The First Made in Lao Exhibition 2011
ເປັນຄັ້ງປະຖົມມະລືກສຳລັບງານວາງສະແດງສິນຄ້າຜະລິດຕະພັນລາວທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດຈັດຂຶ້ນ ເພື່ອພາກທຸລະກິດໃນລາວ ໂດຍສະເພາະ, ຄະນະຈັດ ງານລະບຸຊຸດນີ້ ເປັນການເລີ່ມຕົ້ນແຕ່ມີຜົນດີຫລາຍຢ່າງທັງເປັນການທົດລອງວ່າອະນາຄົດຄວນຈະມີງານແບບນີ້ເກີດອີກ ຫລື ບໍ່! ຕ້ອງເບິ່ງຜົນຕົວຈິງໃນເດືອນທັນວາ.
ເປັນປະເດັນທີ່ຫນ້າສົນໃຈບໍ່ນ້ອຍຕໍ່ມວນຊົນສຳລັບຫົວຂໍ້ງານວາງສະແດງຜະລິດຕະພັນລາວຄັ້ງທີ I ຫລື ເອີ້ນເປັນພາສາສາກົນວ່າ The First Made in Lao 2011 ເຊິ່ງເປັນເວ ທີແຫ່ງການວາງສະແດງ, ຂາຍ ແລະ ໂຄສະນາສິນຄ້າຜະລິດຕະພັນທີ່ຜະລິດອອກຈາກໂຮງງານຢູ່ລາວ, ປະກອບຂຶ້ນ, ປຸງແຕ່ງໃນປະເທດລາວ ໂດຍບໍ່ໄດ້ຈຳແນກວ່າ ຜູ້ປະກອບຈະເປັນນັກທຸລະກິດພາຍໃນ ຫລື ຕ່າງປະເທດ.
ທ່ານ ນາງ ຈັນເທົາ ປະຖົມມະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ກ່າວວ່າ: ງານວາງສະແດງສິນຄ້າຜະລິດໃນລາວຄັ້ງທຳອິດນີ້ ຄະນະຈັດງານໄດ້ເລ່ງໃສ່ບາງຈຸດປະສົງຫລັກຄື ແນໃສ່ບຸກທະລຸດ້ານຈິນຕະນາການການປ່ຽນແປງໃຫມ່ຂອງພັກລັດຖະບານຕໍ່ການຈັດຕັ້ງລະບົບເສດຖະກິດ ໃຫ້ເຊື່ອມໂຍງກັບເສດຖະກິດຂອງສາກົນໃນຮູບແບບຕ່າງໆ ທັງເປັນໂອກາດສະແດງຜົນງານການຜະລິດຂອງບັນດາສະມາຊິກທີ່ຂຶ້ນກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ແລະ ເພື່ອໃຫ້ບັນດາຜູ້ປະກອບການທີ່ລົງທຶນເຮັດທຸລະກິດຢູ່ ສປປ ລາວ ໄດ້ນຳສິນຄ້າທີ່ຕົນຜະລິດໄດ້ອອກສູ່ສາຍຕາມວນຊົນ, ຜູ້ຊົມໃຊ້ ແລະ ຜູ້ຕ້ອງການນຳໄປຈຳຫນ່າຍ.
ຄະນະຈັດງານວາງສະແດງຕັ້ງຄວາມຫວັງວ່າ ງານຂາຍສິນຄ້າທີ່ຈະມີຂຶ້ນນີ້ ຈະເປັນໂອກາດທີ່ດີໃຫ້ກັບຜູ້ຜະລິດ, ຈຳຫນ່າຍ ແລະ ຜູ້ຊື້ໄດ້ມາພົບພໍ້ກັນ ເພື່ອແລກປ່ຽນຄວາມຄິດເຫັນໃນດ້ານການອອກແບບຫຸ້ມຫໍ່, ບໍລິການ, ການໂຄສະນາ ແລະ ແນະ ນຳສິນຄ້າຕ່າງໆໃຫ້ກັນ ແລະ ກັນໄດ້ຮັບຮູ້.
ງານວາງສະແດງຜະລິດຕະພັນລາວທີ່ວ່ານີ້ ຈະໄດ້ຈັດຂຶ້ນຕັ້ງແຕ່ວັນທີ 913 ທັນວາ 2011 ນີ້ ທີ່ສູນການຄ້າລາວໄອເຕັກ ນະຄອນຫລວງວຽງຈັນ ປະກອບມີທັງຫມົດ 300 ຫ້ອງຂາຍ, ຂະຫນາດ 3mX3m, ລາຄາເຊົ່າ ຫ້ອງລະ 2 ລ້ານກີບ ໃນນີ້ ເປັນລາຄາທີ່ບໍ່ລວມການຕົກແຕ່ງ.
ສຳລັບງານສາທິດການຜະລິດ ຫລື ປະກອບສິນຄ້າແມ່ນຈະເລັງໃສ່ແຕ່ສະເພາະບາງລາຍການທີ່ນຳອຸປະກອນເຂົ້າງ່າຍ, ບໍ່ສີ້ນເປືອງຄ່າໃຊ້ຈ່າຍເທົ່ານັ້ນ ທັງນີ້ ກໍ່ເພື່ອໃຫ້ຜູ້ເຂົ້າຮ່ວມສາມາດສຳພັດໄດ້ຢ່າງໃກ້ຊິດກັບຕົວຈິງ.
ທ່ານ ນາງ ຈັນເທົາ ກ່າວວ່າ: ການເປີດໃຫ້ຂາຍສິນຄ້າຊຸດນີ້ ບໍ່ພຽງແຕ່ຈະໃຫ້ຜູ້ປະກອບການນຳມາວາງຈຳຫນ່າຍ, ແນະນຳໃຫ້ບັນດາແຂກທັງພາຍໃນ ແລະ ຕ່າງປະເທດເທົ່ານັ້ນ ແຕ່ຜູ້ປະກອບການທີ່ເຂົ້າຮ່ວມຍັງຈະໄດ້ຄວາມຮູ້, ບົດຮຽນໃຫມ່ໆທີ່ເປັນປະໂຫຍດຈາກວາລະສຳມະນາໃນຫົວຂໍ້ທີ່ກ່ຽວຂ້ອງກັບການຄ້າ, ການຜະລິດ ແລະ ສິ່ງແວດລ້ອມນຳ ເຊິ່ງຜູ້ທີ່ຈະມາເປັນວິທະຍາກອນນັ້ນ ທາງຄະນະຈັດງານຈະໄດ້ເຊື້ອເຊີນບຸກຄົນຜູ້ຊົງຄຸນວຸດທິຈາກບັນດາອົງການສາກົນ, ມະຫາວິທະຍາໄລ ແລະ ບຸກຄົນທີ່ມີຄວາມສຳເລັດໃນທຸລະກິດມາເປັນຜູ້ບັນຍາຍ.
ອີກຫນຶ່ງປະເດັນສຳຄັນຄື ຄະນະຮັບຜິດຊອບກະກຽມການຈັດງານໃຫ້ຮູ້ວ່າ: ງານສະແດງສິນຄ້າຜະລິດຕະພັນລາວຄັ້ງທຳອິດນີ້ ຈະເປັນການຕັດສິນອະນາຄົດຂອງການຈັດງານຄັ້ງຕໍ່ໄປ! ເຊິ່ງນັ້ນກໍ່ຫມາຍຄວາມວ່າ ຖ້າການວາງສະແດງຊຸດນີ້ ກາຍເປັນທີ່ສົນໃຈຂອງສັງຄົມ, ມີຜູ້ປະກອບການເຂົ້າມາຂາຍຫລາຍ, ມວນຊົນໃຫ້ຄວາມສົນໃຈບັນຍາກາດຄືກຄັກແນ່ນອນຈະມີການຈັດງານແບບນີ້ຂຶ້ນອີກເປັນຄັ້ງທີ 2,3,4 ຕໍ່ໆໄປ.
ຂໍ້ມູນຫລ້າສຸດ ຈາກຄະນະກະກຽມງານໃຫ້ຮູ້ມື້ວັນທີ 22 ກັນຍານີ້ວ່າ: ທ່ານໃດທີ່ມີຄວາມສົນໃຈຢາກເຂົ້າຮ່ວມວາງສະແດງ ແມ່ນສາມາດຕິດຕໍ່ໄດ້ກັບພະແນກວາງສະແດງຂອງສະພາ ການຄ້າ ແລະ ອຸດສາຫະກຳແຫ່ງຊາດໄດ້ຕັ້ງແຕ່ມື້ນີ້ ເພາະປະຈຸບັນຫ້ອງຂາຍ 300 ຫ້ອງຍັງເຫລືອພຽງ 150 ຫ້ອງເທົ່ານັ້ນ.

Ecom
good..because I wanna see product that we made in Laos.. Cheers....!
@Anonymousme 2
GOOD..PRODUCT OF LAOS MADE ....I wanna see those puklut consume a lot of their own product they will live longer life ...
Processed foods..( good for you puklut ) cancer..hahahhhhhh