ຮັກເຈົ້າຫມົດໃຈ ຈາກວົງ INPUT
ຫລາຍຄົນມັກຄິດວ່າ ຄວາມຮັກຂອງບ່າວສາວມັກ ເລີ່ມຈາກ 100 ຕອນຮັກກັນໃຫມ່ໆ ແຕ່ພໍດົນໄປແມ່ນຫລຸດລົງຈົນຮອດ 0 ແລ້ວກໍ່ເລີກລາກັນໃຫມ່ ແຕ່ຫລາຍຄົນເວົ້າອີກວ່າ ຖ້າຈະໃຫ້ຄວາມຮັກຂອງເຮົາຢູ່ທີ່ 100 ສະເຫມີຕົ້ນສະເຫມີປາຍຕ້ອງຮັກກັນໝົດໃຈ“ຮັກເຈົ້າຫມົດໃຈ” ແມ່ນເພງໃຫມ່ຫລ້າສຸດຂອງວົງອິນພຸດ (INPUT) ທີ່ປ່ອຍອອກຕາມ ວິທະຍຸໃນທ້າຍເດືອນກໍລະກົດທີ່ຜ່ານມາ ເພງນີ້ແມ່ນເວົ້າເຖິງຄວາມຮັກທີ່ຕ້ອງມີໃຫ້ກັນສະເຫມີຕົ້ນສະເຫມີປາຍ ຖ້າຫາກຫມົດຮັກແລ້ວອາດຈະແກ້ໄຂຍັງບໍ່ໄດ້ ແຕ່ຖ້າຂ້ອຍຍັງຮັກເຈົ້າຢູ່ແບບນີ້ຄືກັບມື້ທຳອິດທີ່ຂ້ອຍ ໄດ້ຮັກເຖິງວ່າບັນຫາອຸປະສັກຈະຫລາຍປານໃດກໍ່ສາມາດຜ່ານຜ່າມັນມາດ້ວຍກັນໄດ້.
ແຕ່ສຳລັບມິວຊິກວິດິໂອເພງ “ຮັກເຈົ້າຫມົດໃຈ” ຕອນນີ້ໄດ້ຖ່າຍທຳສຳເລັດເປັນທີ່ຮຽບຮ້ອຍແລ້ວ ແລະ ກໍ່ໄດ້ປ່ອຍອອກອາກາດໃຫ້ແຟນເພງໄດ້ຊົມກັນໃນຕົ້ນເດືອນສິງຫາ ເຊິ່ງມິວຊິກວິດິໂອເພງນີ້ໄດ້ໄປຖ່າຍທຳຢູ່ບໍ ລິເວນພະທາດຫລວງ ເຊິ່ງຜູ້ ຊົມຈະເຫັນຄວາມສວຍງາມອີກມຸມຫນຶ່ງຂອງພະທາດຫລວງ ແລະ ພາບມິວສິກວິດິໂອຍັງໄດ້ ຫນຸ່ມປາ ເຊິ່ງເຄີຍສະແດງມິວ ຊິກ Mr ຫີນສົ້ມ ມາກ່ອນ ສ່ວນນາງເອກໄດ້ສາວຫມອນ ຈາກແຂວງອຸດົມໄຊ ທີ່ກຳລັງຮຽນຢູ່ ມຊ ມາສະແດງໃຫ້ ສ່ວນເລື່ອງລາວຈະເປັນແນວໃດທ່ານຜູ້ອ່ານສາມາດຕິດ ຕາມຊົມໄດ້ທາງໂທລະພາບທຸກຊ່ອງຂອງລາວ.
ວົງອິນພຸດ (INPUT) ມີສະ ມາຊິກ 5 ຄົນຄື: ໂກ້, ສອນ, ບ໊ອບ, ເລີ່ງ ແລະ ສາວນ້ອຍ, ສຳລັບຜົນງານເພງນີ້ ແມ່ນຜົນງານທີ 4 ຂອງວົງ INPUT.