|

ລາວ ສືບຕໍ່ອະນຸມັດ ເຂດເສດຖະກິດແບບພິເສດ ຈາກເໝືອຮອດໃຕ້

ແນວ​ຄວາມ​ຄິດ​ໃນ​ການພັດ­ທະ­ນາ​ເຂດ​ເສດ­ຖະ­ກິດ​ພິ­ເສດ ແລະ ເຂດ​ເສດ­ຖະ­ກິດ​ສະ­ເພາະ (ຂພສ) ໄດ້​ເລີ່ມ​ຂຶ້ນ​ໃນ​ທ້າຍ​ປີ 2000 ຢູ່​ສົ້ນ​ຂົວ​ມິດ­ຕະ­ພາບ 2 ແຂວງ​ສະ­ຫວັນ​ນະ​ເຂດ ແລະ ໄດ້ຮັບ​ສ້າງ­ຕັ້ງ​ຢ່າງ​ເປັນ​ທາງ​ການແຫ່ງ​ທຳ​ອິດ​ໃນ​ເດືອນ​ກັນ­ຍາ 2003 ໃນ​ຊື່​ເຂດ​ເສດ­ຖະ­ກິດ​ພິ ເສດ​ສະ­ຫວັນ-ເຊ​ໂນ ມາ​ຮອດປະ­ຈຸ​ບັນ ມີ​ເຂດ​ເສດ­ຖະ­ກິດ​ພິ­ເສດ ແລະ ເຂດ​ເສດ­ຖະ­ ກິດ​ສະ­ເພາະແລ້ວ 5 ແຫ່ງ, ຂະ­ນະ​ທີ່​ເຂດ​ກຳລັງ​ສຶກ​ສາ ແລະ ຂໍ​ອະ­ນຸ­ມັດ​ຕື່ມອີກ​ນັບ​ສິບ​ແຫ່ງ.

ຈຸດ­ປະ­ສົງ​ຕົ້ນ­ຕໍ​ຂອງ​ແນວ ຄວາມ​ຄິດ​ໃນ​ການ​ພັດ­ທະ­ນາ ຂພສ ໃນ​ເບື້ອງ​ຕົ້ນ​ແມ່ນ​ເພື່ອ ດຶງ​ດູດ ແລະ ສົ່ງ­ເສີມ​ການ​ລົງ­ທຶນຈາກ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ຕາມ​ແລວ​ເສັ້ນ­ທາງ​ເລກ​ທີ 9.

ແນວ­ໃດ​ກໍ​ດີ ຈຸດ­ຫມາຍ​ຫລັກໃນ​ການ​ພັດ­ທະ­ນາ ຂພສ ແມ່ນການ​ປະ­ກອບ­ສ່ວນ​ເຮັດ​ໃຫ້​ເສດຖະ​ກິດ-ສັງ­ຄົມ​ແຫ່ງ​ຊາດ​ຂະຫຍາຍ​ຕົວ​ໄວ​ຂຶ້ນ, ເຊື່ອມ​ຕົວ​ເຂົ້າເສດ­ຖະ­ກິດ​ພາກ​ພຶ້ນ ແລະ ສາກົນ, ສ້າງ​ຫນໍ່​ແຫນງ​ການ​ຫັນເປັນ​ອຸດ­ສາ­ຫະ­ກຳ​ທັນ​ສະ­ໄຫມ. ປະ­ກອບ­ສ່ວນ​ໃນ​ການ​ພັດ­ທະ­ນາເສດ­ຖະ­ກິດ​ໃຫ້​ເຂັ້ມ­ແຂງ.

ອີງ​ຕາມ​ຂໍ້​ມູນ​ຈາກ​ຄະ­ນະກຳ­ມະ­ການ​ແຫ່ງ​ຊາດ ເພື່ອ​ຄຸ້ມ ຄອງ​ເຂດ​ເສດ­ຖະ­ກິດ​ພິ­ເສດ ແລະ ເຂດ​ເສດ­ຖະ­ກິດ​ສະ­ເພາະ (ຄຂພສ) ໃຫ້​ຮູ້​ວ່າ: ມາ​ຮອດ​ເດືອນມີ­ນາ​ປີ 2011 ສປປ ລາວ ມີເຂດ​ເສດ­ຖະ­ກິດ​ພິ­ເສດ​ແລະ​ເສດ­ຖະ­ກິດ​ສະ­ເພາະ​ທີ່​ໄດ້​ຮັບ​ການ​ອະ­ນຸ­ມັດ​ສ້າງ­ຕັ້ງ 5 ແຫ່ງ​ໃນ​ນັ້ນ ເປັນເຂດ​ເສດ­ຖະ­ກິດ​ພິ­ເສດ 3 ແຫ່ງ ແລະ ເຂດ​ເສດ­ຖະ­ກິດ​ສະ­ເພາະ 2 ແຫ່ງ​ຄື:

1. ເຂດ​ເສດ­ຖະ­ກິດ​ພິ­ເສດ​ສະຫວັນ​ເຊ​ໂນນ ຕັ້ງ​ຢູ່​ແຂວງ​ສະຫວັນ​ນະ​ເຂດ​ສ້າງ​ຂຶ້ນ​ໃນ​ປີ 2003ຈຸດ­ປະ­ສົງ​ແມ່ນ​ສ້າງ​ເປັນເຂດ​ການ​ຄ້າ, ການ​ບໍ­ລິ­ການ ແລະ ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ ເຊິ່ງ​ແມ່ນ​ລັດ­ຖະ­ບານ​ເປັນ​ຜູ້​ລົງທຶນ ປະ­ຈຸ​ບັນ​ໄດ້​ຄ່ອຍໆ​ພັດ­ທະ­ນາ ຂຶ້ນ​ເທື່ອ​ລະ​ກ້າວ​ຕາມ​ກົງ​ໄກ​ບໍ​ລິການ​ຄຸ້ມ​ຄອງ ແລະ ລົງ­ທຶນ​ຂອງລັດ.

2. ເຂດ​ເສດ­ຖະ­ກິດ​ພິ­ເສດ​ບໍ່ເຕັນ​ແດນ​ຄຳຕັ້ງ​ຢູ່​ແຂວງ​ຫລວງນ້ຳ​ທາ​ເປັນ​ເຂດ​ບໍ­ລິ­ການ ແລະ ການ​ຄ້າ, ສ້າງ­ຕັ້ງ​ໃນ​ປີ 2003ໂດຍ​ແມ່ນ​ບໍ­ລິ­ສັດ​ຟອກ​ຮິ່ງ​ອຸດ​ສາຫະ​ກຳ​ຈຳ­ກັດ​ຂອງ​ຈີນ​ເປັນ​ຜູ້ພັດ­ທະ­ນາ.

3. ເຂດ​ເສດ­ຖະ­ກິດ​ພິ­ເສດ​ສາມຫລ່ຽມ​ຄຳ ຕັ້ງ​ຢູ່​ແຂວງ​ບໍ່​ແກ້ວ ເປັນ​ເຂດ​ບໍ­ລິ­ການ-ການ​ຄ້າ​ສ້າງຕັ້ງ​ໃນ​ປີ 2007ເຊິ່ງ​ແມ່ນ​ນັກລົງ­ທຶນ​ຈາກ​ຈີນ​ເປັນ​ຜູ້​ພັດ­ທະ­ນາ.

4. ເຂດ​ນິ­ຄົມ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ວຽງ​ຈັນ​ໂນນ​ທອງຕັ້ງ​ຢູ່​ນະ­ຄອນ­ຫລວງ​ວຽງ​ຈັນ ເປັນ​ເຂດ​ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງສ້າງ­ຕັ້ງ​ໃນ​ປີ 2008ໂດຍ​ແມ່ນນັກ­ທຸ­ລະ­ກິດ​ຈາກ​ຈີນ​ໄຕ້​ຫວັນ ເປັນ​ຜູ້​ພັດ­ທະ­ນາ

5. ເຂດ​ເສດ­ຖະ­ກິດ​ສະ­ເພາະພູ​ຂຽວ ຕັ້ງ​ຢູ່​ແຂວງ​ຄຳ​ມ່ວນ​ເປັນ ເຂດ​ການ​ຄ້າ​ບໍ­ລິ­ການ ແລະ ອຸດສາ​ຫະ​ກຳ​ປຸງ​ແຕ່ງ​ສ້າງ­ຕັ້ງ​ໃນ ປີ 2010 ໂດຍ​ແມ່ນ​ນັກ​ລົງ­ທຶນພາຍ​ໃນ​ເປັນ​ຜູ້​ພັດ­ທະ­ນາ.

ນອກ­ຈາກ​ແຫ່ງ​ທີ່​ໄດ້​ຮັບ​ອະ­ນຸມັດ​ໄປ​ແລ້ວ​ນັ້ນ​ຍັງ​ມີ​ນັບ 10 ແຫ່ງທີ່​ກຳ­ລັງ​ສຶກ​ສາ ແລະ ຂໍ​ອະ­ນຸ­ມັດຕັ້ງ­ແຕ່​ເຫນືອ​ເຖິງ​ໃຕ້​ເຊັ່ນ: ເຂດດົງ​ໂພ​ສີ, ເຂດ​ຫ້ວຍ​ຊອນ, ເຂດບຶງ​ທາດ­ຫລວງ, ເຂດ​ພັດ­ທະ­ນາໄຊ​ສະ­ຖານ (ນະ­ຄອນ­ຫລວງວຽງ​ຈັນ); ເຂດ​ມະ­ຫາ​ນາ­ທີ​ສີພັນ​ດອນ, ເຂດ​ພູ​ພຽງ​ບໍ​ລະ​ເວນ ປາກ​ຊ່ອງ,ເຂດ​ວັງ​ເຕົ່າ (ແຂວງຈຳ­ປາ​ສັກ); ເຂດ​ຄຳ​ມ່ວນ​ແດນຄຳ ແຂວງ​ຄຳ​ມ່ວນ; ເຂດ​ດ່ານ ນ້ຳ​ເຫືອງ ແຂວງ​ໄຊ​ຍະ​ບູ​ລີ; ເຂດຈຸດ​ສຸມ​ວຽງ​ຄຳ​ທ່າ​ສະ­ອາດ (ບໍລິ​ຄຳ​ໄຊ), ເຂດ​ຫນອງ​ຄ້າງ (ແຂວງ​ຫົວ­ພັນ), ເຂດ​ການ​ຄ້າຊາຍ​ແດນ​ລາວ​ບາວ (ສະ­ຫວັນນະ​ເຂດ), ເຂດ​ທົ່ງ​ໄຫ​ຫີນ ແຂວງຊຽງ​ຂວາງ​ລວມ​ເຖິງ​ເຂດ​ສົ້ນຂົວ​ເມືອງ​ຫ້ວຍ​ຊາຍ ແຂວງ​ບໍ່ແກ້ວ.

ໄປ​ພ້ອມ​ບັນ­ດາ ຂພສ ທີ່​ໄດ້ຮັບ​ການ​ສ້າງ­ຕັ້ງ ແລະ ທີ່​ກຳ­ລັງສຶກ​ສາ​ຄວາມ​ເປັນ​ໄປ​ໄດ້, ຍັງ​ມີເຂດ​ທີ່​ອຳ­ນາດ​ການ​ປົກ­ຄອງ ແຂວງ​ໄດ້​ສະ­ເຫນີ​ຢູ່​ໃນ​ບັນ­ຊີ​ລາຍຊື່​ເປົ້າ​ຫມາຍ ແລະ ສຶກ​ສາ​ຄວາມເປັນ​ໄປ​ໄດ້​ອີກ​ຈຳ­ນວນ​ຫນຶ່ງເຊັ່ນ: ເຂດ​ເມືອງ​ວຽງ​ໄຊ, ເມືອງ​ສົບເບົາ ແລະ ເມືອງ​ຊຽງ​ຄໍ້​ແຂວງ​ຫົວພັນ; ເຂດ​ເມືອງ​ວັງ​ວຽງ, ເມືອງຫມື່ນ​ແຂວງ​ວຽງ​ຈັນ; ເຂດ​ເສດຖະ​ກິດ​ພິ­ເສດ​ດ່ານ ​ພູ​ເກືອ​ແຂວງອັດ​ຕະ​ປື; ເຂດ​ຕາດ​ນ້ຳ​ກັດ ເມືອງໄຊ ແຂວງ​ອຸ­ດົມ​ໄຊ. ເຂດ​ເສດ​ຖະກິດ​ສະ­ເພາະ​ແຂວງ​ເຊ​ກອງ, ເຂດການ​ຄ້າ​ຊາຍ​ແດນ​ປາກ​ຕະ​ພານແຂວງ​ສາ­ລະ​ວັນ, ເຂດ​ພັດ​ທະນາ​ເມືອງ​ຈອມ​ເພັດ ແຂວງ​ຫລວງພະ​ບາງ ແລະ ເຂດ​ອື່ນໆ​ອີກ.

ຄຂພສ ລະ­ບຸ​ວ່າ: ການ​ພັດ​ທະນາ ຂພສ ໄດ້​ປະ­ກອບ­ສ່ວນ​ຢ່າງຕັ້ງ­ຫນ້າ​ເຂົ້າ​ໃນ​ການ​ພັດ­ທະ­ນາໂຄງ​ລ່າງ​ພຶ້ນ​ຖານ​ຢູ່​ເຂດ​ຫ່າງໄກ​ສອກ­ຫລີກ ໂດຍ​ສະ­ເພາະ​ເຂດສາມ­ຫລ່ຽມ​ຄຳ, ເຂດ​ບໍ່​ເຕັນ​ແດນຄຳ​ເຫັນ​ວ່າ­ການ​ກໍ່­ສ້າງ​ອາ­ຄານ ແລະ ຫົນ­ທາງ​ແມ່ນ​ສຳ­ເລັດ​ໄປຕາມ​ແຜນ­ທີ່​ວາງ​ໄວ້. ນອກ​ນັ້ນ ຍັງ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ໄດ້ເກືອບ​ສາມ​ພັນ​ຄົນ. ໄດ້​ມອບ​ພັນທະ, ອາ­ກອນ ແລະ ລາຍ​ຮັບ​ອື່ນໆໃຫ້​ລັດ­ຖະ­ບານ​ປີ​ລະ​ປະ­ມານ 4 ລ້ານ​ໂດ​ລາ​ສະ­ຫະ­ລັດ.

ຂພສ ທັງ 5 ແຫ່ງ​ກວມ​ເອົາເນື້ອ­ທີ່​ທັງ​ຫມົດ 10.554 ເຮັກຕາ ໃນ​ນັ້ນ ເຂດ​ພູ​ຂຽວ​ກວມ​ເອົາເນື້ອ­ທີ່​ເຖິງ 4.850 ເຮັກ­ຕາ ແລະ ຈະ​ດຶງ​ດູດ​ການ​ລົງ­ທຶນ​ທັງຫມົດ​ທີ່​ລະ­ບຸ​ໄວ້​ໃນ​ສັນ­ຍາ​ເກືອບ 3 ຕື້​ໂດ​ລາ​ສະ­ຫະ­ລັດ.

ຢ່າງ­ໃດ​ກໍ່​ຕາມ ຄຂພສ ຍອມຮັບ​ວ່າ ການ​ສ້າງ​ຂພສ​ຍັງ​ມີ​ຂໍ້​ຄົງຄ້າງ ແລະ ສິ່ງ​ທ້າ​ທາຍ​ພໍ​ສົມຄວນ ໂດຍ​ສະ­ເພາະ​ຜູ້​ພັດ­ທະ­ນາຍັງ​ພົບ​ຄວາມ​ຫຍຸ້ງ­ຍາກ ແລະ ຍັງ​ບໍ່​ມີ​ງົບ­ປະ­ມານ​ພຽງ­ພໍ ເພື່ອນຳ​ມາ​ພັດ­ທະ­ນາ​ໂຄງ​ລ່າງ​ພື້ນຖານ​ຕາມ​ທີ່​ໄດ້​ສະ­ເຫນີ​ໄວ້​ຢູ່ໃນ​ແຜນ​ແມ່​ບົດ (ຍົກ­ເວັ້ນ​ເຂດສາມ­ຫລ່ຽມ​ຄຳ ແລະ ເຂດ​ບໍ່​ເຕັນແດນ​ຄຳ) ນີ້​ແມ່ນ​ປັດ​ໄຈ​ຫນຶ່ງ​ທີ່ເຮັດ​ໃຫ້­ການ​ພັດ­ທະ­ນາ ຂພສ ບໍ່​ສາ­ມາດ​ເປັນ​ໄປ​ຕາມ​ແຜນ­ທີ່ວາງ​ໄວ້.

ອີກ​ສິ່ງ​ຫນຶ່ງ​ເຖິງ​ວ່າ ຂພສ ຈະ​ສາ­ມາດ​ສ້າງ​ວຽກ​ງານ​ທຳ ເກືອບ 3.000 ຄົນ ແຕ່​ຕົວ​ຈິງການ​ສ້າງ​ວຽກ​ເຮັດ​ງານ​ທຳ ສ່ວນ​ຫລາຍ ແມ່ນ​ເຮັດ​ວຽກ​ຢູ່​ໃນເຂດ​ບໍ­ລິ­ການ ແລະ ການ​ບັນ­ເທີງ ຄົບ​ວົງ​ຈອນ ແລະ ພະ­ນັກ­ງານ​ເກືອບ​ຫມົດ​ແມ່ນ​ມາ​ຈາກ​ຕ່າງປະ­ເທດ.

Posted by samakomlao on 12:00 PM. Filed under , . You can follow any responses to this entry through the RSS 2.0. Feel free to leave a response

3 comments for "ລາວ ສືບຕໍ່ອະນຸມັດ ເຂດເສດຖະກິດແບບພິເສດ ຈາກເໝືອຮອດໃຕ້"

  1. Anonymous

    เขตเศรษฐกิจพิเศษแนวได๋ มีแต่คนจีนมาอยู่ เงินก็ใช้เงินจีน พิเศษอีหลี

  2. Anonymous

    @Anonymous
    หยุดกะทบ เชิ่งกัน และ กัน

    จัก หน่อย โลกกะแตกแล้ว มา รัก กันด ดีกว่า

  3. Anonymous

    ຕາບໍ່ເຫັນໄດ້ຍິນແຕ່ເຂົາວ່າກໍ່ເຊື່ອແລ້ວ ຢູ່ເຂດນັ້ນມັນກໍ່ມີທັງຄົນລາວ ຄົນຈີນ ປົນເປກັນຢູ່ ເຄີຍໄປແຂວງຜົ້ງສາລີແລ້ວບໍ່ພາສາທີ່ສອງແມ່ນພາສາຈີນເພາະເຜົ່າພື້ນເມືອງແມ່ນເຜົ່າລາວຫໍ້ຢ່າເຂົ້າໃຈ ຜິດວ່າແມ່ນຄົນຈີນມາຢູ່ເຕັມໄປໝົດໄດ ສ່ວນເງີນ ເງີນຫັຍງເຂົາກໍ່ເອົາໝົດຫັ້ນແລ້ວ ຢູ່ຝັ່ງເບື້ອງຈີນເຂົາກໍ່ເອົາເງີນກີບຄືກັນ ຕ້ອງເຂົ້າໃຈວ່າຈຸດພິເສດຂອງປະເທດລາວຄັນມີຊາຍແດນຕິດ ປະເທດໃດກໍ່ມັກໃຊ້ສະກຸນເງີນຂອງປະເທດນັ້ນ

    ຊະນະໄພ

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added