ເປີດຫ້ອງໃຫ້ບໍລິການຄໍາປຶກສາວິຊາຊີບ
ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ຫລື ຄສບ ໄດ້ເປີດຫ້ອງການບໍລິການໃຫ້ຄຳ ປຶກສາວິຊາຊີບ ເພື່ອຊ່ອງທາງໃນການຊອກວຽກຂອງນັກສຶກສາທີ່ຈົບໃຫມ່. ພິທີເປີດດັ່ງກ່າວຈັດຂຶ້ນວານ ນີ້ທີ່ ຄສບ ມະຫາວິທະຍາໄລ ແຫ່ງຊາດ (ມຊ) ນະຄອນຫລວງວຽງຈັນ ເຂົ້າຮ່ວມຕັດແຖບຜ້າເປີດງານມີ ທ່ານ ສຈ.ດຣ ສົມສີ ຍໍພັນໄຊ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ມີຜູ້ຕາງຫນ້າຈາກທະນາຄານໂລກ, ຮອງຄະນະບໍດີ ຄສບ ພ້ອມດ້ວຍຄູ-ອາຈານ ແລະ ນັກສຶກສາຈຳນວນຫນຶ່ງເຂົ້າຮ່ວມ. ທ່ານ ຮ.ສ ສົມຈິດ ສຸກສະຫວັດ ຮອງອະທິການບໍດີ ຄສບ ກ່າວວ່າ: ຄສບ ແມ່ນຄະນະທຳ ອິດຂອງ ມຊ ທີ່ມີຫ້ອງການບໍລິການໃຫ້ຄຳປຶກສາວິຊາຊີບ ຫລື CCS ມີຄະນະຊີ້ນຳ 3 ທ່ານ, ອາຈານປະຈຳເພື່ອໃຫ້ການບໍລິການດ້ານຄຳແນະນຳ 5 ທ່ານ ແລະ ອາຈານຜູ້ຮ່ວມງານມີ 18 ທ່ານ. ເບື້ອງຕົ້ນຫ້ອງການນີ້ ຍັງບໍ່ທັນມີສິ່ງທີ່ອຳນວຍຄວາມສະດວກໃດໆມີແຕ່ໂຕະຕັ່ງຈຳນວນຫນຶ່ງ ພາຍຫລັງໄດ້ຮັບການອຸປະຖຳຈາກທະນາຄານໂລກ ຈິ່ງມີອຸປະກອນຮັບໃຊ້ຢ່າງຄົບຖ້ວນເຊັ່ນ: ຄອມພິວເຕີ, ເຄື່ອງອັດສຳເນົາ ແລະ ເຄື່ອງໃຊ້ອື່ນໆ. ນອກຈາກນັ້ນ ທະນາຄານໂລກຍັງໄດ້ໃຫ້ການອຸປະຖຳເງິນຈຳນວນຫນຶ່ງ ເພື່ອນຳໃຊ້ເຂົ້າໃນການບໍລິຫານປະຈຳເດືອນຕື່ມອີກ. ທ່ານ ຮສ. ສົມຈິດ ສຸກສະ ຫວັດ ໃຫ້ຮູ້ອີກວ່າ: ມາຮອດປະຈຸບັນ ມີນັກສຶກສາທີ່ສົນໃຈເຂົ້າມາຮັບຄຳແນະນຳເປັນຈຳນວນຫລາຍ ແຕ່ມີຄວາມອາດສາມາດໃຫ້ຄຳແນະນຳໄດ້ພຽງ 73 ຄົນ. ນອກນັ້ນ ຍັງມີນັກສຶກສາທີ່ຂໍເຂົ້າມາສັງເກດການ 60 ຄົນ ແລະ ໃນອະນາຄົດອັນໃກ້ກໍ່ຈະໄດ້ຮັບຈັດຝຶກອົບຮົມໃຫ້ແກ່ນັກສຶກສາ.