7:50 PM | Posted by samakomlao

ການເຊື່ອມໂຍງ ເສດຖະກິດກັບພາກພື້ນ ແລະ ສາກົນເຮັດໃຫ້ສປປລາວຜ່ອນສິ່ງທີ່ເປັນ ອຸປະສັກຕໍ່ການຄ້າໂດຍ ສະເພາະດ້ານອັດຕາພາສີຕ້ອງຫລຸດລົງ ໃຫ້ເຫລືອ0% ໃນປີ2015 ໃນຫມວດສິນຄ້າໃດຫນຶ່ງ, ແຕ່ໃນກໍລະນີຂອງລາວຕ້ອງໃຫ້ ເຫລືອ0% ສິນຄ້າທຸກຢ່າງໃນປີ2018.
ທ່ານຄູນສຸທຳມະໂກດຫົວຫນ້າ ກົມນຳເຂົ້າ ແລະສົ່ງອອກ, ກະຊວງອຸດສາຫະກຳແລະການຄ້າກ່າວວ່າ: ໃນປີ2015 ສປປລາວຕ້ອງໄດ້ເຂົ້າຮ່ວມໃນການເປັນປະຊາຄົມ ເສດຖະກິດອາຊຽນເຊິ່ງເນື້ອແທ້ແມ່ນ ການເຂົ້າຮ່ວມ ຕະຫລາດແລະຖານ ການຜະລິດອັນຫນຶ່ງອັນດຽວຂອງອາຊຽນ, ເວລານັ້ນການຄ້າດ້ານຜະລິດຕະພັນ, ການຄ້າດ້ານການບໍລິການແລະການລົງທຶນແມ່ນຈະເປັນເສລີກວ່າໃນສະພາບປະຈຸບັນ, ດ້ານພາສີການນຳເຂົ້າຈະກາຍເປັນ0%, ຍົກເວັ້ນລາຍການສິນຄ້າທີ່ກະທົບໄວໃຫ້ເຫລືອ 0-5%, ແຕ່ຕ້ອງໄດ້ສືບຕໍ່ປະຕິບັດໃຫ້ເຫລືອ0% ໃນປີ2018, ນັ້ນຫມາຍຄວາມວ່າທຸກສິນຄ້າທີ່ເຂົ້າ-ອອກບັນດາປະເທດສະມາຊິກອາຊຽນຈະບໍ່ມີການເກັບພາສີທີ່ເອີ້ນວ່າກຳ ແພງ ກີດກັ້ນຕໍ່ລະບົບການຄ້າ.
ຈາກການເຊື່ອມໂຍງເສດຖະກິດດັ່ງກ່າວ ຈະເຮັດໃຫ້ສປປລາວມີໂອກາດສົ່ງອອກສິນຄ້າທີ່ເປັນເອກະລັກຂອງຕົນເອງແລະ ສິນຄ້າທີ່ມີຜົນຕໍ່ສຸຂະພາບໃນ ການບໍລິໂພກເຊັ່ນ: ສິນຄ້າກະສິກຳປອດສານເຄມີ; ນອກຈາກນີ້ຄາດຄະເນວ່າການລົງທຶນຕ່າງໆໃນສປປລາວຈະເພີ່ມຂຶ້ນການບໍລິການດ້ານຕ່າງໆກໍ່ຈະໄດ້ມີການປັບປຸງ ໃຫ້ມີຄຸນນະພາບແລະມາດຕະຖານໃນລະດັບແນ່ນອນ.
ecom

Posted by samakomlao
on 7:50 PM. Filed under
development,
developments,
Laos
.
You can follow any responses to this entry through the
RSS 2.0.
Feel free to leave a response