|

ຕົ້ນໄມ້ ມະນີໂຄດລົ້ມ ເປັນລາງສັງຫອນເຕືອນໄພ ໃຫ້ກັບປະເທດລາວ

ຂ່າວ: ຈຽງ​ສັກ

ຕົ້ນ­ໄມ້​ມະ­ນີ​ໂຄດ​ ເປັນ­ຕົ້ນໄມ້​ ທີ່​ມີ​ອາ­ຍຸ​ຍາວ​ນານ​ ມາ​ຫລາຍຮຸ່ນ​ຄົນ ແລະ ປະ­ຊາ­ຊົນ​ຊາວ ເມືອງ​ໂຂງ ຕ່າງ​ກໍ່​ເຊື່ອ​ຖື​ ກັນ​ວ່າ ເປັນ­ຕົ້ນ​ໄມ້ ​ທີ່​ວິ­ເສດ, ສັກ­ສິດ, ເກີດ​ຢູ່​ດອນ​ນ້ອຍ​ກາງ​ນ້ຳງອ ຍ​ຢູ່ ເບື້ອງ​ເທິງ​ ນ້ຳ­ຕົກ­ຕາດ​ ຄອນ​ພະເພັງ, ປະ­ຈຸ​ບັນ​ ຕົ້ນ​ມະ­ນີ​ໂຄດ​ ລົ້ມລົງ​ຢ່າງ​ຫນ້າ​ເສຍ­ດາຍ ຈິ່ງ​ເປັນທີ່​ສົນ­ໃຈ​ ຂອງ​ສັງ­ຄົມ.

ເຊົ້າ​ວານ​ນີ້ ທ່ານ ສົມ​ຈີນ ອິນ​ທະ​ຈິດ ຫົວ­ຫນ້າ​ຫ້ອງ ­ການທ່ອງ​ທ່ຽວ ​ເມືອງ​ໂຂງ​ໃຫ້​ຮູ້​ວ່າ: ຄືນ​ວັນ​ທີ 19 ມີ­ນາ​ຜ່ານ​ມາ​ເວ­ລາ ປະ­ມານ 22:30 ນາ­ທີ, ເວ­ລາ​ນັ້ນ ສະ­ພາບ​ດິນ​ຟ້າ​ອາ­ກາດ​ ມີ​ຝົນ­ຕົກເລັກ​ນ້ອຍ, ລົມ​ພັດ​ຂ້ອນ​ຂ້າງແຮງ, ຂະ­ນະ​ດຽວ​ກັນ ​ປະ­ຊາ­ຊົນທີ່​ອາ­ໄສ​ຢູ່​ໃກ້​ຄຽງ​ ໄດ້​ຍິນ​ສຽງດັງ ​ຄ້າຍ­ຄື ​ມີ​ບາງ​ຢ່າງ ​ກະ­ທົບ​ລົງໃສ່​ ນ້ຳ​ຢ່າງ​ແຮງ, ຍ້ອນ​ທ້ອງ­ຟ້າ​ມືດ ​ບໍ່​ມີ​ແສງ​ບວກ ກັບ​ກະ­ແສ​ລົມ​ພັດ​ ຫອບ​ເອົາ​ສາຍ ຝົນ​ທີ່​ກຳ​ລົງ​ຕົກ​ຢູ່​ ນັ້ນ​ຈິ່ງ​ບໍ່​ມີ​ໃຜສົນ­ໃຈ​ ໃນ​ສິ່ງ​ທີ່​ເກີດ​ຂຶ້ນ ແລະ ບໍ່ຄິດ​ວ່າ​ແມ່ນ ​ຕົ້ນ­ໄມ້​ມະ­ນີ​ໂຄດ​ ລົ້ມລົງ.

ຮຸ່ງ​ເຊົ້າ​ຂອງ​ວັນ​ທີ 20 ມີ­ນາ ປະ­ຊາ­ຊົນ ​ຈິ່ງ​ແຕກ​ຕື່ນ ​ຕົກ­ໃຈຍ້ອນ​ເຫັນ​ ສະ­ພາບ​ຂອງ​ຕົ້ນ­ໄມ້ ມະ­ນີ​ໂຄດ​ ອັນ​ເປັນ​ມິ່ງ­ຂວັນ​ຂອງ ຊາວ​ເມືອງ​ໂຂງ ​ທີ່​ເລົ່າ​ຂານ​ກັນມາ​ ໃນ​ຫລາຍ​ຮຸ່ນ​ຄົນ​ວ່າ​ ເປັນ­ຕົ້ນ ໄມ້​ທີ່​ສັກ­ສິດ​ ໄດ້​ລົ້ມ​ລົງ​ຢ່າງ​ບໍ່ຄາດ​ຝັນ, ສະ­ພາບ​ຂອງ​ຕົ້ນ­ໄມ້ ມະ­ນີ​ໂຄດ ​ໃນ​ເວ­ລາ​ນັ້ນ​ສ່ວນ ຮາກ​ເບື້ອງ​ຫນຶ່ງ ​ຍັງ​ເກາະ​ຕິດ​ກັບຫີນ, ສ່ວນ​ເບື້ອງ​ປາຍ ​ຈຸ່ມ​ລົງ​ນ້ຳ ຍ້ອນ​ລຳ­ຕົ້ນ​ລົ້ມ​ ກະ­ທົບ​ໃສ່​ຫີນແລະ ສ່ວນ​ປາຍ​ກະ­ທົບ​ລົງ ທ່າມກາງ​ກະ­ແສ­ນ້ຳ ​ທີ່​ໄຫລ​ແຮງ​ເຮັດໃຫ້ ​ງ່າ​ສ່ວນ​ຫນຶ່ງ​ ຫັກ​ກະ­ຈາຍອອກ​ ແລ້ວ​ໄຫລ​ຕາມ​ລຳ​ນ້ຳ​ ໄປ​ເກາະ​ຕິດ​ກັບ​ມອງ​ ຂອງ​ປະ­ຊາຊົນ​ ຢູ່​ທາງ​ຕອນ​ໃຕ້​ ຂອງ​ນ້ຳ­ຕົກຕາດ​ ຄອນ​ພະ​ເພັງ, ບາງ​ຄົນ​ບໍ່​ຮູ້​ວ່າ​ ເປັນ​ງ່າ­ໄມ້​ມະ­ນີ​ໂຄດ ​ຈິ່ງ​ປ່ອຍໄຫລ​ຖິ້ມ​ໄ ປ​ຕາມ​ນ້ຳ, ສ່ວນ​ຜູ້​ຮູ້​ ຂໍ້​ມູນ​ກໍ່​ເກັບ​ເອົາ​ມາ​ໄວ້​ ເປັນ​ສິ່ງຂອງ​ບູ­ຊາ ແລະ ແຈກ​ຢາຍ​ກັນ ເກັບ​ໄວ້​ຍ້ອນ​ເປັນ​ສິ່ງ​ຂອງ​ ທີ່​ຫາຍາກ ແລະ ເຊື່ອ​ກັນ​ວ່າ​ເປັນ​ໄມ້ ​ທີ່ສັກ­ສິດ, ສ່ວນ​ຫງ່າ​ໃຫຍ່​ຫ້ອງການ­ ທ່ອງ­ທ່ຽວ​ເມືອງ​ໂຂງ ​ເກັບໄວ້​ທີ່​ຫໍ​ວາງ­ສະ­ແດງ​ຂອງ​ເມືອງ.

ໃນ​ວັນ​ດຽວ​ກັນ ທ້າວ ລິດ ທະ­ນູ​ທອງ (ເບ) ຊ່າງ​ພາບ​ ປະຈຳ​ນ້ຳ­ຕົກ­ຕາດ​ ຄອນ​ພະ​ເພັງ​ເລົ່າສູ່​ຟັງ​ວ່າ: ບາງ​ຄົນ​ຢາກ​ໄດ້​ເກັບໄວ້ ​ຈິ່ງ​ຂໍ​ບູ­ຊາ​ຕໍ່ໆກັນ ​ດ້ວຍ​ການຈ່າຍ​ເງິນ ​ຈຳ­ນວນ​ຫນຶ່ງ, ເມື່ອ ເປັນ​ແນວ​ນັ້ນ​ ອຳ­ນາດ​ການ​ປົກຄອງ ​ບ້ານ​ຈິ່ງ​ຕ້ອງ​ໄດ້​ເຂົ້າ​ມາ ຄວບ​ຄຸມ​ໂດຍ ​ການ​ວາງ​ກົດ​ລະບຽບ ​ຫ້າມ​ບູ­ຊາ ຫລື ຊື້ຂາຍ, ຖ້າ​ຫາກ​ໃຜ​ໄດ້​ມາ​ ກໍ່​ຕ້ອງ​ເກັບໄວ້, ແຕ່​ຕ້ອງ​ແຈ້ງ ​ຕໍ່​ອຳ­ນາດ​ການ ປົກ­ຄອງ​ບ້ານ​ໃຫ້​ຮັບ​ຮູ້.

ເຖິງ​ຢ່າງ­ໃດ​ກໍ່ ​ຕາມ​ທຳ​ມະຊາດ ​ກໍ່​ຍ່ອມ​ເປັນ​ໄປ​ຕາມ​ກົດເກນ, ເພາະ​ລະ­ດູ­ຝົນ ​ປີ­ຜ່ານ­ມາ ປະ­ລິ­ມານ​ນ້ຳ­ຂອງ ​ມີ​ຫລາຍ​ກວ່າທຸກ​ປີ ​ເຮັດ​ໃຫ້​ນ້ຳ​ຖ້ວມ ​ເອົາ​ສ່ວນຮາກ​ ຂອງ​ຕົ້ນ­ໄມ້​ ມະ­ນີ​ໂຄດ ເພາະຕົ້ນ­ໄມ້​ຊະ­ນິດ​ນີ້ ​ບໍ່​ມີ​ຮາກ­ແກ້ວ, ມີ​ພຽງ​ຮາກ​ສ່ວນ​ຫນຶ່ງ ​ຢັ່ງ​ໄປຕາມ​ພະ​ລານ​ຫີນ ດັ່ງ­ນັ້ນ, ໃນ​ປີດຽວ​ກັນ​ ເຮັດ​ໃຫ້​ຕົ້ນ­ໄມ້​ເນີ້ງ​ລົງ ໃນ​ລະ­ດັບ​ປະ­ມານ 60 ອົງ­ສາ, ຍ້ອນ​ມີ​ຝົນ ແລະ ລົມ​ແຮງ​ ໃນ​ຄ່ຳຄືນ​ຂອງ​ວັນ​ທີ 19 ມີ­ນາ ຈິ່ງ​ເຮັດ ໃຫ້​ຕົ້ນ­ໄມ້ ​ມະ­ນີ​ໂຄດ​ ລົ້ມ​ລົງ​ຢ່າງຫນ້າ​ເສຍ­ດາຍ,ທ່ານ ສົມ​ຈີນ ກ່າວ.

ອີກ​ປະ­ການ​ຫນຶ່ງ ຍ້ອນ​ຕົ້ນໄມ້​ດັ່ງ­ກ່າວ​ ເປັນ­ຕົ້ນ​ໄມ້​ທີ່​ມີ​ອາ­ຍຸຍາວ​ນານ ​ສືບ​ທອດ​ມາ​ຫລາຍຮຸ່ນ​ຄົນ, ໂດຍ​ສະ­ເພາະ​ແມ່ນ ຊາວ­ບ້ານ​ທ່າ​ຄໍ້ ຕັ້ງ­ແຕ່​ເກີດ​ມາ​ ກໍ່ໄດ້​ຍິນ​ຜູ້​ເຖົ້າ​ເລົ່າ​ສູ່​ຟັງ, ຕາມ​ປະຫວັດ​ການ​ເລົ່າ​ຂານ​ ກັນ​ມາ​ວ່າ ເປັນ­ຕົ້ນ​ໄມ້​ວິ­ເສດ ແລະ ສັກ­ສິດ ມີ​ອາ­ຍຸ​ຍາວ​ນານ​ຫລາຍ­ເຊັ່ນ­ຄົນ, ດັ່ງ­ນັ້ນ​ ຊາວ­ບ້ານ​ດັ່ງ­ກ່າວ​ ຈິ່ງ​ພາກັນ​ເຮັດ​ພິ­ທີ ​ທາງ​ສາ­ສະ­ຫນາ (ເຮັດ­ບຸນ​ຕັກ­ບາດ) ຕາມ​ຄວາມເຊື່ອ​ຖື​ ໃນ​ປະ­ຫວັດ​ຄວາມ​ເປັນ​ມາ ຂອງ​ຕົ້ນ­ໄມ້​ມະ­ນີ​ໂຄດ​ຕົ້ນ​ນີ້ (ເບ) ກ່າວ.

Link : http://www.ecom.org.la/teen/prints/1/7281


Posted by samakomlao on 9:51 AM. Filed under , , , . You can follow any responses to this entry through the RSS 2.0. Feel free to leave a response

7 comments for "ຕົ້ນໄມ້ ມະນີໂຄດລົ້ມ ເປັນລາງສັງຫອນເຕືອນໄພ ໃຫ້ກັບປະເທດລາວ"

  1. Anonymous

    wow.. stunning.. love this topic..

  2. Anonymous

    ຂໍໃຫ້ສິ່ງທີ່ຊົ່ວຮ້າຍ ຈົ່ງກາຍເປັນດີ ດ້ວຍເຖີດ

  3. Anonymous

    ຕົ້ນໄມ້ນີ້ ເປັນຕົ້ນສັກສິດ ຄູ່ບ້ານຄູ່ເມືອງ ສິບທອດກັນມາຫລາຍໆໆໆພັນປີ, ຖ້າເປັນດັ່ງນັ້ນ ມັນກໍເປັນສິ່ງທີ່ຫ້ນາຄິດ, ສຸດທ້າຍ ຂໍໃຫ້ຝ່າຍຜູ້ບໍຣິຫານປົກຄອງປະເທດ ຄວນໄຕ່ຣຕ້ອງເບິ່ງນ້ອຍຫນຶ່ງ ວ່າມັນເປັນລາງສັງຫອນ ທີ່ເຕຶ່ອນໄພ ຫລຶບໍ່? ຖ້າບໍ່ເຊຶ່ອແລ້ວ ຢ່າງນ້ອຍກໍຄວນຫ້າມລົບລູ່. ປະເທດຊາດເປັນຂອງທຸກໆຄົນ...!

    ຮັກແພງ,

  4. ການເກີດ ແລະ ດັບມັນເປັນກົດເກນຂອງ ທຸກສັບພະສິ່ງທີ່ ຢູ່ໃນໂລກນີ້ , ທຸກສິ່ງທີ່ມີຊີວິດ ລ້ວນແຕ່ມີ ເກີດ, ແລະ ມີດັບ

  5. Anonymous

    Well! it is excellent topic! I am greatly appreciated for sharing this information. I remember when I was a little boy my grandma was talking about this sacred tree. She said" Ton Mai Manikhot is the most sacred tree ever grown on this planet. She also mentioned about; Kok Zsee Tai- Pai zsee Pen." When this tree collapsed, there was warning about the disastrous is heading its way. Be prepared!!

  6. Anonymous

    ເປັນລາສັງຫອນ ບອກວ່າລະບອບຜະເດັດການ ຈະລົ້ມລະລາຍ ໄປຈາກລາວ

  7. Anonymous

    Stupid people believe in anything. What a non-sense worshipping trees.

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added