|

U-19 ຊີງແຊັມອາຊີ ແບ່ງກຸ່ມແລ້ວ ລາວຖືກຈັດຢູ່ກຸ່ມ F !


ການ​ແຂ່ງ­ຂັນ​ບານ­ເຕະ​ຊີງ​ແຊັມ​ອາ­ຊີ ຮອບ​ຄັດ​ເລືອກ​ຮຸ່ນ​ອາ­ຍຸ​ບໍ່​ເກີນ 19 ປີ ຫຼື (U-19) ສະ­ຫະ­ພັນ​ບານ­ເຕະ​ອາ­ຊີ ໄດ້​ແບ່ງ​ກຸ່ມ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ ສະ­ເພາະ U-19 ລາວ ຖືກ​ຈັດ​ຢູ່​ໃນ​ກຸ່ມ F ຮ່ວມ​ກັບ ຫວຽດ­ນາມ ສປປ ເກົາ­ຫຼີ ມຽນ​ມາ ແລະ ມາ​ເລ​ເຊຍ ກຸ່ມ​ນີ້​ແມ່ນ​ຫວຽດ­ນາມ​ເປັນ​ເຈົ້າ­ພາບ ຈັດ​ຂຶ້ນ​ໃນ​ລະ­ຫວ່າງ​ວັນ​ທີ 31 ຕຸ­ລາ ຫາ​ທີ 8 ພະ­ຈິກ 2011.

ສ່ວນ​ກຸ່ມ A ປະ­ກອບ​ມີ ຊາ​ອຸ​ດິ​ອາ​ຣາ​ເບຍ ອີ​ຣັກ ໂອ​ມານ ບັງ​ກລາ​ເດດ ເນ​ປານ ແລະ ມານ​ດິບ (ບັງ​ກລາ​ເດດ​ເປັນ​ເຈົ້າ­ພາບ) ກຸ່ມ B ປະ­ກອບ​ມີ ບາ​ເຣນ ຈໍ​ແດນ ຕາ​ຈິ​ກິດ​ສະ­ຖານ ກາ​ຕາ ກູ​ເວດ ແລະ ບູ​ຖານ (ກາ​ຕາ​ເປັນ​ເຈົ້າ­ພາບ) ກຸ່ມ C ປະ­ກອບ​ມີ ອູ​ສະ​ເບ​ກິດ​ສະ­ຖານ ອີ​ຣານ ປາ​ກິດ​ສະ­ຖານ ອິນ​ເດຍ ອາ​ຟະ​ກາ​ນິ​ສະ­ຖານ ແລະ ເຕິກ​ເມ​ນິດ​ສະ­ຖານ (ອີ​ຣານ​ເປັນ​ເຈົ້າ­ພາບ) ກຸ່ມ D ປະ­ກອບ​ມີ UAE ຊີ​ເຣຍ ເຢ​ແມນ ປາ​ແລັດ​ສະ​ຕິນ ແລະ ລີ​ບັງ (UAE ເປັນ​ເຈົ້າ­ພາບ) ກຸ່ມ E ປະ­ກອບ​ມີ ສ.ເກົາ­ຫຼີ ຍີ່­ປຸ່ນ ໄທ ຮົງ​ກົງ ກວມ ແລະ ໄຕ້​ຫວັນ (ໄທ​ເປັນ​ເຈົ້າ­ພາບ) ກຸ່ມ F ປະ­ກອບ​ມີ ຫວຽດ­ນາມ ສປປ ເກົາ­ຫຼີ ມຽນ​ມາ ມາ​ເລ​ເຊຍ ແລະ ສປປ ລາວ (ຫວຽດ­ນາມ​ເປັນ​ເຈົ້າ­ພາບ) ກຸ່ມ G ປະ­ກອບ​ມີ ອົດ​ສະ​ຕຣາ​ລີ ສປ ຈີນ ອິນ​ໂດ​ເນ​ເຊຍ ສິງ­ກະ­ໂປ ແລະ ມາ​ເກົາ (ກຸ່ມ​ນີ້​ຍັງ​ບໍ່​ທັນ​ຮູ້​ໃຜ​ເປັນ​ເຈົ້າ­ພາບ​ເທື່ອ).

ການ​ແຂ່ງ­ຂັນ​ບານ­ເຕະ​ເຍົາ­ວະ​ຊົນ​ລຸ້ນ ອາ­ຍຸ 19 ປີ ນັ້ນ​ແມ່ນ​ໄດ້​ເລີ່ມ​ມາ​ແຕ່​ປີ 1959 ອີງ​ຕາມ​ຂໍ້​ມູນ​ຂອງ​ສະ­ຫະ­ພັນ​ບານ­ເຕະ​ອາ­ຊີ (AFC) ສ.ເກົາ­ຫຼີ ໄດ້​ຄອງ​ແຊັມ 11 ສະ­ໄໝ ມຽນ​ມາ ຄອງ​ແຊັມ 7 ສະ­ໄໝ ອິດ​ສະ​ຣາ​ແອນ ຄອງ​ແຊັມ 6 ສະ­ໄໝ ອີ​ຣັກ ຄອງ​ແຊັມ 5 ສະ­ໄໝ ອີ​ຣານ ຄອງ​ແຊັມ 4 ສະ­ໄໝ ສປປ ເກົາ­ຫຼີ ຄອງ​ແຊັມ 3 ສະ­ໄໝ ສະ­ເພາະ ສປປ ເກົາ­ຫຼີ ແມ່ນ​ລວມ​ທັງ​ຄັ້ງ​ຫຼ້າ​ສຸດ ໃນ​ປີ 2010 ນີ້ ຊາ​ອຸ​ດິ​ອາ​ຣາ​ເບຍ ແລະ ໄທ ຄອງ​ແຊັມ​ຜູ້​ລະ 2 ສະ­ໄໝ ສປ ຈີນ ອິນ​ໂດ​ເນ​ເຊຍ ຊີ​ເຣຍ ອິນ​ເດຍ ແລະ UAE ຄອງ​ແຊັມ​ຜູ້​ລະ 1 ສະ­ໄໝ

Posted by samakomlao on 7:43 AM. Filed under . You can follow any responses to this entry through the RSS 2.0. Feel free to leave a response

0 comments for "U-19 ຊີງແຊັມອາຊີ ແບ່ງກຸ່ມແລ້ວ ລາວຖືກຈັດຢູ່ກຸ່ມ F !"

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added