ຄູຝຶກ U-16 ລາວພໍໃຈກັບຜົນງານນັກເຕະ ຊີ້ ຕ້ອງເພີ່ມການຝຶກຊ້ອມ
ຮັນຫອງອີລ ກ່າວວ່າ: ລູກທີມຂອງຕົນສະແດງຄວາມສາມາດໄດ້ດີຫລາຍ ເມື່ອຄັ້ງພົບກັບໄຕ້ຫວັນ ໂດຍສະເພາະເຄິ່ງເວລາທຳອິດທີ່ສາມາດເກັບປະຕູຫນີຫ່າງເຖິງ 4-0 ປະຕູ ແຕ່ເຄິ່ງຫລັງພວກເຮົາໄດ້ສັ່ງຜ່ອນເກມລົງເລັກນ້ອຍ ປ່ອຍໃຫ້ໄຕ້ຫວັນເປັນຝ່າຍບຸກແດ່ ແຕ່ຍັງບໍ່ເສຍປະຕູກ່ອນຈະມາໄດ້ປະຕູເພີ່ມອີກ 1 ປະຕູປິດທ້າຍເກມ ລວມທັງຫມົດ 5-0 ປະຕູ.
ຮັນຫອງອີລ ຢ້ຳວ່າ: ທຸກຢ່າງໃນເກມຂອງວັນນັ້ນເປັນໄປຕາມແຜນຂອງເຮົາທີ່ວາງໄວ້ຫມົດທຸກຢ່າງ ແລະ ນັກກີລາແຕ່ລະ ຄົນກໍ່ພາກັນປະຕິບັດຫນ້າທີ່ໄດ້ຢ່າງແມ້ນຢຳຈົນເກັບໄຊ ຊະນະໃນທີ່ສຸດ ແຕ່ຢ່າງໃດກໍ່ຕາມ ເບິ່ງສະພາບລວມນັກກີລາຂອງເຮົາຈະຕ້ອງຝຶກຊ້ອມໃຫ້ຫນັກຂຶ້ນຕື່່ມ ເພື່ອໄປສູ້ກັບ 16 ທີມສຸດທ້າຍໃນປີຕໍ່ໄປ.
ສຳລັບບານເຕະຊີງແຊ໋ມອາຊີຮອບ 16 ທີມສຸດທ້າຍຍັງບໍ່ມີ ການຕົກລົງເປັນທາງການວ່າ ຈະຈັດຂຶ້ນທີ່ປະເທດໃດຕ້ອງໄດ້ ລໍຖ້າຜົນການຕັດສິນຂອງຄະນະສະຫະພັນບານເຕະອາຊີໃນໄວໆນີ້ທີ່ຈະໄດ້ຮູ້ຜົນ.
ທີມຊາດລາວຊຸດ U-16 ປີ ຂອງປີນີ້ແມ່ນໄດ້ຮັບການຕອບຮັບຈາກແຮງເຊຍທົ່ວປະເທດເປັນຢ່າງຫລວງຫລາຍກວ່າຄັ້ງຜ່ານມາ ສ່ວນຜົນງານຂອງນັກເຕະກໍ່ອອກມາດີເລີ່ມຕົ້ນລາຍ ການບານເຕະຊີງແຊ໋ມອາຊີແຂ່ງຂັນ 5 ນັດເສຍຫນຶ່ງນັດ, ຊະນະກະປູເຈຍ, ຫວຽດນາມ ແຕ່ມາ ເສຍໃຫ້ຍີ່ປຸ່ນ, ສະເຫມີ ສ. ເກົາຫລີ ສຸດທ້າຍຊະນະໄຕ້ຫວັນ.
