ເນລະມິດສວນວັດທະນະທໍາໃຫ້ ເປັນສະຖານທີ່ທ່ອງທ່ຽວ 5ດາວ

ອີງຕາມຂໍ້ມູນຈາກກຸ່ມບໍລິສັດອິນ ແປງໃຫ້ຮູ້ວ່າ: ສວນວັດທະນະທຳບັນດາເຜົ່າແຫ່ງຊາດທີ່ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ເນື້ອທີ່ປະມານ 7,5 ເຮັກຕາ ຈະຖືກປັບປຸງໃຫມ່ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວຄົບວົງຈອນທີ່ໄດ້ ລະດັບສາກົນ ໂດຍຈະສ້າງເຮືອນບັນດາເຜົ່ານຳເອົາຄອບຄົວຂອງປະຊາຊົນລາວຈາກ 10 ກວ່າຊົນເຜົ່າມາດຳລົງຊີວິດ ແລະ ຊຸກຍູ້ເຂົາເຈົ້າຜະລິດເຄື່ອງທີ່ລະນຶກ ເພື່ອສ້າງລາຍຮັບຈາກການຂາຍໃຫ້ແກ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດທີ່ເຂົ້າຊົມ.
ພ້ອມນັ້ນ ຍັງຈະຈຳລອງແຫລ່ງທ່ອງທ່ຽວຕ່າງໆທີ່ສຳຄັນ ໃນແຕ່ລະພາກມາວາງພ້ອມປະຫວັດຄວາມເປັນມາ (ທ່ຽວ 25 ນາທີໄດ້ໄປທົ່ວແດນລາວ) ໄດ້ແກ່ວັດພູຈຳປາສັກ, ທົ່ງໄຫຫີນ, ລາຊະວົງເກົ່າຫລວງພະບາງ, ວັດຊຽງທອງ, ຖ້ຳທ່ານຜູ້ນຳ ແລະ ສະຖານທີ່ອື່ນໆທີ່ຈະສາມາດດຶງດູດຈິດໃຈນັກທ່ອງທ່ຽວໄດ້.
ນອກຈາກນີ້ ຫາກມີຄວາມອິດເມື່ອຍໃນການເດີນຊົມ ກໍ່ສາມາດລົງຫລິ້ນນ້ຳທະເລທຽມວຽງຈັນ ຫລື ນັ່ງຊີມອາຫານແຊບໆ; ນັ່ງຊົມແຄມຂອງ ແລະ ຊົມປານ້ຳຈືດໃນຕູ້ແກ້ວໃຕ້ດິນ ຫລື ຖ້າຫາກນັກທ່ອງທ່ຽວມີຄວາມຕ້ອງການຢາກພັກແຮມກໍ່ສາມາດພັກໄດ້ທີ່ ໂຮງແຮມລະດັບ 3-5 ດາວໂດຍມີສິນຄ້າທຸກປະເພດມາວາງຂາຍໃນຮ້ານຄ້າປອດພາສີ.
ກຸ່ມບໍລິສັດອິນແປງໃຫ້ຮູ້ຕື່ມວ່າ: ໃນຕອນເຊົ້າແຕ່ລະມື້ຈະມີການສ້າງກິດຈະກຳການຕັກບາດ ແລະ ການສະແດງສິລະປະວັດທະນະທຳຂອງປະຊາຊົນບັນດາເຜົ່າເປັນອາທິດ ແລະ ລາຍເດືອນນຳອີກ.
ທ່ານ ແອັດ ພັນນິວົງ ປະທານກຸ່ມບໍລິສັດອິນແປງເປີດເຜີຍເຫດຜົນການຕັດສິນໃຈເຂົ້າ ສຳປະທານໂຄງການນີ້ຕໍ່ທີມຂ່າວເສດຖະກິດ ເມື່ອທ້າຍອາທິດຜ່ານມາວ່າ: ເນື່ອງຈາກ ເລັງເຫັນສວນດັ່ງກ່າວເປັນສະຖານທີ່ທ່ອງທ່ຽວສຳຄັນຂອງນະຄອນຫລວງ ວຽງຈັນ ກໍ່ຄືຂອງລາວ. ແຕ່ໃນຫລາຍປີຜ່ານມາຜັດບໍ່ໄດ້ຮັບການພັດທະນາດີເທົ່າທີ່ຄວນເຮັດ ໃຫ້ຕົວເລກນັກທ່ອງທ່ຽວທີ່ເຂົ້າຊົມຫລຸດລົງໃນແຕ່ລະມື້ ເມື່ອທຽບກັບໄລຍະທີ່ເປີດສວນໃຫມ່ໆ.
ດັ່ງນັ້ນ ຫາກສວນດັ່ງກ່າວ ສຳເລັດດ້ານການປັບປຸງຄາດວ່າ ຈຳນວນນັກທ່ອງທ່ຽວທີ່ເຂົ້າຊົມໃນແຕ່ລະມື້ກໍ່ຈະມີຕົວເລກ ທີ່ເພີ່ມຂຶ້ນແນ່ນອນພ້ອມປະຢັດລາຍຈ່າຍຂອງນັກທ່ອງ ທ່ຽວພາຍໃນ ແລະ ຕ່າງປະເທດທີ່ຈະເດີນທາງໄປຊົມສະຖານທີ່ທ່ອງທ່ຽວຢູ່ແຂວງຕ່າງໆໄດ້ ອີກ.
ການເນລະມິດສວນແຫ່ງສະຫວັນຄັ້ງນີ້ ຈະລົງທຶນສູງເຖິງ 30 ລ້ານໂດລາສະຫະລັດ ໂດຍຈະເລີ່ມລົງມືໃນຕົ້ນປີ 2012 ເຊິ່ງປະຈຸບັນກຳລັງອອກແບບແຜນຜັງ ຄາດວ່າການປັບປຸງຈະສຳເລັດໂດຍສົມບູນໃນປີ 2016, ທ່ານປະທານ ກ່າວ.
ທ່ານໃຫ້ຮູ້ຕື່ມອີກວ່າ: ໂຄງການນີ້ ມີກຳນົດການສຳປະທານ 50 ປີ ແລະ ສາມາດຕໍ່ໄດ້ໂດຍທາງບໍລິສັດຄາດວ່າອາດໃຊ້ເວລາຢ່າງຊ້າ 10-15 ປີ ຈິ່ງຈະສາມາດຄືນທຶນໄດ້. ພາຍຫລັງໂຄງການສຳເລັດກໍ່ຄາດວ່າ ຈະມີນັກທ່ອງທ່ຽວເຂົ້າຊົມມື້ຫນຶ່ງບໍ່ຕ່ຳກວ່າ 1-2 ພັນຄົນຕໍ່ມື້.
ອີງໃສ່ຂໍ້ມູນຈາກເຈົ້າຫນ້າທີ່ກ່ຽວຂ້ອງປະຈຳສວນດັ່ງກ່າວຮູ້ວ່າ: ປະຈຸບັນບັນດານັກທ່ອງທ່ຽວທີ່ເຂົ້າຊົມມີຕົວເລກຕ່ຳສົມຄວນ ຖ້າທຽບໃສ່ສະຖານທີ່ທ່ອງທ່ຽວຕ່າງໆ ໂດຍສະ ເພາະແມ່ນວັນຈັນວັນສຸກມີພຽງ 20-30 ຄົນເທົ່ານັ້ນ.
Source: Ecom