|

ຂົວມິດຕະພາບ ລາວ-ໄທ 3 ອີກ 2 ເດືອນເປີດໃຊ້ !



ລາຍງານຈາກປະເທດໄທ ແຈ້ງໃຫ້ຮູ້ວ່າ ການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ່ 3 ຄໍາມ່ວນ-ນະຄອນພະນົມ ແມ່ນໄດ້ສ້າງສໍາເລັດໄປແລ້ວ 91.87 ສ່ວນຮ້ອຍ ຕັ້ງແຕ່ເລີ້ມສັນຍາກໍ່ສ້າງເມື່ອວັນທີ່ 26 ພຶດສະພາ 2009 ເຖິງເດືອນມິຖຸນາ 2011 ໃຊ້ເວລາການກໍ່ສ້າງທັງໝົດ 25 ເດືອນ

ຂົວແຫ່ງນີ້ເປັນຂົວຄອນກຮີດອັດແຮງຮູບກ່ອງ ມີ 5 ຊ່ວງ ແລະ ຄວາມຍາວຂອງຂົວມີທັງໝົດ 780 ແມັດ. ຖ້ານັບຫົນທາງຂຶ້ນ-ລົງຂົວ ຂອງໂຄງການທັງໝົດ ແມ່ນຈະຍາວເຖິງ 5.2 ກິໂລແມັດ. ຈຸດກໍ່ສ້າງຢູ່ປະເທດລາວ ຕັ້ງຢູ່ ບ້ານເວີນໃຕ້ ຫ່າງຈາກເມືອງທ່າແຂກ ແຂວງຄໍາມ່ວນ ໄລຍະ 13 ກິໂລແມັດ, ສ່ວນທາງຝັງໄທ ແມ່ນຕັ້ງຢູ່ບ້ານຫ້ອມ ອໍາເພີເມືອງນະຄອນພະນົມ ແລະຫ່າງຈາກຕົວເມືອງນະຄອນພະນົມ ໄລຍະ 8 ກິໂລແມັດ.

ໂຄງການກໍ່ສ້າງຂົວແຫ່ງນີ້ ແມ່ນໄດ້ຮັບການຄວບຄຸມການກໍ່ສ້າງໂດຍ ສໍານັກງານກໍ່ສ້າງຂົວ ກົມທາງຫຼວງຂອງໄທ ຮ່ວມກັບບໍລິສັດ ອິຕາລີໄທ ເປັນຜູ້ຮັບຈ້າງການກໍ່ສ້າງ ໂດຍໃຊ້ງົບປະມານການກໍ່ສ້າງ ເປັນເງິນສະກຸນໄທ ປະມານ 1723 ລ້ານບາດ ໂດຍມີໄລຍະການກໍ່ສ້າງທັງໝົດ 900 ມື້. ການກໍ່ສ້າງຂົວແຫ່ງນີ້ ຄາດວ່າຈະແລ້ວກ່ອນກໍາໜົດ 3 ເດືອນ. ເມື່ອຂົວແຫ່ງນີ້ສ້າງແລ້ວ ມັນຈະກາຍເປັນເສັ້ນທາງແລກປ່ຽນອັນສໍາຄັນ ເພື່ອສົ່ງສິນຄ້າ ແລະ ການທ່ອງທ່ຽງ ລະຫວ່າງ ລາວ-ໄທ ແລະ ຫວຽດນາມ-ລາວ-ໄທ.

Posted by samakomlao on 3:06 PM. Filed under , . You can follow any responses to this entry through the RSS 2.0. Feel free to leave a response

0 comments for "ຂົວມິດຕະພາບ ລາວ-ໄທ 3 ອີກ 2 ເດືອນເປີດໃຊ້ !"

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added