ຫນ້າຫ່ວງ! ຍິງລາວຕ່ຳກວ່າ 18 ປີ ເກີດລູກກວມເກືອບ 40% !
ສປປ ລາວ ຍັງພົບກັບສິ່ງທ້າທາຍຫລາຍດ້ານກ່ຽວກັບບັນຫາສຸຂະພາບໄວຈະເລີນພັນ ແລະ ສິ່ງທີ່ຫນ້າເປັນຫ່ວງຄືສະຖິຕິການເກີດລູກຂອງແມ່ຍິງລາວໃນເກນອາຍຸຕ່ຳກວ່າ 18 ປີ ຍັງຢູ່ໃນລະດັບສູງສະເລ່ຍ 38%, ພ້ອມນັ້ນ ອັດຕາການເສຍຊີວິດຂອງແມ່ກໍ່ນັບມື້ນັບສູງຂຶ້ນ.
ອີງຕາມຂໍ້ມູນການສະເຫນີຂອງ ທ່ານ ດຣ. ບຸນທະວີ ສີສຸພັນ ທອງ ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນເນື່ອງໃນໂອກາດສະເຫລີມສະຫລອງວັນປະຊາ ກອນໂລກປະຈຳປີ 2012 ເມື່ອວັນທີ 10 ກໍລະກົດນີ້ວ່າ: ຈຳນວນປະຊາກອນຂອງ ສປປ ລາວ ປະມານ 60% ຢູ່ໃນອາຍຸໄວຈະເລີນພັນເຊິ່ງກຸ່ມດັ່ງກ່າວ, ມີຄວາມຕ້ອງການສຸຂະພາບ ແລະ ຈິດໃຈທີ່ດີ, ມີຄວາມສາມາດປະກອບສ່ວນໃນການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ, ທີ່ ສຳຄັນແມ່ນຄວນໄດ້ຮັບການປ້ອງກັນ ແລະ ຫລີກເວັ້ນຈາກສິ່ງທີ່ບໍ່ປາຖະຫນາເຊັ່ນ: ການຖືພາໂດຍບໍ່ໄດ້ຕັ້ງໃຈ, ພະຍາດຕິດຕໍ່ທາງເພດສຳພັນ, ພະຍາດ HIV ແລະ ຢາເສບຕິດຕ່າງໆ. ຕໍ່ກັບສິ່ງດັ່ງກ່າວ, ພວກເຮົາຕ້ອງໃຫ້ການສະຫນັບສະຫນູນທີ່ຄົບວົງຈອນນັບຕັ້ງແຕ່ເລີ່ມຕົ້ນຂອງໄວຫນຸ່ມໄປຈົນເຖິງເປັນຜູ້ໃຫຍ່.
ຕໍ່ກັບການເຂົ້າເຖິງການບໍລິການສຸຂະພາບຈະເລີນພັນ ໂດຍສະເພາະແມ່ນການວາງແຜນຄອບຄົວ ແລະ ການຄຸມກຳເນີດໃນລາວເຮົາຈະມີອັດຕາສະເລ່ຍສູງກວມ 84% (ຢູ່ຕາມບັນດາໂຮງຫມໍ) ຢ່າງໃດກໍ່ຕາມ, ການເຂົ້າເຖິງການບໍລິການດັ່ງກ່າວນີ້, ສປປ ລາວ ແມ່ນຍັງພົບກັບສິ່ງທ້າທາຍຫລາຍຢ່າງສິ່ງສຳຄັນນັ້ນ, ອັດຕາການເກີດຂຶ້ນໃນໄລຍະຖືພາ ແລະ ເກີດລູກ ເຊິ່ງສິ່ງທີ່ຫນ້າເປັນຫ່ວງທີ່ສຸດໃນປະຈຸບັນແມ່ນການເສຍຊີວິດຂອງແມ່ທີ່ມີລັກສະນະເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະໃນກຸ່ມໄວຫນຸ່ມທີ່ທຸກຍາກ ແລະ ຂາດໂອກາດເຂົ້າເຖິງການບໍລິ ການສຸຂະພາບຈະເລີນພັນ.
ເພື່ອໂຕ້ຕອບກັບຄວາມຂາດເຂີນທາງດ້ານຊັບພະຍາກອນ ແລະ ວິຊາການໃນເຂດຫ່າງໄກສອກຫລີກ, ພັກ ແລະ ລັດຖະບານໄດ້ສືບຕໍ່ໃຫ້ການສະຫນັບສະຫນູນໃຫ້ມີການຝຶກອົບຮົມໃຫ້ແກ່ອາສາສະຫມັກຂັ້ນບ້ານ ເພື່ອແນະນຳວິທີການຄຸມກຳເນີດໃນເຂດຊຸມຊົນ, ການສ້າງຄວາມເຂົ້າໃຈຕໍ່ກັບການບໍລິການການວາງແຜນຄອບຄົວ ເພື່ອໃຫ້ຊຸມຊົນເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການວາງແຜນຄອບຄົວໂດຍສະຫມັກໃຈທີ່ຈະສາມາດຊ່ວຍຫລຸດຜ່ອນອັດຕາການເສຍຊີວິດຂອງແມ່ໄດ້ເຖິງຫນຶ່ງສ່ວນສາມ ແລະ ອັດຕາການເສຍຊີວິດຂອງເດັກນ້ອຍໄດ້ 20% ເຊິ່ງເປັນສິ່ງສຳຄັນທີ່ສຸດໃນວຽກງານການຮັກສາ ແລະ ກອບກູ້ເອົາຊີວິດຂອງແມ່.
ທ່ານ ດຣ. ບຸນທະວີ ສີສຸພັນທອງ ກ່າວອີກວ່າ: ການບັນລຸເປົ້າຫມາຍສະຫັດສະວັດດ້ານການພັດທະນາ ໂດຍສະເພາະແມ່ນການຫລຸດຜ່ອນອັດຕາການຕາຍຂອງແມ່ ຍັງເປັນສິ່ງທ້າ ທາຍສຳລັບ ສປປ ລາວ, ສະເພາະໃນປະຈຸບັນນີ້, ອີງຕາມຕົວເລກຂໍ້ມູນສະຖິຕິແຕ່ລະມື້ແມ່ຍິງ ແລະ ເດັກແດງຫລາຍກວ່າ 2 ຄົນຢູ່ ສປປ ລາວ ແມ່ນເສຍຊີວິດຈາກສາເຫດອາການສົນໃນໄລ ຍະຖືພາ ແລະ ເກີດລູກ. ແນວໃດກໍ່ດີ ທັງຫມົດຂອງການເສຍຊີວິດ ແລະ ການເຈັບປ່ວຍແມ່ນການດູແລປ້ອງກັນໄດ້ ຖ້າຜູ້ເປັນແມ່ສາມາດເຂົ້າເຖິງການດູແລຈາກຜູ້ຊຳນານດ້ານການເກີດ, ມີໂຮງຫມໍໃຫ້ບໍລິການການດູແລສຸກເສີນດ້ານປະສູດ, ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການວາງແຜນລູກຫ່າງລວມທັງການຫລີກເວັ້ນການຖືພາແຕ່ໄວຫນຸ່ມທີ່ມີຄວາມສ່ຽງສູງຕໍ່ກັບອາການສົນຕ່າງໆ.
ການປ້ອງກັນ ແລະການຫລຸດຜ່ອນອັດຕາການເສຍຊີວິດຂອງແມ່ແມ່ນເປັນພາກສ່ວນຫນຶ່ງຂອງຍຸດທະສາດທີ່ລັດຖະບານ ແລະ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ ແລະ ບັນດາຄູ່ຮ່ວມພັດທະນາຊຸກຍູ້ ແລະ ຜັນຂະຫຍາຍ ໂດຍສະເພາະແມ່ນການຜັນຂະຫຍາຍແຜນງານເພື່ອຊ່ວຍສ້າງຜູ້ເກີດລູກທີ່ຊຳນານ ລວມທັງການສ້າງນາງຜະດຸງຄັນ. ໃນເດືອນທີ່ຜ່ານມາ ມີຜະດຸງຄັນຈຳນວນ 160 ຄົນໄດ້ຮັບການຂຶ້ນທະບຽນແຫ່ງຊາດ ເຊິ່ງເປັນຊຸດທີສອງ ແລະ ກຽມພ້ອມທີ່ຈະຮັບໃຊ້ຊຸມຊົນໃນຂອບເຂດທົ່ວປະເທດ.
Ecom

ຂອບໃຈ! ທີ່ໜ້າເປັນຫ່ວງ ເຮົາປັນຍາຊົນ ທຳສີ່ງນັ້ນບໍ່ສຳເລດ ເພາະ ໃຮເຕັກສູງ ກຳນົດທາງເດີນຂອງເຍົາວະຊົນທີ່ຢາກຮູ້ຢາກເຫັນ ແລະຢາກລອງດວ້ຽຊ້ຳໄປ ແຖມເສດທະກິດ ການເງີນ ຕ້ອງການລູກຄ້າ ຖ້າຈະເວົ້າລົງເລີກໄປກວ່ານີ້ ຍັງມີລັດທິສີ່ງນື່ງທ່ີຕາມະນຸດເຮົາເບີ່ງອອກບໍ່ໃໄ້ດດ້ວຽສາຽຕາ ທີ່ ມືດທາງໃຈ ຕົວຢ່າງ ຫຼາຽພັນລ້ານຄົນ ເປັນຫັຽງຈື່ງ ຢ້ານຜີ ນັບຖືຜີ ກົ້ມຂາບຜີ ທີ່ທາງລັດທິພາມໃດ້ສິດສອນມາແຕ່ ສະໃໝຂ້າທາດ ທຸກຄົນຕ້ອງຊະລະຕົວເອງເປັນທາດ ຂອງຄວາມຢ້ານກົວ ແລະຄວາມຢາກທຸກຢ່າງມາພ້ອມກັບ ລາຄະຕັນຫາຂອງສັນດານຂອງມະນຸດບໍ່ສົມບຸນທີ່ຕິດພັນມາຕາມສາຽເລືອດທຸກຄົນ ຜູ້ໃຫ້ຄຳເຫັນນີ້ກໍ່ເຄີຽເກີດມາແລ້ວເໝືອນກັນ.
ສະນັ້ນທຸກຄົນກາຽເປັນທາດຂອງຄວາມຢາກຮູ້ ຢາກເຫັນ ຢາກ ລອງລົດຊາດ ແລ້ວສີ່ງນີ່ງຊື່ງຢູ່ໃນຕົວມະນຸດເອງ ລືມໄປວ່າ ອັນຕະລາຽແທ້ໆນັ້ນ ເກີດມາຢ່າງນັ້ນໃດ້ໂດຽວິທີໃດ? ແຕ່ມີທາງເລືອກ ແລະແກ້ໃຂໃດ້ຢ່າງປອດພຕະລອດການ.
Pardon LOve you all.
LET LAO GOVERN'T BUILD CLINIC, ONE CLINIC,
ONE VILLAGE PROJECT
ONE DOCTOR, ONE VILLAGE PROJECT,
FIND MONEY, BORROW MONEY FROM UN, FROM IMF BANK, WORLD BANK, ADB BANK, ...OTHER BANK
FIND MONEY TOGETHER WITH LAO BUDDHIST MONK,FOUNDATION...ECT
ໃຜບອກບໍ່ຫາວຽກໃຫ້ເຮັດ...ຢູ່ລ້າໆ ມັນກະຕ້ອງເຮັດ ເຮັດ ເຮັດ ວຽກກັນຈັງຊີ້ລະ...ແກ້ເຫງົາ ..ຮາ..ຮາ..ຮາ
ດີຄືກັນ,ພົລະເມືອງລາວຈະດຸ່ນດຽງກັບປະເທດອ້ອມຂ້າງ.ເຂົາຈະບໍ່ສາສາດດູຖູກວ່າລາວບໍ່ມີຫັຽງເກ່ງ