Another beautiful day of Miss Foremost Lao 2006
It is a great honor for Samakomlao website to have Miss Malisa Saysavath, 18, Miss Foremost Lao 2006, as our special guest of the month. Follows are her interview with samakomlao website ນາງສາວ ມາລິສາ ໄຊສະຫວັດ ຫລື ຫລ້ານ້ອຍ ໄວ 18 ປີ ນາງສາວ ໂຟຣໂມດ 2006.
ໄດ້ໃຫ້ສຳພາດກັບເວບ samakomlao ວ່າ:
ດຽວນີ້ຫລ້ານ້ອຍ ເຮັດຫຍັງຢູ່ ?ດຽວນີ້ຫລ້ານ້ອຍກຳລັງສຶກສາກ່ຽວກັບການບໍລິຫານທຸລະກິດແລະພາສາອັງກິດ.
ຫລັງຈາກຫລ້ານ້ອຍໄດ້ຮັບຕຳແໜ່ງມານີ້ຊີວິດມີການປ່ຽນແປງແນວໃດແດ່ ?ອືມ !!ກະບໍມີຫຍັງ ທຸກຢ່າງຍັງເໝືອນເດີມ ພຽງແຕ່ມີຄົນຮູ້ຈັກຫລ້ານ້ອຍຫລາຍຂື້ນ.... read more
ໄດ້ຮຽນຮູ້ຫຍັງແດ່ຈາກການປະກວດຄັ້ງນັ້ນ ?ຫລ້ານ້ອຍໄດ້ຮູ້ຈັກຄຳວ່າມິດຕະພາບຢ່າງແທ້ຈິງເພາະໄດ້ໃຊ້ຊີວິດຢູ່ຮ່ວມກັບໝູ່ເພື່ອນຫລາຍຄົນ
ເຊີ່ງທຸກຄົນກໍ່ເຫມືອນກັບເປັນຄອບຄົວດຽວກັນ.
ເວລາຫວ່າງຫລ້ານ້ອຍມັກເຮັດຫຍັງ ?ເວລາຫວ່າງ ຫລ້ານ້ອຍມັກ ອ່ານໜັງສື, ຟັງເພງ, ຫລີ້ນກິລາ ແລະ ຮ້ອງເພງ.
ຫລ້ານ້ອຍໜ້າຮັກແນວນີ້ມີວິທີຮັກສາຜິວພັນແນວໃດ ?ກະບໍມີຫຍັງຫລາຍ,ພຽງແຕ່ຕ້ອງໝັ່ນດື່ມນ້ຳຫລາຍຯ, ກິນອາຫານໃຫ້ຄົບຫ້າໝູ່ ພັກຜ່ອນໃຫ້ພຽງພໍ ແລະ ເຮັດຈິດໃຈໃຫ້ເບີກບານຢູ່ສະເໝີ
ອະນາຄົດຢາກຈະເຮັດອາຊີບໃດ ?ແຕ່ກ່ອນເຄີຍຄິດວ່າຢາກຈະເປັນ ແອໂຮດສເຕດ ແຕ່ດຽວນີ້ປ່ຽນໃຈແລ້ວຢາກຈະເຮັດທຸລະກິດສ່ວນຕົວຫລາຍກ່ວາ
ຫລ້ານ້ອຍມີຄົນຮູ້ໃຈແລ້ວບໍ້ ?ອຸ້ຍ! ຍັງບໍ່ມີເດີ ແຕ່ກະມີຄົນມາຈີບຢູ່ .
ຊັ້ນຊາຍໃນຝັນຂອງຫລ້ານ້ອຍເປັນຄົນແບບໃດ ?ບໍຈຳເປັນຕ້ອງມີຫຍັງຫລາຍ, ສຳຄັນແມ່ນຄວາມເຂົ້າໃຈກັນ,ສາມາດເຂົ້າກັບຄອບຄົວແລະໝູ່ເພື່ອນຂອງຫລ້ານ້ອຍ
ບັນດາທ່ານສາມາຮັບຊົມຮູບພາບຂອງນ້ອງຫຼ້ານ້ອຍໄດ້ທີ່
http://picasaweb.google.com/samakomlao/MissForemostLao2006
ທີມງານ Samakomlao ຂໍອວຍພອນໃຫ້ຫຼ້ານ້ອຍຈົ່ງປະສົບຜົນສໍາເລັດໃນຫນ້າທີ່ການງານທຸກດ້ານ ແລະຂໍຂອບໃຈທີ່ສະຫຼະເວລາອັນມີຄ່າມາ ເປັນແຂກໃຫ້ ເວັບໄຊທ໌ຂອງພວກເຮົາ
http://samakomlao.blogspot.com