ລັດຈະເປີດກວ້າງໃຫ້ສັງຄົມ ແລະ ສື່ມວນຊົນຮ່ວມຕ້ານການສໍ້ໂກງ !



ລັດ­ຖະ­ບານ​ເຊື່ອ​ສັງ­ຄົມ ແລະ ສື່ມວນ​ຊົນ​ຈະ​ເປັນ​ກະ­ບອກ​ສຽງ​ສຳ­ຄັນ​ທີ່​ຊ່ວຍ​ເປັນ​ຫູ​ເປັນ­ຕາ​ແກ່​ອົງ​ການ­ຈັດ­ຕັ້ງລັດ​ເກັບ​ລາຍ​ຮັບ​ໃຫ້​ບັນ­ລຸ​ແຜນ, ຫລີກເວັ້ນ​ການ​ຕົກ­ເຮ່ຍ​ເສຍ​ຫາຍ ໂດຍ​ລັດ​ຈະປົກ​ປ້ອງ​ຜູ້​ໃຫ້​ເບາະ​ແສ​ຢ່າງ​ເປັນ​ທຳ.
   ທ່ານ ທອງ​ສິງ ທໍາ​ມະ​ວົງ ນາ­ຍົກ​ລັດຖະ​ມົນ­ຕີ ກ່າວ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ການແກ້​ໄຂ​ບັນ­ຫາ​ການ​ຂາດ​ດຸນ​ງົບ­ປະ­ມານ ແລະ ຫນີ້​ສິນ​ພາຍ​ໃນ​ທາງ​ອອກ​ທີ່​ສໍາຄັນ​ແມ່ນ​ລວມ​ສູນ​ຢູ່​ໃນ​ການ​ຂຸດ​ຄົ້ນລາຍ​ຮັບ​ເຂົ້າ​ງົບ­ປະ­ມານ​ໃຫ້​ໄດ້​ຕາມແຜນ ແລະ ລື່ນ​ແຜນ­ທີ່​ກໍານົດ​ໄວ້ ເຊິ່ງທັງ​ຫມົດ​ນີ້​ຜູ້​ທີ່​ເປັນ​ຫົວ​ຈັກ​ຫລັກ​ແຫລ່ງແນ່­ນອນ​ຕ້ອງ​ແມ່ນ​ຂະ­ແຫນງ­ການກ່ຽວ­ຂ້ອງ​ຂອງ​ລັດ ແລະ ບັນ­ດາ​ຫົວຫນ່ວຍ​ທຸ­ລະ​ກິດ​ໃນ​ທົ່ວ​ສັງ­ຄົມ​ພ້ອມ​ໃຈກັນ​ຈັດ​ຕັ້ງ​ປະ­ຕິ­ບັດ.
   ເພື່ອ​ເພີ່ມ​ທະ­ວີ​ຄວາມ​ຮັບ­ຜິດ­ຊອບໃນ​ການ​ເກັບ​ລາຍ​ຮັບ​ພາຍ​ໃນ​ໃຫ້​ໄດ້ຕາມ​ແຜນ​ໃນ​ສົກ​ນີ້​ທົ່ວ​ປະ­ເທດ​ເຮົາຕ້ອງ​ໃຫ້​ບັນ­ລຸ​ໃນ​ມູນ​ຄ່າ 25.213 ຕື້​ກີບ ເປັນ​ຢ່າງ​ຫນ້ອຍ, ຈັດ​ຫາ​ແຫລ່ງ​ດຸນດ່ຽງ​ໃຫ້​ໄດ້ 4.500 ຕື້​ກີບ ແລະ ເຄັ່ງ​ຄັດການ​ປະ­ຕິ­ບັດ​ລາຍ​ຈ່າຍ​ໃຫ້​ຢູ່ 29.700 ກວ່າ​ຕື້​ກີບ ພ້ອມ​ດຽວ​ກັນ​ນີ້ຕ້ອງ​ຕັ້ງຫນ້າ​ສ້າງ​ຄັງ​ສະ​ສົມ​ແຫ່ງ​ລັດ​ໃຫ້​ໄດ້ຕາມ​ຂອບ​ຂອງ​ແຜນ­ການ 5 ປີ​ທີ່​ກໍາ­ນົດໄວ້ 2-5% ຕໍ່​ສົກ​ງົບ­ປະ­ມານ, ປະ­ຕິ­ບັດວິ­ໄນ​ການ​ເງິນ, ກົດ­ຫມາຍ​ງົບ­ປະ­ມານ, ກົດ­ຫມາຍ​ພາ­ສີ, ອາ­ກອນ, ກົດ­ຫມາຍ ທີ່​ດິນ​ໃຫ້​ເຂັ້ມ​ງວດ ແລະ ໃຫ້​ເອົາ­ໃຈໃສ່​ພິ­ເສດ​ຕໍ່​ການ​ປະ­ຕິ­ບັດ​ກົດ­ຫມາຍ​ວ່າດ້ວຍ​ການ​ຕ້ານ​ສໍ້​ຫລາດ​ບັງ​ຫລວງຢ່າງ​ແຂງ­ແຮງ​ສະ­ກັດ​ກັ້ນ​ໃຫ້​ໄດ້​ການ ຮົ່ວ​ໄຫລ​ຂອງ​ງົບ­ປະ­ມານ​ເປັນ­ຕົ້ນ​ການຍົກ­ເວັ້ນ​ພາ­ສີ-ອາ­ກອນ​ນໍາ​ເຂົ້າ-ສົ່ງອອກ​ສິນ­ຄ້າ, ການ​ເກັບ​ພາ­ສີ​ທີ່​ດິນ ແລະ ການ​ຂາຍ​ໄມ້​ອອກ​ໄປ​ຕ່າງ­ປະ­ເທດ, ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ກ່າວ​ແນະ­ນຳ.
   ພິ­ເສດ​ປະ­ຈຸ​ບັນ​ລັດ​ຈະ​ມອບ​ໃຫ້​ສັງຄົມ ແລະ ສື່​ມວນ​ຊົນເຂົ້າ​ຮ່ວມ​ສ່ອງ​ແສງ​ຂໍ້​ມູນ​ຄວາມ​ຈິງ​ທີ່ເຮັດ​ໃຫ້​ລາຍ​ຮັບ​ຂອງ​ລັດ​ຕົກ­ເຮ່ຍ​ເສຍຫາຍ ເມື່ອ​ມີ​ຄໍາ​ສະ­ເຫນີ​ມາ​ແມ່ນ​ໃຫ້​ດໍາເນີນ​ການ​ກວດ­ກາ​ທັນ­ທີ, ຖ້າ​ມີ​ຄວາມ​ຜິດກໍ່​ໃຫ້​ດໍາ­ເນີນ​ການ​ແກ້​ໄຂ​ຕາມ​ກົດ­ຫມາຍ ຢ່າງ​ທັນ​ການ ໂດຍ​ລັດ​ຈະ​ໃຫ້­ການ​ປົກປ້ອງ ແລະ ສັນ­ລະ­ເສີນ​ຜູ້​ທີ່​ໃຫ້​ເບາະ​ແສຢ່າງ​ເປັນ​ທໍາ, ທ່ານ​ນາ­ຍົກ​ກ່າວ.
  ທ່ານ ທອງ​ສິງ ທໍາ​ມະ​ວົງ ກ່າວ​ຕື່ມວ່າ: ຫົວ­ຫນ່ວຍ​ວິ​ສາ​ຫະ​ກິດ, ທຸ­ລະ​ກິດ, ຜູ້​ປະ­ກອບ​ການ ແລະ ປະ­ຊາ­ຊົນ​ຕ້ອງ​ຕື່ນຕົວ​ເສຍ​ພັນ­ທະ​ພາ­ສີ​ອາ­ກອນ​ຕາມ​ກົດຫມາຍ​ກໍາ­ນົດ, ຜູ້​ເສຍ​ພາ­ສີ-ອາ­ກອນແມ່ນ​ຜູ້​ຮັກ​ຊາດ ແລະ ແມ່ນ​ນັກ​ພັດ­ທະ­ນາຫາກ​ເປົ້າ​ຫມາຍ​ໃດ​ຫລົບ​ຫລີກ​ການ​ເສຍພາ­ສີ-ອາ­ກອນ​ຕ້ອງ​ຖືກ​ຕິ­ຕຽນ, ປັບ­ໄຫມ ແລະ ລົງ​ວິ­ໄນ​ຕາມ​ກົດ­ຫມາຍກົງ​ກັນຂ້າມ​ຫົວ­ຫນ່ວຍ​ໃດ​ທີ່​ປະ­ຕິ­ບັດ​ໄດ້ ຫລື ລື່ນ​ຄາດ­ຫມາຍ​ລັດ­ຖະ­ບານ​ຈະ​ຍ້ອງ­ຍໍຊົມ­ເຊີຍ ແລະ ກວດ­ກາ​ສໍາຫລວດ​ກວດກາ​ຫົວ­ຫນ່ວຍ​ທີ່​ບໍ່​ໄດ້​ຄາດ­ຫມາຍ ເພື່ອພ້ອມ​ກັນ​ແກ້​ໄຂ.
   ແນວ­ໃດ​ກໍ່​ຕາມ  ເພື່ອ​ຄວາມ​ໂປ່ງ​ໃສ, ຊັດ​ເຈນ ແລະ ຄວາມ​ວ່ອງ­ໄວ​ໃນ​ສົກ 2013-2014 ນີ້​ລັດ­ຖະ­ບານ​ໄດ້​ເລີ່ມ​ໃຫ້ນຳ​ໃຊ້​ລະ­ບົບ​ເອ​ເລັກ​ໂຕຣ​ນິກ​ເຂົ້າ​ໃນການ​ເກັບ​ລາຍ​ຮັບ ໂດຍ​ໄລ­ຍະ​ເລີ່ມ​ຕົ້ນ​ຈະທົດ​ລອງ​ເກັບ​ອາ­ກອນ​ຍານ­ພາ­ຫະ­ນະກ່ອນຫລັງ​ຈາກ​ນັ້ນ​ຈິ່ງ​ຂະຫຍາຍ​ອອກ​ສູ່ ຂະ­ແຫນງ­ການ​ອື່ນ ໂດຍ​ອີງ​ຕາມ​ຜົນ​ໄດ້ຮັບ​ຕົວ​ຈິງ​ໃນ​ການ​ທົດ​ລອງ.
Ecom

10:55 AM | Posted in , , | Read More »

Related Posts Plugin for WordPress, Blogger...

Blog Archive

Recently Added