U16 ຂອງລາວ ເສຍປະຕູໃຫ້ ຫວຽດນາມ 30 ປະຕູ ຕໍ່ 0 !



   ກອງ​ເຊຍ​ຊາວ​ແຂວງ​ຈຳປາ​ສັກ ພາ­ກັນ​ຫລັງ​ໄຫລ​ເຂົ້າ​ຊົມເປັນ​ກຳ­ລັງ​ໃຈແກ່​ນັກ­ກີ­ລາ​ບານເຕະຢູ 16 ຂອງ​ລາວ​ຢ່າງ​ຫນາແຫນ້ນ​ຫວັງ​ເຫັນ​ຟອມ​ເກ່ງ​ກັບມາ​ຄື​ແຕ່​ກ່ອນ ແຕ່​ຜິດ​ຫວັງ​ລົງແຂ່ງ​ສອງ​ນັດ​ພົບ​ນັກ​ເຕະ​ຈອມແຂ່ງ​ແກ່ນ​ແຮງ​ຫລາຍ ຢູ 16 ສສ ຫວຽດ­ນາມເສຍ​ທັງ​ສອງນັດ​ບານ­ເຕະ​ມິດ­ຕະ­ພາບ​ທີ່ແຂວງ​ຈຳ­ປາ​ສັກ.

   ເປັນ​ເກມ​ທີ່​ຫນ້າ​ຜິດ​ຫວັງ​ສຳລັບ​ຜົນ​ການ​ບານ­ເຕະ​ຢູ 16 ຂອງລາວ ຫລັງ​ເສຍ​ໃຫ້​ກັບ​ທີມ​ເຕະບານ​ຢູ 16 ຂອງ​ສະ­ໂມ­ສອນ ຮ່ວງ​ແອງ​ຢາ​ລາຍ ສສ ຫວຽດນາມ ສອງ​ນັດ​ຕິດ­ຕໍ່​ກັນ, ທ່າມກາງ​ຄວາມ​ຜິດ​ຫວັງ​ຂອງ​ຜູ້​ຊົມຊາວ​ລາວ​ກໍ່​ຄື​ຊາວ​ແຂວງ​ຈຳ­ປາ ສັກ ທີ່​ໄດ້​ຫລັ່ງ​ເຂົ້າ​ຊົມ​ໃຫ້​ກຳ­ລັງ ໃຈ ຫວັງ​ວ່າ​ຈະ​ເຫັນ​ຂຸນ​ພົນ​ນັກ ເຕະ​ລາວ ໂຊ​ຟອມ​ເກ່ງ​ຄື​ໄລ­ຍະກ່ອນ​ແຕ່​ກໍ່​ບໍ່​ໄປ​ຕາມ​ຄາດ, ຖືກ​ຢູ 16 ຂອງ​ຫວຽດ­ນາມ​ຄຸມ​ເກມບຸກ​ໃສ່​ຕັ້ງ­ແຕ່​ເລີ່ມ​ເກມ​ທຳ​ອິດ ແລະ ຂຶ້ນ​ນຳ​ກ່ອນ 2Œ0 ປະ­ຕູ. ກັບ​ມາ​ເຄິ່ງ​ເວ­ລາ​ທີ​ສອງ ເກມຂອງ​ລາວ​ໃຊ້​ແຕ່​ລູກ​ໂຍນ​ໃຫ້ ແລ່ນ​ແບບ​ດຽວຈົນ​ຫມົດ​ເວ­ລາແຮງ​ກໍ່​ຫມົດ​ແຖມ​ຍັງ​ຖືກ​ຍິງ​ປະ­ຕູຕື່ມ​ເປັນ 3Œ0 ປະ­ຕູ, ເຊິ່ງ​ໄດ້​ເຮັດໃຫ້​ແຟນ​ບານ​ໃນ​ສະ­ຫນາມ​ຫລັກ 2 ເມືອງ​ປາກ​ເຊ ບໍ່​ຄ່ອຍ​ພໍ­ໃຈ​ກັບຜົນ­ງານ​ຢູ 16 ລາວ​ພໍ​ເທົ່າ­ໃດ.

   ຢ່າງ­ໃດ​ກໍ່​ຕາມການ​ແຂ່ງ­ຂັນຄັ້ງ​ນີ້ເຖິງ​ຈະ​ເປັນ​ພຽງ​ເກມ​ມິດຕະ​ພາບ​ລະ­ຫວ່າງ​ສອງ​ປະ­ເທດກໍ່​ຕາມ ແຕ່​ມັນ​ໄດ້​ສະ­ແດງ​ເຖິງ ຄວາມ​ພ້ອມ ແລະ ການ​ພັດ​ທະນາ​ສີ­ຕີນ​ຂອງ​ນັກ​ເຕະ​ລາວ​ທີ່​ຈະໄປ​ແຂ່ງ​ຢູ16 ຊີງ​ແຊ໋ມ​ອາ­ຊີ​ຮອບສຸດ​ທ້າຍ​ໃນ​ມໍ່ໆ​ນີ້ ເຊິ່ງ​ຄວາມ ຫວັງ​ຂອງ​ລາວ​ທົ່ວ​ປະ­ເທດທີ່​ຢາກ​ເຫັນ​ຜົນ­ງານ​ຂອງ​ນັກ​ເຕະຊຸດ​ນີ້​ສ້າງ​ຜົນ­ງານ ແລະ ສື່​ສຽງໃຫ້​ກັບ​ປະ­ເທດ, ດັ່ງ­ນັ້ນ ການ ເສຍ​ໃຫ້​ກັບ​ທີມ​ສະ­ໂມ­ສອນ​ຮ່ວງ ແອງ​ຢາ​ລາຍ​ໃນ​ສອງ​ນັດ​ຕິດ­ຕໍ່ກັນ​ນີ້ຄົງ​ຈະ​ເປັນ​ບົດ­ຮຽນ​ແກ່​ຄະນະ​ຮັບ­ຜິດ­ຊອບ​ກໍ່​ຄື​ຄູ​ຝຶກ​ນັກ­ກີ­ລາລວມ​ທັງ​ນັກ­ກີ­ລາ​ເອງ.

http://a7.sphotos.ak.fbcdn.net/hphotos-ak-snc7/300834_322997124463471_475425790_n.jpg">

2:49 PM | Posted in , , | Read More »

ຈຸດ​ບອດ ທີ່ທີ​ມ U-22 ຕ້ອງ​ຮີ​ບຮ້ອນ​ແກ້​ໄຂ




ທີ​ມບານ​ເຕະ​ຊາດ​ລາວ ຮຸ່ນ​ອາຍຸ​ບໍ່​ເກີນ 22 ປີ (U-22) ຕ​້ອງ​ໄດ້​ເລັ່ງ​ແກ້​ໄຂຈຸດ​ບອດ​ຂອງ​ຕົນ​ເອງ ​ໂດຍ​ສະ​ເພາະ​ແມ່ນ​ການ​ຍິງ​ປະຕູຄູ່​ແຂ່ງ​ບໍ່​ແມ​້ນ ຈຶ່ງ​ເຮັດ​ໃຫ້​ຄວາມ​ຫວັງ​ຍາດ ​ໄດ້​ອັນ​ດັບ​ທີ 3 ໃນ​ການ​ແຂ່ງຂັນ​ເຕະບານ U-22 ຊີງ​ແຊ໋ມ ອາຊີ ຮອບ​ຄັດ​ເລືອກ​ຂອງ​ກຸ່ມ F ທີ່ ສປປ ລາວ ​ເປັນ​ເຈົ້າພາບ​ຕ້ອງ​ຫລຸດ​ມື​ໄປ ​ແລະ ບໍ່​ອາດ​ຜ່ານ​ເຂົ້າ​ໄປ​ໃນ​ຮອບ​ທີ 2 ໄດ້​ສຳ​ເລັດ​

​ໃນ​ເບື້ອງຕົ້ນຄູ​ຝຶກ ທີ​ມ U-22 ລາວ ຕັ້ງ​ເປົ້າ​ຫມາຍ​ໃຫ້ຊະນະ ທີ​ມຊາດ​ກຳປູ​ເຈຍ. ແຕ່​ກົງກັນຂ້າມ ເກືອບ​ຖືກ​ທີ​ມກຳປູ​ເຈຍ ພິກ​ມາ​ເອົາ​ຊະນະ​ໄດ້ຈຶ່ງ​ຈົບ​ລົງ​ດ້ວຍ​ການສະ​ເຫມີ​ກັນ 3-3, ຕໍ່​ຜົນ​ການ​ແຂ່ງຂັນ​ດັ່ງກ່າວ ​ຈຶ່ງ​ເຮັດ​ໃຫ້​ກອງ​ເຊຍບໍ່ພໍ​ໃຈ​ຕໍ່​ຜົນງານທັງ​ທີ່​ວ່າ ທີ​ມກຳປູ​ເຈຍທີ່​ຢູ່​ຮ່ວມ​ກັບກຸ່ມ F ດຽວ​ກັນ​ກັບ​ທີ​ມຊາດ​ລາວ ​​ເຊິ່ງເປັນ​ທີ​ມບໍ່​ແຂງ​ແກ່ນ​ປານ​ໃດ ​ເພາະຊະນະ​ພຽງທີ​ມ​ເຂດພິ​ເສດ​ຮົງ​ກົງ​ເທົ່າ​ນັ້ນ. ໃນ​ໂອກາດ​ນີ້ ທ່ານ ສົມ​ສັກ ​ແກ້ວ​ດາລາ, ຄູ​ຝຶກ​ທີ​ມບານ​ເຕະ​ຊາ​ດລາວ ຮຸ່ນ​ອາຍຸ​ບໍ່​ເກີນ 22 ປີ ອອກ​ມາ​ຍອມຮັບ​ເຖິງ​ຈຸດ​ບົກ​ຜ່ອງ​ ຂອງ​ທີ​ມວ່າ: ​ເຮົາ​ກໍ​ຮູ້​ກັນ​ດີ​ຢູ່​ແລ້ວ​ວ່າ ​ໃນ​ການ​ແຂ່ງຂັນເຕະບານ​ຊີງ​​ແຊ໋ມອາຊີ ຄັ້ງນີ້ ເຖິງ​ແມ່ນ​ວ່າທີ​ມ​ເຮົາຈະ​ຊະນະ​ໃນ​ນັດ​ສຸດ​ທ້າ​ຍ ທີ່ພົບ​ກັບ​ທີ​ມ ກຳປູ​ເຈຍ ກໍ​ຕາມ. ແຕ່​ຄະ​ແນນ ​ຍັງ​ຫນ້ອຍ​ກວ່າ​ກຸ່ມ​ອື່ນ ເພາະ​ສະຫະພັນ​ບານ​ເຕະອາຊີ (AFC) ວາງ​ລະບຽບ​ວ່າຕ້ອງ​ເລືອກ​ເອົາ​ທີ​ມທີ່​​ເປັນອັນ​ດັບ​ທີ 3 ມີ​ຄະ​ແນນ​ສູງ​ສຸດຂອງ 7 ກຸ່ມ ຜ່ານ​ເຂົ້າ​ຮອບ​ຕໍ່​ໄປ.

 ດ້ວຍ ​ເຫ​ດນີ້ ຈຶ່ງ​ເຮັດ​ໃຫ້ນັກ​ກິລາ​ຂາດ​ກຳລັງ, ກົງກັນຂ້​າມກັບ​ທີ​ມ ກຳປູ​ເຈຍ ​ເພາະ​ຮູ້​ຢູ່​ແລ້ວ​ວ່າ​ຕົກ​ຮອບ, ດັ່ງນັ້ນ ພວກ​ເຂົາ​ຈຶ່ງ​ບືນ​ສຸດ​ຂີດ​ ເພື່ອ​ຕ້ານ​ກາ​ນບຸກຂອງ​ລາວ​ເຮົາ ດ້ວຍ​ການ ​ຫລິ້ນບານ​ຕ້ານ​ເປັນ​ຫລັກ. ສ່ວນ​ທີ​ມຊາດ U-22 ຂອງ​ລາວ ບໍ່​ແມ່ນ​ວ່າ​ເຮັດບໍ່​ໄດ້​ດີດ​ອກ​ ​ເຊິ່ງທຸກ​ຄົນ​ກໍ​ເຮັດ​ເຕັມທີ່ ​ແລະ ສຸດ​ຄວາມ​ສາມາດ​ຂອງ​ເຂົາ​ຢູ່​ແລ້ວ ​ແຕ່​ການ​ຂຶ້ນ​ເຈາະ​ ແຜງ​ຫລັງ​ຂອງ​ທີ​ມ ກຳ​ປູ​ເຈຍ ​ເຮັດ​ໄດ້​ຍາກ ​ແລະ ນັກ​ເຕະຂຶ້ນມາ​ຫລິ້ນບານ​ສູງ, ​ເມື່ອ​ຖືກທີ​ມກຳ​ປູ​ເຈຍ​ໂຕ້​ກັບ​ໄວ້ ຈຶ່ງ​ບໍ່​ອາດ​ລົງ​ມາ​ຕ້ານ​ໄດ້ຈົນ​ເສຍ​ປະຕູ​ກ່ອນ. ພ້ອມ​ນີ້ການ​ບຸກຍິງ​ ປະຕູ​ຂອງ​ທີ​ມຊາດ​ລາວ​ຍັງ​ບໍ່​ເດັດຂາດ ​ເຖິງ​ມີ​ໂອກາດ​ຫລາຍ​ຄັ້ງ​ແຕ່​ຍິງ​ບໍ່​ແມ້ນ. 

ແຕ່​ຂໍ​ຄົງ​ຄ້າງ​ດັ່ງກ່າວ​ນີ້ ພວກ​ເຮົາ​ຈະ​ເລັ່ງປັບປຸງ​ຈຸດ​ນີ້ ເພາະ​ຖ້າ​ແກ້​ຈຸດ​ນີ້​ໄດ້ ຈະ​ເຮັດ​ໃຫ້​ທີ​ມມີ​ຄວາມ ​ແຂງ​ແກ່ນ​ຍິ່ງ​ກວ່າ​ເກົ່າ ​ເນື່ອງຈາກ​ລະບົບ​ການ​ຫລິ້ນຂອງ​ທີ​ມຊຸດ​ນີ້ ຖື​ວ່າ​ຫລິ້ນ​ໄດ້​ມາດຕະຖານ​ດີ​ພໍ​ສົມຄວນ
​ພ້ອມ​ນີ້ ທ່ານ ສົມ​ສັກ ​ແກ້ວ​ດາລາ ກໍ​ຝາກ​ຄວາມ​ເສຍ​ໃຈ​ມາ​ຍັງ​ກອງ​ເຊຍ ທີ່​ບໍ່​ອາດ​ເອົາ​ຊະນະ​ໃນ​ນັດ​ສຸດ​ທ້າຍ​ ອັນ​ໄດ້​ເຮັດ​ໃຫ້​ກອງ​ເຊຍ​ຜິດ​ຫວັງ ​ແລະ ພ້ອມ​ນຳ​ເອົາ​ບົດ​ຮຽນ​ໃນ​ຄັ້ງນີ້ ນຳ​ໄປ​ປັບ​ປຸງຂໍ້​ຄົງ​ຄ້າງ​ຕ່າງ​ໆ ເພື່ອ​ເຮັດ​ໃຫ້​ນັກ​ກິລາ​ຮຸ່ນ​ນີ້ ກ້າວຫນ້າ​ໄປ​ໄກ​ກວ່າ​​ເກົ່າ


Kpl

12:33 PM | Posted in , | Read More »

Laos edge Thailand to finish third in AFF U-16



VIENTIANE (8 June 2012) – Laos beat nine-man Thailand 3-0 to finish third in the AFF Under-16 Preparatory Tournament 2012 here at the Lao National Stadium.
In the match that was always going to be volatile, the Thais put up a much better display when compared to their first meeting earlier when the two sides battled to a 1-o win for the hosts.
But with the rain coming down for the first time in the tournament this year, the pace of the game will be pegged down somewhat even though Laos did welcome the return of striker Armysay Kettavong.
At the start, both teams were cautious and were not willing to commit too much although Laos did come close in the fifth minute through who else but Armysay only for him to muff his chance altogether.
Thailand responded in the 14th minute with a superb freekick from Kunawut Maperm but he narrowly missed his intended target.
With the score tied at the break, the second half saw both teams growing in frustration, more so for the home side as in spite of the rain, several thousand still turn up at the stands to support the youngsters.
In the 54th minute, a dipping shot from Anoukone Keola off a freekick saw Thai custodian Apirak Worawong scrambling for the save.
But a clash in the 63rd minute which saw Thai midfielder Kittikai Juntaraksa picking up his second red card in two matches would change the temperament and ultimately the outcome of the tie.



In the 75th minute, as Laos piled on the pressure on the Thai backline, a cross from Jo Sandala was out into the back of the net by Thai defender Jutitep Tonglim. And several exchanges to be followed by some late tackles later, saw Thailand defender Supravee Miprathang picking up his second yellow card of the game.
Referee Steve Supresencia of the Philippines showed Supravee the marching orders as Thailand were forced to play the remainder of the match with nine men. With the numerical advantage that they had and as Thailand tire down in the closing stages, Laos then proceeded to add two more goals through Southavone Thammada and Jo Sandala.
AFF UNDER-16 PREPARATORY TOURNAMENT 2012
(All matches at the Lao National Stadium, KM16)
2 June 2012: AUSTRALIA 1 JAPAN 1 / THAILAND 0 LAOS 1
4 June 2012: JAPAN 3 THAILAND 0 / LAOS 2 AUSTRALIA 3
6 June 2012: AUSTRALIA 4 THAILAND 2 / JAPAN 3 LAOS 0
8 June 2012: LAOS 3 THAILAND 0 / Japan vs Australia (1900)
ASEANFOOTBALL.ORG

8:22 PM | Posted in , , , | Read More »

Oudomsay Stadium completion expected to be in 2013




By Soulaphone Kanyaphim

(KPL) Builder of the Oudomsay provincial stadium has said the construction of the provincial main stadium to be used for hosting the national games in 2014 has been achieved by over 51% but it is expected see a completion in 2013.

Mr. Bounkone Viengvisay, Deputy Chairman of the Ely Survey, Design, Consultancy and Construction Company said that the construction of the stadium has been completed by 69.83%, that of indoor stadiums has been completed by 55%, of swimming pool by 58.64%, and the construction of facilities surrounding the main stadium has been achieved by 70.24%.

�Although the construction of the stadium has progressed beyond the expectation the contractor is now lacking construction materials particularly, sand and increasing price of construction materials,� said Mr. Bounkone.

12:52 PM | Posted in , , , | Read More »

ສຕລ ຫ້າມ 5 ນັກເຕະຫລວງພະບາງຍາວ 5 ປີ ຖານໄລ່ຕີກໍາມະການ




ສະ­ຫະ­ພັນ​ບານ­ເຕະ​ແຫ່ງຊາດ​ລາວ (ສຕລ) ໃສ່​ໂທດ​ທາງວິ­ໄນ​ທີມ​ບານ­ເຕະ​ຫລວງ​ພະ​ບາງຫມົດ​ທັງ​ທີມ, ຫນັກ​ກວ່າ​ຄົນ​ອື່ນ ມີ 5 ນັກ​ເຕະ​ທີ່​ຖືກ​ຫ້າມ​ແຂ່ງ­ຂັນລາຍ­ການ​ທີ່​ເປັນ​ທາງ​ການ​ຍາວ 5 ປີ, ຮອງ​ມາ​ມີ 3 ປີ​ຈຳ­ນວນ 4 ຄົນ, ຄູ​ຝຶກ 1 ປີ, ສ່ວນ​ນັກ​ເຕະ ຄົນ​ສຳ­ຮອງ ແລະ ສະ­ຫະ­ພັນບານ­ເຕະຫລວງ​ພະ​ບາງ​ຖືກ​ສຳ​ຫລວດຖານ​ເອົາ​ນັກ​ເຕະ​ພາກ­ສ່ວນ​ອື່ນມາ​ຮັບ​ໃຊ້.

ຈາກ​ເຫດ­ການ​ດ້ານ​ລົບ​ຕໍ່​ວົງການ​ບານ­ເຕະ​ລາວ​ໃນ​ນັດ​ຊີງ​ຊະນະ​ເລີດ​ຢູ່​ງານ​ມະ​ຫະ​ກຳ​ກີ­ລາແຫ່ງ​ຊາດ ເມື່ອ​ວັນ​ທີ 20 ທັນ­ວາ 2011 ຜ່ານ​ມາ​ທີ່​ຫລວງ​ພະ​ບາງເປັນ​ເຈົ້າ­ພາບ, ລະ­ຫວ່າງ​ທີມ ນະ­ຄອນ­ຫລວງ ພົບ​ກັບ ທີມ​ເຈົ້າ ພາບ​ຫລວງ​ພະ​ບາງ ເຊິ່ງ​ເຄິ່ງເວ­ລາ​ທຳ​ອິດ​ຍັງ​ສະ­ເຫມີ​ກັນ​ຢູ່ 0-0 ປະ­ຕູ ເກມ​ດຳ­ເນີນ​ໄປ​ທ້າຍໄລ­ຍະ​ແຂ່ງ­ຂັນ​ຂອງ​ການ​ທົດແທນ​ເວ­ລາ​ສູນ​ເສຍຈຸດ​ເກີດ​ເຫດ ເມື່ອ​ນັກ​ເຕະ​ຂອງ​ນະ­ຄອນ­ຫລວງເຂົ້າ​ສະ­ກັດ​ບານ​ຮວດ​ເອົາ​ນັກເຕະ​ຫລວງ​ພະ​ບາງ​ໃນ​ຫນ້າ​ເຂດໂທດ​ຂອງ​ຕົນ​ເອງ​ບານ​ເບິ່ງ 50% ແຕ່​ກຳ­ມະ­ການ​ເປົ່າ​ຫມາກຫວີດ​ຢ່າງ​ກະ­ທັນ­ຫັນ​ຊີ້​ເປັນ​ລູກເຕະ​ແຈ.

ເຫດ​ນີ້​ຈິ່ງ​ສ້າງ​ຄວາມ​ບໍ່​ພໍ­ໃຈ ແກ່​ກອງ​ເຊຍ ແລະ ນັກ​ເຕະ​ຂອງ ເຈົ້າ­ພາບ​ເຮັດ​ໃຫ້​ນັກ​ເຕະ​ເຈົ້າພາບ​ຫລວງ​ພະ​ບາງ​ເບື້ອງ​ຕົ້ນປະ­ມານ 34 ຄົນ​ເຂົ້າ​ມາ​ປະທ້ວງ​ກ່ອນ​ຈະ​ໃຊ້​ອາ­ລົມ​ໃສ່​ກຳ ມະ​ການ​ຈົນ​ກຳ­ມະ­ການ​ເຫັນ​ທ່າ ບໍ່​ດີ​ຕ້ອງ​ແລ່ນ​ອອກ​ຮອດ​ຂອບ ຂອງ​ສະ­ຫນາມ. ກ່ອນ​ຈະ​ມີ​ທັງ ນັກ​ເຕະ​ຕົວ​ຈິງ ແລະ ສຳ­ຮອງ​ອີກ ຫລາຍ​ຄົນ​ຂອງ​ເຈົ້າ­ພາບ​ແລ່ນ ເຂົ້າ​ໃສ່​ກຳ­ມະ­ການ​ຈົນ​ສ້າງຄວາມ​ເສື່ອມ​ເສຍ​ບານ​ປາຍ​ແກ່ວົງ​ການ​ກີ­ລາ​ລາວ.

ທ່ານ ດຣ. ໄຊ​ບັນ­ດິດ ຣາ​ຊະພົນ ເລ­ຂາ­ທິ­ການ​ສະ­ຫະ­ພັນ​ບານເຕະ​ແຫ່ງ​ຊາດ​ອອກ​ມາ​ຖະ­ແຫລງ ເມື່ອ​ວັນ​ທີ 6 ມັງ­ກອນ​ຜ່ານ​ມາວ່າ: ເຫດ­ການ​ນັກ​ເຕະ​ຫລວງ​ພະ​ບາງ​ໄລ່​ຕີ​ກຳ­ມະ­ການ​ໃນ​ນັດ​ຊີງຊະ­ນະ​ເລີດ​ຂອງ​ການ​ແຂ່ງ­ຂັນບານ­ເຕະ ໂດຍ​ຜູ້​ທີ່​ໄດ້​ຮັບ​ໂທດຫນັກ​ບໍ່​ໃຫ້​ແຂ່ງ­ຂັນ​ລາຍ­ການ​ສຳຄັນ​ຂອງ​ທາງ​ການ​ຈັດ​ລວມ​ທັງຕັດ​ສິດ​ອອກ​ຈາກ​ການ​ຫລິ້ນ​ໃຫ້ທີມ​ຊາດ​ມີ​ທັງ​ຫມົດ 9 ຄົນເປັນນັກ​ເຕະ 8 ແລະ ຜູ້​ຊ່ວຍ​ຄູ​ຝຶກ 1 ຄົນ.

ໂທດ​ຫ້າມ​ແຂ່ງ­ຂັນ 5 ປີ​ມີ: ທ້າວ ມຸກ­ດາ ສຸກ​ສະ­ຫວັນ ເບີ (15), ສູນ​ທະ­ໄລ ໄຊ​ສົງ­ຄາມ (7), ສິດ​ມັງ­ກອນ ອາ​ນຸ​ພົງ­ສາ­ລີ ເບີ(18), ວັນ­ນະ​ສິດ ທິ​ລາດ​ວົງສາ ເບີ (1) ແລະ ທ້າວ ສຸ​ບັນ­ດິດ ຜູ້​ຊ່ວຍ​ຄູ​ຝຶກ.

ຫ້າມ​ແຂ່ງ­ຂັນ 3 ປີ ມີ​ທ້າວ ໄຊ​ຍະ​ເວດ ພູມ​ສະ­ຫວັນ (5), ຄຳ​ປະ­ສົງ ຊາ​ພັກ­ດີ (19), ໄກ­ສອນ ສຸ​ຂະ​ວົງ (13) ແລະ ເພັດ​ຕິ​ກອນ ປັນ­ຍາ​ສິດ. ນອກ​ນີ້ ຍັງ​ບໍ່​ພໍ​ທ່ານ ເວີນ​ສະ­ຫວັນ ສີ​ວິ​ໄຊຖືກ​ຫ້າມ​ເຄື່ອນ​ໄຫວ​ເປັນ​ເວ­ລາ 1 ປີ ຖານ​ຄວບ​ຄຸມ​ລູກ​ທີມ​ບໍ່​ໄດ້. ສ່ວນ​ນັກ​ເຕະ​ຄົນ​ສຳ­ຮອງ​ຈະ​ໄດ້​ຮັບ​ການ​ສືກ​ສາ​ອົບ­ຮົມ.

ທັງ​ນີ້ ສະ­ຫະ­ພັນ​ບານ­ເຕະຫລວງ​ພະ​ບາງ​ຍັງ​ຖືກ​ສຳ​ຫລວດ ຖານ​ເອົາ​ນັກ​ເຕະ​ຈາກ​ພາກ­ສ່ວນອື່ນ​ມາ​ຮັບ​ໃຊ້​ໃນ​ທີມ ແຕ່​ໂຊກ​ດີທີມ​ຫລວງ​ພະ​ບາງ​ຍັງ​ມີ​ສິດ​ແຂ່ງຂັນ​ກີ­ລາ​ແຫ່ງ​ຊາດ​ໃນ​ຄັ້ງ​ຕໍ່​ໄປ.

ຕໍ່​ຄຳ​ຕັດ­ສິນ​ດັ່ງ­ກ່າວ​ທາງ​ສະ ຫະ​ພັນ​ໄດ້​ໃຊ້​ກົດ​ຂອງ​ສະ­ຫະ­ພັນ ບານ­ເຕະ​ສາ­ກົນ ຫລື FIFA ໂດຍມີ​ທັງ​ສະ­ຫະ­ພັນ​ບານ­ເຕະ​ແຫ່ງ ຊາດ​ຮ່ວມ​ກັບ​ກະ­ຊວງ​ສືກ​ສາ​ທິການ ແລະ ກີ­ລາ​ຈະ​ບໍ່​ໃຫ້​ມີ​ການ​ຍື່ນ​ອຸ­ທອນ​ຢ່າງ​ເດັດ­ຂາດ ທ່ານ ດຣ. ໄຊ​ບັນ­ດິດ​ກ່າວ.

ຢ່າງ­ໃດ​ກໍ່​ຕາມ ທ່ານ​ເລ­ຂາ ສຕລ ກ່າວ​ວ່າ: ການ​ຕັດ­ສິນ​ເທື່ອນີ້​ ເປັນ​ຄັ້ງ​ທຳ​ອິດ​ຂອງ​ສະ­ຫະ­ພັນໃນ​ລະ­ດັບ​ກີ­ລາ​ແຫ່ງ​ຊາດ​ນັບ​ວ່າຍັງ​ຢູ່​ໃນ​ລະ­ດັບ​ທີ່​ເບົາ. ເນື່ອງຈາກ​ວົງ​ການ​ບານ­ເຕະ​ບ້ານ​ເຮົາຍັງ​ບໍ່​ທັນ​ເປັນ​ອາ­ຊີບ, ຖ້າ​ກົດ ຂອງ​ສາ­ກົນ​ແທ້​ອາດ​ຈະ​ເຖິງຫ້າມ​ແຂ່ງ­ຂັນ​ຕະ­ຫລອດ​ຊີ­ວິດ ຫລື ປັບ​ໃຫມ​ນຳ​ອີກ.

12:18 PM | Posted in | Read More »

ເດີນເຕະບານ ກາຍເປັນສະໜາມຕີມວຍ !








ງານ​ມະຫາ​ກໍາກິລາ​ແຫ່ງຊາດ ຄັ້ງທີ IX ​ເປີດ​ສາກ​ຢ່າງ​ເປັນ​ທາງ​ການ ມາ​ແຕ່​ວັນ​ທີ 13 ທັນວາ ກໍາລັງ​ຈະ​ອັດ​ລົງ​ໃນ​ວັນ​ທີ 21 ທັນວາ, ​ໂດຍລວມ ​ເຈົ້າພາບ​ຈັດ​ໄດ້​ຢ່າງ​ລົງ​ໂຕ ​ແລະ ສ້າງ​ຄວາມປະ​ທັບ​ໃຈ​ໃຫ້​ກັບທຸກໆ​ຝ່າຍ​ທີ່​ມາ​ຮ່ວມ​ໃນ​ຄັ້ງນີ້ ບໍ່​ວ່າ​ຈະ​ເປັນ​ຄະນະ​ນັກ​ກິລາ​ເອງ, ຄະນະ​ຜູ້​ແທນ, ຜູ້​ຊົມ, ນັກ​ທ່ອງ​ທ່ຽວ ​ແລະ ກອງ​ເຊຍ ຂອງ​ແຕ່ລະ​ເຂດ​ແຂວງ ​ແລະ ບັນດາ​ກະຊວງ​ທີ່​ເຂົ້າ​ຮ່ວມ ​ເພາະ​ສັງ​ເກດ​​ເຫັນ​ວ່າ ການ​​ແຂ່ງຂັນ​ຄັ້ງນີ້ ຈະ​ມີ​ບັນຫາ​ຫນ້ອຍ​ທີ່​ສຸດ ຖ້າ​ປຽບ​ທຽບ​ກັບ​ຄັ້ງກ່ອນໆ ທີ່​ຜ່ານ​ມາ ​ໂດຍ​ສະ​ເພາະ ບັນ ຫາ ​ທີ່​ກ່ຽວຂ້ອງ​ກັບ​ການ​ຈັດການ​ແຂ່ງຂັນ ​ເຊັ່ນ: ການ​ນໍາ​ເຂົ້າ​ນັກ​ກິລາ​ຕ່າງປະ​ເທດ ກໍຖື​ວ່າ​ປອດ​ໃສ​ຮ້ອຍ​ເປີ​ເຊັນ, ບັນຫາ​ດ້ານສະໜາມ, ດ້ານ​ກົດ​ລະບຽບ​ກະຕິ​ກາ ກໍ​ຖື​ວ່າ​ຢູ່​ໃນ​ຂັ້ນດີ​ສົມຄວນ ນອກ​ນັ້ນດ້ານ​ພິທີ ການ, ດ້ານ​ການ​ຮັກສາ​ຄວາມ​ສະຫງົບ​ຮຽບຮ້ອຍ ​ແລະ​ອື່ນໆ ກໍ​ຕ້ອງ​ບອກ​ວ່າ ປະສົບ​ຜົນສໍາເລັດ​ ​ເປັນ ຢ່າງດີ.

​ແຕ່?​ມື້ສຸດ​ທ້າຍ​ຂອງ​​​ເຫດການ​ທີ່​ບໍ່​ເພິ່ງປາດຖະໜາກໍ​ເກີດ​ຂຶ້ນ ​ໃນ​ເກ​ມການ​ແຂ່ງຂັນ​ບານ​ເຕະ​ນັດຊີງ​ຊະນະ​​ເລີດ ລະຫວ່າງ​ທີ​ມ​ເຈົ້າພາບ (ຫລວງ​ພະ​ບາງ) ​ແລະ ທີ​ມນະຄອນຫລວງ ​ເຊິ່ງ​ເຊື່ອ​ວ່າຫລາຍ​ທ່ານ​ທີ່​ໄດ້ຊົມ​ການຖ່າຍ​ທອດ​ສົດ ທາງ​ໂທລະພາບ​ແຫ່ງ​ຊາດລາວ ກໍ​ຄົງ​ຈະ​ຕະລຶງ​ ​ແລະ ສະ​ເງີ້ກັບ​ເຫດ​ການ ທີ່ນັກ​ກິລາ “ກາຍ​ເປັນ​ນັກ​ມວຍ” ຂອງ​ທີ​ມ​ແຂວງຫລວງ​ພະ​ບາງ ​ໄລ່​ຕີ​ກໍາມະການ​ກາງ​ສະໜາມ ຈົນ​ກາຍເປັນ​ເຫດ​ຈາລະ​ຈົນຍ່ອຍໆ​ເຖິງ​ປານ​ກາງ ຈົນ​ເຮັດ​ໃຫ້ການ​ແຂ່ງຂັນ​ຕ້ອງ​ຢຸດ​ສະ​ງັກ​ ໄປ​ເກືອບ​ເຄິ່ງຊົ່ວ​ໂມງ.

ຈາກ​ເຫດການ​ຄັ້ງນີ້ ​ເຖິງ​ວ່າ​ທັງ​ສອງ​ທີ​ມຈະກັບຄືນ​ມາລົງສະຫນາມແຂ່ງຂັນກັນ​ຕໍ່ ​ຈົນ​ຈົບ​ລົງ​ດ້ວຍ​ການດວນ​ລູກ​ໂທດ ຫລັງ​ຈາກ​ສະ​ເໝີ​ໃນ​ເວລາ 120 ນາທີ 0-0 ​​ໂດຍນະຄອນຫລວງ ​ເປັນ​ຝ່າຍ​ເກັບ​ໄຊ​ໄປ​ໄດ້ 4 ປະຕູ​ຕໍ່ 3 ກໍ​ຕາມ. ​ແຕ່ມັນ​ໄດ້ທຳລາຍ​ພາບ​ພົດ ​ອັນ​ຈົບງາມຂອງງານ​ມະຫາ​ກໍາກິລາ​ແຫ່ງຊາດ ຄັ້ງທີ IX ທີ່ລາບລື່ນມາ​ໂດຍຕະຫລອດ ລົງ​ຢ່າງໜ້າ​ຜິດ​ຫວັງ! ​​ເຮັດ​ໃຫ້​​ເກີດ​ກະ​ແສ ວິພາກ​ວິຈານ​ຢ່າງ​ກວ້າງຂວາງ​ໄປ​ທົ່ວເຖິງ​ລະບົບ​ຈັດການ​ແຂ່ງຂັນ ​ແລະ ກຳມະການ​ຕັດສິນ ​ລວມ​ເຖິງ​ລະບົບ​ການຮັກສາ​ຄວາມປອດ​ໄພ​ໃນ​ສະໜາມ!

​ເຊົ້າ​ວານ​ນີ້ “ຄົນ​ຂ້າງ​ສະໜາມ” ​ໄດ້​ຮັບ​ໂທລະສັບ​ຫລາຍ​ສາຍ​ຈາກ​ແຟນບານ ຈາກ​ທົ່ວ​ປະ​ເທດ ​ໂດຍ​ຫລາຍໆ​ທ່ານ ​ໄດ້​ຝາກ​ຄໍາຖາມ ​ແລະ ຄຳ​ຄິດ​ຄໍາ​ເຫັນ ກ່ຽວ​ກັບ​ກໍລະນີນີ້ ​ເຊິ່ງຂ້າພະ​ເຈົ້າ​ໄດ້ຂໍ​ລວບ​ລວມ ຄໍາຄິດ​ເຫັນ​ເຫລົ່ານັ້ນ ​ໄວ້ດັ່ງນີ້:

ກໍາມະການຕັດສິນຍັງບໍ່ທັນເກມ! ເພາະເບິ່ງຈາກພາບຊ້າແລ້ວ ຈັງຫວະນັ້ນເປັນການສະກັດ ຜູ້ຫລິ້ນຫລວງພະບາງ ຢ່າງຈະແຈ້ງ ແຕ່ກໍາມະການເປົາເປັນລູກແຈທັນທີ ຄ້າຍໆກັບວ່າ ຕົນເອງໝັ້ນໃຈ 100% ວ່າເຫັນ! ດີແທ້ຄວນປຶກສາຫາລືກັບກໍາມະການເສັ້ນ ຫລື ກໍາມະ ການໂຕະກອ່ນ ຈະດີທີ່ສຸດ! ເພາະຕ້ອງເຂົ້າໃຈວ່າ ເກມນີ້ເປັນການຊີງດຳກັນ ແລະ ນາທີນັ້ນ ກໍເປັນນາທີແຫ່ງການຕັດ ສິນຊີ້ຊາຕາ ຂອງທັງສອງທີມ ເຊິ່ງແນ່ນອນວ່າມັນຕ້ອງມີຜົນກັບ ຈິດ ໃຈ ແລະ ຄວາມຮູ້ສຶກ ຢ່າງຫລີກລ່ຽງບໍ່ໄດ້ ແລະ ຍັງມີອີກຫລາຍຈັງຫວະທີ່ກໍາມະການ ຕັດ ສິນບໍ່ຄ່ອຍຊັດເຈນ ບາງເທື່ອຜູ້ຫລິ້ນຝ່າຍໜຶ່ງ ສະກັດ ຜິດຈະແຈ້ງ ແຕ່ຊໍ້າພັດເປົາໃຫ້ອີກ ຝ່າຍໜຶ່ງໄດ້ລູກໂທດ ແລະ ອື່ນໆ.

ນັກກິລາຂອງທັງສອງທີມສ່ວນຫລາຍ ແມ່ນນັກກິລາທີມຊາດ ບໍ່ວ່າຈະລຸ້ນ 16 ປີ, 19 ປີ, ຊີເກມ ຫລື ທີມຊາດຊຸດໃຫຍ່ ທັງນັ້ນ. ດັ່ງນັ້ນ ກໍບໍ່ຄວນຈະສະແດງກິລິຍາອາການ ທີ່ບໍ່ມີສະ ປີຣິດແບບນັ້ນ. ດັ່ງນັ້ນ, ພາກສ່ວນທີ່ກ່ຽວຂ້ອງ ຄວນມີບົດລົງໂທດ ເພື່ອບໍ່ໃຫ້ເປັນແບບຢ່າງ ທີ່ບໍ່ດີຕໍ່ເຍົາວະຊົນ ແລະ ນັກກິລາ ລຸ້ນສືບທອດ ແລະ ໂດຍສະເພາະລາຍ ນັກກິລາເຈົ້າພາບ ກໍຍິ່ງ ຄວນມີສາມັນສໍານຶກ ແລະ ຄວາມ ຮັບຜິດຊອບສູງ ໃຫ້ສົມກັບຄຳຂວັນທີ່ວ່າ “ການເປັນ ເຈົ້າພາບທີ່ດີ”.
ການຈັດລະບົບເຈົ້າໜ້າທີ່ຮັກສາຄວາມປອດໄພໃນສະໜາມ ໃນນັດຊີງຊະນະເລີດແບບນີ້ ຄວນຈະເພີ່ມ ເຈົ້າໜ້າທີ່ໃຫ້ຫລາຍກວ່າເກົ່າ ແລະ ຄວນມີການ ຕິດຕາມກັບທຸກໆເຫດການ ທີ່ເກີດຂຶ້ນ ໃນສະໜາມ ຢ່າງໃກ້ຊິດກວ່ານີ້.

ກໍາມະການຕັດສິນ ຄວນນໍາໃຊ້ກໍາມະການທີ່ມີປະສົບການສູງ (ເທົ່າທີ່ຮູ້ມາວ່າ ເປັນກຳມະ ການໃໝ່ ຈາກຕ່າງແຂວງ) ເຊິ່ງບໍ່ເຄີຍມີປະສົບການ ກັບເກມລະດັບໃຫຍ່ໆເຊັ່ນນີ້ມາກອ່ນ. ບໍ່ຢາກໃຫ້ຄິດວ່າ ເວທີນີ້ເປັນເວທີທົດລອງ.

ໃນຄັ້ງຕໍ່ໄປ ຖ້າດີແທ້ ຂໍໃຫ້ຕັດນັກກິລາອາຊີບ ເຊັ່ນ ສາຍກໍ ຫລື ທີມຊາດອອກຈະເປັນການ ດີທີ່ສຸດ ເພາະມັນຈະເປັນການວັດແທກລະດັບ ແລະ ເປັນການພັດທະນານັກກິລາ ຂອງບັນ ດາແຂວງ ຂອງໃຜລາວ ຢ່າງມີປະສິດທິພາບ ແລະ ຍັງເປັນຄວາມພູມໃຈຂອງແຂວງໃຜລາວ ນໍາອີດ ແທນທີ່ ຈະນໍາເຂົ້າຈາກບ່ອນອື່ນ.

ທັງໝົດທັງປວງທີ່ຍົກມາ ລ້ວນແຕ່ເປັນຄວາມຄິດເຫັນ ແລະ ທັດສະນະຂອງແຟນບານ ທີ່ບອກ ວ່າ ມີຄວາມເປັນຫ່ວງເປັນໃຍຕໍ່ວົງການກິລາບານເຕະຂອງລາວ ແລະ ມີຄວາມລະອາຍໃຈແທນ ນັກກິ ລາລາວ ຕໍ່ຊາວຕ່າງປະເທດ ທີ່ໄດ້ເຫັນເຫດການດັ່ງກ່າວ ພ້ອມທັງຢາກຝາກໄວ້ເປັນອຸທາຫອນ ແລະ ເຊື່ອວ່າ ເຫດການຄັ້ງນີ້ ຈະກາຍເປັນບົດຮຽນ ລາຄາແສນແພງຂອງທຸກພາກສ່ວນທີ່ກ່ຽວຂ້ອງ ກັບເຫດ ການ ທີ່ບໍ່ເພິ່ງປາດຖະໜາ ແບບນີ້ອີກໃນອະນາຄົດ ເພາະບໍ່ຢາກໃຫ້ມັນເຂົ້າທໍານອງທີ່ວ່າ “ເຮືອຫລົ້ມ ບາດຈອດ..!” ນັ້ນເອງ.



ໂດຍ: ຄົນ​ຂ້າງ​ສະໜາມ

9:07 PM | Posted in , | Read More »

Vietnamese businessman invests in Lao football

VietNamNet Bridge – Vietnam’s Hoang Anh Gia Lai (HAGL) Group will join the Lao government to organize the Laos League.

The project to hold Laos League – the national professional football championship – is being designed by the Lao Football Federation. The Vietnamese group will contribute capital to this project and participate in the league with a HAGL-funded FC in Laos.

HAGL’s Chair Doan Nguyen Duc, who owns the HAGL FC in Vietnam, said Laos does not have a national football championship while the local government and people want to have such an event.

He said HAGL will not only contribute capital but its 10-year experience with football business to implement the Laos League project.

Duc said this project is at the beginning step so HAGL’s investment is not fixed yet but the figure would be in millions of US dollars.

In Vietnam, Duc invests nearly VND100 billion ($5 million) in the HAGL FC a year.

Recently, HAGL has stated to spend around $1 billion in forest and rubber growing, airport, sugar, hospital and school projects in Laos’ poorest province of Attapeu.

PV

12:38 PM | Posted in , | Read More »

Laos looking forward to U-16s

Kuala Lumpur: Laos' preparation for the AFC U-16 Championship 2012 has already started in earnest and the current U-16 team is the best so far that will give strong nations a run for their money, Lao Football Federation General Secretary Xaybandith Rasphone said.

Laos finished as the third best-placed team in Group F of the championship's qualification and joined group winners Japan and runners-up Korea Republic at the tournament proper, which will be held from September 20 to October 6 in Iran next year.

Rasphone, who attended the two-day AFC General Secretary Induction Programme at AFC House, told the-afc.com:

"We have gained a place in the AFC U-16 Championship 2012 so we are preparing ourselves to make sure we will be playing better in the matches to come.

"We have also signed up a coach from DPR Korea to manage the under 16 team which boasts youngster who are also playing in the Lao League.

"Also, we have planned friendly matches against Thailand and Australia hopefully next year and we also want to set up another friendly with a Middle East nation which would be a great out-of-the-region experience for our young players."

"This under 16 team is the best that we have managed to assemble so far and we believe we have what it takes to give good competition to some of the best nations in the youth championship."

the-afc.com

8:18 PM | Posted in | Read More »

ແຟນບານງົງ !!! U-23 ລາວແຂ່ງຂັນ ຕົກຮອບທຳອິດໄດ້ແນວໃດ ?










ຊີເກມຄັ້ງທີ 26 ອິນໂດເນເຊຍເຖິງຈະຈົບໄປແຕ່ຍັງເປັນຄວັນຫລົງກັບຜົນງານ ຂອງນັກເຕະລາວທີ່ສະແດງຜົນງານບໍ່ອອກແຕ່ນັດທຳອິດມີຜູ້ຫລິ້ນເຫນືອກວ່າຄູ່ແຂ່ງ​ເຖິງ 4 ນັດແຕ່ ເກັບໄຊຊະນະບໍ່ໄດ້ຕົກຮອບແລກແບບຄາໃຈກອງເຊຍທົ່ວປະເທດດ້ານຄູຝຶກກ່າວມີເວລາເກັບໂຕນັກເຕະຫນ້ອຍ.

U-23 ລາວສະແດງຜົນງານບໍ່ອອກແຂ່ງ 5 ນັດຊະນະໄດ້ພຽງແຕ່ທີມອ່ອນຢ່າງຕີມໍເລສເຕເທົ່ານັ້ນຕົກຮອບແລກຊີເກມອິນໂດເນເຊຍ. ສ່ວນອີກ 4 ນັດກ່ອນຜົນງານຫນ້າຜິດຫວັງ ມີຜູ້ຫລິ້ນເຫນືອກວ່າຄູ່ແຂ່ງໃນສະຫນາມແຕ່ກັບພິກມາເສຍປະຕູຊ້ວງທ້າຍເກມ(ເສຍໃນມຽນມາ2-3 ປະຕູ, ສະເຫມີບຣູໄນ 2-2 ປະຕູ, ເສຍໃຫ້ຟີລິບປິນ 2-3 ປະຕູແລະເສຍໃຫ້ ຫວຽດນາມ 1-2 ປະຕູ)ຕົກຮອບຊີເກມທີ່ອິນໂດເນເຊຍ.

ຈາກຜົນງານທີ່ບໍ່ຫນ້າເຊື່ອຖືຂອງທີມຊາດລາວທ່ານປີເຕີຊາເລີຄູຝຶກຊຸດນີ້ໃຫ້ຮູ້ວ່າ: ນັດພົບມຽນມາເຮົາໄດ້ປຽບຄູ່ແຂ່ງຕັ້ງແຕ່ຕົ້ນເກມທີ 2, ບຣູໄນ, ຟີລິບປີນ ແລະ ຫວຽດນາມ ກໍ່ເຊັ່ນດຽວກັນກ່ອນຈົບເກມເຮົາຫນ້າຈະເປັນຝ່າຍຊະນະແຕ່ຖືກຄູ່ແຂ່ງຍິງຊ້ວງທ້າຍເກມຕະຫລອດ.

ຢ່າງໃດກໍ່ດີຈາກການປະລະໄຊຄັ້ງນີ້ນັບເປັນຄວາມຜິດພາດຂອງທີມເຊິ່ງເຮົາສັງເກດເຫັນວ່າເກມທີ 2 ທຸກນັດເຮົາຈະຫມົດແຮງຕະຫລອດພ້ອມທັງກອງເຊຍຄູ່ແຂ່ງ, ນັກເຕະເຮົາຈຳ ນວນຫນຶ່ງປະສົບການນ້ອຍເມື່ອມີສຽງໂຮ່ຂ້າງສະຫນາມເຮັດໃຫ້ເຮົາຫລິ້ນຍາກໃນທີ່ສຸດກໍ່ເກີດຄວາມຜິດພາດຂອງນັກເຕະເອງຈົນເສຍທ່າໃຫ້ຄູ່ແຂ່ງຄູຝຶກກ່າວ.

ປີເຕີຊາເລີເວົ້າເຖິງການກຽມທີມຊຸດນີ້ໃຊ້ເວລາພຽງແຕ່3 ເດືອນບວກກັບການອຸ່ນເຄື່ອງກັບທີມທີ່ມີປະສົບການສູງເກືອບບໍ່ມີກໍ່ເປັນອີກສາເຫດຫນຶ່ງທີ່ເຮັດໃຫ້ພວກເຮົາເບິ່ງບໍ່ເຫັນ ຈຸດເສຍຂອງຕົນ. ທັງນີ້ຊາເລີຍັງຍ້ອງນັກເຕະລາວວ່າມີການພັດທະນາເຕັກນິກທີ່ດີຂຶ້ນເປັນຕົ້ນແມ່ນພົບກັບຄູ່ແຂ່ງ 4 ນັດສາມາດເຮັດໃຫ້ກຳມະການແຈກໃບແດງໃຫ້ກັບຄູ່ແຂ່ງເຊິ່ງ ຜ່ານມາມີຫນ້ອຍທີ່ນັກເຕະລາວຈະເຮັດໄດ້ດີຂະຫນາດນີ້.

ລຳເນົາສິງໂຕນັກເຕະຕົວເດັ່ນຂອງທີມກ່າວເສີມວ່າ: ຊີເກມຊຸດນີ້ເຮົາເກັບຕົວໃນໄລຍະເວລາທີ່ສັ້ນເກີນໄປ. ການອຸ່ນເຄື່ອງກັບທີມລະດັບຊາດກໍ່ບໍ່ມີແຕກຕ່າງກັບຊີເກມ 2009 ທີ່ ລາວໄດ້ອັນດັບ 4 ຄັ້ງປະຫວັດສາດທີ່ເກັບໂຕເປັນປີ.

Source: Ecom

5:21 PM | Posted in | Read More »

LAOS NEED TO MAINTAIN FOCUS THROUGHOUT


JAKARTA (13 Oct 2011) – The campaign has not turned out the way Laos had anticipated where after three matches in Group B, the 2009 semi-finalists have only picked up just one point.

They began their campaign with an uncharacteristic 3-2 loss to ten-man Myanmar while in the second game, they were really lucky to escape with a 2-2 draw when they scored the all-important equaliser right at the death.

And in their last game, they allowed the Philippines to steal to a 3-2 win with two late goals from Mark Hartmann.

aseanfootball.org

“It is my duty as the chief coach of Laos to accept responsibility for the losses the team suffered. Afterall, I’m the one who chose the starting eleven,” lamented Hans Schaller.

“In Europe, there is a famous saying which goes something like, if the team wins; it is the players who were responsible. But if the team loses, then is the coach who is responsible.”

What made the insipid performance of the Laos players a little hard to stomach is that in all three matches, they had played against ten men.

While admitting that it is sometimes harder to play against teams with ten men, Schaller admitted that the problem perhaps lie on the Laos players themselves.

“”I don’t know why, but at times, my players looked a bit confused. That’s why we let in the goals. We played well and had ball possession and chances, it was just the result that was disappointing,” he added.

“I don’t know how many chances we had. But that’s football, if you don’t score you draw or lose. It was just a matter of concentration and the boys are just not focused enough.”

Laos will play their fourth game in the group against Timor Leste later today before rounding things up with their last game against Vietnam on 17 November.

11:59 PM | Posted in | Read More »

Laos U-23 stuns by 10-man Brunei in 26th SEA Games


Laos seem to find it difficult to play against teams with ten men and tonight, they were lucky not to concede a second loss in the competition when they held Brunei to a 2-2 draw at the Lebak Bulus Stadium.

On the first match day of Group B the Laotians, the 2009 semi-finalists failed to take advantage of Myanmar playing with ten men, when they succumbed to a 3-2 defeat.

And tonight, Brunei’s hopes of picking up their first win was stuttered as early as the 15thminute when defender Reduan Petara was red carded by Indonesian referee Oki Putra for a foul on Laos captain Lamnao Singto.

And while Laos’ Ketsada might have missed the upright with the ensuing freekick, there was no stopping them from clinching the lead when Lamnao after cutting in from the left, unleashed a well-placed shot in the 18th minute for the lead.

Laos then stepped up the pressure in search of the second goal but it was to be Brunei who found the back of the net when striker Adi Said, found the time and space for the equalizer.

The score at the end of the first half was 1-1.

It was Brunei who started brighter after the restart and in the 56th minute, they put their noses in front for the first time in the game – with Adi again on top of his game to punish some hesitant Laos defence.

Certainly, Brunei were not expecting such a score line when they were playing with ten men but not too long afterwards, the change for the nippy Manolom would change the pace and also the outcome of the game.

Ten minutes to the end, Manolom poked in a mad scramble inside the Brunei box when keeper Awangku Omar Sallehudin came off his line.

Next match, Laos will meet Philippines on the 11/11/2011, starts from 16:00 Live from Internet !


10:05 PM | Posted in | Read More »

ທີມຊາດລາວ U23 ຕ້ານ 10 ນັກເຕະຈາກພະມ້າບໍ່ໄດ້ ໃນ SEA Games 2011

JAKARTA (3 Nov 2011) – Defender Win Aung Kyaw certainly did not expect such a finish. But in the end, all the hard work and discipline paid off on the night when his strike at the tail end of the second half gave ten man Myanmar a well-deserved 3-2 win over Laos in the second match of Group B of the men’s football event at the Stadion Utama Gelora Bung Karno.

With the evening sky opening up just ten minutes into the tie, the game was always going to be long and testing for both Myanmar and Laos.

And for Myanmar, they could not have started their campaign on a worst note than when in the 15th minute, Lwin Nya Ma was red carded for foul a foul on Laos captain Lamnao Singto for impeding what would have been a goal scoring opportunity.

But despite being a man down, it was Myanmar who grabbed the lead when in the 19th minute, Kyaw Ko Ko’s headed in the corner from Pyaw Phyo.

Myanmar stepped up their tempo with several attempts from Minh Minh Thu, Aye San and Ko Ko but all failed to change the score line as it stayed 1-0 until the end of the first half.

Laos then brought in Phattana for Soukhaphone and that improved their ball possession as they were less eager to launch into the attack.

And while Sangvone’s grounder in the 56th minute might have astray, there was no stopping Laos from grabbing the lead in the 65th minute when Lamnao made good with a header from Soukhaphone’s free kick.

But five minutes, later, Myanmar fought back to steal the lead for the second time on the night, when the nippy Ko Ko ran in from the right for a cross which saw Minh Minh Tu having the easiest of tap in.

That goal sparked another surge from Laos in the 74th minute where off a cross from Manolom from the left, Sangvone beat two defenders before slotting the ball home to put the score 2-2.

However, Myanmar showed that while they may be a man down, they are still a spirited lot when in the 78th minute, defender Win Aung Kyaw scores from a tight angle off a beautiful lob from Kyi Lin’s lob.


9:52 PM | Posted in | Read More »

Late leveller denies Laos


Ho Chi Minh City: Laos were denied a winning start to their 2012 AFC U-19 Championship qualifying campaign as Myanmar scored three minutes in to stoppage-time to salvage a 2-2 draw on Monday.

Phoutthasay Khochalern put Laos one up with just ten minutes gone before Sitthideth Khanthavong added to the defender's first-half opener with the second seven minutes after the interval.

Laos were in a strong position but in the 78th minute substitute Ye Ko Oo reduced the deficit before the midfielder, a 59th minute replacement for defender Wai Phyo Lwin, struck deep into time added on to earn Myanmar a share of the spoils.

Meanwhile, hosts Vietnam were frustrated by ten-man Malaysia in the qualifying Group F curtain raiser earlier on Monday.

Vietnam were given the numerical advantage in the 56th minute when midfielder Muhammad Nazmi Faiz bin Mansor was dismissed after receiving his second caution of the game following his first booking two minutes before the interval.

However, despite playing for more than half-an-hour with a man less, Malaysia successfully shutout the hosts to earn a share of the spoils.

AFC

8:58 AM | Posted in | Read More »

ລາວຢືນຢັນສົ່ງ 25 ປະເພດ ກີລາຮ່ວມຊີເກມຄັ້ງທີ 26


ສປປ ລາວ ຈະ​ສົ່ງ 25 ປະ­ເພດ​ກີ­ລາ​ຮ່ວມ​ຊີ­ເກມ​ຄັ້ງ​ທີ 26 ທີ່​ປະ­ເທດ​ອິນ​ໂດ​ເນ​ເຊຍ​ລະຫວ່າງ​ວັນ​ທີ 11-22 ພະ­ຈິກ​ນີ້ ໃນ​ນັ້ນ 12 ປະ­ເພດ​ກີ­ລາ​ທີ່​ເປັນຄວາມ​ຫວັງ​ຍັງ​ເປັນ​ກີ­ລາ​ຕໍ່­ສູ້ 6 ປະ­ເພດ​ກີ­ລາ​ເປັນ​ພາກ​ບັງ­ຄັບ​ອີກ 7 ປະ­ເພດ​ສືບ­ຕໍ່​ພັດ­ທະ­ນາ.

ກອງ​ປະ­ຊຸມ​ກຽມ​ນັກ­ກີ­ລາ ສປປ ລາວ ເຂົ້າ​ຮ່ວມ​ມະ​ຫະ​ກຳກີ­ລາ​ແຫ່ງ​ຊາດ​ຄັ້ງ​ທີ 26 ທີ່​ປະ ເທດ​ອິນ​ໂດ​ເນ​ເຊຍ​ໄດ້​ຈັດ​ຂຶ້ນ ເມື່ອ​ວັນ​ທີ 28 ຕຸ­ລາ​ຜ່ານ​ມາ​ທີ່ຄະ­ນະ​ກຳ­ມະ­ການ​ກີ­ລາ-ກາ​ຍະ ກຳ​ແຫ່ງ​ຊາດ​ພາຍ​ໃຕ້​ການ​ເປັນປະ­ທານ​ຂອງ ທ່ານ ດຣ. ພັນ​ຄຳ ວິ­ພາ​ວັນ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ພ້ອມ​ຄະ­ນະ ແລະ ນັກ­ກີ­ລາ​ເຂົ້າຮ່ວມ​ຢ່າງ​ຄົບ​ຫນ້າ.

ທ່ານ ບົວ​ລານ ສີ​ລິ​ປັນ­ຍາ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ສຶກສາ​ທິ​ການ ແລະ ກີ­ລາ​ເຜີຍ​ເຖິງ 12 ປະ­ເພດ​ກີ­ລາ​ທີ່​ເປັນ­ຄວາມຫວັງ​ໃນ​ການ​ເຂົ້າ​ຮ່ວມ​ຊີ­ເກມຄັ້ງ​ນີ້​ມີ: ເປ​ຕັງ, ເທ​ຄວັນ​ໂດ, ມວຍ​ສາ­ກົນ, ວູ​ຊູ, ຢູ​ໂດ, ກາ​ຣາ ເຕ​ໂດ, ມວຍ​ປ້ຳ, ປັນ​ຈັກ​ສີ​ລັດ, ມວຍ​ແຄມ​ໂປ້, ຫວໍ​ວີ​ນາມ, ດຳ ນ້ຳ ແລະ ຍິງ​ປືນ​ເປົ້າ​ເລື່ອນ​ຍິງ.

ອີກ 6 ປະ­ເພດ​ກີ­ລາ​ທີ່​ເປັນພາກ​ບັງ­ຄັບ​ຍັງ​ເປັນ​ແລ່ນ-ລານ, ບານ­ສົ່ງ​ຫາດ​ຊາຍ, ລອຍ­ນ້ຳ, ຍົກ​ນ້ຳ­ຫນັກ, ກະ­ຕໍ້ ແລະ ຊັອບເທັນ​ນິ​ສ, ສ່ວນ​ປະ­ເພດ​ບານ­ເຕະຊາຍ, ດອກ​ປີກ​ໄກ່, ຍິງ​ທະ­ນູ, ປິ່ງ​ປ໋ອງ, ເທັນ​ນິ​ສ, ລົດ­ຖີບ ແລະ ກ໊ອຟ​ຈັດ​ເປັນ​ປະ­ເພດ​ເຂົ້າ​ຮ່ວມຍົກ​ລະ­ດັບ​ຄວາມ​ສາ­ມາດ​ໃຫ້​ສູງຂຶ້ນ ທ່ານ ບົວ​ລານ ກ່າວ.

ສຳ­ລັບ​ນັກ­ກີ­ລາ​ທີ່​ເປັນ­ຄວາມຫວັງ​ທັງ 12 ປະ­ເພດ​ກີ­ລາ​ທີ່​ກ່າວ ມາ​ເບື້ອງ​ຕົ້ນ​ໄດ້​ເຂົ້າ​ເກັບ​ຕົວ​ຝຶກຊ້ອມ​ມາ​ແຕ່​ເດືອນ​ມີ­ນາ 2011 ບາງ​ປະ­ເພດ​ກໍ່​ໄດ້​ທົດ​ສອບ​ກັບນັກ­ກີ­ລາ​ຕ່າງ­ປະ­ເທດ​ເພື່ອ​ກຽມຄວາມ​ພ້ອມ​ເຂົ້າ​ຮ່ວມ​ໃນ​ງານ​ຊີເກມ​ຄັ້ງ​ນີ້.



10:44 PM | Posted in , | Read More »

ຜົນການແຂ່ງຂັນກິລາເຕະບານ ກຽມຊີເກມ Malaysia vs Laos


ຈົບລົງໄປແລ້ວ ກັບການແຂ່ງຂັນມິດຕະພາບ ລະຫວ່າງທີມຊາດ ມາເລເຊຍ ກັບ ທີມຊາດລາວ
ຊຸດກຽມຊີເກມ, ທີ່ ກົວລາລໍາເປີ ປະເທດ ມາເລເຊຍ ໃນວັນທີ່ 30 ຕຸລາ 2011.

ການແຂ່ງຂັນນັດນີ້ ແມ່ນມີຜົນດິ ໃຫ້ແກ່ທັງສອງທີມ ເພື່ອເປັນການກຽມຄວາມພ້ອມ ກ່ອນລົງການແຂ່ງຂັນຕົວຈິງ
ທີ່ປະເທດ ອິນໂດເນເຊຍ ໃນງານມະຫະກໍາ ກິລາ ຊີເກມ ຄັ້ງທີ່ 26.

ການແຂ່ງຂັນດໍາເນີນໄປດ້ວຍຄວາມເມົາມັນ ໂດຍໃນເຄິ່ງເວລາທໍາອິດ ນັກກິລາລາວ ກໍ່ສາມາດຍິງປະຕູ ຂຶ້ນນໍາໄດ້
ໃນເວລາ ທີ່ 20 ໂດຍຍິງໄດ້ຂອງ ທ້າວປັກສະຕີ ສີອາຊາ. ເວລາໃນເຄິງທໍາອິດຈົບລົງໄປ ໂດຍຝ່າຍລອງ ເປັນຜູ້ນໍາບານຢູ່.

ແຕ່ມາເຖິງເຄິງເວລາທີ່ສອງ ທີມຊາດ ມາເລເຊຍ ເລີ້ມເປັນຝ່າຍບຸກໜັກ ແລະສາມາດຕີໄຂ່ແຕກໄດ້ ໃນເວລາ ທີ່ 65. ຈາກນັ້ນ ທີມຊາດມະເລເຊຍ ກໍ່ເປັນຝ່າຍບຸກຕະຫຼອດ ແລະສາມາດຍິງປະຕູໄດ້ເພີ່ມ ໃນນາທີທີ່ 70, 77 ແລະ 87.

ຈົບການແຂ່ງຂັນ ທີມຊາດມາເລເຊຍ ຊະນະລາວ ໄປຢ່າງຂາດລອຍ 4:1

7:13 PM | Posted in | Read More »

ນັກເຕະU-23ລາວເດີນທາງອຸ່ນເຄື່ອງ ກັບມາເລເຊຍກຽມຊີເກມ



ທັບ​ນັກ­ກີ­ລາ​ລາວ​ຊຸດ​ຊີເກມ​ທີ່​ຈະ​ເຖິງ​ອອກ​ເດີນ­ທາງຈາກ​ປະ­ເທດ​ເມື່ອ​ວານ​ນີ້ ເພື່ອ​ໄປອຸ່ນ​ເຄື່ອງ​ກັບ​ທີມ​ແຊ໋ມ​ຊີ­ເກມ​ຄັ້ງທີ 25 (ມາ​ເລ​ເຊຍ) ທີ່​ປະ­ເທດມາ​ເລ​ເຊຍ ວັນ​ເສົາ​ນີ້ ກ່ອນ​ຈະ​ບິນ ຮ່ວມ​ຊີ­ເກມ​ທີ່​ອິນ​ໂດ​ເນ​ເຊຍ​ວັນ​ທີ 3ພະ­ຈິກ.

ການ​ເດີນ­ທາງ​ໄປ​ອຸ່ນ​ເຄື່ອງກັບ​ທີມ​ຊາດ​ມາ​ເລ​ເຊຍ​ວັນ​ເສົາ​ນີ້ ທີ່​ປະ­ເທດ​ມາ​ເລ​ເຊຍ. ຫລັງ​ຈາກອຸ່ນ​ເຄື່ອງ​ສຳ­ເລັດ​ທີມ​ຊາດ​ລາວ ກໍ່​ຈະ​ມຸ່ງ​ຫນ້າ​ໄປ​ຍັງ​ປະ­ເທດ​ເຈົ້າພາບ​ຊີ­ເກມ​ຄັ້ງ​ທີ 26 ອິນ​ໂດ​ເນເຊຍ​ທັນ­ທີ ເພາະ​ລາວ​ມີ​ຕາ​ຕະ ລາງ​ແຂ່ງ­ຂັນ​ວັນ​ທີ 3 ພະ­ຈິກ​ນີ້.

ນຳ​ຫນ້າ​ເດີນ­ທາງ​ປະ­ກອບ​ມີ ທ່ານ ປະ­ສາດ​ໄຊ ພິ­ລາດ​ພັນ​ເດດ ຜູ້​ຈັດ­ການ​ທີມ​ຊາດ​ລາວ, ທ່ານ ອັນ​ເຟດ ທີ່​ປຶກ­ສາ, ທ່ານ ປີ​ເຕີ ຊາ ເລີ ຄູ​ຝຶກ. ສ່ວນ​ນັກ­ກີ­ລາ​ປະ­ກອບມີ​ເກດ​ສະ​ດາ ສຸກ​ສະ­ຫວັນ ຫົວຫນ້າ​ທີມ, ລຳ​ເນົາ, ແກ້ວ​ວຽງ ເພັດ, ສຸກ​ອາ­ພອນ, ກັນ­ລະ­ຍາ, ກ້ອນ​ຄຳ, ມື​ຮັກ­ສາ​ປະ­ຕູ​ມີ ສຸ­ວັນ ເພັງພັນ­ທະ​ວົງ, ຈິນ​ຕະ​ນາ ສຸກສະ​ຫວັດ ແລະ ສຸ­ລະ​ໄຊ ແກ້ວ​ສຸວັນ​ແດງ.

ຊີ­ເກມ​ຄັ້ງ​ທີ 26 ທີມ​ຊາດ ລາວ​ຢູ່​ຄົນ​ລະ​ສາຍ​ກັບ​ແຊ໋ມ​ເກົ່າມາ​ເລ​ເຊຍ ແລະ ຮອງ​ແຊ໋ມ​ໄທ. ສາຍ​ລາວ​ປະ­ກອບ​ມີ ຫວຽດນາມ, ມຽນ​ມາ, ຟິ​ລິບ​ປິນ, ບູ​ຣໄນ, ຕີ​ມໍ​ເລ​ສ​ເຕ ແລະ ລາວ.

11:14 PM | Posted in , | Read More »

SEA GAMES 2011: Laos is in Group B


JAKARTA (19 Oct 2011) – Laos is placed in group B together with Vietnam, Brunei, Philippines, Myanmar and Timor Leste.

Hosts Indonesia and defending champions Malaysia have been placed in the tougher Group A of the SEA Games 2011 which will be held in Jakarta starting on 3 November 2011.

The other teams in Group A are Thailand, Singapore and Cambodia.

The draw for the men’s football event at the 26th edition of the SEA Games was held at the RCTI Studio in West Jakarta.

26th SEA Games 2011

GROUP A: Malaysia, Indonesia, Thailand, Singapore, Cambodia

GROUP B: Vietnam, Myanmar, Philippines, Timor Leste, Laos, Brunei

8:53 PM | Posted in | Read More »

AFF WOMEN’S C’SHIP: RENEWED SENSE OF EXCITEMENT

VIENTIANE (14 Oct 2011) – After a year’s hiatus, the return of the AFF Women’s Championship has brought a renewed sense of excitement – no doubt an after effect of Japan’s win of the recent FIFA Women’s World Cup.

With eight teams taking part – including of course the big three of Thailand, Vietnam and Myanmar – the expectation is that the other five teams will put up more than just token resistance.

Thailand had pipped Vietnam for a place in the final qualifying round of the 2012 Olympic qualifiers while Myanmar, they had always shown they can be very competitive at this level.

From the indication and the early ‘intel’, the other five teams are well prepared.

Laos by virtue of being the hosts have been preparing the team for several months where they will be aiming for a place in the final to show that they are worthy of being part of the quartet of ASEAN powerhouse in the women’s game.

For the Philippines, they have opted to bring in several foreign-based players to fortify their team and improve on their performance from two years ago in Myanmar when they lost all three of their matches and scoring only once as against conceding 30 goals.

Indonesia have decided to use the same side which represented the country two years ago – a team from the region of Papua – while for Malaysia and Singapore, they are basically at the same level.

Both will be using this AFF Women’s Championship to gauge the level of their respective teams before looking to tweak and improve for the next tournament.

For sure, the women’s game in ASEAN is still lagging a little behind but it is important that through competition like this, member associations use the opportunity to improve the competitive edge of their teams.

As afterall, if Japan can be world champions, then definitely, it is an inspiration that as Asians we can also scale the greater heights.

AFF WOMEN’S CHAMPIONSHIP 2011

(All matches at the National Stadium unless indicated otherwise)

GROUP A: Indonesia, Vietnam, Singapore, Laos

GROUP B: Myanmar, Thailand, Malaysia, Philippines

16 Oct 2011: Indonesia vs Laos (1600) / Vietnam vs Singapore (1900)

17 Oct 2011: Myanmar vs Philippines (1600) / Thailand vs Malaysia (1900)

18 Oct 2011: Laos vs Vietnam (1600) / Singapore vs Indonesia (1900)

19 Oct 2011: Philippines vs Thailand (1600) / Malaysia vs Myanmar (1900)

20 Oct 2011: Indonesia vs Vietnam (1900 at National Stadium) / Laos vs Singapore (1900 at Chao Anouvong Stadium)

21 Oct 2011: Myanmar vs Thailand (1900 at National Stadium) / Philippines vs Malaysia (1900 at Chao Anouvong Stadium)

23 Oct 2011: Winner A vs Runner-up B (1600) / Winner B vs Runner-up A (1900)

25 Oct 2011: 3rd/4th (1600) / Final (1900)

11:17 PM | Posted in | Read More »

Laos football team fails to win in BIDC Cup


Cambodia opened their campaign in the BIDC Cup with a 2-0 win over ASEAN neighbour Laos in the match that was played at the National Olympic Stadium.

In front of more than 30,000 fans, the home team nailed the opener in the 22nd minute off Phourng Soksana before adding their second goal of the game from veteran Khuon Laboravy five minutes to the end.

For the second game, Laos lost to Myanmar 0 to 4.



9:11 PM | Posted in | Read More »

ຄູຝຶກ U-16 ລາວພໍໃຈກັບຜົນງານນັກເຕະ ຊີ້ ຕ້ອງເພີ່ມການຝຶກຊ້ອມ




ທ່ານ ຮັນ​ຫອງ​ອີ​ລ ຄູ​ຝຶກ ທີມ​ຊາດ​ລາວ​ສະ­ແດງ​ຄວາມ​ດີ­ໃຈ ຫລັງ​ນັດ​ຊະ­ນະ​ໄຕ້​ຫວັນ 5-0 ປະຕູ, ສາ­ມາດ​ຜ່ານ​ເຂົ້າ​ໄປ​ຫລິ້ນ​ໃນຮອບ 16 ທີມ​ສຸດ​ທ້າຍ​ສຳ­ເລັດທີ່ຈະ​ແຂ່ງ­ຂັນ​ໃນ​ປີ 2012 ແຕ່​ຍັງມີ​ຫລາຍ​ຢ່າງ​ຕ້ອງ​ປັບ­ປຸງ.

ຮັນ​ຫອງ​ອີ​ລ ກ່າວ​ວ່າ: ລູກທີມ​ຂອງ​ຕົນ​ສະ­ແດງ​ຄວາມ​ສາມາດ​ໄດ້​ດີ​ຫລາຍ ເມື່ອ​ຄັ້ງ​ພົບ​ກັບໄຕ້​ຫວັນ ໂດຍ​ສະ­ເພາະ​ເຄິ່ງ​ເວ­ລາທຳ​ອິດ​ທີ່​ສາ­ມາດ​ເກັບ​ປະ­ຕູ​ຫນີຫ່າງ​ເຖິງ 4-0 ປະ­ຕູ ແຕ່​ເຄິ່ງຫລັງ​ພວກ​ເຮົາ​ໄດ້​ສັ່ງ​ຜ່ອນ​ເກມລົງ​ເລັກ​ນ້ອຍ ປ່ອຍ​ໃຫ້​ໄຕ້​ຫວັນເປັນ​ຝ່າຍ​ບຸກ​ແດ່ ແຕ່​ຍັງ​ບໍ່​ເສຍ​ປະຕູ​ກ່ອນ​ຈະ​ມາ​ໄດ້​ປະ­ຕູ​ເພີ່ມ​ອີກ 1 ປະ­ຕູ​ປິດ​ທ້າຍ​ເກມ ລວມ​ທັງ​ຫມົດ 5-0 ປະ­ຕູ.

ຮັນ​ຫອງ​ອີ​ລ ຢ້ຳ​ວ່າ: ທຸກ​ຢ່າງໃນ​ເກມ​ຂອງ​ວັນ​ນັ້ນ​ເປັນ​ໄປ​ຕາມແຜນ​ຂອງ​ເຮົາ​ທີ່​ວາງ​ໄວ້​ຫມົດທຸກ​ຢ່າງ ແລະ ນັກ­ກີ­ລາ​ແຕ່​ລະ ຄົນ​ກໍ່​ພາ­ກັນ​ປະ­ຕິ­ບັດ​ຫນ້າ­ທີ່​ໄດ້ຢ່າງ​ແມ້ນ​ຢຳ​ຈົນ​ເກັບ​ໄຊ­ ຊະ­ນະໃນ​ທີ່​ສຸດ ແຕ່​ຢ່າງ­ໃດ​ກໍ່​ຕາມ ເບິ່ງສະ­ພາບ​ລວມ​ນັກ­ກີ­ລາ​ຂອງ​ເຮົາຈະ​ຕ້ອງ​ຝຶກ​ຊ້ອມ​ໃຫ້​ຫນັກ​ຂຶ້ນ​ຕື່່ມ ເພື່ອ​ໄປ​ສູ້​ກັບ 16 ທີມ​ສຸດ​ທ້າຍ​ໃນປີ​ຕໍ່​ໄປ.

ສຳ­ລັບ​ບານ­ເຕະ​ຊີງ​ແຊ໋ມ​ອາຊີ​ຮອບ 16 ທີມ​ສຸດ​ທ້າຍ​ຍັງ​ບໍ່​ມີ ການ​ຕົກ­ລົງ​ເປັນ​ທາງ​ການ​ວ່າ ຈະ​ຈັດ​ຂຶ້ນ​ທີ່​ປະ­ເທດ​ໃດຕ້ອງ​ໄດ້ ລໍ­ຖ້າ​ຜົນ​ການ​ຕັດ­ສິນ​ຂອງ​ຄະ­ນະສະ­ຫະ­ພັນ​ບານ­ເຕະ​ອາ­ຊີ​ໃນ​ໄວໆນີ້​ທີ່​ຈະ​ໄດ້​ຮູ້​ຜົນ.

ທີມ​ຊາດ​ລາວ​ຊຸດ U-16 ປີ ຂອງ​ປີ​ນີ້​ແມ່ນ​ໄດ້​ຮັບ​ການ​ຕອບຮັບ​ຈາກ​ແຮງ​ເຊຍ​ທົ່ວ​ປະ­ເທດເປັນ​ຢ່າງ​ຫລວງ­ຫລາຍ​ກວ່າ​ຄັ້ງຜ່ານ​ມາ ສ່ວນ​ຜົນ­ງານ​ຂອງ​ນັກເຕະ​ກໍ່​ອອກ​ມາ​ດີ​ເລີ່ມ​ຕົ້ນ​ລາຍ ການ​ບານ­ເຕະ​ຊີງ​ແຊ໋ມ​ອາ­ຊີ​ແຂ່ງຂັນ 5 ນັດ​ເສຍ​ຫນຶ່ງ​ນັດ, ຊະ­ນະກະ­ປູ​ເຈຍ, ຫວຽດ­ນາມ ແຕ່​ມາ ເສຍ​ໃຫ້​ຍີ່­ປຸ່ນ, ສະ­ເຫມີ ສ. ເກົາຫລີ ສຸດ​ທ້າຍ​ຊະ­ນະ​ໄຕ້​ຫວັນ.

11:46 AM | Posted in | Read More »

Related Posts Plugin for WordPress, Blogger...

Blog Archive

Recently Added