|

ນັກທຸລະກິດເຊື້ອສາຍຈີນສົນໃຈຈະລົງທຶນໃນລາວ


(ຂປລ) ນັກທຸລະກິດ​​ເຊື້ອສາຍ​ຈີນ​ຈາກ ​ລາວ-ຫວຽດນາມ ​ແລະ ກຳປູ​​ເຈຍ ທີ່​ດຳລົງ​ຊີວິດ​ໃນ​ຕ່າງປະ​ເທດ ສະ​ແດງ​ຄວາມ​ສົນ​ໃຈ​ຢາກ​ມາ​ລົງທຶນ​ໃນ​ຂະ​ແໜງ​ ການ​ຕ່າງໆ​ ໃນ ສປປລາວ​ ໂດຍ​ສະ​ເພາະ​ ຂະແຫນງການ ທ່ອງ​ທ່ຽວ, ການ​ຄ້າ, ກະສິກຳ, ອຸດສາຫະກຳ​ເບົາ ​ແລະ ພະລັງງານ ພາຍ​ຫລັງ​ໄດ້ມີ​ການ​ພົບປະຫາລື ​ແລະ ​ແລກປ່ຽນ​ຄວາມ​ຄິດ​ເຫັນ​ ໂດຍ​ຜ່ານ​ເວທີ​ກອງ​ປະຊຸມ​ພົບ​ປະ​ສັງ​ສັນ​ສຳພັນ​ຄົນ​ເຊື້ອສາຍ​ຈີນ​ ຈາກ ລາວ-ຫວຽດນາມ-ກຳປູ​ເຈຍ​ ຄັ້ງ​ທີ V ທີ່​ໄດ້​ໄຂ​ຂຶ້ນ​ຢ່າງ​ ເປັນ​ທາງ​ການ​ໃນ​ວັນ​ທີ 9 ພະຈິກ 2011 ນະຄອນຫລວງ​ວຽງ​ຈັນ.

​ກອງ​ປະຊຸມ​ພົບ​ປະ​ສັງ​ສັນ​ຄັ້ງນີ້, ໂດຍການເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ດຣ ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ ​ແລະ ລັດຖະມົນ​ຕີວ່າການ​ກະຊວງ​ ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ, ທ່ານ ນາງ ປູ ຈຽນ ກົວ, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປ ຈີນ ປະ​ຈຳ​ລາວ ພ້ອມ​ດ້ວຍ​ຊາວ​ເຊື້ອ ສາຍ​ຈີນ​ທີ່​ດຳລົງ​ຊີວິດ​ຢູ່​ພາຍ​ໃນ​ ​ແລະ ຕ່າງປະ​ເທດ​ປະມານ 2.000 ຄົນຈາກ 17 ປະ​ເທ​ດທົ່ວ​ໂລກ​ເຂົ້າຮ່ວມ​ງານ​ດັ່ງກ່າວ.

ກອງ​ປະຊຸມ​ຄັ້ງນີ້, ທ່ານ ດຣ ທອງ​ລຸນ ສີ​ສຸ​ລິດ, ​ໄດ້​ກ່າວ​ສະ​ແດງຄວາມ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ຕໍ່​ບັນດາ​ທ່ານ​ຕາງໜ້າ​​ໃຫ້​ແກ່​ ຊາວ​ເຊື້ອສາຍ​ຈີນ​ ທັງ​ພາຍ​ໃນ ​ແລະ ດຳລົງ​ຊີວິດ​ໃນຕ່າງປະ​ເທດ ທີ່​ໄດ້​ເດີນທາງ​ມາ​ຮ່ວມ​ກອງ​ປະຊຸມ​ພົບ​ປະ​ສັງ​ສັນ​ໃນຄັ້ງນີ້,

ເຊິ່ງເປັນກອງປະຊຸມແຫ່ງຄວາມສາມັກຄີຂອງວົງຄະນາຍາດຊາວຈີນທີ່ເຄີຍດຳລົງຊີວິດໃນລາວ, ຫວຽດນາມ ແລະ ກຳປູເຈຍ, ທັງເປັນໂອກາດອັນດີໃຫ້ແກ່ ຊາວ ຈີນທີ່ມາຈາກທົ່ວໂລກ ແລະ ເຄີຍດຳລົງຊີວິດ ແລະ ເຮັດວຽກຢູ່ບັນດາປະເທດຕ່າງໆນັ້ນ ໄດ້ກັບຄືນມາຢ້ຽມຢາມບ້ານເກີດເມືອງນອນຂອງຕົນ ແລະ ຈະສາ ມາດໄດ້ເຫັນປະເທດຊາດຂອງຕົນ ທີ່ໄດ້ຮັບການພັດທະນາ ແລະ ເປັນການເປີດໂອກາດໃຫ້ບັນດາທ່ານໄດ້ປຶກສາຫາລືຊອກວິທີຮ່ວມກັນປະກອບສ່ວນ ເຂົ້າໃນການສ້າງສາພັດທະນາ ຊຶ່ງເປັນບ້ານເກີດເມືອງນອນ ຫລື ບ່ອນທີ່ເຄີຍລຳລົງຊີວິດຂອງບັນພະບູລຸດ ຂອງບັນດາທ່ານໃຫ້ນັບມື້ນັບຈະເລີນ ວັດທະນາ.

ທ່ານ ຮອງນາຍົກ ຍັງກ່າວສະແດງຄວາມຊົມເຊີຍມາຍັງພີ່ນ້ອງຊາວຈີນ ທັງຫລາຍທີ່ພ້ອມພຽງກັນຈັດກອງປະຊຸມ ຄັ້ງນີ້ດ້ວຍຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ກັນ ຊຶ່ງສາມາດເຕົ້າໂຮມເອົາຊາວເຊື້ອສາຍຈີນທີ່ເຄີຍດຳລົງຊີວິດຢູ່ ລາວ, ຫວຽດນາມ ແລະ ກຳປູເຈຍໃນທົ່ວໂລກມາພົບປະສັງສັນ ແລະ ປຶກສາຫາລືເພື່ອຫາ ວິທີ ແລະ ເງື່ອນໄຂໃນການປະກອບ ສ່ວນສ້າງສາພັດທະນາເສດຖະກິດ-ສັງຄົມໃນ 3 ປະເທດດັ່ງກ່າວໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ. ໄລຍະຜ່ານມາ, ໃນ ສປປ ລາວມີພີ່ນ້ອງຊາວຈີນຕ່າງດ້າວ ໄດ້ມີການປະກອບສ່ວນອັນສຳຄັນ ເຂົ້າໃນການປົກປັກຮັກສາ ປະເທດລາວເຮົາຄືກັນກັບບ້ານເກີດເມືອງນອນຂອງຕົນ ແລະ ທັງໃຫ້ການສະໜັບສະໜູນລັດຖະບານລາວໃນການພັດທະນາເສດຖະກິດ, ການສຶກສາ, ການລົງທຶນ, ສ້າງໂຮງຈັກ-ໂຮງງານ, ຮ້ານຄ້າ-ຂາຍ ແລະ ອື່ນໆ ທົ່ວປະເທດ.

ທ່ານ ທອມ ກີມຊັນ, ນັກທຸລະກິດເຊື້ອສາຍ​ຈີນ​ທີ່ດຳລົງຊີວິດໃນລາວໄດ້ເປີດເຜີຍວ່າ: ພວກເຮົາມາພົບສັງສັນ ແລະ ປຶກສາຫາລືກັນໃນຄັ້ງນີ້ ໄດ້ມີຫລາຍບັນ ຫາທີ່ສ້າງຄວາມສົນໃຈໃຫ້ພວກເຮົາ ໄດ້ຮຽນຮູ້ ແລະ ທັງເປັນການສ້າງໂອກາດໃຫ້ການລົງທຶນໃນລາວໂດຍສະເພາະການຄ້າ, ອຸດສາຫະກຳເບົາ, ທ່ອງທ່ຽວ, ກະສິກຳ ແລະ ອື່ນໆ. ສະເພາະຄວາມສົນໃຈຂອງ ທ່ານ ທອມນັ້ນແມ່ນຢາກລົງທຶນ ສະໜອງອຸປະກອນທີ່ຈຳເປັນ ສຳລັບຜະລິດພືດກະສິກຳໃນລາວ.

Posted by samakomlao on 8:41 AM. Filed under . You can follow any responses to this entry through the RSS 2.0. Feel free to leave a response

0 comments for "ນັກທຸລະກິດເຊື້ອສາຍຈີນສົນໃຈຈະລົງທຶນໃນລາວ"

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added