|

The First Made in Lao Exhibition 2011


ເປັນ​ຄັ້ງ​ປະ­ຖົມ​ມະ­ລືກສຳ­ລັບ​ງານ​ວາງ­ສະ­ແດງ​ສິນ­ຄ້າຜະ­ລິດ​ຕະ​ພັນ​ລາວ​ທີ່​ສະ­ພາ​ການຄ້າ ແລະ ອຸດ­ສາ­ຫະ­ກຳ​ແຫ່ງ​ຊາດຈັດ​ຂຶ້ນ ເພື່ອ​ພາກ​ທຸ­ລະ​ກິດ​ໃນລາວ ໂດຍ​ສະ­ເພາະ, ຄະ­ນະ​ຈັດ ງານ​ລະ­ບຸ​ຊຸດ​ນີ້ ເປັນ​ການ​ເລີ່ມຕົ້ນ​ແຕ່​ມີ​ຜົນ​ດີ​ຫລາຍ​ຢ່າງ​ທັງເປັນ​ການ​ທົດ​ລອງ​ວ່າ​ອະ­ນາ­ຄົດຄວນ​ຈະ​ມີ​ງານ​ແບບ​ນີ້​ເກີດ​ອີກ ຫລື ບໍ່! ຕ້ອງ​ເບິ່ງ​ຜົນ​ຕົວ​ຈິງ​ໃນເດືອນ​ທັນ­ວາ.

ເປັນ​ປະ­ເດັນ​ທີ່​ຫນ້າ​ສົນ­ໃຈ​ບໍ່ນ້ອຍ​ຕໍ່​ມວນ​ຊົນ​ສຳ­ລັບ​ຫົວ­ຂໍ້ງານ​ວາງ­ສະ­ແດງ​ຜະ­ລິດ​ຕະ​ພັນລາວ​ຄັ້ງ​ທີ I ຫລື ເອີ້ນ​ເປັນ​ພາ­ສາສາ­ກົນ​ວ່າ The First Made in Lao 2011 ເຊິ່ງ​ເປັນ​ເວ­ ທີ​ແຫ່ງກາ­ນວາງ­ສະ­ແດງ, ຂາຍ ແລະ ໂຄ­ສະ­ນາ​ສິນ­ຄ້າ​ຜະ­ລິດ​ຕະ​ພັນ​ທີ່ຜະ­ລິດ​ອອກ​ຈາກ​ໂຮງ­ງານ​ຢູ່ລາວ, ປະ­ກອບ​ຂຶ້ນ, ປຸງ​ແຕ່ງ​ໃນປະ­ເທດ​ລາວ ໂດຍ​ບໍ່​ໄດ້​ຈຳ­ແນກວ່າ ຜູ້​ປະ­ກອບ​ຈະ​ເປັນ​ນັກ​ທຸ­ລະກິດ​ພາຍ​ໃນ ຫລື ຕ່າງ­ປະ­ເທດ.

ທ່ານ ນາງ ຈັນ​ເທົາ ປະ­ຖົມມະ​ວົງ ຮອງ​ປະ­ທານ​ສະ­ພາ​ການຄ້າ ແລະ ອຸດ­ສາ­ຫະ­ກຳ​ແຫ່ງ​ຊາດ ກ່າວ​ວ່າ: ງານ​ວາງ­ສະ­ແດງ​ສິນຄ້າ​ຜະ­ລິດ​ໃນ​ລາວ​ຄັ້ງ​ທຳ​ອິດ​ນີ້ ຄະ­ນະ​ຈັດ​ງານ​ໄດ້​ເລ່ງ​ໃສ່​ບາງຈຸດ­ປະ­ສົງ​ຫລັກ​ຄື ແນ­ໃສ່​ບຸກ​ທະລຸ​ດ້ານ​ຈິນ­ຕະ­ນາ­ການ​ການ​ປ່ຽນແປງ​ໃຫມ່​ຂອງ​ພັກŒລັດ­ຖະ­ບານຕໍ່​ການ­ຈັດ­ຕັ້ງ​ລະ­ບົບ​ເສດ­ຖະ­ກິດ ໃຫ້​ເຊື່ອມ​ໂຍງ​ກັບ​ເສດ­ຖະ­ກິດຂອງ​ສາ­ກົນ​ໃນ​ຮູບ​ແບບ​ຕ່າງໆ ທັງ​ເປັນ​ໂອ­ກາດ​ສະ­ແດງ​ຜົນ­ງານການ​ຜະ­ລິດ​ຂອງ​ບັນ­ດາ​ສະ​ມາຊິກ​ທີ່​ຂຶ້ນ​ກັບ​ສະ­ພາ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ​ແຫ່ງ​ຊາດ ແລະ ເພື່ອ​ໃຫ້​ບັນ­ດາ​ຜູ້​ປະ­ກອບ​ການ​ທີ່ລົງ­ທຶນ​ເຮັດ​ທຸ­ລະ​ກິດ​ຢູ່ ສປປ ລາວ ໄດ້​ນຳ​ສິນ­ຄ້າ​ທີ່​ຕົນ​ຜະ­ລິດ​ໄດ້ອອກ​ສູ່​ສາຍ­ຕາ​ມວນ​ຊົນ, ຜູ້​ຊົມໃຊ້ ແລະ ຜູ້​ຕ້ອງ­ການ​ນຳ­ໄປ​ຈຳຫນ່າຍ.

ຄະ­ນະ​ຈັດ​ງານ​ວາງ­ສະ­ແດງຕັ້ງ​ຄວາມ​ຫວັງ​ວ່າ ງານ​ຂາຍ​ສິນຄ້າ​ທີ່​ຈະ​ມີ​ຂຶ້ນ​ນີ້ ຈະ​ເປັນ​ໂອ­ກາດທີ່​ດີ​ໃຫ້​ກັບ​ຜູ້​ຜະ­ລິດ, ຈຳ­ຫນ່າຍ ແລະ ຜູ້​ຊື້​ໄດ້​ມາ​ພົບ­ພໍ້​ກັນ ເພື່ອແລກ­ປ່ຽນ​ຄວາມ​ຄິດ​ເຫັນ​ໃນດ້ານ​ການ​ອອກ​ແບບ​ຫຸ້ມ​ຫໍ່, ບໍ​ລິການ, ການ​ໂຄ­ສະ­ນາ ແລະ ແນະ ນຳ​ສິນ­ຄ້າ​ຕ່າງໆ​ໃຫ້​ກັນ ແລະ ກັນ​ໄດ້​ຮັບ​ຮູ້.

ງານ​ວາງ­ສະ­ແດງ​ຜະ­ລິດ​ຕະພັນ​ລາວ​ທີ່​ວ່າ​ນີ້ ຈະ​ໄດ້​ຈັດ​ຂຶ້ນ​ຕັ້ງແຕ່​ວັນ​ທີ 9Œ13 ທັນ­ວາ 2011 ນີ້ ທີ່​ສູນ​ການ​ຄ້າ​ລາວŒໄອ​ເຕັກ ນະຄອນ​ຫລວງ​ວຽງ​ຈັນ ປະ­ກອບ​ມີທັງ​ຫມົດ 300 ຫ້ອງ​ຂາຍ, ຂະຫນາດ 3mX3m, ລາ­ຄາ​ເຊົ່າ ຫ້ອງ​ລະ 2 ລ້ານ​ກີບ ໃນ​ນີ້ ເປັນລາ­ຄາ​ທີ່​ບໍ່​ລວມ​ການ​ຕົກ­ແຕ່ງ.

ສຳ­ລັບ​ງານ​ສາ­ທິດ​ການ​ຜະລິດ ຫລື ປະ­ກອບ​ສິນ­ຄ້າ​ແມ່ນ​ຈະເລັງ​ໃສ່​ແຕ່​ສະ­ເພາະ​ບາງ​ລາຍການ​ທີ່​ນຳ​ອຸ­ປະ­ກອນ​ເຂົ້າ​ງ່າຍ, ບໍ່​ສີ້ນ​ເປືອງ​ຄ່າ​ໃຊ້​ຈ່າຍ​ເທົ່າ​ນັ້ນ ທັງ​ນີ້ ກໍ່​ເພື່ອ​ໃຫ້​ຜູ້​ເຂົ້າ​ຮ່ວມ​ສາມາດ​ສຳ​ພັດ​ໄດ້​ຢ່າງ​ໃກ້­ຊິດ​ກັບຕົວ​ຈິງ.

ທ່ານ ນາງ ຈັນ​ເທົາ ກ່າວ​ວ່າ: ການ​ເປີດ​ໃຫ້​ຂາຍ​ສິນ­ຄ້າ​ຊຸດ​ນີ້ ບໍ່​ພຽງ​ແຕ່​ຈະ​ໃຫ້​ຜູ້​ປະ­ກອບ​ການນຳ​ມາ​ວາງ​ຈຳ­ຫນ່າຍ, ແນະ­ນຳໃຫ້​ບັນ­ດາ​ແຂກ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ເທົ່າ​ນັ້ນ ແຕ່​ຜູ້​ປະກອບ​ການ​ທີ່​ເຂົ້າ​ຮ່ວມ​ຍັງ​ຈະ​ໄດ້ຄວາມ​ຮູ້, ບົດ­ຮຽນ​ໃຫມ່ໆ​ທີ່​ເປັນປະ­ໂຫຍດ​ຈາກ​ວາ­ລະ​ສຳ​ມະ​ນາໃນ​ຫົວ­ຂໍ້​ທີ່​ກ່ຽວ­ຂ້ອງ​ກັບ​ການຄ້າ, ການ​ຜະ­ລິດ ແລະ ສິ່ງ​ແວດລ້ອມ​ນຳ ເຊິ່ງ​ຜູ້​ທີ່​ຈະ​ມາ​ເປັນ​ວິທະ​ຍາ​ກອນ​ນັ້ນ ທາງ​ຄະ­ນະ​ຈັດງານ​ຈະ​ໄດ້​ເຊື້ອ​ເຊີນ​ບຸກ­ຄົນ​ຜູ້​ຊົງຄຸນ​ວຸດ​ທິ​ຈາກ​ບັນ­ດາ​ອົງ­ການ​ສາກົນ, ມະ­ຫາ­ວິ­ທະ­ຍາ­ໄລ ແລະ ບຸກ­ຄົນ​ທີ່​ມີ​ຄວາມ​ສຳ­ເລັດ​ໃນ​ທຸລະ​ກິດ​ມາ​ເປັນ​ຜູ້​ບັນ­ຍາຍ.

ອີກ​ຫນຶ່ງ​ປະ­ເດັນ​ສຳ­ຄັນ​ຄື ຄະນະ​ຮັບ­ຜິດ­ຊອບ​ກະ­ກຽມ​ການ​ຈັດງານ​ໃຫ້​ຮູ້​ວ່າ: ງານ​ສະ­ແດງ​ສິນຄ້າ​ຜະ­ລິດ​ຕະ​ພັນ​ລາວ​ຄັ້ງ​ທຳ​ອິດນີ້ ຈະ​ເປັນ​ການ​ຕັດ­ສິນ​ອະ­ນາ­ຄົດຂອງ​ການ​ຈັດ​ງານ​ຄັ້ງ​ຕໍ່​ໄປ! ເຊິ່ງນັ້ນກໍ່​ຫມາຍ​ຄວາມ​ວ່າ ຖ້າ​ການວາງ­ສະ­ແດງ​ຊຸດ​ນີ້ ກາຍ­ເປັນ​ທີ່ສົນ­ໃຈ​ຂອງ​ສັງ­ຄົມ, ມີ​ຜູ້​ປະ­ກອບການ​ເຂົ້າ​ມາ​ຂາຍ​ຫລາຍ, ມວນຊົນ​ໃຫ້​ຄວາມ​ສົນ­ໃຈ​ບັນ­ຍາ­ກາດຄືກ​ຄັກ­ແນ່​ນອນ​ຈະ​ມີ​ການ​ຈັດງານ​ແບບ​ນີ້​ຂຶ້ນ​ອີກ​ເປັນ​ຄັ້ງ​ທີ 2,3,4 ຕໍ່ໆ​ໄປ.

ຂໍ້​ມູນ​ຫລ້າ​ສຸດ ຈາກ​ຄະ­ນະ​ກະກຽມ​ງານ​ໃຫ້​ຮູ້​ມື້​ວັນ​ທີ 22 ກັນຍາ​ນີ້​ວ່າ: ທ່ານ​ໃດ​ທີ່​ມີ​ຄວາມ​ສົນໃຈ​ຢາກ​ເຂົ້າ​ຮ່ວມ​ວາງ­ສະ­ແດງ ແມ່ນ​ສາ­ມາດ​ຕິດ­ຕໍ່​ໄດ້​ກັບ​ພະແນກ​ວາງ­ສະ­ແດງ​ຂອງ​ສະ­ພາ ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ​ແຫ່ງຊາດ​ໄດ້​ຕັ້ງ­ແຕ່​ມື້­ນີ້ ເພາະ​ປະ­ຈຸ​ບັນຫ້ອງ​ຂາຍ 300 ຫ້ອງ​ຍັງ​ເຫລືອພຽງ 150 ຫ້ອງ​ເທົ່າ​ນັ້ນ.

Ecom

Posted by samakomlao on 10:06 PM. Filed under , . You can follow any responses to this entry through the RSS 2.0. Feel free to leave a response

3 comments for "The First Made in Lao Exhibition 2011"

  1. Anonymous

    good..because I wanna see product that we made in Laos.. Cheers....!

  2. Anonymous

    GOOD..PRODUCT OF LAOS MADE ....I wanna see those puklut consume a lot of their own product they will live longer life ...
    Processed foods..( good for you puklut ) cancer..hahahhhhhh

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added