ສັງຄົມລາວປ່ຽນໄປ ຜູ້ຊາຍບ້າກາມຂົ່ມຂືນຍິງ 50 ປີ

ຊາຍໜຸ່ມຄົນໜຶ່ງຕິດອາລົມທາງເພດ ລົງມືຂົ່ມຂືນຍິງແກ່ ອາຍຸ 50 ປີ ເຊິ່ງເປັນຄົນບ້ານດຽວກັນ ຕໍ່ມາຜູ້ເສຍຫາຍໄດ້ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ ພ້ອມຢືນຢັນຈື່ໜ້າຜູ້ກະທຳຜິດໄດ້ຊັດເຈນ.
ເຫດການເກີດຂຶ້ນໃນວັນທີ 28 ຕຸລາ 2011 ເວລາ 17:00 ໂມງ ຢູ່ບ້ານວຽງຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ພາຍຫຼັງແຈ້ງຄວາມເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ໄດ້ລົງກວດກາສະຖານທີ່ເກີດເຫດ ເຊິ່ງແມ່ນສວນມັນຕົ້ນ ຫ່າງຈາກບ້ານວຽງຄຳ ປະມານ 1 ກິໂລແມັດ ພ້ອມທັງຕິດຕາມກັກຕົວຜູ້ກະທຳຜິດ ຄື: ທ້າວ ພູວັນ (ເຖົ້າ) ອາຍຸ 22 ປີ ປະຊາຊົນບ້ານວຽງຄຳ ເມືອງສີໂຄດຕະບອງ ມາທຳການສືບສວນ.
ຜ່ານການສອບສວນຂອງເຈົ້າໜ້າທີ່ ຜູ້ກ່ຽວຮັບສາລະພາບວ່າ: ໄດ້ຂົ່ມຂືນຍິງຄົນດັ່ງກ່າວແທ້ ຊຶ່ງໃນວັນເກີດເຫດ ຜູ້ກ່ຽວເຫັນຜູ້ເສຍຫາຍຍ່າງໄປສວນມັນຕົ້ນຄົນດຽວ ໃນເວລາຕາເວັນໃກ້ຕົກດິນ ຈາກນັ້ນຈຶ່ງເກີດມີແນວຄິດຢາກຮ່ວມເພດກັບຍິງຄົນນັ້ນ ກໍເລີຍຍ່າງຕາມຫຼັງໄປ ໂດຍບໍ່ໃຫ້ຜູ້ເສຍຫາຍຮູ້ສຶກຕົວ ເມື່ອນຳໄປຮອດສວນມັນຕົ້ນ ຜູ້ກ່ຽວກໍໃຊ້ແຮງຂົ່ມຂືນຈົນສຳເລັດ ສ່ວນຜູ້ເສຍຫາຍກໍພະຍາຍາມຮ້ອງຂໍຄວາມຊ່ວຍເຫຼືອ ແຕ່ເນື່ອງຈາກວ່າສະຖານທີ່ດັ່ງກ່າວ ຫ່າງຈາກບ້ານພໍສົມຄວນ ຈຶ່ງບໍ່ມີໃຜໄດ້ຍິນ ອີກຢ່າງໜຶ່ງ ຜູ້ເສຍຫາຍເຊິ່ງເປັນຍິງທີ່ມີອາຍຸສູງ ຈຶ່ງບໍ່ສາມາດຊ່ວຍເຫຼືອຕົນເອງໄດ້ ແລະ ພາຍຫຼັງຂົ່ມຂືນສຳເລັດ ທ້າວ ພູວັນ ໄດ້ເອົາຕົວຫຼົບໜີເຂົ້າໄປໃນບ້ານ ຈົນຮອດເວລາ 22:00 ໂມງຂອງວັນດຽວກັນ ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າຈັບຕົວມາດຳເນີນຄະດີ.
ສຳລັບແມ່ຍິງແລ້ວ ບໍ່ວ່າຈະເປັນຍິງສາວ ຫຼື ໄວກາງຄົນກໍຕາມ ຄວນມີສະຕິລະມັດລະວັງຕົວໃນການໄປມາຢູ່ສະເໝີ ບໍ່ຄວນໄປຄົນດຽວໃນສະຖານທີ່ມືດ ແລະ ໄປເດິກມາດື່ນ ເພາະມັນຈະເປັນຊ່ອງຫວ່າງໃຫ້ຄົນບໍ່ດີ ລົງມືຂົ່ມຂືນ ຫຼື ກໍ່ເຫດຕ່າງໆ ຊຶ່ງເປັນອັນຕະລາຍຕໍ່ຊີວິດ (ດ້ານຮ່າງກາຍ ແລະ ຈິດໃຈ) ແລະ ຊັບສິນຂອງຕົນເອງ.
Vientianemai
=))
Shit!!!! go to hell now
ສັງຄົມລາວເຮົາບໍ່ໄດ້ປ່ຽນໄປ ສັງຄົມລາວກໍ່ຍັງເປັໜສັງຄົມລາວເໝືອນເດີມ. ແຕ່ຜ່ານມາບໍ່ມີໃຜອອກຂ່າວ, ຖ້າຫາກເປັນຂ່າວຂອງ .... ໃຜກໍ່ຢ້ານ ແຕ່ເປັນຂອງຄົນລາວເຮົາເອງກໍ່ອອກໄປໂລດ ຊົມເຊີຍ ເພື່ອໃຫ້ເຫັນວ່າຄົນລາວເປັນຄົນບໍ່ດີ. ຕ່າງປະເທດດີໝົດ.
Shit man,,,,
ເປັນຕາສົ່ງໄປໃຫ້ເຂົາຕອນຫຳ
ຢູ່ປະເທດເກົາຫລີ-ກາຍເປັນມະຫາດເລັກ
ຈົງຮັກພັກດີຢູ່ກັບອົງຊູຊອນ...ໄປເລີຍ
ຜູ້ເສັຍຫາຍມີຜົວຢູ່ບໍ? ຖ້າບໍ່ມີກໍບໍ່ຄວນເອົາເຣື່ອງ ຖື່າໂຊກເຂົ້າຂ້າງໃດຫັ້ນ