ລັດຈະເປີດກວ້າງໃຫ້ສັງຄົມ ແລະ ສື່ມວນຊົນຮ່ວມຕ້ານການສໍ້ໂກງ !



ລັດ­ຖະ­ບານ​ເຊື່ອ​ສັງ­ຄົມ ແລະ ສື່ມວນ​ຊົນ​ຈະ​ເປັນ​ກະ­ບອກ​ສຽງ​ສຳ­ຄັນ​ທີ່​ຊ່ວຍ​ເປັນ​ຫູ​ເປັນ­ຕາ​ແກ່​ອົງ​ການ­ຈັດ­ຕັ້ງລັດ​ເກັບ​ລາຍ​ຮັບ​ໃຫ້​ບັນ­ລຸ​ແຜນ, ຫລີກເວັ້ນ​ການ​ຕົກ­ເຮ່ຍ​ເສຍ​ຫາຍ ໂດຍ​ລັດ​ຈະປົກ​ປ້ອງ​ຜູ້​ໃຫ້​ເບາະ​ແສ​ຢ່າງ​ເປັນ​ທຳ.
   ທ່ານ ທອງ​ສິງ ທໍາ​ມະ​ວົງ ນາ­ຍົກ​ລັດຖະ​ມົນ­ຕີ ກ່າວ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ການແກ້​ໄຂ​ບັນ­ຫາ​ການ​ຂາດ​ດຸນ​ງົບ­ປະ­ມານ ແລະ ຫນີ້​ສິນ​ພາຍ​ໃນ​ທາງ​ອອກ​ທີ່​ສໍາຄັນ​ແມ່ນ​ລວມ​ສູນ​ຢູ່​ໃນ​ການ​ຂຸດ​ຄົ້ນລາຍ​ຮັບ​ເຂົ້າ​ງົບ­ປະ­ມານ​ໃຫ້​ໄດ້​ຕາມແຜນ ແລະ ລື່ນ​ແຜນ­ທີ່​ກໍານົດ​ໄວ້ ເຊິ່ງທັງ​ຫມົດ​ນີ້​ຜູ້​ທີ່​ເປັນ​ຫົວ​ຈັກ​ຫລັກ​ແຫລ່ງແນ່­ນອນ​ຕ້ອງ​ແມ່ນ​ຂະ­ແຫນງ­ການກ່ຽວ­ຂ້ອງ​ຂອງ​ລັດ ແລະ ບັນ­ດາ​ຫົວຫນ່ວຍ​ທຸ­ລະ​ກິດ​ໃນ​ທົ່ວ​ສັງ­ຄົມ​ພ້ອມ​ໃຈກັນ​ຈັດ​ຕັ້ງ​ປະ­ຕິ­ບັດ.
   ເພື່ອ​ເພີ່ມ​ທະ­ວີ​ຄວາມ​ຮັບ­ຜິດ­ຊອບໃນ​ການ​ເກັບ​ລາຍ​ຮັບ​ພາຍ​ໃນ​ໃຫ້​ໄດ້ຕາມ​ແຜນ​ໃນ​ສົກ​ນີ້​ທົ່ວ​ປະ­ເທດ​ເຮົາຕ້ອງ​ໃຫ້​ບັນ­ລຸ​ໃນ​ມູນ​ຄ່າ 25.213 ຕື້​ກີບ ເປັນ​ຢ່າງ​ຫນ້ອຍ, ຈັດ​ຫາ​ແຫລ່ງ​ດຸນດ່ຽງ​ໃຫ້​ໄດ້ 4.500 ຕື້​ກີບ ແລະ ເຄັ່ງ​ຄັດການ​ປະ­ຕິ­ບັດ​ລາຍ​ຈ່າຍ​ໃຫ້​ຢູ່ 29.700 ກວ່າ​ຕື້​ກີບ ພ້ອມ​ດຽວ​ກັນ​ນີ້ຕ້ອງ​ຕັ້ງຫນ້າ​ສ້າງ​ຄັງ​ສະ​ສົມ​ແຫ່ງ​ລັດ​ໃຫ້​ໄດ້ຕາມ​ຂອບ​ຂອງ​ແຜນ­ການ 5 ປີ​ທີ່​ກໍາ­ນົດໄວ້ 2-5% ຕໍ່​ສົກ​ງົບ­ປະ­ມານ, ປະ­ຕິ­ບັດວິ­ໄນ​ການ​ເງິນ, ກົດ­ຫມາຍ​ງົບ­ປະ­ມານ, ກົດ­ຫມາຍ​ພາ­ສີ, ອາ­ກອນ, ກົດ­ຫມາຍ ທີ່​ດິນ​ໃຫ້​ເຂັ້ມ​ງວດ ແລະ ໃຫ້​ເອົາ­ໃຈໃສ່​ພິ­ເສດ​ຕໍ່​ການ​ປະ­ຕິ­ບັດ​ກົດ­ຫມາຍ​ວ່າດ້ວຍ​ການ​ຕ້ານ​ສໍ້​ຫລາດ​ບັງ​ຫລວງຢ່າງ​ແຂງ­ແຮງ​ສະ­ກັດ​ກັ້ນ​ໃຫ້​ໄດ້​ການ ຮົ່ວ​ໄຫລ​ຂອງ​ງົບ­ປະ­ມານ​ເປັນ­ຕົ້ນ​ການຍົກ­ເວັ້ນ​ພາ­ສີ-ອາ­ກອນ​ນໍາ​ເຂົ້າ-ສົ່ງອອກ​ສິນ­ຄ້າ, ການ​ເກັບ​ພາ­ສີ​ທີ່​ດິນ ແລະ ການ​ຂາຍ​ໄມ້​ອອກ​ໄປ​ຕ່າງ­ປະ­ເທດ, ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ກ່າວ​ແນະ­ນຳ.
   ພິ­ເສດ​ປະ­ຈຸ​ບັນ​ລັດ​ຈະ​ມອບ​ໃຫ້​ສັງຄົມ ແລະ ສື່​ມວນ​ຊົນເຂົ້າ​ຮ່ວມ​ສ່ອງ​ແສງ​ຂໍ້​ມູນ​ຄວາມ​ຈິງ​ທີ່ເຮັດ​ໃຫ້​ລາຍ​ຮັບ​ຂອງ​ລັດ​ຕົກ­ເຮ່ຍ​ເສຍຫາຍ ເມື່ອ​ມີ​ຄໍາ​ສະ­ເຫນີ​ມາ​ແມ່ນ​ໃຫ້​ດໍາເນີນ​ການ​ກວດ­ກາ​ທັນ­ທີ, ຖ້າ​ມີ​ຄວາມ​ຜິດກໍ່​ໃຫ້​ດໍາ­ເນີນ​ການ​ແກ້​ໄຂ​ຕາມ​ກົດ­ຫມາຍ ຢ່າງ​ທັນ​ການ ໂດຍ​ລັດ​ຈະ​ໃຫ້­ການ​ປົກປ້ອງ ແລະ ສັນ­ລະ­ເສີນ​ຜູ້​ທີ່​ໃຫ້​ເບາະ​ແສຢ່າງ​ເປັນ​ທໍາ, ທ່ານ​ນາ­ຍົກ​ກ່າວ.
  ທ່ານ ທອງ​ສິງ ທໍາ​ມະ​ວົງ ກ່າວ​ຕື່ມວ່າ: ຫົວ­ຫນ່ວຍ​ວິ​ສາ​ຫະ​ກິດ, ທຸ­ລະ​ກິດ, ຜູ້​ປະ­ກອບ​ການ ແລະ ປະ­ຊາ­ຊົນ​ຕ້ອງ​ຕື່ນຕົວ​ເສຍ​ພັນ­ທະ​ພາ­ສີ​ອາ­ກອນ​ຕາມ​ກົດຫມາຍ​ກໍາ­ນົດ, ຜູ້​ເສຍ​ພາ­ສີ-ອາ­ກອນແມ່ນ​ຜູ້​ຮັກ​ຊາດ ແລະ ແມ່ນ​ນັກ​ພັດ­ທະ­ນາຫາກ​ເປົ້າ​ຫມາຍ​ໃດ​ຫລົບ​ຫລີກ​ການ​ເສຍພາ­ສີ-ອາ­ກອນ​ຕ້ອງ​ຖືກ​ຕິ­ຕຽນ, ປັບ­ໄຫມ ແລະ ລົງ​ວິ­ໄນ​ຕາມ​ກົດ­ຫມາຍກົງ​ກັນຂ້າມ​ຫົວ­ຫນ່ວຍ​ໃດ​ທີ່​ປະ­ຕິ­ບັດ​ໄດ້ ຫລື ລື່ນ​ຄາດ­ຫມາຍ​ລັດ­ຖະ­ບານ​ຈະ​ຍ້ອງ­ຍໍຊົມ­ເຊີຍ ແລະ ກວດ­ກາ​ສໍາຫລວດ​ກວດກາ​ຫົວ­ຫນ່ວຍ​ທີ່​ບໍ່​ໄດ້​ຄາດ­ຫມາຍ ເພື່ອພ້ອມ​ກັນ​ແກ້​ໄຂ.
   ແນວ­ໃດ​ກໍ່​ຕາມ  ເພື່ອ​ຄວາມ​ໂປ່ງ​ໃສ, ຊັດ​ເຈນ ແລະ ຄວາມ​ວ່ອງ­ໄວ​ໃນ​ສົກ 2013-2014 ນີ້​ລັດ­ຖະ­ບານ​ໄດ້​ເລີ່ມ​ໃຫ້ນຳ​ໃຊ້​ລະ­ບົບ​ເອ​ເລັກ​ໂຕຣ​ນິກ​ເຂົ້າ​ໃນການ​ເກັບ​ລາຍ​ຮັບ ໂດຍ​ໄລ­ຍະ​ເລີ່ມ​ຕົ້ນ​ຈະທົດ​ລອງ​ເກັບ​ອາ­ກອນ​ຍານ­ພາ­ຫະ­ນະກ່ອນຫລັງ​ຈາກ​ນັ້ນ​ຈິ່ງ​ຂະຫຍາຍ​ອອກ​ສູ່ ຂະ­ແຫນງ­ການ​ອື່ນ ໂດຍ​ອີງ​ຕາມ​ຜົນ​ໄດ້ຮັບ​ຕົວ​ຈິງ​ໃນ​ການ​ທົດ​ລອງ.
Ecom

10:55 AM | Posted in , , | Read More »

ເກີດເຫດຜູກຄໍຕາຍອີກແລ້ວ !




ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເວລາ ປະມານ 9 ໂມງເຊົ້າ ຂອງໃນວັນທີ 11 ມັງກອນຜ່ານມານີ້, ໄດ້ຮັບແຈ້ງຈາກປະຊາ ຊົນວ່າມີຄົນແຂວນຄໍຕາຍຢູ່ປ່າໃນເຂດບ້ານດົງໂພນເລົາ ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ ແລະ ຜ່ານການພິສູດຂອງເຈົ້າໜ້າທີ່ຜູ້ຕາຍຊື່ທ້າວ ສາຍ
ຍັນ ອາຍຸ 35 ປີ ມີອາຊີບກຳມະກອນ ຢູ່ບ້ານດັ່ງກ່າວ ໂດຍຜູ້ກ່ຽວໄດ້ສວມເສື້ອ ກັນລົມສີແດງດຳ, ນຸ່ງໂສ້ງຢີນຂາຍາວ ແລະ ສວມໝວກແພສີດຳປົກປິດໃບໜ້າ ແລະ ໃຊ້ເຊືອກຜູກໃສ່ຕົ້ນໄມ້ແຂວນຄໍຕົນເອງ ເຊິ່ງຄາດວ່າເສຍຊີວິດມາແລ້ວໜຶ່ງວັນ ກ່ອນຈະມີຜູ້ມາພົບເຫັນ ໂດຍສາເຫດຂອງການແຂວນຄໍຂອງຜູ້ກ່ຽວນີ້

10:52 AM | Posted in , | Read More »

ມາເບິ່ງຜູ້ຊະນະການປະກວດ Miss Pakse




ນາງ ລິນ​ດາ ຈັນ­ທະ​ພິມ ອາ­ຍຸ 18 ປີ ຈາກ​ຫ້ອງ­ການ​ສະ­ຫະ­ພັນ​ແມ່­ຍິງເມືອງ​ປາກ​ເຊແຂວງ​ຈຳປາ​ສັກສົ່ງ​ເຂົ້າ​ປະ​ກວດສາ­ມາດ​ຍາດ​ໄດ້​ອັນ​ດັບ 1 ໃນ​ງານ​ປະ​ກວດນາງ​ສາວ​ປາກ​ເຊ ໄດ້​ຮັບ​ລາ­ງວັນ​ເງິນ­ສົດ 5 ລ້ານ​ກີບ  ພ້ອມ​ດ້ວຍ​ມຸງ­ກຸດ ແລະ ສາຍ​ສະ­ພາຍ​ໄປ​ຄອບຄອງ.
ງານ​ປະ​ກວດ​ນາງ​ສາວ​ປາກ​ເຊ ແມ່ນ​ກິດ­ຈະ­ກຳ​ຫນຶ່ງ​ໃນ​ການ​ສະ­ເຫລີມ­ສະ­ຫລອງ​ສົ່ງ​ທ້າຍ​ປີ​ເກົ່າ ຄສ 2013 ແລະ ຕ້ອນ­ຮັບ​ປີ​ໃຫມ່ ຄສ 2014  ຂອງ​ເມືອງ​ປາກ​ເຊ  ເຊິ່ງ​ຈັດ​ຂຶ້ນ​ທີ່​ເດີ່ນ​ສະ­ຫນາມ​ກີ­ລາ​ແຂວງ​ຈຳ­ປາ​ສັກ ໂດຍ​ມີ​ທ່ານ ພັນ​ໂທ ອຳ­ພອນ ແກ້ວ​ບຸ​ຜາ​ພັນ ຮອງ​ເຈົ້າ­ເມືອງໆ​ປາກ​ເຊເຂົ້າ​ຮ່ວມ​ງານ.
ໃນ​ງານ​ປະ​ກວດ​ຄັ້ງ​ນີ້ ມີ​ນາງ​ສາວ​ຈາກ​ຫ້ອງ­ການ, ສະ​ຖາ​ບັນການ​ສຶກ​ສາ ແລະ ບ້ານ​ໃນ​ເທ­ສະ​ບານ​ເມືອງ​ປາກ​ເຊ ເຂົ້າ​ຮ່ວມ​ປະກວດ​ທັງ​ຫມົດ 15 ນາງ​ສາວ, ສຳລັບ​ມາດ­ຖານ​ໃນ​ການ​ໃຫ້​ຄະ­ແນນ​ແມ່ນ​ອີງ­ໃສ່​ຊັດ​ສ່ວນ, ການ​ແຕ່ງ​ຕົວ​ຊົງ​ລາວ, ບຸກ​ຄະ​ລິກŒກິ­ລິ­ຍາ​ມາ­ລະ­ຍາດບວກ​ກັບ​ຄວາມ​ຮູ້​ຄວາມ​ສາ­ມາດ, ແວວ ແລະ ພອນ​ສະ­ຫວັນ​ຂອງ​ແຕ່​ລະ​ນາງ​ສາວ, ໂດຍ​ແບ່ງ​ການ​ປະ​ກວດ​ເປັນ 2 ຮອບ​ຄື: ຮອບ​ທີ 1 ຄັດ​ເລືອກ​ເອົາ 7 ນາງ​ສາວ ແລະ ຮອບ​ທີ 2 ຄັດ​ເລືອກ​ເອົາ 3 ນາງ​ສາວ. 
ຜ່ານ​ຈາກ​ການ​ປະ​ກວດ​ຕົວ​ຈິງ​ອັນ​ດັບ 1 ໄດ້­ແກ່​ນາງ​ສາວ ລິນ​ດາ ຈັນ­ທະ​ພິມ ອາ­ຍຸ 18 ປີ  ເຊິ່ງ​ແມ່ນ​ຫ້ອງ­ການ​ສະ­ຫະ­ພັນ​ແມ່­ຍິງ​ເມືອງ​ປາກ​ເຊ​ສົ່ງ​ເຂົ້າ​ປະ​ກວດ ແລະ ໄດ້​ຮັບ​ລາ­ງວັນ​ເງິນ­ສົດ 5 ລ້ານ​ກີບ ພ້ອມ​ມຸງ­ກຸດ ແລະ ສາຍ​ສະ­ພາຍ; ອັນ​ດັບ 2 ນາງ ພວງ​ແກ້ວ ມຸນ​ເສ­ນາ ອາ­ຍຸ 19 ປີ,  ບ້ານ​ທ່າ​ໄຮ​ສົ່ງ​ເຂົ້າ​ປະ​ກວດ ແລະ ໄດ້​ຮັບ​ລາ­ງວັນ​ເງິນ­ສົດ 4 ລ້ານ​ກີບ ພ້ອມ​ສາຍ​ສະ­ພາຍ;  ອັນ​ດັບ 3 ນາງ ດວງ​ພະ­ຈັນ ບັນ­ຈົງ​ພາ­ນິດ ອາ­ຍຸ 19 ປີ, ວິ­ທະ­ຍາ­ໄລ​ການ​ເງິນ​ພາກ​ໃຕ້​ສົ່ງ​ເຂົ້າ​ປະ​ກວດ ແລະ ໄດ້​ຮັບ​ລາ­ງວັນ​ເງິນ­ສົດ 3 ລ້ານ​ກີບ ພ້ອມ​ສາຍ​ສະ­ພາຍ.
ສຳ­ລັບ​ນາງ​ສາວ​ທີ່​ຕົກ​ຮອບ 2 ຈຳ­ນວນ 4 ນາງ​ສາວ​ແມ່ນ​ໄດ້​ຮັບ​ລາ­ງວັນ​ຊົມ­ເຊີຍ ລາ­ງວັນ​ລະ 1,5 ລ້ານ​ກີບ, ນາງ​ສາວ​ທີ່​ຕົກ​ໃນ​ຮອບ​ທີ 1 ຈຳ­ນວນ 8 ນາງ​ສາວ​ແມ່ນ​ໄດ້​ຮັບ​ລາ­ງວັນ​ຊົມ­ເຊີຍລາ­ງວັນ​ລະ 1 ລ້ານ​ກີບ.
ໃນ​ງານ​ມີ​ບັນ­ດາ​ທ່ານ​ໃນ​ຄະນະ​ປະ­ຈຳ, ກຳ­ມະ­ການ​ພັກ​ເມືອງ, ການ​ນຳ​ຂະ­ແຫນງ­ການ​ຕ່າງໆ​ອ້ອມ​ຂ້າງ​ເມືອງ​ປາກ​ເຊ​ຕະ­ຫລອດຮອດ​ນັກ­ທຸ­ລະ­ກິດŒຜູ້​ປະ­ກອບ​ການ​ທີ່​ໃຫ້­ການ​ສະ­ຫນັບ­ສະ­ຫນູນ ແລະ ມວນ​ຊົນເຂົ້າ​ຮ່ວມ​ຊົມ​ຮ່ວມ​ເຊຍ​ຢ່າງ​ຫລວງ­ຫລາຍ.

9:56 PM | Posted in , , | Read More »

ຈະເນັ້ນແຕ່ສິນຄ້າມີ Brand ເຂົ້າມາຂາຍທີ່ Nongchan Complex !

Flash new shopping centre to feature imported, brand-name goods

 A new high-profile shopping centre set to open in Vientiane late this year will distinguish itself with a marketing strategy that targets brand-name shoppers. Despite the fact that there are many shopping centres in the capital, North Nongchan Complex Development Co. Ltd believes the city is still missing a shopping centre focusing on high-end products.

 The company's vice-general manager of marketing, Ms Luo Yanping, said Laos was a good place to launch the high-end product marketing strategy given many Lao shoppers currently cross borders to buy those products abroad. “We will place focus on selling brand-name products. We will not be selling copy products,” she told local media through an interpreter on Thursday.

 The four-storey shopping complex is part of the Vientiane Centre project, which is being developed on 5.3 hectares at the Nongchan marsh in Xaysettha district, Vientiane. The three-phase project is being jointly developed by the Yunnan Construction Engineering Group Co. Ltd and the Krittaphong Group Co. Ltd with a concession period of 50 years and the option to extend for a further 20 years.

 The shopping centre and the nine-storey office block for rent, which are being developed under the project's first phase at a cost of US$70 million, will have a pilot opening in July followed by an official opening in October.

 Ms Yanping said only 30 percent of the department store would be sold out, with the remaining 70 percent continuing to be managed by the developer so the marketing strategy can be fully realised. She said many brand-name products that cannot currently be found at all in Vientiane would be made available at the new centre. Sellers of brand-name products from China, Indonesia, France and Thailand have already booked shops at the mall to display and sell their products, with up to 69 percent of shops available for rent already taken. Among the brands to be sold in the new shops are Guy Laroche, Arrow, BSC Cosmetology, Wacoal, Louis Fontaine, Lee, Wrangler, Casio, Guess Watch, Jockey and John Henry.

 “At least 70 percent [of the products] will be brand-name products imported from foreign countries,” Ms Yanping said. The company's high-end marketing strategy came after data showed that more than 700,000 Vientiane residents crossed the Lao-Thai border during the first six months of 2013 to shop in neighbouring Thailand. 

Many others fly to Singapore and even France to shop for brand-name goods. “We don't only target Lao customers, but also foreigners and foreign tourists in Laos,” she said. The shopping mall will feature a boutique supermarket and world famous brands of cosmetics, watches, fashion clothes, jewellery, restaurants, cinemas, electronics and home appliances, furniture and so on.

 The second phase of the project will involve the construction of hotels, clubs and lakefront businesses, which is expected to be finished in 2015. The third will see residential apartments constructed by 2016. The last two phases will be developed at the cost of about US$50 million, bringing the total investment in the Vientiane Centre to US$120 million. An underground carpark for the shopping centre will also be built, capable of accommodating more than 340 vehicles. Similar parking areas will come with the other two phases as well.

  By Souksakhone Vaenkeo

8:16 PM | Posted in , , | Read More »

ພາ­ສີ​ ຢຶດ​ໄມ້​ປະ­ດົງ​ຮ້ອຍ​ກວ່າ​ແມັດ​ກ້ອນ !

ຫນ່ວຍ​ພາ­ສີ​ເຄື່ອນ​ທີ່​ເພື່ອ​ຕ້ານ ແລະ ສະ­ກັດ​ກັ້ນ​ສິນ­ຄ້າ​ລັກ­ລອບ​ຫນີ ພາ­ສີ​ປະ­ຈຳ​ແຂວງ​ຈຳ­ປາ​ສັກ​ໄດ້​ກັກ ຢຶດ​ໄມ້​ປະ­ດົງ​ຈຳ­ນວນ 145 ກວ່າ​ແມັດກ້ອນ ພາຍ­ຫລັງ​ກວດ­ກາ​ພົບ​ເຫັນ​ຜູ້ເຄື່ອນ​ຍ້າຍ​ໄມ້​ທີ່​ບໍ່​ຖືກ­ຕ້ອງ​ຕາມ​ເອ­ກະ­ສານ ປະ­ຈຸ​ບັນພວມ​ຢູ່​ໃນ​ຂັ້ນຕອນ​ດຳ ເນີນ​ຄະ­ດີ​ທາງ​ພາ­ສີ. ອີງ​ຕາມ​ການ​ໃຫ້​ຂໍ້​ມູນ​ຂອງ​ທ່ານ ສາຍ​ຄຳ ດວງ​ມາ­ລາ ຮອງ​ຫົວ­ຫນ້າ​ພາສີ​ເຂດ IV ໃຫ້​ຮູ້ວ​້້າ: ໃນ​ທ້າຍ​ເດືອນ​ທັນ ວາ 2013 ຜ່ານ​ມາ​ນີ້ ພາຍ­ຫລັງ​ມີແຫລ່ງ​ຂ່າວ​ໃຫ້​ຮູ້​ກ່ຽວ​ກັບ​ການ​ເຄື່ອນຍ້າຍ​ໄມ້​ພາຍ​ໃນ​ທີ່​ບໍ່​ຖືກ­ຕ້ອງ​ຈາກແຂວງ​ເຊ​ກອງມາ​ຜ່ານ​ແຂວງ​ຈຳ­ປາ ສັກ ພວກ​ເຮົາ​ຈິ່ງ​ໄດ້​ແຕ່ງ­ຕັ້ງ​ຫນ່ວຍ​ພາສີ​ຕ້ານ ແລະ ສະ­ກັດ​ກັ້ນ​ສິນ­ຄ້າ​ລັກ­ລອບຫນີ​ພາ­ສີ​ທີ່​ຂຶ້ນ​ກັບ​ພາ­ສີ​ເຂດ IV ປະ­ຈຳແຂວງ​ຈຳ­ປາ​ສັກອອກ​ເຄື່ອນ​ໄຫວ​ຕິດຕາມ​ກວດ­ກາ ແລະ ພົບ​ເຫັນ​ລົດ​ບັນ­ທຸກໄມ້​ຈຳ­ນວນ 4 ຄັນ ເຊິ່ງ​ເຈົ້າ​ຫນ້າ­ທີ່​ພວກເຮົາ​ກໍ່​ໄດ້​ທຳ​ການ​ກັກ​ຢຶດ​ໄວ້ ເພື່ອ​ກວດກາ ແລະ ເມື່ອ​ພວກ​ເຮົາ​ກວດ­ກາ​ຕົວ​ຈິງແລ້ວ​ໄດ້​ພົບ​ເຫັນ​ໄມ້​ເປັນ​ປະ­ເພດ​ໄມ້​ຕັບສ່ວນ​ໃຫຍ່​ແມ່ນ​ໄມ້​ປະ­ດົງ ແລະ ບໍ່​ມີຄ້ອນ​ປະ​ທັບ​ຂອງ​ຂະ­ແຫນງ­ການ​ກ່ຽວຂ້ອງ ລວມ​ທັງ​ຫມົດ 145 ກວ່າ​ແມັດກ້ອນ, ໃນ​ນັ້ນໄມ້​ປະ­ດົງ 1.462 ຕັບ, ຄິດ​ເປັນ​ບໍ​ລິ​ມາດ 108 ກວ່າ​ແມັດ​ກ້ອນ ແລະ ໄມ້​ສຳ­ເລັດ​ຮູບ 22.300 ເສັ້ນ ຄິດ​ເປັນ​ບໍ​ລິ​ມາດ 37 ກວ່າ​ແມັດ​ກ້ອນ ເຊິ່ງ​ໄມ້​ຈຳ­ນວນ​ດັ່ງ­ກ່າວ​ນັ້ນ​ເຈົ້າ​ຫນ້າທີ່​ພາ­ສີ​ພວກ​ເຮົາ​ໄດ້​ກັກ​ຢຶດ​ໄວ້​ຮຽບຮ້ອຍ​ແລ້ວ ປະ­ຈຸ​ບັນ​ພວມ​ຢູ່​ໃນ​ຂັ້ນ​ຕອນດຳ­ເນີນ​ຄະ­ດີ​ທາງ​ພາ­ສີ​ຕາມ​ລະ­ບຽບກົດ­ຫມາຍ​ບ້ານ​ເມືອງ. Source: Setthakid

7:48 AM | Posted in , , | Read More »

Eyeless spider discovered in Laos cave



Berlin: A scientist has discovered an eyeless huntsman spider, named the Sinopoda scurion, the first of its kind. 

With a leg span of only 6 cm and a body span of around 12 mm, the spider is certainly not one of the largest representatives of its kind, with more than 1,100 species. 

"I found the spider in a cave in Laos, around 100 km away from the famous Xe Bang Fai cave," reports Peter Jager, head of the arachnology section at the Senckenberg Research Institute in Frankfurt, the journal Zootaxa reports. 

"We already knew of spiders of this genus from other caves, but they always had eyes and complete pigmentation. Sinopoda scurion is the first huntsman spider without eyes," adds Jager, according to a Senckenberg statement. 

The regression of the eyes is attributable to living permanently without daylight. This adaptation was also observed in other cave-dwelling spider species by the Frankfurt arachnologist. 

"The Sinopoda species described demonstrate all kinds of transitions to cave adaptation, from eight functioning eyes to forms with six, four and two lenses, right up to blind spiders," explains Jager. 

The spiders are in good company: fish, scorpions and crabs that have adapted to caves have already been found in Laos. 

Frankfurt researchers have described nine new species of the genus Sinopoda. The fact that all of the species have been found in caves confirms the animals' preference for underground habitats. 

The eyeless huntsman spider was named after the Swiss company "Scurion" that makes headlamps for caves. "Sinopoda scurion is the first species that I have named after a company in the context of the Patrons for Biodiversity programme," explains Jager. 



IANS 

10:10 PM | Posted in , , , | Read More »

ຫນ້າຫ່ວງ! ຍິງລາວຕ່ຳກວ່າ 18 ປີ ເກີດລູກກວມເກືອບ 40% !




  ສປປ ລາວ ຍັງ​ພົບ​ກັບ​ສິ່ງທ້າ​ທາຍ​ຫລາຍ​ດ້ານກ່ຽວ​ກັບ​ບັນ­ຫາ​ສຸ­ຂະ­ພາບ​ໄວ​ຈະເລີນ​ພັນ ແລະ ສິ່ງ​ທີ່​ຫນ້າ​ເປັນຫ່ວງ​ຄື​ສະ­ຖິ­ຕິ​ການ​ເກີດ​ລູກ​ຂອງແມ່­ຍິງ​ລາວ​ໃນ​ເກນ​ອາ­ຍຸ​ຕ່ຳ​ກວ່າ 18 ປີ ຍັງ​ຢູ່​ໃນ​ລະ­ດັບ​ສູງ​ສະ­ເລ່ຍ 38%, ພ້ອມ​ນັ້ນ ອັດ­ຕາ​ການເສຍ​ຊີ­ວິດ​ຂອງ​ແມ່​ກໍ່​ນັບ​ມື້​ນັບ​ສູງຂຶ້ນ.

   ອີງ​ຕາມ​ຂໍ້​ມູນ​ການ​ສະ­ເຫນີຂອງ ທ່ານ ດຣ. ບຸນ​ທະ­ວີ ສີ​ສຸ­ພັນ ທອງ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການກະ­ຊວງ​ແຜນ­ການ ແລະ ການລົງ­ທຶນ​ເນື່ອງ​ໃນ​ໂອ­ກາດ​ສະເຫລີມ​ສະ­ຫລອງ​ວັນ​ປະ­ຊາ­ ກອນໂລກ​ປະ­ຈຳ​ປີ 2012 ເມື່ອ​ວັນ​ທີ 10 ກໍ­ລະ­ກົດ​ນີ້​ວ່າ: ຈຳ­ນວນ​ປະຊາ​ກອນ​ຂອງ ສປປ ລາວ ປະມານ 60% ຢູ່​ໃນ​ອາ­ຍຸ​ໄວ​ຈະ­ເລີນພັນ​ເຊິ່ງ​ກຸ່ມ​ດັ່ງ­ກ່າວ, ມີ​ຄວາມຕ້ອງ­ການ​ສຸ­ຂະ­ພາບ ແລະ ຈິດ­ໃຈທີ່​ດີ, ມີ​ຄວາມ​ສາ­ມາດ​ປະ­ກອບສ່ວນ​ໃນ​ການ​ພັດ­ທະ­ນາ​ເສດ​ຖະກິດ, ວັດ­ທະ­ນະ­ທຳŒ-ສັງ­ຄົມ, ທີ່ ສຳ­ຄັນ​ແມ່ນ​ຄວນ​ໄດ້​ຮັບ​ການປ້ອງ​ກັນ ແລະ ຫລີກ­ເວັ້ນ​ຈາກສິ່ງ​ທີ່​ບໍ່​ປາ­ຖະ­ຫນາ​ເຊັ່ນ: ການ​ຖືພາ​ໂດຍ​ບໍ່​ໄດ້​ຕັ້ງ­ໃຈ, ພະ­ຍາດ​ຕິດຕໍ່​ທາງ​ເພດ​ສຳ­ພັນ, ພະ­ຍາດ HIV ແລະ ຢາ​ເສບ​ຕິດ​ຕ່າງໆ. ຕໍ່​ກັບສິ່ງ​ດັ່ງ­ກ່າວ, ພວກ​ເຮົາ​ຕ້ອງ​ໃຫ້ການ​ສະ­ຫນັບ­ສະ­ຫນູນ​ທີ່​ຄົບ​ວົງຈອນ​ນັບ​ຕັ້ງ­ແຕ່​ເລີ່ມ​ຕົ້ນ​ຂອງ​ໄວຫນຸ່ມ​ໄປ​ຈົນ​ເຖິງ​ເປັນ​ຜູ້​ໃຫຍ່.

   ຕໍ່​ກັບ​ການ​ເຂົ້າ​ເຖິງ​ການ​ບໍ​ລິການ​ສຸ­ຂະ­ພາບ​ຈະ­ເລີນ​ພັນ ໂດຍສະ­ເພາະ​ແມ່ນ​ການ​ວາງ​ແຜນຄອບ­ຄົວ ແລະ ການ​ຄຸມ​ກຳ­ເນີດໃນ​ລາວ​ເຮົາ​ຈະ​ມີ​ອັດ­ຕາ​ສະ­ເລ່ຍສູງ​ກວມ 84% (ຢູ່​ຕາມ​ບັນ­ດາໂຮງ­ຫມໍ) ຢ່າງ­ໃດ​ກໍ່​ຕາມ, ການເຂົ້າ​ເຖິງ​ການ​ບໍ­ລິ­ການ​ດັ່ງ­ກ່າວນີ້, ສປປ ລາວ ແມ່ນ​ຍັງ​ພົບ​ກັບສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ສິ່ງ​ສຳຄັນ​ນັ້ນ, ອັດ­ຕາ​ການ​ເກີດ​ຂຶ້ນ​ໃນໄລ­ຍະ​ຖື­ພາ ແລະ ເກີດ​ລູກ ເຊິ່ງສິ່ງ​ທີ່​ຫນ້າ​ເປັນ​ຫ່ວງ​ທີ່​ສຸດ​ໃນ​ປະຈຸ​ບັນ​ແມ່ນ​ການ​ເສຍ​ຊີ­ວິດ​ຂອງແມ່​ທີ່​ມີ​ລັກ­ສະ­ນະ​ເພີ່ມ​ສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ ໂດຍ​ສະ­ເພາະ​ໃນກຸ່ມ​ໄວ​ຫນຸ່ມ​ທີ່​ທຸກ​ຍາກ ແລະ ຂາດ​ໂອ­ກາດ​ເຂົ້າ​ເຖິງ​ການ​ບໍ​ລິ ການ​ສຸ­ຂະ­ພາບ​ຈະ­ເລີນ​ພັນ.

   ເພື່ອ​ໂຕ້​ຕອບ​ກັບ​ຄວາມ​ຂາດເຂີນ​ທາງ​ດ້ານ​ຊັບ­ພະ­ຍາ­ກອນ ແລະ ວິ­ຊາ​ການ​ໃນ​ເຂດ​ຫ່າງ​ໄກສອກ­ຫລີກ, ພັກ ແລະ ລັດ​ຖະບານ​ໄດ້​ສືບ­ຕໍ່​ໃຫ້­ການ​ສະ­ຫນັບສະ​ຫນູນ​ໃຫ້​ມີ​ການ​ຝຶກ​ອົບ­ຮົມ​ໃຫ້ແກ່​ອາ­ສາ​ສະ­ຫມັກ​ຂັ້ນ​ບ້ານ ເພື່ອແນະ­ນຳ​ວິ­ທີ​ການ​ຄຸມ​ກຳ­ເນີດ​ໃນເຂດ​ຊຸມ​ຊົນ, ການ​ສ້າງ​ຄວາມເຂົ້າ­ໃຈ​ຕໍ່​ກັບ​ການ​ບໍ­ລິ­ການ​ການວາງ​ແຜນ​ຄອບ­ຄົວ ເພື່ອ​ໃຫ້​ຊຸມຊົນ​ເຂົ້າ­ໃຈ​ຢ່າງ​ເລິກ­ເຊິ່ງ​ກ່ຽວກັບ​ການ​ວາງ​ແຜນ​ຄອບ­ຄົວ​ໂດຍສະ­ຫມັກ​ໃຈ​ທີ່​ຈະ​ສາ­ມາດ​ຊ່ວຍຫລຸດ­ຜ່ອນ​ອັດ­ຕາ​ການ​ເສຍ​ຊີ­ວິດຂອງ​ແມ່​ໄດ້​ເຖິງ​ຫນຶ່ງ​ສ່ວນ​ສາມ ແລະ ອັດ­ຕາ​ການ​ເສຍ​ຊີ­ວິດ​ຂອງເດັກ­ນ້ອຍ​ໄດ້ 20% ເຊິ່ງ​ເປັນ​ສິ່ງສຳ­ຄັນ​ທີ່​ສຸດ​ໃນ​ວຽກ​ງານ​ການຮັກ­ສາ ແລະ ກອບ​ກູ້​ເອົາ​ຊີ­ວິດຂອງ​ແມ່.

  ທ່ານ ດຣ. ບຸນ​ທະ­ວີ ສີ​ສຸ­ພັນທອງ ກ່າວ​ອີ​ກວ່າ: ການ​ບັນ­ລຸເປົ້າ​ຫມາຍ​ສະ­ຫັດ​ສະ​ວັດ​ດ້ານການ​ພັດ­ທະ­ນາ ໂດຍ​ສະ­ເພາະແມ່ນ​ການ​ຫລຸດ­ຜ່ອນ​ອັດ­ຕາ​ການຕາຍ​ຂອງ​ແມ່ ຍັງ​ເປັນ​ສິ່ງ​ທ້າ ທາຍ​ສຳ­ລັບ ສປປ ລາວ, ສະເພາະ​ໃນ​ປະ­ຈຸ​ບັນ​ນີ້, ອີງ​ຕາມ​ຕົວເລກ​ຂໍ້​ມູນ​ສະ­ຖິ­ຕິ​ແຕ່​ລະ​ມື້​ແມ່­ຍິງ ແລະ ເດັກ​ແດງ​ຫລາຍ​ກວ່າ 2 ຄົນ​ຢູ່ ສປປ ລາວ ແມ່ນ​ເສຍ​ຊີ­ວິດຈາກ​ສາ­ເຫດ​ອາ­ການ​ສົນ​ໃນ​ໄລ ຍະ​ຖື­ພາ ແລະ ເກີດ​ລູກ. ແນວ­ໃດກໍ່​ດີ ທັງ​ຫມົດ​ຂອງ​ການ​ເສຍ​ຊີວິດ ແລະ ການ​ເຈັບ​ປ່ວຍ​ແມ່ນການ​ດູ​ແລ​ປ້ອງ​ກັນ​ໄດ້ ຖ້າ​ຜູ້​ເປັນແມ່​ສາ­ມາດ​ເຂົ້າ​ເຖິງ​ການ​ດູ​ແລຈາກ​ຜູ້​ຊຳ­ນານ​ດ້ານ​ການ​ເກີດ, ມີ​ໂຮງ­ຫມໍ​ໃຫ້​ບໍ­ລິ­ການ​ການ​ດູ​ແລສຸກ​ເສີນ​ດ້ານ​ປະ­ສູດ, ຮັບ​ຮູ້ ແລະ ເຂົ້າ­ໃຈ​ກ່ຽວ​ກັບ​ການ​ວາງ​ແຜນລູກ​ຫ່າງລວມ​ທັງ​ການ​ຫລີກເວັ້ນ​ການ​ຖື­ພາ​ແຕ່​ໄວ​ຫນຸ່ມ​ທີ່​ມີຄວາມ​ສ່ຽງ​ສູງ​ຕໍ່​ກັບ​ອາ­ການ​ສົນຕ່າງໆ.

   ການ​ປ້ອງ​ກັນ ແລະການຫລຸດ­ຜ່ອນ​ອັດ­ຕາ​ການ​ເສຍ​ຊີ­ວິດຂອງ​ແມ່​ແມ່ນ​ເປັນ​ພາກ­ສ່ວນຫນຶ່ງ​ຂອງ​ຍຸດ​ທະ​ສາດ​ທີ່​ລັດ​ຖະບານ ແລະ ອົງ­ການ​ສະ­ຫະ​ປະ­ຊາຊາດ​ກອງ​ທຶນ​ສຳ­ລັບ​ປະ­ຊາ­ກອນ ແລະ ບັນ­ດາ​ຄູ່​ຮ່ວມ​ພັດ­ທະ­ນາຊຸກ­ຍູ້ ແລະ ຜັນ​ຂະ­ຫຍາຍ ໂດຍສະ­ເພາະ​ແມ່ນ​ການ​ຜັນ​ຂະ­ຫຍາຍແຜນ​ງານ​ເພື່ອ​ຊ່ວຍ​ສ້າງ​ຜູ້​ເກີດລູກ​ທີ່​ຊຳ­ນານ ລວມ​ທັງ​ການ​ສ້າງນາງ​ຜະ­ດຸງ­ຄັນ. ໃນ​ເດືອນ​ທີ່​ຜ່ານມາ ມີ​ຜະ­ດຸງ­ຄັນ​ຈຳ­ນວນ 160 ຄົນ​ໄດ້​ຮັບ​ການ​ຂຶ້ນ​ທະ­ບຽນ​ແຫ່ງຊາດ ເຊິ່ງ​ເປັນ​ຊຸດ​ທີ​ສອງ ແລະ ກຽມ­ພ້ອມ​ທີ່​ຈະ​ຮັບ​ໃຊ້​ຊຸມ​ຊົນ​ໃນຂອບ​ເຂດ​ທົ່ວ​ປະ­ເທດ.

Ecom

11:13 PM | Posted in , , | Read More »

Helicopter crews unable to save sacred tree in Southern Laos



Specialists employ a helicopter in an unsuccessful attempt to move the tree.
 -- Photo Sulin Phetthany


A mission to recue an ancient manikhoth tree from the Khonphapheng Falls in Champassak province using army helicopters has proved unsuccessful due to uncertainties regarding the submerged section of the large tree, much to the disappointment of the assembled crowd.


Fifteen specialists from Vientiane who were assigned to save the tree were unsure how the helicopters would react when they attempted the lift, as the river had risen and only two metres of the trunk remained exposed on the rock, while a much larger part was submerged in the strong river current.

An official from the Champassak provincial Department of Information, Culture and Tourism, Mr Sivone Vankhonevilay, who was in charge of the committee set up to rescue the tree, said the specialists were afraid that the submerged section would get stuck in the rocks, so they decided to take the safer option of securing the tree to others on the riverbank.

When the river is at its lowest level in March next year they will attempt to retrieve the tree in safer conditions.



“They told us that unexpected things could occur with their operation because they could not predict what would happen with the part of the tree that was submerged,” Mr Sivone said.

The decision was taken to land two specialists on the rock where the tree stood and secure slings to other large trees on the riverbank nearby. They are confident the tree will not be swept away when the river rises even though the current is getting stronger all the time.

A huge crowd appeared to watch the spectacle, as army personnel attempted to use two army helicopters to move the tree to the riverbank after it toppled over in March.

The tree, which is perched precariously on a rocky outcrop in the middle of the river between Thakhor and Phapheng villages attracted bystanders to the area to support the team but unfortunately they will have to wait until next year. The department has decided to resc ue it on March 19, one year on from the day it fell over.

Mr Sivone explained they were not dragging the chain when it came to organising the rescue attempt, saying they had to be careful to consult with local villagers because the tree had been part of their life for such a long time that the decision was partly up to them.

“The tree has a long history and is significant for local beliefs so we couldn't decide immediately on our own after the tree fell. Apart from the decision by the ministry, we have to ask people in the area whether they agree or disagree,” he said, adding that most people were satisfied with the decision to move the tree to the riverbank.

The manikhoth features as a holy tree in the ancient Sanskrit epic of Phra Lak-Phra Lam, or Ramayana. A manikhoth tree has three limbs. According to legend, fruit eaten from the first limb will bring eternal youth and long life, the second will bring great power and status, while fruit eaten from the third limb, pointing to the west, brings bad luck – and the eater will turn into a monkey.

The history of this tree is unknown but locals say it has been there since they were born.

Many people insist it has been standing for at least 200 years since the era of the Lane Xang Kingdom. Sadly the tree's longstanding prominence came to an end one wet and windy night.

VIentianetimes

8:26 AM | Posted in , , , | Read More »

ຜູ້ຊາຍບ້າກາມຂົ່ມຂືນຍິງ 50 ປີ




ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຕິດ​ອາ­ລົມ​ທາງ​ເພດ ລົງ­ມື​ຂົ່ມ­ຂືນ​ຍິງ​ແກ່ ອາ­ຍຸ 50 ປີ ເຊິ່ງ​ເປັນ​ຄົນ​ບ້ານ​ດຽວ​ກັນ ຕໍ່​ມາ​ຜູ້​ເສຍ​ຫາຍ​ໄດ້​ເຂົ້າ​ແຈ້ງ​ຄວາມ​ຕໍ່​ເຈົ້າ​ໜ້າ­ທີ່ ພ້ອມ​ຢືນ­ຢັນ​ຈື່​ໜ້າ​ຜູ້​ກະ­ທຳ​ຜິດ​ໄດ້​ຊັດ​ເຈນ.

ເຫດ­ການ​ເກີດ​ຂຶ້ນ​ໃນ​ວັນ​ທີ 28 ຕຸ­ລາ 2011 ເວ­ລາ 17:00 ໂມງ ຢູ່​ບ້ານ​ວຽງ​ຄຳ ເມືອງ​ສີ​ໂຄດ​ຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ ພາຍ­ຫຼັງ​ແຈ້ງ​ຄວາມ​ເຈົ້າ​ໜ້າ­ທີ່ ປກສ ເມືອງ​ສີ​ໂຄດ​ຕະ­ບອງ ໄດ້​ລົງ​ກວດ­ກາ​ສະ­ຖານ­ທີ່​ເກີດ​ເຫດ ເຊິ່ງ​ແມ່ນ​ສວນ​ມັນ­ຕົ້ນ ຫ່າງ​ຈາກ​ບ້ານ​ວຽງ​ຄຳ ປະ­ມານ 1 ກິ­ໂລ­ແມັດ ພ້ອມ​ທັງ​ຕິດ­ຕາມ​ກັກ​ຕົວ​ຜູ້​ກະ­ທຳ​ຜິດ ຄື: ທ້າວ ພູ​ວັນ (ເຖົ້າ) ອາ­ຍຸ 22 ປີ ປະ­ຊາ­ຊົນ​ບ້ານ​ວຽງ​ຄຳ ເມືອງ​ສີ​ໂຄດ​ຕະ­ບອງ ມາ​ທຳ​ການ​ສືບ­ສວນ.

ຜ່ານ​ການ​ສອບ​ສວນ​ຂອງ​ເຈົ້າ​ໜ້າ­ທີ່ ຜູ້­ກ່ຽວ​ຮັບ​ສາ­ລະ­ພາບ​ວ່າ: ໄດ້​ຂົ່ມ­ຂືນ​ຍິງ​ຄົນ​ດັ່ງ­ກ່າວ​ແທ້ ຊຶ່ງ​ໃນ​ວັນ​ເກີດ​ເຫດ ຜູ້­ກ່ຽວ​ເຫັນ​ຜູ້​ເສຍ​ຫາຍ​ຍ່າງ​ໄປ​ສວນ​ມັນ­ຕົ້ນ​ຄົນ​ດຽວ ໃນ​ເວ­ລາ​ຕາ­ເວັນ​ໃກ້​ຕົກ​ດິນ ຈາກ​ນັ້ນ​ຈຶ່ງ​ເກີດ​ມີ​ແນວ​ຄິດ​ຢາກ​ຮ່ວມ​ເພດ​ກັບ​ຍິງ​ຄົນ​ນັ້ນ ກໍ​ເລີຍ​ຍ່າງ​ຕາມ​ຫຼັງ​ໄປ ໂດຍ​ບໍ່​ໃຫ້​ຜູ້​ເສຍ​ຫາຍ​ຮູ້­ສຶກ​ຕົວ ເມື່ອ​ນຳ­ໄປ​ຮອດ​ສວນ​ມັນ­ຕົ້ນ ຜູ້­ກ່ຽວ​ກໍ​ໃຊ້​ແຮງ​ຂົ່ມ­ຂືນ​ຈົນ​ສຳ­ເລັດ ສ່ວນ​ຜູ້​ເສຍ​ຫາຍ​ກໍ​ພະ­ຍາ­ຍາມ​ຮ້ອງ​ຂໍ​ຄວາມ​ຊ່ວຍ­ເຫຼືອ ແຕ່​ເນື່ອງ​ຈາ​ກວ່າ​ສະ­ຖານ­ທີ່​ດັ່ງ­ກ່າວ ຫ່າງ​ຈາກ​ບ້ານ​ພໍ​ສົມ­ຄວນ ຈຶ່ງ​ບໍ່​ມີ​ໃຜ​ໄດ້​ຍິນ ອີກ​ຢ່າງ​ໜຶ່ງ ຜູ້​ເສຍ​ຫາຍ​ເຊິ່ງ​ເປັນ​ຍິງ​ທີ່​ມີ​ອາ­ຍຸ​ສູງ ຈຶ່ງ​ບໍ່​ສາ­ມາດ​ຊ່ວຍ­ເຫຼືອ​ຕົນ​ເອງ​ໄດ້ ແລະ ພາຍ­ຫຼັງ​ຂົ່ມ­ຂືນ​ສຳ­ເລັດ ທ້າວ ພູ​ວັນ ໄດ້​ເອົາ​ຕົວ​ຫຼົບ­ໜີ​ເຂົ້າ​ໄປ​ໃນ​ບ້ານ ຈົນ​ຮອດ​ເວ­ລາ 22:00 ໂມງ​ຂອງ​ວັນ​ດຽວ​ກັນ ເຈົ້າ​ໜ້າ­ທີ່​ຈຶ່ງ​ໄດ້​ເຂົ້າ​ຈັບ​ຕົວ​ມາ​ດຳ­ເນີນ​ຄະ­ດີ.

ສຳ­ລັບ​ແມ່­ຍິງ​ແລ້ວ ບໍ່​ວ່າ​ຈະ​ເປັນ​ຍິງ​ສາວ ຫຼື ໄວ​ກາງ­ຄົນ​ກໍ​ຕາມ ຄວນ​ມີ​ສະ­ຕິ​ລະ­ມັດ­ລະ­ວັງ​ຕົວ​ໃນ​ການ​ໄປ​ມາ​ຢູ່​ສະ­ເໝີ ບໍ່​ຄວນ​ໄປ​ຄົນ​ດຽວ​ໃນ​ສະ­ຖານ­ທີ່​ມືດ ແລະ ໄປ​ເດິກ​ມາ​ດື່ນ ເພາະ​ມັນ​ຈະ​ເປັນ​ຊ່ອງ​ຫວ່າງ​ໃຫ້​ຄົນ​ບໍ່​ດີ ລົງ­ມື​ຂົ່ມ­ຂືນ ຫຼື ກໍ່​ເຫດ​ຕ່າງໆ ຊຶ່ງ​ເປັນ​ອັນ­ຕະ­ລາຍ​ຕໍ່​ຊີ­ວິດ (ດ້ານ​ຮ່າງ­ກາຍ ແລະ ຈິດ­ໃຈ) ແລະ ຊັບ​ສິນ​ຂອງ​ຕົນ​ເອງ.

vientianemai

9:00 PM | Posted in , , , | Read More »

130 buddha images discover in a cave in Vientiane




The Vientiane provincial Culture, Information and Tourism Department has moved 130 Buddha images discovered recently in a cave in the province to a local temple where devotees can pay homage to them.

Most of the statues are about 60 centimetres high and are made of silver, gold and clay.
They were discovered last month in Nameuang village, Meuangfeuang district, by a man who went to the cave to hunt for rats.

A department official in charge of investigating the find, Mr Phaivan Syvanalom, said the origin of the statues is unknown.

“So far, we have no clear evidence as to their origins, but their discovery is significant for our national heritage,” he said.
Mr Phaivan thinks the Buddha images may have belonged to people seeking shelter during the war and that they hid these valuables in the cave. He also thinks they might have their origins in the King Fa Ngum era.
One venerable monk, who was able to read palm leaf manuscripts, said some of the letters inscribed on the images provided clues to their origins.

Officials wonder why the people who have lived in the area for over 80 years never came across these images. The man who eventually found them had been married to a local girl for just six days before he glimpsed them hidden in the ground of the small cave.

He first spotted four small statuettes on the ground, and then informed local officials, who found more underneath.
Villagers say the images were once kept in the village but when several people fell ill and died they decided to put them in the cave, which was about 10km away.

Now that they are in the village temple, they are attracting devotees who are coming to pay their respects and make donations.

Guards are taking turns to watch over the statues as they are afraid that people with bad intentions may try to steal them.

Eventually the department wants to move the collection to the provincial cultural hall to put them on public display.

By 
Phonesavanh Sangsomboun 
Vientianetimes

8:09 AM | Posted in , , , | Read More »

ຂ່າວດ່ວນ ! ປືນນັດດຽວ ຂ້າ 9 ຄົນ ຢູ່ປະເທດລາວ !




ກາຍ­ເປັນ​ເຫດ­ການ​ສະ ເທືອນ​ຂວັນ ແລະ ອຸ­ທາ­ຫອນ​ເຕືອນຫລາຍ​ຄົນ​ໃນ​ກ່ອນ​ຈະ​ຍິງ​ປືນ​ຂຶ້ນ ຟ້າ​ແຕ່​ລະ​ນັດ​ກັບ​ເຫດ​ຮູ້​ເທົ້າ​ບໍ່ເຖິງ​ການ​ຍິງ​ປືນ​ພຽງ​ນັດ​ດຽວໃນ​ວັນ​ເສົາ​ຜ່ານ​ມາຂອງ ປກສ ບ້ານ​ນາ​ຕ້າງ ແຂວງ​ຫົວ­ພັນ ເປັນ​ເຫດ​ເຮັດໃຫ້​ມີ​ຜູ້​ເສຍ​ຊີ­ວິດ​ເຖິງ 9 ຄົນ ໂດຍສ່ວນ​ໃຫຍ່​ແມ່ນ​ເດັກ­ນ້ອຍ.

   ເຫດ​ເກີດ​ເມື່ອ​ຕອນ​ແລງ​ວັນທີ 12 ພຶດ­ສະ­ພາ​ຜ່ານ​ມາ ທີ່​ຄຸ້ມຍຸນ​ທອງ​ບ້ານ​ນາ​ຕ້າງ ເມືອງຊຳ​ເຫນືອ ແຂວງ​ຫົວ­ພັນ ຫລັງຈາກ​ທີ່​ປະ­ຊາ­ຊົນ​ຄຸ້ມ​ດັ່ງ­ກ່າວ​ໄດ້ປະ­ກອບ​ພິ­ທີ​ທາງ​ສາ­ສະ­ຫນາ (ຍ້າຍ​ຜີ​ເຊິນ ) ຈາກ​ບ້ານ​ເກົ່າ​ມາຮັກ­ສາ​ໄວ້​ຢູ່​ບ້ານ​ໃຫມ່ ເມື່ອ​ສຳ­ເລັດ​ພິ­ທີ​ແລ້ວ​ກໍ່​ໄດ້​ພາ­ກັນ​ຍ່າງ​ກັບ​ຄືນ​ເມືອ​ເຮືອນ​ຂອງ​ໃຜ­ລາວ ພໍ​ຮອດ​ກາງ​ພູ​ໃກ້​ຈະ​ຮອດ​ບ້ານ ທ. ອຳ­ພອນ ເຊິ່ງ​ເປັນ​ປະ­ຊາ­ຊົນໃນ​ບ້ານ​ໄດ້​ພະ­ລາດ​ລົ້ມ​ກິ້ງ​ລົງ​ພູ ປະ­ມານ 6 ແມັດ ແລະ ເສຍ​ຊີວິດ​ຄາ​ທີ່.

   ຈາກ​ນັ້ນ ທ. ສິງ​ພອນ ເປັນ ປກສ ບ້ານ​ໄດ້​ເອົາ​ປືນ​ອາ­ວຸດເສິກ (ຍີ່­ຫໍ້​ມະ​ດົກ​ມ້າ) ຢູ່​ເຮືອນຂອງ​ຜູ້­ກ່ຽວ​ມາ​ຍິງ​ຂຶ້ນ​ຟ້າ​ຈຳນວນ 1 ນັດ ເພື່ອ​ເຕືອນ​ໃຫ້​ຊາວບ້ານ​ຮັບ​ຮູ້​ວ່າ​ມີ​ເຫດ​ເກີດ​ຂຶ້ນ ແຕ່ບັງ­ເອີນ​ລູກ­ປືນ​ໄດ້​ຖືກ​ສາຍ​ໄຟ­ຟ້າແຮງ​ກາງ 22 kv. ເຮັດ​ໃຫ້​ສາຍໄຟ­ຟ້າ​ຂາດ​ຫນຶ່ງ​ສັ້ນ​ແລ້ວ​ຕົກ­ລົງມາ­ສູ່​ພື້ນ​ດິນ​ບໍ­ລິ­ເວນ​ນັ້ນ​ພໍ­ດີ​ຈິງເປັນ​ເຫດ​ເຮັດ​ໃຫ້​ໄຟ​ຊ໋ອດ ແລະ ມີ​ຄົນ​ເສຍ​ຊີ­ວິດ​ຈຳ­ນວນ 9 ຄົນ.

   ບຸກ­ຄົນ​ທີ່​ເສຍ​ຊີ­ວິດ​ໃນ​ຄັ້ງ​ນີ້ ປະ­ກອບ​ມີ: ທ. ສິງ​ພອນ ອາ­ຍຸ 42 ປີ (ຜູ້­ຍິງ​ປືນ), ທ. ບຸນ ອາ­ຍຸ 16 ປີ, ນ. ເພັງ ອາ­ຍຸ 14 ປີ, ນ. ຈັນ ອາ­ຍຸ 7 ປີ, ທ. ຫມັ້ນ ອາ­ຍຸ 9 ປີ, ນ. ບົງ ອາ­ຍຸ 13 ປີ, ນ. ວັນ ອາ­ຍຸ 9 ປີ, ທ. ຈັນ ອາ­ຍຸ 17 ປີ ແລະ ນ. ວອນ ອາ­ຍຸ 15 ປີ ໂດຍ​ທັງ​ຫມົດ​ເປັນປະ­ຊາ­ຊົນ​ຄຸ້ມ​ຍຸນ​ທອງ​ບ້ານ​ນາຕ້າງ ເມືອງ​ຊຳ​ເຫນືອ ແຂວງ​ຫົວພັນ.

   ຢ່າງ­ໃດ​ກໍ່​ຕາມ ຜ່ານ​ການ​ສະຫລຸບ​ຄະ­ດີ​ໃນ​ເບື້ອງ​ຕົ້ນ​ຂອງ​ເຈົ້າຫນ້າ­ທີ່​ກ່ຽວ­ຂ້ອງ​ເຫັນ​ວ່າ: ເຫດການ​ດັ່ງ­ກ່າວ​ເປັນ​ອຸ­ບັດ­ເຫດ ໂດຍບໍ່​ກ່ຽວ­ຂ້ອງ​ກັບ​ເຕັກ­ນິກ ແລະ ຄວາມ​ຜິດ­ພາດ​ໃນ​ການ​ກໍ່­ສ້າງ ແລະ ຕິດ​ຕັ້ງ​ໄຟ­ຟ້າ​ຂອງ​ບໍ­ລິ­ສັດ​ຜູ້​ຕິດ​ຕັ້ງ​ໄຟ­ຟ້າ​ແຕ່​ຢ່າງ­ໃດ​ເຖິງ ແມ່ນ​ວ່າ​ຕາ​ຂ່າຍ​ດັ່ງ­ກ່າວ​ແມ່ນພວມ​ຢູ່​ໃນ​ໄລ­ຍະ​ການ​ກໍ່­ສ້າງ ແລະ ຕິດ​ຕັ້ງ​ກໍ່​ຕາມ.

   ຂະ­ນະ​ທີ່​ບໍ­ລິ­ສັດ​ຜູ້​ຮັບ​ເຫມົາກໍ່­ສ້າງ ແລະ ຕິດ​ຕັ້ງ​ດັ່ງ­ກ່າວ​ກໍ່ໄດ້​ມອບ​ເງິນ​ຊ່ວຍ­ເຫລືອ​ປົງ​ສົບຜູ້​ເສຍ​ຊີ­ວິດ​ແລ້ວ​ຈຳ­ນວນ 5 ລ້ານກີບ ແລະ ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າລາວ​ສາ­ຂາ​ແຂວງ​ຫົວ­ພັນ​ຊ່ວຍເຫລືອ 2 ລ້ານ​ກີບ. ພ້ອມ​ທັງ​ສົ່ງບົດ​ລາຍ​ງານ ແລະ ບົດ​ສະ­ເຫນີ​ມາຍັງ​ພະ​ແນກ​ສະ­ຫວັດ­ດີ​ການ ແລະ ສັງ­ຄົມ​ແຂວງ​ເພື່ອ​ຫາ​ທາງ​ຊ່ວຍເຫລືອ​ຄອບ­ຄົວ​ຜູ້​ເສຍ​ຊີ­ວິດ​ຕໍ່​ໄປ.

Ecom

9:21 PM | Posted in , , , | Read More »

Champasak province works to rescue a sacred manikhoth tree !




Champassak provincial authorities have been bombarded with requests from concerned locals to rescue a sacred manikhoth tree - a holy tree in Buddhist tradition - from being swept away by the Mekong River after it toppled over last month.

The tree stood on a rock in the middle of Khonephapeng waterfall, the thunderous 10km wide falls in southernmost Champassak province, near the Cambodian border.

Locals want the authorities to lift the tree out of the river and display it appropriately as a cultural relic.The fallen tree is still partly on land while some of the trunk lies in the river, and locals fear the holy tree will be swept away by the strong current.

According to local media, the tree fell on March 19, which has sparked public reaction as far north as Vientiane because of its perceived supernatural powers.

The manikhoth features as a holy tree in the ancient Sanskrit epic of Phra Lak-Phra Lam or Ramayana. A manikhoth has three limbs, and according to the legend fruit eaten from the first limb will bring eternal youth and long life, the second will bring great power and status, while fruit eaten from the third limb, pointing to the west, brings bad luck – the eater will turn into a monkey.

The people of Khong district believe that the fallen tree is holy and has powers as stated in the epic.
Champassak authorities reported that many people were trying to collect pieces of the tree for good luck and health, and some were cashing in by selling pieces of bark that peeled away, claiming they contain the powers of the manikhoth tree if consumed.

The practice is not limited to Champassak province. “Some people in my office even wrote an advert to sell manikhoth bark, saying it has supernatural powers,” a Vientiane res ident toldVientiane Times .

However, at present no one knows the exact species of the tree because it is surrounded by the falls, making collecting the bark a dangerous activity.

“Only birds can get to the tree,” said an elderly woman in nearby Thakhor village.

According to local residents, branches of the tree that have been found floating in the Mekong in the past are kept in some houses for religious purposes or sold to believers.

Champassak authorities are considering how the tree can be safely removed from the river.


By Times Reporters 

11:34 AM | Posted in , , , | Read More »

ຕົ້ນໄມ້ ມະນີໂຄດລົ້ມ ເປັນລາງສັງຫອນເຕືອນໄພ ໃຫ້ກັບປະເທດລາວ

ຂ່າວ: ຈຽງ​ສັກ

ຕົ້ນ­ໄມ້​ມະ­ນີ​ໂຄດ​ ເປັນ­ຕົ້ນໄມ້​ ທີ່​ມີ​ອາ­ຍຸ​ຍາວ​ນານ​ ມາ​ຫລາຍຮຸ່ນ​ຄົນ ແລະ ປະ­ຊາ­ຊົນ​ຊາວ ເມືອງ​ໂຂງ ຕ່າງ​ກໍ່​ເຊື່ອ​ຖື​ ກັນ​ວ່າ ເປັນ­ຕົ້ນ​ໄມ້ ​ທີ່​ວິ­ເສດ, ສັກ­ສິດ, ເກີດ​ຢູ່​ດອນ​ນ້ອຍ​ກາງ​ນ້ຳງອ ຍ​ຢູ່ ເບື້ອງ​ເທິງ​ ນ້ຳ­ຕົກ­ຕາດ​ ຄອນ​ພະເພັງ, ປະ­ຈຸ​ບັນ​ ຕົ້ນ​ມະ­ນີ​ໂຄດ​ ລົ້ມລົງ​ຢ່າງ​ຫນ້າ​ເສຍ­ດາຍ ຈິ່ງ​ເປັນທີ່​ສົນ­ໃຈ​ ຂອງ​ສັງ­ຄົມ.

ເຊົ້າ​ວານ​ນີ້ ທ່ານ ສົມ​ຈີນ ອິນ​ທະ​ຈິດ ຫົວ­ຫນ້າ​ຫ້ອງ ­ການທ່ອງ​ທ່ຽວ ​ເມືອງ​ໂຂງ​ໃຫ້​ຮູ້​ວ່າ: ຄືນ​ວັນ​ທີ 19 ມີ­ນາ​ຜ່ານ​ມາ​ເວ­ລາ ປະ­ມານ 22:30 ນາ­ທີ, ເວ­ລາ​ນັ້ນ ສະ­ພາບ​ດິນ​ຟ້າ​ອາ­ກາດ​ ມີ​ຝົນ­ຕົກເລັກ​ນ້ອຍ, ລົມ​ພັດ​ຂ້ອນ​ຂ້າງແຮງ, ຂະ­ນະ​ດຽວ​ກັນ ​ປະ­ຊາ­ຊົນທີ່​ອາ­ໄສ​ຢູ່​ໃກ້​ຄຽງ​ ໄດ້​ຍິນ​ສຽງດັງ ​ຄ້າຍ­ຄື ​ມີ​ບາງ​ຢ່າງ ​ກະ­ທົບ​ລົງໃສ່​ ນ້ຳ​ຢ່າງ​ແຮງ, ຍ້ອນ​ທ້ອງ­ຟ້າ​ມືດ ​ບໍ່​ມີ​ແສງ​ບວກ ກັບ​ກະ­ແສ​ລົມ​ພັດ​ ຫອບ​ເອົາ​ສາຍ ຝົນ​ທີ່​ກຳ​ລົງ​ຕົກ​ຢູ່​ ນັ້ນ​ຈິ່ງ​ບໍ່​ມີ​ໃຜສົນ­ໃຈ​ ໃນ​ສິ່ງ​ທີ່​ເກີດ​ຂຶ້ນ ແລະ ບໍ່ຄິດ​ວ່າ​ແມ່ນ ​ຕົ້ນ­ໄມ້​ມະ­ນີ​ໂຄດ​ ລົ້ມລົງ.

ຮຸ່ງ​ເຊົ້າ​ຂອງ​ວັນ​ທີ 20 ມີ­ນາ ປະ­ຊາ­ຊົນ ​ຈິ່ງ​ແຕກ​ຕື່ນ ​ຕົກ­ໃຈຍ້ອນ​ເຫັນ​ ສະ­ພາບ​ຂອງ​ຕົ້ນ­ໄມ້ ມະ­ນີ​ໂຄດ​ ອັນ​ເປັນ​ມິ່ງ­ຂວັນ​ຂອງ ຊາວ​ເມືອງ​ໂຂງ ​ທີ່​ເລົ່າ​ຂານ​ກັນມາ​ ໃນ​ຫລາຍ​ຮຸ່ນ​ຄົນ​ວ່າ​ ເປັນ­ຕົ້ນ ໄມ້​ທີ່​ສັກ­ສິດ​ ໄດ້​ລົ້ມ​ລົງ​ຢ່າງ​ບໍ່ຄາດ​ຝັນ, ສະ­ພາບ​ຂອງ​ຕົ້ນ­ໄມ້ ມະ­ນີ​ໂຄດ ​ໃນ​ເວ­ລາ​ນັ້ນ​ສ່ວນ ຮາກ​ເບື້ອງ​ຫນຶ່ງ ​ຍັງ​ເກາະ​ຕິດ​ກັບຫີນ, ສ່ວນ​ເບື້ອງ​ປາຍ ​ຈຸ່ມ​ລົງ​ນ້ຳ ຍ້ອນ​ລຳ­ຕົ້ນ​ລົ້ມ​ ກະ­ທົບ​ໃສ່​ຫີນແລະ ສ່ວນ​ປາຍ​ກະ­ທົບ​ລົງ ທ່າມກາງ​ກະ­ແສ­ນ້ຳ ​ທີ່​ໄຫລ​ແຮງ​ເຮັດໃຫ້ ​ງ່າ​ສ່ວນ​ຫນຶ່ງ​ ຫັກ​ກະ­ຈາຍອອກ​ ແລ້ວ​ໄຫລ​ຕາມ​ລຳ​ນ້ຳ​ ໄປ​ເກາະ​ຕິດ​ກັບ​ມອງ​ ຂອງ​ປະ­ຊາຊົນ​ ຢູ່​ທາງ​ຕອນ​ໃຕ້​ ຂອງ​ນ້ຳ­ຕົກຕາດ​ ຄອນ​ພະ​ເພັງ, ບາງ​ຄົນ​ບໍ່​ຮູ້​ວ່າ​ ເປັນ​ງ່າ­ໄມ້​ມະ­ນີ​ໂຄດ ​ຈິ່ງ​ປ່ອຍໄຫລ​ຖິ້ມ​ໄ ປ​ຕາມ​ນ້ຳ, ສ່ວນ​ຜູ້​ຮູ້​ ຂໍ້​ມູນ​ກໍ່​ເກັບ​ເອົາ​ມາ​ໄວ້​ ເປັນ​ສິ່ງຂອງ​ບູ­ຊາ ແລະ ແຈກ​ຢາຍ​ກັນ ເກັບ​ໄວ້​ຍ້ອນ​ເປັນ​ສິ່ງ​ຂອງ​ ທີ່​ຫາຍາກ ແລະ ເຊື່ອ​ກັນ​ວ່າ​ເປັນ​ໄມ້ ​ທີ່ສັກ­ສິດ, ສ່ວນ​ຫງ່າ​ໃຫຍ່​ຫ້ອງການ­ ທ່ອງ­ທ່ຽວ​ເມືອງ​ໂຂງ ​ເກັບໄວ້​ທີ່​ຫໍ​ວາງ­ສະ­ແດງ​ຂອງ​ເມືອງ.

ໃນ​ວັນ​ດຽວ​ກັນ ທ້າວ ລິດ ທະ­ນູ​ທອງ (ເບ) ຊ່າງ​ພາບ​ ປະຈຳ​ນ້ຳ­ຕົກ­ຕາດ​ ຄອນ​ພະ​ເພັງ​ເລົ່າສູ່​ຟັງ​ວ່າ: ບາງ​ຄົນ​ຢາກ​ໄດ້​ເກັບໄວ້ ​ຈິ່ງ​ຂໍ​ບູ­ຊາ​ຕໍ່ໆກັນ ​ດ້ວຍ​ການຈ່າຍ​ເງິນ ​ຈຳ­ນວນ​ຫນຶ່ງ, ເມື່ອ ເປັນ​ແນວ​ນັ້ນ​ ອຳ­ນາດ​ການ​ປົກຄອງ ​ບ້ານ​ຈິ່ງ​ຕ້ອງ​ໄດ້​ເຂົ້າ​ມາ ຄວບ​ຄຸມ​ໂດຍ ​ການ​ວາງ​ກົດ​ລະບຽບ ​ຫ້າມ​ບູ­ຊາ ຫລື ຊື້ຂາຍ, ຖ້າ​ຫາກ​ໃຜ​ໄດ້​ມາ​ ກໍ່​ຕ້ອງ​ເກັບໄວ້, ແຕ່​ຕ້ອງ​ແຈ້ງ ​ຕໍ່​ອຳ­ນາດ​ການ ປົກ­ຄອງ​ບ້ານ​ໃຫ້​ຮັບ​ຮູ້.

ເຖິງ​ຢ່າງ­ໃດ​ກໍ່ ​ຕາມ​ທຳ​ມະຊາດ ​ກໍ່​ຍ່ອມ​ເປັນ​ໄປ​ຕາມ​ກົດເກນ, ເພາະ​ລະ­ດູ­ຝົນ ​ປີ­ຜ່ານ­ມາ ປະ­ລິ­ມານ​ນ້ຳ­ຂອງ ​ມີ​ຫລາຍ​ກວ່າທຸກ​ປີ ​ເຮັດ​ໃຫ້​ນ້ຳ​ຖ້ວມ ​ເອົາ​ສ່ວນຮາກ​ ຂອງ​ຕົ້ນ­ໄມ້​ ມະ­ນີ​ໂຄດ ເພາະຕົ້ນ­ໄມ້​ຊະ­ນິດ​ນີ້ ​ບໍ່​ມີ​ຮາກ­ແກ້ວ, ມີ​ພຽງ​ຮາກ​ສ່ວນ​ຫນຶ່ງ ​ຢັ່ງ​ໄປຕາມ​ພະ​ລານ​ຫີນ ດັ່ງ­ນັ້ນ, ໃນ​ປີດຽວ​ກັນ​ ເຮັດ​ໃຫ້​ຕົ້ນ­ໄມ້​ເນີ້ງ​ລົງ ໃນ​ລະ­ດັບ​ປະ­ມານ 60 ອົງ­ສາ, ຍ້ອນ​ມີ​ຝົນ ແລະ ລົມ​ແຮງ​ ໃນ​ຄ່ຳຄືນ​ຂອງ​ວັນ​ທີ 19 ມີ­ນາ ຈິ່ງ​ເຮັດ ໃຫ້​ຕົ້ນ­ໄມ້ ​ມະ­ນີ​ໂຄດ​ ລົ້ມ​ລົງ​ຢ່າງຫນ້າ​ເສຍ­ດາຍ,ທ່ານ ສົມ​ຈີນ ກ່າວ.

ອີກ​ປະ­ການ​ຫນຶ່ງ ຍ້ອນ​ຕົ້ນໄມ້​ດັ່ງ­ກ່າວ​ ເປັນ­ຕົ້ນ​ໄມ້​ທີ່​ມີ​ອາ­ຍຸຍາວ​ນານ ​ສືບ​ທອດ​ມາ​ຫລາຍຮຸ່ນ​ຄົນ, ໂດຍ​ສະ­ເພາະ​ແມ່ນ ຊາວ­ບ້ານ​ທ່າ​ຄໍ້ ຕັ້ງ­ແຕ່​ເກີດ​ມາ​ ກໍ່ໄດ້​ຍິນ​ຜູ້​ເຖົ້າ​ເລົ່າ​ສູ່​ຟັງ, ຕາມ​ປະຫວັດ​ການ​ເລົ່າ​ຂານ​ ກັນ​ມາ​ວ່າ ເປັນ­ຕົ້ນ​ໄມ້​ວິ­ເສດ ແລະ ສັກ­ສິດ ມີ​ອາ­ຍຸ​ຍາວ​ນານ​ຫລາຍ­ເຊັ່ນ­ຄົນ, ດັ່ງ­ນັ້ນ​ ຊາວ­ບ້ານ​ດັ່ງ­ກ່າວ​ ຈິ່ງ​ພາກັນ​ເຮັດ​ພິ­ທີ ​ທາງ​ສາ­ສະ­ຫນາ (ເຮັດ­ບຸນ​ຕັກ­ບາດ) ຕາມ​ຄວາມເຊື່ອ​ຖື​ ໃນ​ປະ­ຫວັດ​ຄວາມ​ເປັນ​ມາ ຂອງ​ຕົ້ນ­ໄມ້​ມະ­ນີ​ໂຄດ​ຕົ້ນ​ນີ້ (ເບ) ກ່າວ.

Link : http://www.ecom.org.la/teen/prints/1/7281


9:51 AM | Posted in , , , | Read More »

ບ້າກາມທຳສຳເລົາເດັກ ອາຍຸ4 ປີ



ນາງ ສີ​ສຸ­ພັນ ຢູ່​ບ້ານ​ດົງ​ໂດກ ໄດ້​ເຂົ້າ​ແຈ້ງ​ຄວາມ​ຕໍ່​ເຈົ້າ​ໜ້າ­ທີ່ ປກສ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ເພື່ອ​ດຳ­ເນີນ​ຄະ­ດີ​ກັບ​ທ້າວ ຄອນ​ສະ­ຫວັນ ອາ­ຍຸ 23 ປີ ບ້ານ​ດຽວ​ກັນ ຖານ​ຂົ່ມ­ຂືນ​ທຳ​ສຳ​ເລົາ​ເດັກ ລູກ​ສາວ 4 ປີ​ຂອງ​ຕົນ ພ້ອມ​ທັງ​ຮຽກ­ຮ້ອງ​ຄ່າ​ປົວ­ແປງ​ຈິດ­ໃຈ​ຈາກ​ຜູ້­ກ່ຽວ ເປັນ​ເງິນ 20 ລ້ານ​ກີບ.

ວັນ​ທີ 25 ທັນ­ວາ 2011 ເຈົ້າ​ໜ້າ­ທີ່ ປກສ ເມືອງ​ໄຊ​ທາ­ນີ ໄດ້​ນຳ​ຕົວ​ທ້າວ ຄອນ​ສະ­ຫວັນ ຕາມ​ການ​ແຈ້ງ​ຄວາມ​ຂອງ​ຜູ້​ປົກ­ຄອງ​ຂອງ​ຜູ້​ຖືກ­ເສຍ​ຫາຍ ຜູ້­ກ່ຽວ​ໃຫ້­ການ​ວ່າ: ໃນ​ມື້​ເກີດ​ເຫດ ເວ­ລາ​ປະ­ມານ 16:00 ໂມງ ຕົນ​ເອງ​ໄດ້​ອອກ​ໄປ​ກິນ​ເບຍ​ນຳ​ໝູ່​ຢູ່​ບ້ານ​ຕານ​ມີ​ໄຊ ພໍ​ຮອດ​ເວ­ລາ​ປະ­ມານ 17:00 ໂມງ ກັບ​ຄືນ​ມາ​ເຮືອນ​ຂອງ​ຕົນ​ເອງ ໃນ​ເວ­ລາ​ນັ້ນ ໄດ້​ພົບ​ເຫັນ​ນາງ ນ້ອຍ (ນາມ​ສົມ­ມຸດ) ອາ­ຍຸ 4 ປີ ນັ່ງ​ຫຼິ້ນ​ຢູ່​ໜ້າ​ເຮືອນ​ຂອງ​ຜູ້­ກ່ຽວ ຕົນ​ເອງ​ເກີດ​ມີ​ແນວ​ຄິດ​ຢາກ​ຮ່ວມ​ເພດ ຈຶ່ງ​ຍ່າງ​ເຂົ້າ​ໄປ​ອູ້ມ​ນາງ ນ້ອຍ ເຂົ້າ​ໄປ​ໃນ​ປ່າ​ຫຼັງ​ເຮືອນ​ຮ້າງ ບໍ­ລິ­ເວນ​ໃກ້​ເຮືອນ​ຂອງ​ຜູ້​ເສຍ​ຫາຍ ແຕ່​ໃນ​ຂະ­ນະ​ທີ່​ຕົນ​ເອງ​ພະ­ຍາ­ຍາມ​ທຳ​ສຳ​ເລົາ​ເດັກ​ຢູ່​ນັ້ນ ກໍ​ມີ​ຄົນ​ຜ່ານ​ມາ​ພົບ​ເຫັນ ແລະ ໄດ້​ເຂົ້າ​ຊ່ວຍ​ເດັກ­ນ້ອຍ ແລ້ວ​ຈັບ​ກຸມ​ຕົນ​ເອງ ສົ່ງ​ໃຫ້​ອຳ­ນາດ​ການ​ປົກ­ຄອງ​ບ້ານ​ດົງ​ໂດກ ຫຼັງ​ຈາກ​ນັ້ນ ກໍ​ສົ່ງ​ໃຫ້​ເຈົ້າ​ໜ້າ­ທີ່​ກອງ​ບັນ­ຊາ​ການ ປກສ ເມືອງ​ໄຊ​ທາ­ນີ ດຳ­ເນີນ​ການ​ສອບ​ສວນ ເຈົ້າ​ໜ້າ­ທີ່ ປກສ ເມືອງ​ດັ່ງ­ກ່າວ ຍັງ​ໃຫ້​ຮູ້​ອີ​ກວ່າ: ໃນ​ໄລ­ຍະ​ຜ່ານ​ມາ ຜູ້​ຕ້ອງ​ຫາ​ຍັງ​ເຄີຍ​ຖືກ​ອຳ­ນາດ​ການ​ປົກ­ຄອງ​ບ້ານ​ດົງ​ໂດກ ນຳ​ຕົວ​ມາ​ສຶກ​ສາ​ອົບ­ຮົມ​ຫຼາຍ​ຄັ້ງ ເນື່ອງ​ຈາ​ກວ່າ​ຜູ້­ກ່ຽວ​ມີ​ພຶດ­ຕິ​ກຳ​ເປັນ​ນັກ­ເລງ​ອັນ​ຕະ​ພານ ແລະ ຜ່ານ​ມາ​ຜູ້​ຕ້ອງ​ຫາ​ລາຍ​ນີ້ ເມົາ​ແລ້ວ​ກໍ່​ເຫດ​ອາ​ລະ​ວາດ​ຕີ​ກັນ​ມາ​ແລ້ວ​ຫຼາຍ​ຄັ້ງ ພ້ອມ​ກັນ​ນີ້ ອຳ­ນາດ​ການ​ປົກ­ຄອງ​ບ້ານ ໄດ້​ສົມ­ທົບ​ກັບ​ຕຳ­ຫຼວດ​ກຸ່ມ​ດົງ​ໂດກ ຂຶ້ນ​ເປົ້າ​ໝາຍ​ຕິດ­ຕາມ​ຜູ້­ກ່ຽວ​ໃນ​ເປົ້າ​ໝາຍ​ນັກ­ເລງ​ອັນ​ຕະ​ພານ.

ເຈົ້າ​ໜ້າ­ທີ່ ປກສ ເມືອງ​ໄຊ​ທາ­ນີ ເຫັນ​ວ່າ ການ​ກະ­ທຳ​ຂອງ​ທ້າວ ຄອນ​ສະ­ຫວັນ ແມ່ນ​ເປັນ​ການ​ກະ­ທຳ​ຜິດ​ທາງ​ອາ­ຍາ ໃນ​ມາດ­ຕາ 128 ວັກ​ທີ 3 ປະ­ໂຫຍກ 2 ສະ­ຖານ​ຂົ່ມ­ຂືນ​ທຳ​ສຳ​ເລົາ​ເດັກ​ຕ່ຳ​ກ່ວ​າ 15 ປີ.

12:24 AM | Posted in , | Read More »

ພະພຸດທະຮູບເກືອບຮ້ອຍ ຖືກລັກ ຢູ່ວັດໃນແຂວງຫຼວງພະບາງ




(ຂປລ):ໂຄງການຝຶກອົບຮົມເຕັກນິກສິລະປະການປະຕິສັງຂອນພະພຸດທະຮູບເກົ່າ ຮ່ວມມືກັບກົມວິຈິດສິນ ກະຊວງ​ຖະ​ແຫລ​ງຂ່າວ ວັດທະນະທຳ ​ແລະ ທ່ອງ​ ທ່ຽວ, ແລະ ມະຫາວິທະຍາໄລມິໂນບຸ ແຂວງຢະມານະຊິ ປະເທດຍີ່ປຸ່ນ ໄດ້ສະຫລຸບ ແລະ ເປີດເຜີຍຫວ່າງບໍ່ດົນມານີ້ວ່າ: ໜ່ວຍງານວິຊາການຂອງ ໂຄງການຝຶກອົບ ຮົມເຕັກນິກສິລະປະການປະຕິສັງ ຂອນພະພຸດທະຮູບເກົ່າ ໄດ້ລົງກວດກາ-ສຳຫລວດ ແລະ ເກັບກຳຂໍ້ມູນ ຄືນພະພຸດທະຮູບທີ່ໄດ້ຂຶ້ນທະ ບຽນແລ້ວ ຈຳນວນ 1.300 ອົງ ນັບແຕ່ປີ 2007 ໃນຈຳນວນ 35 ວັດສຳຄັນໃນແຂວງຫລວງພະບາງນັ້ນເຫັນວ່າ ມີພະພຸດທະຮູບຈຳນວນ 89 ອົງຖືກລັກ ແລະ ເສຍຫາຍໂດຍບໍ່ຮູ້ເຫດຜົນ, ຂະນະນີ້ ກົມວິຈິດສິນ ໄດ້ຮ່ວມມືຢ່າງ​ໃກ້ຊິດກັບອຳນາດການປົກຄອງທ້ອງຖິ່ນ ເພື່ອຕິດຕາມ ແລະ ກູ້ຄືນພະພຸດທະ​ຮູບ​ນັ້ນຄືນມາ.

ກົມວິຈິດສິນ ຍັງລາຍງານວ່າ: ພາຍຫລັງໜ່ວຍງານກ່ຽວຂ້ອງລົງພື້ນກວດກາ-ສຳຫລວດພົບເຫັນວ່າ: ພະພຸດທະຮູບສ່ວນໃຫຍ່ທີ່ຖືກລັກ ແລະ ເສຍນັ້ນ ​ແມ່ນ ​ຢູ່ວັດຊຽງທອງ, ພັນຫລວງ, ຊຽງແມນ ແລະ ວັດຈຳນວນໜຶ່ງ, ພະພຸດທະຮູບທີ່ຖືກລັກ ແລະ ເສຍນັ້ນສ່ວນ​ໃຫຍ່ ແມ່ນພະພຸດທະຮູບໄມ້ ແລະ ທອງສຳລິດ.

10:52 PM | Posted in , , , | Read More »

ຂຸດພົບວັດຖຸບູຮານທີ່ເມືອງໄຊ




ວັນ​ທີ 5 ມີ­ນາ 2012 ນີ້ ນາງ ໄຫວ ປະ­ຊາ­ຊົນ​ຢູ່​ບ້ານ​ບໍ່ ເມືອງ​ໄຊ ແຂວງ​ອຸ­ດົມ​ໄຊ ຂຸດ​ພົບວັດ­ຖຸ­ບູ­ຮານ​ຢູ່​ພູ​ຕຸງ​ຫ່າງ​ຈາກບ້ານ​ບໍ່​ໄປ​ທາງ​ທິດ­ຕາ­ເວັນ­ອອກປະ­ມານ 500 ແມັດ.

ການ​ຂຸດ​ພົບ​ດັ່ງ­ກ່າວ​ແມ່ນ​ໄລຍະ​ທີ່​ນາງ​ໄຫວ​ພ້ອມ​ດ້ວຍ​ຄອບຄົວ​ຮັບ​ເຫມົາ​ບົວ­ລະ­ບັດ​ຮັກ­ສາສວນ​ຢາງ­ພາ­ລາ​ຂອງ​ນັກ​ທຸ­ລະກິດ ແລະ ກ່ອນ​ຈະ​ພົບ​ເຫັນ​ວັດ­ຖຸບູ­ຮານ​ໃນ​ຄັ້ງ​ນີ້ ນາງ​ໄດ້​ຂຸດ​ຮ່ອງແລວ​ຕົ້ນ​ຢາງ­ພາ­ລາ​ເລິກ​ປະ­ມານ 20 ກວ່າ​ຊັງ​ຕີ​ແມັດ​ກໍ່​ໄດ້​ພົບ​ວັດຖຸ​ບູ­ຮານ​ຢູ່​ໃນ​ຂຸມ​ດິນ​ເປັນ​ປະ­ເພດ ເຄື່ອງ​ເງິນ​ທັງ​ຫມົດ. ໃນ​ນີ້ ມີ​ໂອໃຫຍ່ 4 ຫນ່ວຍ, ກາງ 6 ຫນ່ວຍ, ນ້ອຍ 3 ຫນ່ວຍ, ປອກ​ແຂນ 24 ອັນ, ອູບ​ນ້ອຍ 4 ຫນ່ວຍ ແລະ ອື່ນໆ​ອີກ​ລວມ​ມີ​ນ້ຳ­ຫນັກ​ທັງຫມົດ​ປະ­ມານ 3,5 ກິ​ໂລກ​ຣາມ.

ພາຍ­ຫລັງ​ທີ່​ໄດ້ຮັບ​ການ​ລາຍ​ງານ​ທາງ​ພະ ແນກ​ຖະ­ແຫລງ​ຂ່າວ-ວັດ​ທະນະ​ທຳ ແລະ ທ່ອງ​ທ່ຽວ ​ກໍ່​ໄດ້ແນະ­ນຳ​ພະ­ນັກ­ງານ​ວິ­ຊາ​ການຂະ­ແຫນງ​ວັດ­ທະ­ນະ­ທຳ​ລົງສົມ­ທົບ​ກັບ​ອຳ­ນາດ​ການ​ປົກຄອງ​ບ້ານ​ເກັບ​ກຳ​ຂໍ້​ມູນ ແລະ ຂຶ້ນ​ບັນ­ຊີ​ເຄື່ອງ​ວັດ­ຖຸ­ບູ­ຮານ​ດັ່ງກ່າວ​ຢ່າງ​ລະ­ອຽດ ພ້ອມ​ທັງແນະ­ນຳ​ໃຫ້​ເຈົ້າ​ຂອງ​ຜູ້​ພົບ​ເຫັນວັດ­ຖຸ­ບູ­ຮານ​ໃນ​ຄັ້ງ​ນີ້ ຮ່ວມ​ກັນປົກ​ປັກ​ຮັກ­ສາ​ເປັນ​ມູນ​ມໍ­ລະ­ດົກ ແລະ ຮັກ­ສາ​ໄວ້​ບ່ອນ​ທີ່​ປອດ​ໄພ.


Ecom

8:05 AM | Posted in , | Read More »

ນັກທ່ອງທ່ຽວອົດສະຕາລີ ຕາຍຢູ່ວັງວຽງ ເນື່ອງຈາກໂຫນເຊືອກຫຼຶ້ນນໍ້າ !


A 26-year-old man from Sydney has died in a flying fox accident in Laos.

Lee Hudswell, 26, from Cronulla in Sydney's south, was on holidays with friends in Laos when the accident happened.

His uncle, Ray Hudswell, has told the ABC his nephew was riding on a flying fox when he either hit a tree or a rock and fell into a river below.

There was a search for him and he was found alive but died on the way to hospital.

New Zealand local Brad Haigh saw the incident and said Mr Hudswell landed badly in the river after he jumped from a tower in the riverside town of Vang Vieng.

"People put him on his side, and tried to resuscitate him. But nobody knew what was happening. He jumped into the river, which is what everyone does, but there was no first aid on the river and no one knew what to do," he told the Sydney Morning Herald

"He was taken to hospital in a tuk tuk. It was shocking. Last year 22 people died here in the river.

"It was my first time tubing and I never want to do it again. Something has to be done – it's all good fun drinking and dancing by the river, but when you add the free whisky, tubing and slides, it's really dangerous."

His father will leave for Laos tomorrow and is said to be distraught by the news.

Consular officials in Vientiane are working with local authorities and assistance is being given to the man's family in Australia.

Lee Hudswell ... died on holiday. Photo: Supplied



http://au.news.yahoo.com/

6:56 AM | Posted in , , , | Read More »

Temperatures in Laos To Drop As Low As 3° to 4° Celsius This Month


Temperatures will fall again this month and meteorology officials are warning people to prepare for frequent changes in the weather.

“The same low temperatures we experienced last month will reappear this month,” an official said. The temperature dropped to 1.8 degrees Celsius in Xieng Khuang province and 12.8 degrees Celsius in Vientiane last month, while it could drop as low as 3 to 4 degrees Celsius this month.

The department has also forecasted that temperatures will rise and fall from day to day until the end of this month, bringing with it the inevitable unwanted effects on human health.

Despite the temperature having risen in many provinces this week, the cold weather has continued in some areas of the country such in Xaysomboun district of Vientiane province, Khamkeuth district of Borikhamxay province, and Pakxong in Champassak province.

Temperatures took a dive last year when rainfall from March 16 to 18 sent thermometers plunging to below zero in Xieng Khuang province, causing the deaths of more than 3,400 cattle.

Regarding the effects on human health, it’s advised that people keep warm and pay close attention to children and the elderly. Meanwhile organisations and individuals are called on to arrange donations of warm clothing for people facing extreme cold, particularly in the northern provinces.

Vientianetimes

11:20 PM | Posted in , | Read More »

Thai authorities prevent dog shipments to Vietnam via Laos

Thai authorities stopped a shipment of 300 dogs across the Mekong River en route to the restaurants of Vietnam via Laos, news reports said Monday.

Acting on a tip, naval officers and police raided Thalad village in Nakhon Phanom province Sunday and prevented a boat loaded with the caged dogs from crossing the river into Laos, the Bangkok Post reported.

The dog-traffickers fled the scene, it said.

Dog meat is considered a delicacy by some in Vietnam. Police said prices for dogs have doubled in recent months, from 500 baht (16 dollars) each to 1,000 baht as Thailand cracks down on the trade.

Nakhon Phanom deputy governor Somdee Kahntayangyuen said demand for dog meat had soared as Vietnamese restaurants stock up before the the traditional New Year on January 23.

8:05 AM | Posted in , | Read More »

ສັງຄົມລາວປ່ຽນໄປ ຜູ້ຊາຍບ້າກາມຂົ່ມຂືນຍິງ 50 ປີ

ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຕິດ​ອາ­ລົມ​ທາງ​ເພດ ລົງ­ມື​ຂົ່ມ­ຂືນ​ຍິງ​ແກ່ ອາ­ຍຸ 50 ປີ ເຊິ່ງ​ເປັນ​ຄົນ​ບ້ານ​ດຽວ​ກັນ ຕໍ່​ມາ​ຜູ້​ເສຍ​ຫາຍ​ໄດ້​ເຂົ້າ​ແຈ້ງ​ຄວາມ​ຕໍ່​ເຈົ້າ​ໜ້າ­ທີ່ ພ້ອມ​ຢືນ­ຢັນ​ຈື່​ໜ້າ​ຜູ້​ກະ­ທຳ​ຜິດ​ໄດ້​ຊັດ​ເຈນ.

ເຫດ­ການ​ເກີດ​ຂຶ້ນ​ໃນ​ວັນ​ທີ 28 ຕຸ­ລາ 2011 ເວ­ລາ 17:00 ໂມງ ຢູ່​ບ້ານ​ວຽງ​ຄຳ ເມືອງ​ສີ​ໂຄດ​ຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ ພາຍ­ຫຼັງ​ແຈ້ງ​ຄວາມ​ເຈົ້າ​ໜ້າ­ທີ່ ປກສ ເມືອງ​ສີ​ໂຄດ​ຕະ­ບອງ ໄດ້​ລົງ​ກວດ­ກາ​ສະ­ຖານ­ທີ່​ເກີດ​ເຫດ ເຊິ່ງ​ແມ່ນ​ສວນ​ມັນ­ຕົ້ນ ຫ່າງ​ຈາກ​ບ້ານ​ວຽງ​ຄຳ ປະ­ມານ 1 ກິ­ໂລ­ແມັດ ພ້ອມ​ທັງ​ຕິດ­ຕາມ​ກັກ​ຕົວ​ຜູ້​ກະ­ທຳ​ຜິດ ຄື: ທ້າວ ພູ​ວັນ (ເຖົ້າ) ອາ­ຍຸ 22 ປີ ປະ­ຊາ­ຊົນ​ບ້ານ​ວຽງ​ຄຳ ເມືອງ​ສີ​ໂຄດ​ຕະ­ບອງ ມາ​ທຳ​ການ​ສືບ­ສວນ.

ຜ່ານ​ການ​ສອບ​ສວນ​ຂອງ​ເຈົ້າ​ໜ້າ­ທີ່ ຜູ້­ກ່ຽວ​ຮັບ​ສາ­ລະ­ພາບ​ວ່າ: ໄດ້​ຂົ່ມ­ຂືນ​ຍິງ​ຄົນ​ດັ່ງ­ກ່າວ​ແທ້ ຊຶ່ງ​ໃນ​ວັນ​ເກີດ​ເຫດ ຜູ້­ກ່ຽວ​ເຫັນ​ຜູ້​ເສຍ​ຫາຍ​ຍ່າງ​ໄປ​ສວນ​ມັນ­ຕົ້ນ​ຄົນ​ດຽວ ໃນ​ເວ­ລາ​ຕາ­ເວັນ​ໃກ້​ຕົກ​ດິນ ຈາກ​ນັ້ນ​ຈຶ່ງ​ເກີດ​ມີ​ແນວ​ຄິດ​ຢາກ​ຮ່ວມ​ເພດ​ກັບ​ຍິງ​ຄົນ​ນັ້ນ ກໍ​ເລີຍ​ຍ່າງ​ຕາມ​ຫຼັງ​ໄປ ໂດຍ​ບໍ່​ໃຫ້​ຜູ້​ເສຍ​ຫາຍ​ຮູ້­ສຶກ​ຕົວ ເມື່ອ​ນຳ­ໄປ​ຮອດ​ສວນ​ມັນ­ຕົ້ນ ຜູ້­ກ່ຽວ​ກໍ​ໃຊ້​ແຮງ​ຂົ່ມ­ຂືນ​ຈົນ​ສຳ­ເລັດ ສ່ວນ​ຜູ້​ເສຍ​ຫາຍ​ກໍ​ພະ­ຍາ­ຍາມ​ຮ້ອງ​ຂໍ​ຄວາມ​ຊ່ວຍ­ເຫຼືອ ແຕ່​ເນື່ອງ​ຈາ​ກວ່າ​ສະ­ຖານ­ທີ່​ດັ່ງ­ກ່າວ ຫ່າງ​ຈາກ​ບ້ານ​ພໍ​ສົມ­ຄວນ ຈຶ່ງ​ບໍ່​ມີ​ໃຜ​ໄດ້​ຍິນ ອີກ​ຢ່າງ​ໜຶ່ງ ຜູ້​ເສຍ​ຫາຍ​ເຊິ່ງ​ເປັນ​ຍິງ​ທີ່​ມີ​ອາ­ຍຸ​ສູງ ຈຶ່ງ​ບໍ່​ສາ­ມາດ​ຊ່ວຍ­ເຫຼືອ​ຕົນ​ເອງ​ໄດ້ ແລະ ພາຍ­ຫຼັງ​ຂົ່ມ­ຂືນ​ສຳ­ເລັດ ທ້າວ ພູ​ວັນ ໄດ້​ເອົາ​ຕົວ​ຫຼົບ­ໜີ​ເຂົ້າ​ໄປ​ໃນ​ບ້ານ ຈົນ​ຮອດ​ເວ­ລາ 22:00 ໂມງ​ຂອງ​ວັນ​ດຽວ​ກັນ ເຈົ້າ​ໜ້າ­ທີ່​ຈຶ່ງ​ໄດ້​ເຂົ້າ​ຈັບ​ຕົວ​ມາ​ດຳ­ເນີນ​ຄະ­ດີ.

ສຳ­ລັບ​ແມ່­ຍິງ​ແລ້ວ ບໍ່​ວ່າ​ຈະ​ເປັນ​ຍິງ​ສາວ ຫຼື ໄວ​ກາງ­ຄົນ​ກໍ​ຕາມ ຄວນ​ມີ​ສະ­ຕິ​ລະ­ມັດ­ລະ­ວັງ​ຕົວ​ໃນ​ການ​ໄປ​ມາ​ຢູ່​ສະ­ເໝີ ບໍ່​ຄວນ​ໄປ​ຄົນ​ດຽວ​ໃນ​ສະ­ຖານ­ທີ່​ມືດ ແລະ ໄປ​ເດິກ​ມາ​ດື່ນ ເພາະ​ມັນ​ຈະ​ເປັນ​ຊ່ອງ​ຫວ່າງ​ໃຫ້​ຄົນ​ບໍ່​ດີ ລົງ­ມື​ຂົ່ມ­ຂືນ ຫຼື ກໍ່​ເຫດ​ຕ່າງໆ ຊຶ່ງ​ເປັນ​ອັນ­ຕະ­ລາຍ​ຕໍ່​ຊີ­ວິດ (ດ້ານ​ຮ່າງ­ກາຍ ແລະ ຈິດ­ໃຈ) ແລະ ຊັບ​ສິນ​ຂອງ​ຕົນ​ເອງ.

Vientianemai

10:21 PM | Posted in , | Read More »

Related Posts Plugin for WordPress, Blogger...

Blog Archive

Recently Added