|

ຈຸດ​ບອດ ທີ່ທີ​ມ U-22 ຕ້ອງ​ຮີ​ບຮ້ອນ​ແກ້​ໄຂ




ທີ​ມບານ​ເຕະ​ຊາດ​ລາວ ຮຸ່ນ​ອາຍຸ​ບໍ່​ເກີນ 22 ປີ (U-22) ຕ​້ອງ​ໄດ້​ເລັ່ງ​ແກ້​ໄຂຈຸດ​ບອດ​ຂອງ​ຕົນ​ເອງ ​ໂດຍ​ສະ​ເພາະ​ແມ່ນ​ການ​ຍິງ​ປະຕູຄູ່​ແຂ່ງ​ບໍ່​ແມ​້ນ ຈຶ່ງ​ເຮັດ​ໃຫ້​ຄວາມ​ຫວັງ​ຍາດ ​ໄດ້​ອັນ​ດັບ​ທີ 3 ໃນ​ການ​ແຂ່ງຂັນ​ເຕະບານ U-22 ຊີງ​ແຊ໋ມ ອາຊີ ຮອບ​ຄັດ​ເລືອກ​ຂອງ​ກຸ່ມ F ທີ່ ສປປ ລາວ ​ເປັນ​ເຈົ້າພາບ​ຕ້ອງ​ຫລຸດ​ມື​ໄປ ​ແລະ ບໍ່​ອາດ​ຜ່ານ​ເຂົ້າ​ໄປ​ໃນ​ຮອບ​ທີ 2 ໄດ້​ສຳ​ເລັດ​

​ໃນ​ເບື້ອງຕົ້ນຄູ​ຝຶກ ທີ​ມ U-22 ລາວ ຕັ້ງ​ເປົ້າ​ຫມາຍ​ໃຫ້ຊະນະ ທີ​ມຊາດ​ກຳປູ​ເຈຍ. ແຕ່​ກົງກັນຂ້າມ ເກືອບ​ຖືກ​ທີ​ມກຳປູ​ເຈຍ ພິກ​ມາ​ເອົາ​ຊະນະ​ໄດ້ຈຶ່ງ​ຈົບ​ລົງ​ດ້ວຍ​ການສະ​ເຫມີ​ກັນ 3-3, ຕໍ່​ຜົນ​ການ​ແຂ່ງຂັນ​ດັ່ງກ່າວ ​ຈຶ່ງ​ເຮັດ​ໃຫ້​ກອງ​ເຊຍບໍ່ພໍ​ໃຈ​ຕໍ່​ຜົນງານທັງ​ທີ່​ວ່າ ທີ​ມກຳປູ​ເຈຍທີ່​ຢູ່​ຮ່ວມ​ກັບກຸ່ມ F ດຽວ​ກັນ​ກັບ​ທີ​ມຊາດ​ລາວ ​​ເຊິ່ງເປັນ​ທີ​ມບໍ່​ແຂງ​ແກ່ນ​ປານ​ໃດ ​ເພາະຊະນະ​ພຽງທີ​ມ​ເຂດພິ​ເສດ​ຮົງ​ກົງ​ເທົ່າ​ນັ້ນ. ໃນ​ໂອກາດ​ນີ້ ທ່ານ ສົມ​ສັກ ​ແກ້ວ​ດາລາ, ຄູ​ຝຶກ​ທີ​ມບານ​ເຕະ​ຊາ​ດລາວ ຮຸ່ນ​ອາຍຸ​ບໍ່​ເກີນ 22 ປີ ອອກ​ມາ​ຍອມຮັບ​ເຖິງ​ຈຸດ​ບົກ​ຜ່ອງ​ ຂອງ​ທີ​ມວ່າ: ​ເຮົາ​ກໍ​ຮູ້​ກັນ​ດີ​ຢູ່​ແລ້ວ​ວ່າ ​ໃນ​ການ​ແຂ່ງຂັນເຕະບານ​ຊີງ​​ແຊ໋ມອາຊີ ຄັ້ງນີ້ ເຖິງ​ແມ່ນ​ວ່າທີ​ມ​ເຮົາຈະ​ຊະນະ​ໃນ​ນັດ​ສຸດ​ທ້າ​ຍ ທີ່ພົບ​ກັບ​ທີ​ມ ກຳປູ​ເຈຍ ກໍ​ຕາມ. ແຕ່​ຄະ​ແນນ ​ຍັງ​ຫນ້ອຍ​ກວ່າ​ກຸ່ມ​ອື່ນ ເພາະ​ສະຫະພັນ​ບານ​ເຕະອາຊີ (AFC) ວາງ​ລະບຽບ​ວ່າຕ້ອງ​ເລືອກ​ເອົາ​ທີ​ມທີ່​​ເປັນອັນ​ດັບ​ທີ 3 ມີ​ຄະ​ແນນ​ສູງ​ສຸດຂອງ 7 ກຸ່ມ ຜ່ານ​ເຂົ້າ​ຮອບ​ຕໍ່​ໄປ.

 ດ້ວຍ ​ເຫ​ດນີ້ ຈຶ່ງ​ເຮັດ​ໃຫ້ນັກ​ກິລາ​ຂາດ​ກຳລັງ, ກົງກັນຂ້​າມກັບ​ທີ​ມ ກຳປູ​ເຈຍ ​ເພາະ​ຮູ້​ຢູ່​ແລ້ວ​ວ່າ​ຕົກ​ຮອບ, ດັ່ງນັ້ນ ພວກ​ເຂົາ​ຈຶ່ງ​ບືນ​ສຸດ​ຂີດ​ ເພື່ອ​ຕ້ານ​ກາ​ນບຸກຂອງ​ລາວ​ເຮົາ ດ້ວຍ​ການ ​ຫລິ້ນບານ​ຕ້ານ​ເປັນ​ຫລັກ. ສ່ວນ​ທີ​ມຊາດ U-22 ຂອງ​ລາວ ບໍ່​ແມ່ນ​ວ່າ​ເຮັດບໍ່​ໄດ້​ດີດ​ອກ​ ​ເຊິ່ງທຸກ​ຄົນ​ກໍ​ເຮັດ​ເຕັມທີ່ ​ແລະ ສຸດ​ຄວາມ​ສາມາດ​ຂອງ​ເຂົາ​ຢູ່​ແລ້ວ ​ແຕ່​ການ​ຂຶ້ນ​ເຈາະ​ ແຜງ​ຫລັງ​ຂອງ​ທີ​ມ ກຳ​ປູ​ເຈຍ ​ເຮັດ​ໄດ້​ຍາກ ​ແລະ ນັກ​ເຕະຂຶ້ນມາ​ຫລິ້ນບານ​ສູງ, ​ເມື່ອ​ຖືກທີ​ມກຳ​ປູ​ເຈຍ​ໂຕ້​ກັບ​ໄວ້ ຈຶ່ງ​ບໍ່​ອາດ​ລົງ​ມາ​ຕ້ານ​ໄດ້ຈົນ​ເສຍ​ປະຕູ​ກ່ອນ. ພ້ອມ​ນີ້ການ​ບຸກຍິງ​ ປະຕູ​ຂອງ​ທີ​ມຊາດ​ລາວ​ຍັງ​ບໍ່​ເດັດຂາດ ​ເຖິງ​ມີ​ໂອກາດ​ຫລາຍ​ຄັ້ງ​ແຕ່​ຍິງ​ບໍ່​ແມ້ນ. 

ແຕ່​ຂໍ​ຄົງ​ຄ້າງ​ດັ່ງກ່າວ​ນີ້ ພວກ​ເຮົາ​ຈະ​ເລັ່ງປັບປຸງ​ຈຸດ​ນີ້ ເພາະ​ຖ້າ​ແກ້​ຈຸດ​ນີ້​ໄດ້ ຈະ​ເຮັດ​ໃຫ້​ທີ​ມມີ​ຄວາມ ​ແຂງ​ແກ່ນ​ຍິ່ງ​ກວ່າ​ເກົ່າ ​ເນື່ອງຈາກ​ລະບົບ​ການ​ຫລິ້ນຂອງ​ທີ​ມຊຸດ​ນີ້ ຖື​ວ່າ​ຫລິ້ນ​ໄດ້​ມາດຕະຖານ​ດີ​ພໍ​ສົມຄວນ
​ພ້ອມ​ນີ້ ທ່ານ ສົມ​ສັກ ​ແກ້ວ​ດາລາ ກໍ​ຝາກ​ຄວາມ​ເສຍ​ໃຈ​ມາ​ຍັງ​ກອງ​ເຊຍ ທີ່​ບໍ່​ອາດ​ເອົາ​ຊະນະ​ໃນ​ນັດ​ສຸດ​ທ້າຍ​ ອັນ​ໄດ້​ເຮັດ​ໃຫ້​ກອງ​ເຊຍ​ຜິດ​ຫວັງ ​ແລະ ພ້ອມ​ນຳ​ເອົາ​ບົດ​ຮຽນ​ໃນ​ຄັ້ງນີ້ ນຳ​ໄປ​ປັບ​ປຸງຂໍ້​ຄົງ​ຄ້າງ​ຕ່າງ​ໆ ເພື່ອ​ເຮັດ​ໃຫ້​ນັກ​ກິລາ​ຮຸ່ນ​ນີ້ ກ້າວຫນ້າ​ໄປ​ໄກ​ກວ່າ​​ເກົ່າ


Kpl

Posted by samakomlao on 12:33 PM. Filed under , . You can follow any responses to this entry through the RSS 2.0. Feel free to leave a response

4 comments for "ຈຸດ​ບອດ ທີ່ທີ​ມ U-22 ຕ້ອງ​ຮີ​ບຮ້ອນ​ແກ້​ໄຂ"

  1. Anonymous

    ພວກເດັກລາວນີ້ ເກດມາເຕະເພື່ອເສັຽ ເພາະເຂົາກິນແຕ່ເຫລົ້າ ປີ້ງແບ້ປະຈໍາ ແຖມເສບຢາບ້າອີກ ແລ້ວຊິມີເຫື່ອແຮງແນວໃດ?

  2. Anonymous

    Can't read, a lot the box, to many box

    let you fix Laofont

    report from US public Libraly

  3. ໄດ້ເງີນໜ້ອຍ ເຕະຊະນະບໍ່ໄດ້ເງີນ ເຕະເສຍໄດ້ເງີນກະເຈົ້າກະເຕະເສຍ

  4. ໄດ້ເງີນໜ້ອຍ ເຕະຊະນະບໍ່ໄດ້ເງີນ ເຕະເສຍໄດ້ເງີນກະເຈົ້າກະເຕະເສຍ

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added