ພາສີ ຢຶດໄມ້ປະດົງຮ້ອຍກວ່າແມັດກ້ອນ !
ຫນ່ວຍພາສີເຄື່ອນທີ່ເພື່ອຕ້ານ ແລະ ສະກັດກັ້ນສິນຄ້າລັກລອບຫນີ ພາສີປະຈຳແຂວງຈຳປາສັກໄດ້ກັກ ຢຶດໄມ້ປະດົງຈຳນວນ 145 ກວ່າແມັດກ້ອນ ພາຍຫລັງກວດກາພົບເຫັນຜູ້ເຄື່ອນຍ້າຍໄມ້ທີ່ບໍ່ຖືກຕ້ອງຕາມເອກະສານ ປະຈຸບັນພວມຢູ່ໃນຂັ້ນຕອນດຳ ເນີນຄະດີທາງພາສີ.
ອີງຕາມການໃຫ້ຂໍ້ມູນຂອງທ່ານ ສາຍຄຳ ດວງມາລາ ຮອງຫົວຫນ້າພາສີເຂດ IV ໃຫ້ຮູ້ວ້້າ: ໃນທ້າຍເດືອນທັນ ວາ 2013 ຜ່ານມານີ້ ພາຍຫລັງມີແຫລ່ງຂ່າວໃຫ້ຮູ້ກ່ຽວກັບການເຄື່ອນຍ້າຍໄມ້ພາຍໃນທີ່ບໍ່ຖືກຕ້ອງຈາກແຂວງເຊກອງມາຜ່ານແຂວງຈຳປາ ສັກ ພວກເຮົາຈິ່ງໄດ້ແຕ່ງຕັ້ງຫນ່ວຍພາສີຕ້ານ ແລະ ສະກັດກັ້ນສິນຄ້າລັກລອບຫນີພາສີທີ່ຂຶ້ນກັບພາສີເຂດ IV ປະຈຳແຂວງຈຳປາສັກອອກເຄື່ອນໄຫວຕິດຕາມກວດກາ ແລະ ພົບເຫັນລົດບັນທຸກໄມ້ຈຳນວນ 4 ຄັນ ເຊິ່ງເຈົ້າຫນ້າທີ່ພວກເຮົາກໍ່ໄດ້ທຳການກັກຢຶດໄວ້ ເພື່ອກວດກາ ແລະ ເມື່ອພວກເຮົາກວດກາຕົວຈິງແລ້ວໄດ້ພົບເຫັນໄມ້ເປັນປະເພດໄມ້ຕັບສ່ວນໃຫຍ່ແມ່ນໄມ້ປະດົງ ແລະ ບໍ່ມີຄ້ອນປະທັບຂອງຂະແຫນງການກ່ຽວຂ້ອງ ລວມທັງຫມົດ 145 ກວ່າແມັດກ້ອນ, ໃນນັ້ນໄມ້ປະດົງ 1.462 ຕັບ, ຄິດເປັນບໍລິມາດ 108 ກວ່າແມັດກ້ອນ ແລະ ໄມ້ສຳເລັດຮູບ 22.300 ເສັ້ນ ຄິດເປັນບໍລິມາດ 37 ກວ່າແມັດກ້ອນ ເຊິ່ງໄມ້ຈຳນວນດັ່ງກ່າວນັ້ນເຈົ້າຫນ້າທີ່ພາສີພວກເຮົາໄດ້ກັກຢຶດໄວ້ຮຽບຮ້ອຍແລ້ວ ປະຈຸບັນພວມຢູ່ໃນຂັ້ນຕອນດຳເນີນຄະດີທາງພາສີຕາມລະບຽບກົດຫມາຍບ້ານເມືອງ.
Source: Setthakid