ສຕລ ຫ້າມ 5 ນັກເຕະຫລວງພະບາງຍາວ 5 ປີ ຖານໄລ່ຕີກໍາມະການ
ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃສ່ໂທດທາງວິໄນທີມບານເຕະຫລວງພະບາງຫມົດທັງທີມ, ຫນັກກວ່າຄົນອື່ນ ມີ 5 ນັກເຕະທີ່ຖືກຫ້າມແຂ່ງຂັນລາຍການທີ່ເປັນທາງການຍາວ 5 ປີ, ຮອງມາມີ 3 ປີຈຳນວນ 4 ຄົນ, ຄູຝຶກ 1 ປີ, ສ່ວນນັກເຕະ ຄົນສຳຮອງ ແລະ ສະຫະພັນບານເຕະຫລວງພະບາງຖືກສຳຫລວດຖານເອົານັກເຕະພາກສ່ວນອື່ນມາຮັບໃຊ້.
ຈາກເຫດການດ້ານລົບຕໍ່ວົງການບານເຕະລາວໃນນັດຊີງຊະນະເລີດຢູ່ງານມະຫະກຳກີລາແຫ່ງຊາດ ເມື່ອວັນທີ 20 ທັນວາ 2011 ຜ່ານມາທີ່ຫລວງພະບາງເປັນເຈົ້າພາບ, ລະຫວ່າງທີມ ນະຄອນຫລວງ ພົບກັບ ທີມເຈົ້າ ພາບຫລວງພະບາງ ເຊິ່ງເຄິ່ງເວລາທຳອິດຍັງສະເຫມີກັນຢູ່ 0-0 ປະຕູ ເກມດຳເນີນໄປທ້າຍໄລຍະແຂ່ງຂັນຂອງການທົດແທນເວລາສູນເສຍຈຸດເກີດເຫດ ເມື່ອນັກເຕະຂອງນະຄອນຫລວງເຂົ້າສະກັດບານຮວດເອົານັກເຕະຫລວງພະບາງໃນຫນ້າເຂດໂທດຂອງຕົນເອງບານເບິ່ງ 50% ແຕ່ກຳມະການເປົ່າຫມາກຫວີດຢ່າງກະທັນຫັນຊີ້ເປັນລູກເຕະແຈ.
ເຫດນີ້ຈິ່ງສ້າງຄວາມບໍ່ພໍໃຈ ແກ່ກອງເຊຍ ແລະ ນັກເຕະຂອງ ເຈົ້າພາບເຮັດໃຫ້ນັກເຕະເຈົ້າພາບຫລວງພະບາງເບື້ອງຕົ້ນປະມານ 34 ຄົນເຂົ້າມາປະທ້ວງກ່ອນຈະໃຊ້ອາລົມໃສ່ກຳ ມະການຈົນກຳມະການເຫັນທ່າ ບໍ່ດີຕ້ອງແລ່ນອອກຮອດຂອບ ຂອງສະຫນາມ. ກ່ອນຈະມີທັງ ນັກເຕະຕົວຈິງ ແລະ ສຳຮອງອີກ ຫລາຍຄົນຂອງເຈົ້າພາບແລ່ນ ເຂົ້າໃສ່ກຳມະການຈົນສ້າງຄວາມເສື່ອມເສຍບານປາຍແກ່ວົງການກີລາລາວ.
ທ່ານ ດຣ. ໄຊບັນດິດ ຣາຊະພົນ ເລຂາທິການສະຫະພັນບານເຕະແຫ່ງຊາດອອກມາຖະແຫລງ ເມື່ອວັນທີ 6 ມັງກອນຜ່ານມາວ່າ: ເຫດການນັກເຕະຫລວງພະບາງໄລ່ຕີກຳມະການໃນນັດຊີງຊະນະເລີດຂອງການແຂ່ງຂັນບານເຕະ ໂດຍຜູ້ທີ່ໄດ້ຮັບໂທດຫນັກບໍ່ໃຫ້ແຂ່ງຂັນລາຍການສຳຄັນຂອງທາງການຈັດລວມທັງຕັດສິດອອກຈາກການຫລິ້ນໃຫ້ທີມຊາດມີທັງຫມົດ 9 ຄົນເປັນນັກເຕະ 8 ແລະ ຜູ້ຊ່ວຍຄູຝຶກ 1 ຄົນ.
ໂທດຫ້າມແຂ່ງຂັນ 5 ປີມີ: ທ້າວ ມຸກດາ ສຸກສະຫວັນ ເບີ (15), ສູນທະໄລ ໄຊສົງຄາມ (7), ສິດມັງກອນ ອານຸພົງສາລີ ເບີ(18), ວັນນະສິດ ທິລາດວົງສາ ເບີ (1) ແລະ ທ້າວ ສຸບັນດິດ ຜູ້ຊ່ວຍຄູຝຶກ.
ຫ້າມແຂ່ງຂັນ 3 ປີ ມີທ້າວ ໄຊຍະເວດ ພູມສະຫວັນ (5), ຄຳປະສົງ ຊາພັກດີ (19), ໄກສອນ ສຸຂະວົງ (13) ແລະ ເພັດຕິກອນ ປັນຍາສິດ. ນອກນີ້ ຍັງບໍ່ພໍທ່ານ ເວີນສະຫວັນ ສີວິໄຊຖືກຫ້າມເຄື່ອນໄຫວເປັນເວລາ 1 ປີ ຖານຄວບຄຸມລູກທີມບໍ່ໄດ້. ສ່ວນນັກເຕະຄົນສຳຮອງຈະໄດ້ຮັບການສືກສາອົບຮົມ.
ທັງນີ້ ສະຫະພັນບານເຕະຫລວງພະບາງຍັງຖືກສຳຫລວດ ຖານເອົານັກເຕະຈາກພາກສ່ວນອື່ນມາຮັບໃຊ້ໃນທີມ ແຕ່ໂຊກດີທີມຫລວງພະບາງຍັງມີສິດແຂ່ງຂັນກີລາແຫ່ງຊາດໃນຄັ້ງຕໍ່ໄປ.
ຕໍ່ຄຳຕັດສິນດັ່ງກ່າວທາງສະ ຫະພັນໄດ້ໃຊ້ກົດຂອງສະຫະພັນ ບານເຕະສາກົນ ຫລື FIFA ໂດຍມີທັງສະຫະພັນບານເຕະແຫ່ງ ຊາດຮ່ວມກັບກະຊວງສືກສາທິການ ແລະ ກີລາຈະບໍ່ໃຫ້ມີການຍື່ນອຸທອນຢ່າງເດັດຂາດ ທ່ານ ດຣ. ໄຊບັນດິດກ່າວ.
ຢ່າງໃດກໍ່ຕາມ ທ່ານເລຂາ ສຕລ ກ່າວວ່າ: ການຕັດສິນເທື່ອນີ້ ເປັນຄັ້ງທຳອິດຂອງສະຫະພັນໃນລະດັບກີລາແຫ່ງຊາດນັບວ່າຍັງຢູ່ໃນລະດັບທີ່ເບົາ. ເນື່ອງຈາກວົງການບານເຕະບ້ານເຮົາຍັງບໍ່ທັນເປັນອາຊີບ, ຖ້າກົດ ຂອງສາກົນແທ້ອາດຈະເຖິງຫ້າມແຂ່ງຂັນຕະຫລອດຊີວິດ ຫລື ປັບໃຫມນຳອີກ.

ທາງທີ່ດີ ຄວນສົ່ງພວກນີ້ໄປຕ້ານແຮງງານແກວຢູ່ຕາມຊາຍແດນພຸ້ນຕລອດຊີວດ!
ຊ້າງຕາຍເປັນໂຕເອົາໃບບົວມາປິດບໍ່ຢູ່ດອກ!
ຄົນໃນວົງການ ກໍ່ອາດຈະຮູ້ດີ ວ່າ ມີຫຍັງເກີດຂຶ້ນໃນວົງການ ກິລາລາວ ມີເຫດມັນກໍ່ຕ້ອງມີຜົນ
ຊ້າງຕາຍເປັນໂຕເອົາໃບບົວມາປິດບໍ່ຢູ່ດອກ!
ແບບນີ້ບໍ່ດີເລີຍເນາະ ບໍ່ອາຍຕົວເອງກໍ່ອາຍຊາວຕ່າງຊາດແດ່ ທີ່ມາທ່ຽວຫລວງພະບາງນະເນາະ
som kuan sai thod puak mun lai kua nee, nuk kee lar tai tai
ຄົນບໍ່ມີລະດັບ ບໍ່ສົມຄວນຈະ......
ຄົນຊົ່ວມັກເຮັດສີ່ງທີບໍ່ດີເນາະ
ລົງໂທດໄດ້ຊຳນີ້ ກໍ່ຖືວ່າດີແລ້ວ, ສົງສານແຕ່ກຳມະການຜູ້ແລ່ນໜີຕາຍ, ຖ້າເປັນໄປໄດ້ໃຫ້ພວກກ່ຽວນີ້ ແຕ່ງຂັນຫ້າ ໄປຂໍໂທດຂໍຂະມາ...
kon lao bor nar ja mee nit sai beeb ni lery ....pen nuk kila tong me num jai nuk kila hu phae hu sa na....tong fung khum kum ma kan tud sin........nuk kila laos tong bg num kan eek mai ....
Dear Friends,
I cheer your decision with this case because a thousand of people see what happend on TV and this is not a good action for the referee, becasue the referee is the people who will give a good decision for all player ok
good luck!
ສົມຄວນຖືລົງໂທດແລ້ວ ໜ້າຈະບໍ່ໃຫ້ຫລີ້ນກິລາເຕາະບານອີກ ແຕ່ກໍາມະການເອງກໍ່ຕ້ອງ ພັດທະນາຕົນເອງແນ່ ໃນການຕັດສີນໃນສະໜາມ ເປັນຕົວຢ່າງໃຫ້ທັງສອງຝ່າຍ
ກໍ່ຍ້ອນກໍາມະການຕໍແຫຼໂພດ ລໍາອຽງຕື່ມ
ສົມນຳໜ້າເຈົ້າແຂວງຫລວງພະບາງ ຢາກໄດ້ຫລຽນຄຳແຮງ ເລີຍໄປຈ້າງນັກເຕະແລະຄູຝຶກນັກເລງຈາກທະນາຄານມາເຮັດຂາຍໜ້າຄົນແຂວງຫລວງພະບາງໝົດເລີຍ ! ອາຍເດ່ !
ຊິຕໍແຫລແນວໃດກໍ່ຢ່າ ! ເຈົ້າເປັນນັກກິລາ ມີສິດປະທ້ວງ ແຕ່ບໍ່ມີສິດໄປໄລ່ເຕະໄລ່ຕີກຳມະການອ້ອມເດີ່ນແນວນີ້ ! ຍັງບໍ່ຮູ້ສຳນຶກຜິດວ່າໂຕເອງເປັນຄົນຊົ່ວຫວະນິ ! ພວກຄວາຍ 3-4 ໂຕເອີຍ !
ບໍ່ສົມຄວນເປັນນັກກິລາແລ້ວເປັນແນວນິນະ ໃຫ້ມັນເຊົາໃປຕີມວຍຊິບໍ່ດີກ່ອນບໍ່, ນັກເຕະບານເກັ່ງໆດີໆກ່ອນນີ້ຍັງມີຫລາຍ
ກຳມະການບໍ່ເປັນມືອາຊີບ, ນັກເຕະກະຄືກັນ ຄວນໂທດຝ່າຍຈັດການແຂ່ງຂັນຄວນປັບປຸງ
ຍົກລະດັບມາດຕະຖານກຳມະການໃໝ່ ໄປເບິ່ງບານຕ່າງປະເທດແດ່ເຂົາໃຫ້ເປົ່າໃຫ້ຈຸດໂທດກັນແນດໃດ