ຄວາມຄືບໜ້າໂຄງການສະໜາມຫຼວງ
ໂຄງການກໍ່ສ້າງຂະຫຍາຍກົມມະລຽນພຣະທາດຫຼວງວຽງຈັນ ແລະ ກໍ່ສ້າງທາງ 4 ເລນ ແມ່ນພວມດຳເນີນໄປຢ່າງຂຸ້ນຂຽວຈັດຕັ້ງປະຕິບັດ ໂດຍແມ່ນບໍລິສັດເພັດຖາວອນກໍ່ສ້າງ ເປັນຜູ້ຮັບເໝົາກໍ່ສ້າງ ໃນເນື້ອທີ 12 ເຮັກຕາ ເຊິ່ງຈະໃຫ້ສຳເລັດຕາມແຜນການທີ່ວາງໄວ້.
ທ່ານນາງ ເພັດສະໝອນ ເພັງສະຫວັດ ຜູ້ອຳນວຍການບໍລິສັດເພັດຖາວອນກໍ່ສ້າງ ໄດ້ກ່າວວ່າ ໂຄງການກໍ່ສ້າງຂະຫຍາຍທາງ ແລະ ເດີ່ນອ້ອມກົມມະລຽນພຣະທາດຫຼວງວຽງຈັນ ພວມຂຸ້ນຂ້ຽວຈັດຕັ້ງປະຕິບັດແຕ່ລະໜ້າວຽກ ເປັນຕົ້ນ ສືບຕໍ່ກໍ່ສ້າງທາງ 4 ເລນ ແມ່ນໃກ້ຈະສຳເລັດແລ້ວ ແລະ ປູດິນບ໋ອກເດີນກົມມະລຽນພຣະທາດຫຼວງ ຊຶ່ງຍັງຄ້າງຄາແມ່ນຢູ່ທາງຫຼັງສິມ ທີ່ປະຊາຊົນກຳລັງກະກຽມຍົກຍ້າຍອອກໄປ ຍັງປະມານ 7-8 ຄອບຄົວ ໃນຈຳນວນທີ່ຖືກຜົນກະທົບໂຄງການທັງໝົດ 217 ຄອບຄົວ ໃນນັ້ນ ຖືກຜົນກະທົບເຂດກໍ່ສ້າງທາງ 4 ເລນ 45 ຄອບຄົວ ແລະ ຖືກຜົນກະທົບເຂດຂະຫຍາຍກົມມະລຽນພຣະທາດຫຼວງ 172 ຄອບຄົວ ຊຶ່ງການປູດິນບ໋ອກນີ້ ຄາດວ່າຈະໃຫ້ແລ້ວໃນເດືອນ 10 ຕຸລາ 2011 ນີ້ ແລະ ຈະໃຫ້ແລ້ວກ່ອນບຸນນະມັດສະການພຣະທາດຫຼວງ ມາຮອດປັດຈຸບັນ ໂຄງການກໍ່ສ້າງຂະຫຍາຍກົມມະລຽນພຣະທາດຫຼວງວຽງຈັນ ແລະ ກໍ່ສ້າງທາງ 4 ເລນ ແມ່ນສຳເລັດ 75% ຂອງແຜນການ.
Vientianemai