|

ຜູ້ຊາຍບ້າກາມຂົ່ມຂືນຍິງ 50 ປີ




ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຕິດ​ອາ­ລົມ​ທາງ​ເພດ ລົງ­ມື​ຂົ່ມ­ຂືນ​ຍິງ​ແກ່ ອາ­ຍຸ 50 ປີ ເຊິ່ງ​ເປັນ​ຄົນ​ບ້ານ​ດຽວ​ກັນ ຕໍ່​ມາ​ຜູ້​ເສຍ​ຫາຍ​ໄດ້​ເຂົ້າ​ແຈ້ງ​ຄວາມ​ຕໍ່​ເຈົ້າ​ໜ້າ­ທີ່ ພ້ອມ​ຢືນ­ຢັນ​ຈື່​ໜ້າ​ຜູ້​ກະ­ທຳ​ຜິດ​ໄດ້​ຊັດ​ເຈນ.

ເຫດ­ການ​ເກີດ​ຂຶ້ນ​ໃນ​ວັນ​ທີ 28 ຕຸ­ລາ 2011 ເວ­ລາ 17:00 ໂມງ ຢູ່​ບ້ານ​ວຽງ​ຄຳ ເມືອງ​ສີ​ໂຄດ​ຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ ພາຍ­ຫຼັງ​ແຈ້ງ​ຄວາມ​ເຈົ້າ​ໜ້າ­ທີ່ ປກສ ເມືອງ​ສີ​ໂຄດ​ຕະ­ບອງ ໄດ້​ລົງ​ກວດ­ກາ​ສະ­ຖານ­ທີ່​ເກີດ​ເຫດ ເຊິ່ງ​ແມ່ນ​ສວນ​ມັນ­ຕົ້ນ ຫ່າງ​ຈາກ​ບ້ານ​ວຽງ​ຄຳ ປະ­ມານ 1 ກິ­ໂລ­ແມັດ ພ້ອມ​ທັງ​ຕິດ­ຕາມ​ກັກ​ຕົວ​ຜູ້​ກະ­ທຳ​ຜິດ ຄື: ທ້າວ ພູ​ວັນ (ເຖົ້າ) ອາ­ຍຸ 22 ປີ ປະ­ຊາ­ຊົນ​ບ້ານ​ວຽງ​ຄຳ ເມືອງ​ສີ​ໂຄດ​ຕະ­ບອງ ມາ​ທຳ​ການ​ສືບ­ສວນ.

ຜ່ານ​ການ​ສອບ​ສວນ​ຂອງ​ເຈົ້າ​ໜ້າ­ທີ່ ຜູ້­ກ່ຽວ​ຮັບ​ສາ­ລະ­ພາບ​ວ່າ: ໄດ້​ຂົ່ມ­ຂືນ​ຍິງ​ຄົນ​ດັ່ງ­ກ່າວ​ແທ້ ຊຶ່ງ​ໃນ​ວັນ​ເກີດ​ເຫດ ຜູ້­ກ່ຽວ​ເຫັນ​ຜູ້​ເສຍ​ຫາຍ​ຍ່າງ​ໄປ​ສວນ​ມັນ­ຕົ້ນ​ຄົນ​ດຽວ ໃນ​ເວ­ລາ​ຕາ­ເວັນ​ໃກ້​ຕົກ​ດິນ ຈາກ​ນັ້ນ​ຈຶ່ງ​ເກີດ​ມີ​ແນວ​ຄິດ​ຢາກ​ຮ່ວມ​ເພດ​ກັບ​ຍິງ​ຄົນ​ນັ້ນ ກໍ​ເລີຍ​ຍ່າງ​ຕາມ​ຫຼັງ​ໄປ ໂດຍ​ບໍ່​ໃຫ້​ຜູ້​ເສຍ​ຫາຍ​ຮູ້­ສຶກ​ຕົວ ເມື່ອ​ນຳ­ໄປ​ຮອດ​ສວນ​ມັນ­ຕົ້ນ ຜູ້­ກ່ຽວ​ກໍ​ໃຊ້​ແຮງ​ຂົ່ມ­ຂືນ​ຈົນ​ສຳ­ເລັດ ສ່ວນ​ຜູ້​ເສຍ​ຫາຍ​ກໍ​ພະ­ຍາ­ຍາມ​ຮ້ອງ​ຂໍ​ຄວາມ​ຊ່ວຍ­ເຫຼືອ ແຕ່​ເນື່ອງ​ຈາ​ກວ່າ​ສະ­ຖານ­ທີ່​ດັ່ງ­ກ່າວ ຫ່າງ​ຈາກ​ບ້ານ​ພໍ​ສົມ­ຄວນ ຈຶ່ງ​ບໍ່​ມີ​ໃຜ​ໄດ້​ຍິນ ອີກ​ຢ່າງ​ໜຶ່ງ ຜູ້​ເສຍ​ຫາຍ​ເຊິ່ງ​ເປັນ​ຍິງ​ທີ່​ມີ​ອາ­ຍຸ​ສູງ ຈຶ່ງ​ບໍ່​ສາ­ມາດ​ຊ່ວຍ­ເຫຼືອ​ຕົນ​ເອງ​ໄດ້ ແລະ ພາຍ­ຫຼັງ​ຂົ່ມ­ຂືນ​ສຳ­ເລັດ ທ້າວ ພູ​ວັນ ໄດ້​ເອົາ​ຕົວ​ຫຼົບ­ໜີ​ເຂົ້າ​ໄປ​ໃນ​ບ້ານ ຈົນ​ຮອດ​ເວ­ລາ 22:00 ໂມງ​ຂອງ​ວັນ​ດຽວ​ກັນ ເຈົ້າ​ໜ້າ­ທີ່​ຈຶ່ງ​ໄດ້​ເຂົ້າ​ຈັບ​ຕົວ​ມາ​ດຳ­ເນີນ​ຄະ­ດີ.

ສຳ­ລັບ​ແມ່­ຍິງ​ແລ້ວ ບໍ່​ວ່າ​ຈະ​ເປັນ​ຍິງ​ສາວ ຫຼື ໄວ​ກາງ­ຄົນ​ກໍ​ຕາມ ຄວນ​ມີ​ສະ­ຕິ​ລະ­ມັດ­ລະ­ວັງ​ຕົວ​ໃນ​ການ​ໄປ​ມາ​ຢູ່​ສະ­ເໝີ ບໍ່​ຄວນ​ໄປ​ຄົນ​ດຽວ​ໃນ​ສະ­ຖານ­ທີ່​ມືດ ແລະ ໄປ​ເດິກ​ມາ​ດື່ນ ເພາະ​ມັນ​ຈະ​ເປັນ​ຊ່ອງ​ຫວ່າງ​ໃຫ້​ຄົນ​ບໍ່​ດີ ລົງ­ມື​ຂົ່ມ­ຂືນ ຫຼື ກໍ່​ເຫດ​ຕ່າງໆ ຊຶ່ງ​ເປັນ​ອັນ­ຕະ­ລາຍ​ຕໍ່​ຊີ­ວິດ (ດ້ານ​ຮ່າງ­ກາຍ ແລະ ຈິດ­ໃຈ) ແລະ ຊັບ​ສິນ​ຂອງ​ຕົນ​ເອງ.

vientianemai

Posted by samakomlao on 9:00 PM. Filed under , , , . You can follow any responses to this entry through the RSS 2.0. Feel free to leave a response

0 comments for "ຜູ້ຊາຍບ້າກາມຂົ່ມຂືນຍິງ 50 ປີ"

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added