ມາເບິ່ງຜູ້ຊະນະການປະກວດ Miss Pakse
ນາງ ລິນດາ ຈັນທະພິມ ອາຍຸ 18 ປີ ຈາກຫ້ອງການສະຫະພັນແມ່ຍິງເມືອງປາກເຊແຂວງຈຳປາສັກສົ່ງເຂົ້າປະກວດສາມາດຍາດໄດ້ອັນດັບ 1 ໃນງານປະກວດນາງສາວປາກເຊ ໄດ້ຮັບລາງວັນເງິນສົດ 5 ລ້ານກີບ ພ້ອມດ້ວຍມຸງກຸດ ແລະ ສາຍສະພາຍໄປຄອບຄອງ.
ງານປະກວດນາງສາວປາກເຊ ແມ່ນກິດຈະກຳຫນຶ່ງໃນການສະເຫລີມສະຫລອງສົ່ງທ້າຍປີເກົ່າ ຄສ 2013 ແລະ ຕ້ອນຮັບປີໃຫມ່ ຄສ 2014 ຂອງເມືອງປາກເຊ ເຊິ່ງຈັດຂຶ້ນທີ່ເດີ່ນສະຫນາມກີລາແຂວງຈຳປາສັກ ໂດຍມີທ່ານ ພັນໂທ ອຳພອນ ແກ້ວບຸຜາພັນ ຮອງເຈົ້າເມືອງໆປາກເຊເຂົ້າຮ່ວມງານ.
ໃນງານປະກວດຄັ້ງນີ້ ມີນາງສາວຈາກຫ້ອງການ, ສະຖາບັນການສຶກສາ ແລະ ບ້ານໃນເທສະບານເມືອງປາກເຊ ເຂົ້າຮ່ວມປະກວດທັງຫມົດ 15 ນາງສາວ, ສຳລັບມາດຖານໃນການໃຫ້ຄະແນນແມ່ນອີງໃສ່ຊັດສ່ວນ, ການແຕ່ງຕົວຊົງລາວ, ບຸກຄະລິກກິລິຍາມາລະຍາດບວກກັບຄວາມຮູ້ຄວາມສາມາດ, ແວວ ແລະ ພອນສະຫວັນຂອງແຕ່ລະນາງສາວ, ໂດຍແບ່ງການປະກວດເປັນ 2 ຮອບຄື: ຮອບທີ 1 ຄັດເລືອກເອົາ 7 ນາງສາວ ແລະ ຮອບທີ 2 ຄັດເລືອກເອົາ 3 ນາງສາວ.
ຜ່ານຈາກການປະກວດຕົວຈິງອັນດັບ 1 ໄດ້ແກ່ນາງສາວ ລິນດາ ຈັນທະພິມ ອາຍຸ 18 ປີ ເຊິ່ງແມ່ນຫ້ອງການສະຫະພັນແມ່ຍິງເມືອງປາກເຊສົ່ງເຂົ້າປະກວດ ແລະ ໄດ້ຮັບລາງວັນເງິນສົດ 5 ລ້ານກີບ ພ້ອມມຸງກຸດ ແລະ ສາຍສະພາຍ; ອັນດັບ 2 ນາງ ພວງແກ້ວ ມຸນເສນາ ອາຍຸ 19 ປີ, ບ້ານທ່າໄຮສົ່ງເຂົ້າປະກວດ ແລະ ໄດ້ຮັບລາງວັນເງິນສົດ 4 ລ້ານກີບ ພ້ອມສາຍສະພາຍ; ອັນດັບ 3 ນາງ ດວງພະຈັນ ບັນຈົງພານິດ ອາຍຸ 19 ປີ, ວິທະຍາໄລການເງິນພາກໃຕ້ສົ່ງເຂົ້າປະກວດ ແລະ ໄດ້ຮັບລາງວັນເງິນສົດ 3 ລ້ານກີບ ພ້ອມສາຍສະພາຍ.
ສຳລັບນາງສາວທີ່ຕົກຮອບ 2 ຈຳນວນ 4 ນາງສາວແມ່ນໄດ້ຮັບລາງວັນຊົມເຊີຍ ລາງວັນລະ 1,5 ລ້ານກີບ, ນາງສາວທີ່ຕົກໃນຮອບທີ 1 ຈຳນວນ 8 ນາງສາວແມ່ນໄດ້ຮັບລາງວັນຊົມເຊີຍລາງວັນລະ 1 ລ້ານກີບ.
ໃນງານມີບັນດາທ່ານໃນຄະນະປະຈຳ, ກຳມະການພັກເມືອງ, ການນຳຂະແຫນງການຕ່າງໆອ້ອມຂ້າງເມືອງປາກເຊຕະຫລອດຮອດນັກທຸລະກິດຜູ້ປະກອບການທີ່ໃຫ້ການສະຫນັບສະຫນູນ ແລະ ມວນຊົນເຂົ້າຮ່ວມຊົມຮ່ວມເຊຍຢ່າງຫລວງຫລາຍ.
