັບໄດ້ເຮັດວຽກຫນັກຂຶ້ນຖ້າທ່ານໃຊ້ອຸປະກອນເຕັກໂນໂລຊີຫລາຍກໍ່ຈະເຮັດໃຫ້ຮ່າງກາຍອ່ອນເພຍລົງເລື້ອຍໆ, ສົ່ງຜົນເຮັດໃຫ້ການແນມເຫັນ ຫລຸດລົງເພາະວ່າສາຍຕາໄດ້ຮັບແສງຈາກຫນ້າຈໍຄອມພິວເຕີຫລືໂທລະສັບຫລາຍແລະສະຫມອງກໍ່ໄດ້ຮັບຂໍ້ມູນທີ່ບໍ່ເປັນປະໂຫຍດຫລາຍເກີນໄປ ເຊິ່ງເປັນສາເຫດທີ່ມັກເຮັດໃຫ້ຫລາຍໆຄົນ ເກີດຄວາມເຄັ່ງຕຶງ ແລະ ອາລົມເສຍໄດ້ງ່າຍໆດັ່ງນັ້ນທ່ານຄວນໃຊ້ເວລາໄປເຮັດສິ່ງອື່ນໃຫ້ຫລາຍກວ່າການໃຊ້ອຸປະກອນທັນສະໄຫມເຫລົ່ານີ້ ເພື່ອກຳຈັດພາວະຊຶມເສົ້າໃຫ້ອອກໄປຈາກສະ ຫມອງຂອງທ່ານ.
ຍ້ອນຊຶມເສົ້າກ່ອນແລ້ວ
ຈັ່ງໃຊ້ NOTEBOOK ແລະ iPhone
ສັງເກດ
ຄົນລາວມັກລົມສາຍກັນ...ລົມດົນເອົາແທ້ເອົາວ່າ
ບາດພໍ້ກັນ
ໜ້າຕໍ່ໜ້າ...ພາກັນນັ່ງອົມຂີ້ແຂ້ວເສີຍເລີຍ
ສະແດງວ່າ
ຄາດມາຊິມັກເວົ້າໂທລະສັບ...ແຕ່ເດິກໆ