Vientiane has now a new radio station FM 98.8 MHz

(KPL) The Nice Jump Company invested over US$500,000 in the construction of a new radio station (FM 98.8 MHz) for Vientiane Capital.
This will be the second Vientiane radio station, located at Phontong Chommany village, Chanthabouly district, Vientiane Capital.
The construction of new Vientiane radio station project is nearly complete.This station will then transfer to Vientiane Capital after ending 25 years of concession.
The agreement was signed by Head of Information and Culture Division of the Ministry of Information and Culture, Ms. Vanpheng Keonakhone and the on behalf of Nice Jump Company, Mr. Santi Sengdala.
ຫລາຍຄົນຄົງຈະສົງໄສກັນແລ້ວແມ່ນບໍ່? ວ່າຕົວເລກ 98,8 ນີ້ມີຄວາມກ່ຽວຂ້ອງກັບ ຫນຸ່ມ ສັກ ຄືແນວໃດ? ດັ່ງນັ້ນ ມາຮູ້ຈັກກັບ ຕົວເລກນີ້ກັນດີກວ່າ ນັ້ນແມ່ນຄື້ນວິທະຍຸນ້ອງໃຫມ່ຄືຄື້ນ FM 98,8 MHz ທີ່ຈະມາພ້ອມກັບນາໆສາລະ ແລະຄວາມບັນເທີງທີ່ຫລາກ ຫລາຍຢ່າງມາບອກເປັນປະຈຳທຸກໆວັນ ເຊິ່ງນຳທີມໂດຍຫນຸ່ມ "ສັກ" ວົງ "ເຊລ" ສາວງາມ "ນຸຖາ" ແລະ ໂຄສົກສຽງໃສອີກຫລາຍ ຄົນ.
ເປັນອີກຫນຶ່ງຄົນຄຸນນະພາບແທ້ໆ ສຳລັບ ນັກຮ້ອງນຳວົງ "ເຊລ" ນັ້ນກໍ່ຄືຫນຸ່ມ "ສັກ" ນັ້ນເອງ ເພາະນອກຈາກຈະເປັນນັກຮ້ອງ ທີ່ມີແຟນເພງທຸກເພດທຸກໄວ ທີ່ຄອຍຕິດຕາມຜົນງານຢ່າງຫນຽວແຫນ້ນແລ້ວ ສັກ ຍັງເປັນນັກປະພັນສີມືດີຂອງຄ້າຍອິນດີເຣັກຂອດສ໌ ນຳນອກຈາກຈະແຕ່ງເພງໃຫ້ຕົນເອງແລ້ວ ສັກ ຍັງເປັນຜູ້ທີ່ຢູ່ເບື້ອງຫລັງຄວາມສຳເລັດ ແຕ່ງເພງໃຫ້ເຫລົ່ານັກຮ້ອງນ້ອງໃຫມ່ຫລາຍໆ ວົງໃນຄ້າຍນຳອີກເຊັ່ນ ວົງ "ໄອດໍ", ສາວ "ຫມອນ", ສາວ "ຕິກ" ແລະ ອື່ນໆ ສາມາດເວົ້າໄດ້ວ່າ ຫນຸ່ມຄົນນີ້ເປັນຜູ້ຄວບຄຸມ ແລະ ດູແລທຸກໆເລື່ອງຂອງສິລະປິນຫລາຍໆຄົນວ່າໄດ້.
ຫລ້າສຸດ ສັກ ກໍ່ໄດ້ເປີດບໍລິສັດສັກໄອເລດີໂອ ເຊິ່ງເປັນບໍລິສັດທີ່ກ່ຽວກັບວິທະຍຸກະຈາຍສຽງທີ່ຈະອອກອາກາດໃນຄື້ນ FM 98,8 MHz ເຊິ່ງເປັນວິທະຍຸນະຄອນຫລວງແຫ່ງທີ2 ທີ່ຈະເປີດຕົວຢ່າງເປັນທາງການໃນໄວໆນີ້. ນອກຈາກສັກຈະເປັນເຈົ້າຂອງບໍລິສັດເອງ ແລ້ວ ແຕ່ລາວຍັງຮັບຫນ້າທີ່ເປັນໂຄສົກເອງນຳອີກ ແຕ່ງານນີ້ບໍ່ໄດ້ມີພຽງ ສັກ ຄົນດຽວແຕ່ຍັງມີໂຄສົກອີກຫລາຍຄົນທີ່ຈະມາຫມູນວຽນ ມາມອບຄວາມສຸກໃຫ້ກັບມິດລາຍການ ຖ້າບອກຊື່ໄປຮັບຮອງວ່າ ທຸກຄົນຕ້ອງຮູ້ຈັກແນ່ນອນ ເລີ່ມກັນທີ່ ສາວເກ່ງຄົນນີ້ "ນຸຖາ" ພິທີ ກອນລາຍການ "ມິວສິກບູມ" ທາງຊ່ອງລາວສຕາຣ໌ແຊນແນວ, ຫນຸ່ມ"ອ້າຍ"ຫນຶ່ງໃນສະມາຊິກເກົ່າວົງ "ໄອດໍ", ໂຄສົກຫນ້າຕາດີຫນຸ່ມ "ຕີເລັກ", ຫນຸ່ມອາລົມດີຫນຸ່ມ "ແກ້ວ" ແລະ ອີກຫລາຍໆຄົນ.
ໃຜທີ່ມັກຟັງວິທະຍຸເປັນປະຈຳຢູ່ແລ້ວສາມາດຫມູນຄື້ນມາຟັງໄດ້ທີ່ 98,8 ເພາະວ່າຄື້ນນີ້ອັດແຫນ້ນໄປດ້ວຍຄວາມບັນເທີງແບບຄົບ ລົດຊາດຮັບຮອງວ່າທ່ານຈະບໍ່ຮູ້ສຶກເບື່ອ.
ecom
Is Cells' ex-member's back with the band?
I certainly hope so cuz that's gonna be some hardcore music again, Yeah!!
ໂອ້ ຍິນດີນຳ :D
ຖ້າຟັງຢູ່
Is Cell's ex-member from Savanaket?
What is his last name or who are his parents?
Thank you!:)