|

ວິ­ທີ​ການ​ຫລຸດ​ປະລິ​ມານ​ໄຂ­ມັນ​ຢູ່​ທ້ອງ​









ແນະ­ນຳ​ວິ­ທີ​ການ​ຫລຸດ​ປະ ລິ​ມານ​ໄຂ­ມັນ​ຢູ່​ທ້ອງ​ໃຫ້​ກັບ​ຜູ້​ຊາຍ ເຊິ່ງ​ວ່າ​ຈະ​ມີ​ວິ­ທີ​ໃດ​ແດ່​ນັ້ນ ມາ​ຮູ້ພ້ອມໆ​ກັນ​ເລີຍ.

1 ຮ່າງ­ກາຍ​ບໍ່​ສາ­ມາດ​ເລືອກກຳ­ຈັດ​ສະ­ເພາະ​ໄຂ­ມັນ​ຢູ່​ທ້ອງ​ໄດ້ ແຕ່​ທ່ານ​ຕ້ອງ​ກະ​ຕຸ້ນ​ການ​ເຜົາຜານ​ໄຂ​ມັນ­ທຸກ​ສ່ວນ​ໃນ​ຮ່າງ­ກາຍ ເຊັ່ນ​ການ​ຢ່າງ​ຂຶ້ນ​ລົງ​ຂັ້ນ­ໄດ, ການຈອດ​ລົດ​ໄວ້​ບ່ອນ​ໄກໆ​ແລ້ວ​ຢ່າງໄວໆ​ມາ​ບ່ອນ​ເຮັດ​ວຽກ, ຖ້າ​ຄົນຮັກ​ເຮັດ​ວຽກ​ຢູ່​ໃກ້​ກໍ່​ງົດ​ການ​ໂທລະ​ສັບ​ແລ້ວ​ຍ່າງ​ໄປ​ຫາ​ຈະ​ເຮັດ​ໃຫ້ເຜົາ​ຜານ​ໄຂ­ມັນ​ທີ່​ສະ​ສົມ​ໃຫ້​ກາຍເປັນ­ຄວາມ​ຫວານ​ໃຫ້​ກັບ​ຄວາມຮັກ​ແທນ.

2 ງານ​ວິ­ໄຈ​ຢືນ­ຢັນ​ວ່າ​ໄຂ­ມັນຈະ​ສະ­ຫລາຍ​ຕົວ​ໄດ້​ງ່າຍ ຖ້າ​ຢູ່​ໃນສິ່ງ­ແວ­ດລ້ອມ​ທີ່​ເຢັນ ດັ່ງ­ນັ້ນ ​ຕອນທີ່​ຫລຸດ​ໄຂ­ມັນ​ຫນ້າ​ທ້ອງ​ບໍ່​ຄວນໄປ​ຮົມ​ຢາ​ຫັນ​ມາ​ອາບ­ນ້ຳ​ເຢັນ ຫລັງ​ຈາກ​ອອກ­ກຳ­ລັງ​ກາຍ​ແລ້ວ.

3ນໍ້າ​ເມົາ ແລະ ເຄື່ອງ​ດື່ມ​ບຳລຸງ​ກຳ­ລັງ​ມີ​ຜົນ​ເຮັດ​ໃຫ້​ຫນ້າ​ທ້ອງໃຫຍ່​ຂຶ້ນ ເພາະ­ສະ­ນັ້ນ​ຄວນ​ງົດ​ດື່ມ ຖ້າ​ຢາກ​ມີ​ຮຸ່ນ​ສົມ­ບູນ​ແບບ.

4ເຂົ້າ​ນອນ​ໄວ, ມອດ​ໄຟ ຝຶກ ເຮັດ​ສະ­ມາ­ທິ ເພື່ອ​ການ​ນອນ​ຫລັບສະ­ຫນິດ​ດີ ເພື່ອ​ເຮັດ​ໃຫ້​ສານ​ໂກຣທ​ຮໍ​ໂມນ​ຈະ​ຫລັ່ງ​ອອກ​ມາ​ໃນ​ຕອນທີ່​ຫລັບ​ເປັນ​ກະ­ແຈ​ສຳ­ຄັນ​ທີ່​ເລ່ງການ​ເຜົາ​ຜານ​ໄຂ­ມັນ​ໃຫ້​ຫມົດ​ສິ້ນໄປ.

5ຮັບ​ປະ­ທານ​ອາ­ຫານ​ຕອນ ແລງ​ຢ່າງ​ຫນ້ອຍ 4ຊົ່ວ­ໂມງ​ກ່ອນ ຈະ​ເຂົ້າ​ນອນ ເພາະ​ມີ​ຜົນ​ຕໍ່​ການລັ່ງ​ໂກຣ​ທ​ຮໍ​ໂມນ, ງົດ​ການ​ໄປງານ​ລ້ຽງ​ສັງ​ສັນ​ນອກ​ເຮືອນ, ໄປທ່ຽວ​ກາງ­ຄືນ ແຖມ​ທ້າຍ​ເດືອນທ່ານ​ຍັງ​ມີ​ເງິນ​ໄວ້​ທ້ອນ​ເກັບ​ນຳອີກ

6ການ​ຫຍ້ຳ​ອາ­ຫານ​ຊ້າໆ ຈະເຮັດ​ໃຫ້​ຮູ້­ສຶກ​ອີ່ມ​ໄວ​ທັງ​ທີ່​ຮັບ​ປະທານ​ຫນ້ອຍ​ດຽວ ຄວນ​ຮັບ​ປະທານ​ອາ­ຫານ​ທີ່​ມີ​ປະ­ໂຫຍດ​ຕໍ່​ສຸ​ຂະພາບ.

7ຄວນ​ອອກ­ກຳ­ລັງ​ກາຍ​ທຸກສ່ວນ​ຂອງ​ຮ່າງ­ກາຍ ແຕ່​ຈະ​ເນັ້ນສ່ວນ​ກ້າມ­ຊີ້ນ​ຫນ້າ​ທ້ອງ​ຫລາຍກວ່າ​ຫມູ່​ການ​ຫລິ້ນ​ກ້າມ­ຊີ້ນ​ຕົ້ນຂາ ແລະ ສະ​ໂພກ​ເປັນ​ການ​ກະ​ຕຸ້ນການ​ເຜົາ​ຜານ​ໄຂ­ມັນ​ໄດ້​ດີ​ທີ່​ສຸດ.

8 ຄວນ​ຟິດ​ຫນ້າ​ທ້ອງ​ມື້​ລະ 2-3ເຊັດ (ເຊັດ​ລະ​ປະ­ມານ 30ເທື່ອ) ຄວນ​ປະ­ຕິ­ບັດ​ອາ­ທິດ​ລະ 2ເທື່ອ​ກໍ່​ໄດ້ສະ­ຫລັບ​ການ​ອອກ​ກຳລັງ​ການ​ສ່ວນ​ອື່ນໆ​ຈະ​ເຮັດ​ໃຫ້ ກ້າມ­ຊີ້ນ​ທ້ອງ​ເກີດ​ຂຶ້ນ​ໄວ.

9 ຄວນ​ຢືນ​ຢຽດ​ຫລັງ​ໃຫ້​ຊື່ຈະ​ກະ​ຕຸ້ນ​ກ້າມ­ຊີ້ນ​ຫນ້າ​ທ້ອງ​ໃຫ້ເຄັ່ງ​ຕຶງ​ຕະ­ຫລອດ​ເວ­ລາ​ຝຶກ​ການຢືນ​ການ​ຍ່າງ ແລະ ອອກ­ກຳ­ລັງກາຍ​ໃນ​ທ່າ​ຫລັງ​ຊື່​ສະ­ເຫມີ.

10 ທ່າ​ທີ່​ນິ­ຍົມ​ກັນ​ຫລາຍ​ຄື: ທ່າ​ນອນ​ຢົກ​ຂາ​ຫນີບ, ຕີນ​ລອຍ, ຢົກ​ຫົວ​ຂຶ້ນ​ເອີ້ນ​ວ່າ Abs Crunch with Leg Lift.








source: ecom

Posted by samakomlao on 2:14 PM. Filed under , , , . You can follow any responses to this entry through the RSS 2.0. Feel free to leave a response

0 comments for "ວິ­ທີ​ການ​ຫລຸດ​ປະລິ​ມານ​ໄຂ­ມັນ​ຢູ່​ທ້ອງ​"

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added