ລາວ ສືບຕໍ່ອະນຸມັດ ເຂດເສດຖະກິດແບບພິເສດ ຈາກເໝືອຮອດໃຕ້
ແນວຄວາມຄິດໃນການພັດທະນາເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ (ຂພສ) ໄດ້ເລີ່ມຂຶ້ນໃນທ້າຍປີ 2000 ຢູ່ສົ້ນຂົວມິດຕະພາບ 2 ແຂວງສະຫວັນນະເຂດ ແລະ ໄດ້ຮັບສ້າງຕັ້ງຢ່າງເປັນທາງການແຫ່ງທຳອິດໃນເດືອນກັນຍາ 2003 ໃນຊື່ເຂດເສດຖະກິດພິ ເສດສະຫວັນ-ເຊໂນ ມາຮອດປະຈຸບັນ ມີເຂດເສດຖະກິດພິເສດ ແລະ ເຂດເສດຖະ ກິດສະເພາະແລ້ວ 5 ແຫ່ງ, ຂະນະທີ່ເຂດກຳລັງສຶກສາ ແລະ ຂໍອະນຸມັດຕື່ມອີກນັບສິບແຫ່ງ.
ຈຸດປະສົງຕົ້ນຕໍຂອງແນວ ຄວາມຄິດໃນການພັດທະນາ ຂພສ ໃນເບື້ອງຕົ້ນແມ່ນເພື່ອ ດຶງດູດ ແລະ ສົ່ງເສີມການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ຕາມແລວເສັ້ນທາງເລກທີ 9.
ແນວໃດກໍດີ ຈຸດຫມາຍຫລັກໃນການພັດທະນາ ຂພສ ແມ່ນການປະກອບສ່ວນເຮັດໃຫ້ເສດຖະກິດ-ສັງຄົມແຫ່ງຊາດຂະຫຍາຍຕົວໄວຂຶ້ນ, ເຊື່ອມຕົວເຂົ້າເສດຖະກິດພາກພຶ້ນ ແລະ ສາກົນ, ສ້າງຫນໍ່ແຫນງການຫັນເປັນອຸດສາຫະກຳທັນສະໄຫມ. ປະກອບສ່ວນໃນການພັດທະນາເສດຖະກິດໃຫ້ເຂັ້ມແຂງ.
ອີງຕາມຂໍ້ມູນຈາກຄະນະກຳມະການແຫ່ງຊາດ ເພື່ອຄຸ້ມ ຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ (ຄຂພສ) ໃຫ້ຮູ້ວ່າ: ມາຮອດເດືອນມີນາປີ 2011 ສປປ ລາວ ມີເຂດເສດຖະກິດພິເສດແລະເສດຖະກິດສະເພາະທີ່ໄດ້ຮັບການອະນຸມັດສ້າງຕັ້ງ 5 ແຫ່ງໃນນັ້ນ ເປັນເຂດເສດຖະກິດພິເສດ 3 ແຫ່ງ ແລະ ເຂດເສດຖະກິດສະເພາະ 2 ແຫ່ງຄື:
1. ເຂດເສດຖະກິດພິເສດສະຫວັນເຊໂນນ ຕັ້ງຢູ່ແຂວງສະຫວັນນະເຂດສ້າງຂຶ້ນໃນປີ 2003ຈຸດປະສົງແມ່ນສ້າງເປັນເຂດການຄ້າ, ການບໍລິການ ແລະ ອຸດສາຫະກຳປຸງແຕ່ງ ເຊິ່ງແມ່ນລັດຖະບານເປັນຜູ້ລົງທຶນ ປະຈຸບັນໄດ້ຄ່ອຍໆພັດທະນາ ຂຶ້ນເທື່ອລະກ້າວຕາມກົງໄກບໍລິການຄຸ້ມຄອງ ແລະ ລົງທຶນຂອງລັດ.
2. ເຂດເສດຖະກິດພິເສດບໍ່ເຕັນແດນຄຳຕັ້ງຢູ່ແຂວງຫລວງນ້ຳທາເປັນເຂດບໍລິການ ແລະ ການຄ້າ, ສ້າງຕັ້ງໃນປີ 2003ໂດຍແມ່ນບໍລິສັດຟອກຮິ່ງອຸດສາຫະກຳຈຳກັດຂອງຈີນເປັນຜູ້ພັດທະນາ.
3. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຕັ້ງຢູ່ແຂວງບໍ່ແກ້ວ ເປັນເຂດບໍລິການ-ການຄ້າສ້າງຕັ້ງໃນປີ 2007ເຊິ່ງແມ່ນນັກລົງທຶນຈາກຈີນເປັນຜູ້ພັດທະນາ.
4. ເຂດນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນໂນນທອງຕັ້ງຢູ່ນະຄອນຫລວງວຽງຈັນ ເປັນເຂດອຸດສາຫະກຳປຸງແຕ່ງສ້າງຕັ້ງໃນປີ 2008ໂດຍແມ່ນນັກທຸລະກິດຈາກຈີນໄຕ້ຫວັນ ເປັນຜູ້ພັດທະນາ
5. ເຂດເສດຖະກິດສະເພາະພູຂຽວ ຕັ້ງຢູ່ແຂວງຄຳມ່ວນເປັນ ເຂດການຄ້າບໍລິການ ແລະ ອຸດສາຫະກຳປຸງແຕ່ງສ້າງຕັ້ງໃນ ປີ 2010 ໂດຍແມ່ນນັກລົງທຶນພາຍໃນເປັນຜູ້ພັດທະນາ.
ນອກຈາກແຫ່ງທີ່ໄດ້ຮັບອະນຸມັດໄປແລ້ວນັ້ນຍັງມີນັບ 10 ແຫ່ງທີ່ກຳລັງສຶກສາ ແລະ ຂໍອະນຸມັດຕັ້ງແຕ່ເຫນືອເຖິງໃຕ້ເຊັ່ນ: ເຂດດົງໂພສີ, ເຂດຫ້ວຍຊອນ, ເຂດບຶງທາດຫລວງ, ເຂດພັດທະນາໄຊສະຖານ (ນະຄອນຫລວງວຽງຈັນ); ເຂດມະຫານາທີສີພັນດອນ, ເຂດພູພຽງບໍລະເວນ ປາກຊ່ອງ,ເຂດວັງເຕົ່າ (ແຂວງຈຳປາສັກ); ເຂດຄຳມ່ວນແດນຄຳ ແຂວງຄຳມ່ວນ; ເຂດດ່ານ ນ້ຳເຫືອງ ແຂວງໄຊຍະບູລີ; ເຂດຈຸດສຸມວຽງຄຳທ່າສະອາດ (ບໍລິຄຳໄຊ), ເຂດຫນອງຄ້າງ (ແຂວງຫົວພັນ), ເຂດການຄ້າຊາຍແດນລາວບາວ (ສະຫວັນນະເຂດ), ເຂດທົ່ງໄຫຫີນ ແຂວງຊຽງຂວາງລວມເຖິງເຂດສົ້ນຂົວເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
ໄປພ້ອມບັນດາ ຂພສ ທີ່ໄດ້ຮັບການສ້າງຕັ້ງ ແລະ ທີ່ກຳລັງສຶກສາຄວາມເປັນໄປໄດ້, ຍັງມີເຂດທີ່ອຳນາດການປົກຄອງ ແຂວງໄດ້ສະເຫນີຢູ່ໃນບັນຊີລາຍຊື່ເປົ້າຫມາຍ ແລະ ສຶກສາຄວາມເປັນໄປໄດ້ອີກຈຳນວນຫນຶ່ງເຊັ່ນ: ເຂດເມືອງວຽງໄຊ, ເມືອງສົບເບົາ ແລະ ເມືອງຊຽງຄໍ້ແຂວງຫົວພັນ; ເຂດເມືອງວັງວຽງ, ເມືອງຫມື່ນແຂວງວຽງຈັນ; ເຂດເສດຖະກິດພິເສດດ່ານ ພູເກືອແຂວງອັດຕະປື; ເຂດຕາດນ້ຳກັດ ເມືອງໄຊ ແຂວງອຸດົມໄຊ. ເຂດເສດຖະກິດສະເພາະແຂວງເຊກອງ, ເຂດການຄ້າຊາຍແດນປາກຕະພານແຂວງສາລະວັນ, ເຂດພັດທະນາເມືອງຈອມເພັດ ແຂວງຫລວງພະບາງ ແລະ ເຂດອື່ນໆອີກ.
ຄຂພສ ລະບຸວ່າ: ການພັດທະນາ ຂພສ ໄດ້ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການພັດທະນາໂຄງລ່າງພຶ້ນຖານຢູ່ເຂດຫ່າງໄກສອກຫລີກ ໂດຍສະເພາະເຂດສາມຫລ່ຽມຄຳ, ເຂດບໍ່ເຕັນແດນຄຳເຫັນວ່າການກໍ່ສ້າງອາຄານ ແລະ ຫົນທາງແມ່ນສຳເລັດໄປຕາມແຜນທີ່ວາງໄວ້. ນອກນັ້ນ ຍັງໄດ້ສ້າງວຽກເຮັດງານທຳໄດ້ເກືອບສາມພັນຄົນ. ໄດ້ມອບພັນທະ, ອາກອນ ແລະ ລາຍຮັບອື່ນໆໃຫ້ລັດຖະບານປີລະປະມານ 4 ລ້ານໂດລາສະຫະລັດ.
ຂພສ ທັງ 5 ແຫ່ງກວມເອົາເນື້ອທີ່ທັງຫມົດ 10.554 ເຮັກຕາ ໃນນັ້ນ ເຂດພູຂຽວກວມເອົາເນື້ອທີ່ເຖິງ 4.850 ເຮັກຕາ ແລະ ຈະດຶງດູດການລົງທຶນທັງຫມົດທີ່ລະບຸໄວ້ໃນສັນຍາເກືອບ 3 ຕື້ໂດລາສະຫະລັດ.
ຢ່າງໃດກໍ່ຕາມ ຄຂພສ ຍອມຮັບວ່າ ການສ້າງຂພສຍັງມີຂໍ້ຄົງຄ້າງ ແລະ ສິ່ງທ້າທາຍພໍສົມຄວນ ໂດຍສະເພາະຜູ້ພັດທະນາຍັງພົບຄວາມຫຍຸ້ງຍາກ ແລະ ຍັງບໍ່ມີງົບປະມານພຽງພໍ ເພື່ອນຳມາພັດທະນາໂຄງລ່າງພື້ນຖານຕາມທີ່ໄດ້ສະເຫນີໄວ້ຢູ່ໃນແຜນແມ່ບົດ (ຍົກເວັ້ນເຂດສາມຫລ່ຽມຄຳ ແລະ ເຂດບໍ່ເຕັນແດນຄຳ) ນີ້ແມ່ນປັດໄຈຫນຶ່ງທີ່ເຮັດໃຫ້ການພັດທະນາ ຂພສ ບໍ່ສາມາດເປັນໄປຕາມແຜນທີ່ວາງໄວ້.
ອີກສິ່ງຫນຶ່ງເຖິງວ່າ ຂພສ ຈະສາມາດສ້າງວຽກງານທຳ ເກືອບ 3.000 ຄົນ ແຕ່ຕົວຈິງການສ້າງວຽກເຮັດງານທຳ ສ່ວນຫລາຍ ແມ່ນເຮັດວຽກຢູ່ໃນເຂດບໍລິການ ແລະ ການບັນເທີງ ຄົບວົງຈອນ ແລະ ພະນັກງານເກືອບຫມົດແມ່ນມາຈາກຕ່າງປະເທດ.

เขตเศรษฐกิจพิเศษแนวได๋ มีแต่คนจีนมาอยู่ เงินก็ใช้เงินจีน พิเศษอีหลี
@Anonymous
หยุดกะทบ เชิ่งกัน และ กัน
จัก หน่อย โลกกะแตกแล้ว มา รัก กันด ดีกว่า
ຕາບໍ່ເຫັນໄດ້ຍິນແຕ່ເຂົາວ່າກໍ່ເຊື່ອແລ້ວ ຢູ່ເຂດນັ້ນມັນກໍ່ມີທັງຄົນລາວ ຄົນຈີນ ປົນເປກັນຢູ່ ເຄີຍໄປແຂວງຜົ້ງສາລີແລ້ວບໍ່ພາສາທີ່ສອງແມ່ນພາສາຈີນເພາະເຜົ່າພື້ນເມືອງແມ່ນເຜົ່າລາວຫໍ້ຢ່າເຂົ້າໃຈ ຜິດວ່າແມ່ນຄົນຈີນມາຢູ່ເຕັມໄປໝົດໄດ ສ່ວນເງີນ ເງີນຫັຍງເຂົາກໍ່ເອົາໝົດຫັ້ນແລ້ວ ຢູ່ຝັ່ງເບື້ອງຈີນເຂົາກໍ່ເອົາເງີນກີບຄືກັນ ຕ້ອງເຂົ້າໃຈວ່າຈຸດພິເສດຂອງປະເທດລາວຄັນມີຊາຍແດນຕິດ ປະເທດໃດກໍ່ມັກໃຊ້ສະກຸນເງີນຂອງປະເທດນັ້ນ
ຊະນະໄພ